Next-Gen Everest Ride and Drive Event

ພົບກັບການເປີດໂຕລົດລຸ້ນໃໝ່ລ່າສຸດ! Next-Gen Ford Everest ທີ່ມາພ້ອມກັບລະບົບເຕັກໂນໂລຊີທັນສະໄໝ ແລະ ສະດວກສະບາຍຄົບວົງຈອນ ໃນກິດຈະກຳການທົດລອງຂັບລົດລຸ້ນໃໝ່ຂອງຟອດປະເທດໄທ ພາຍໃຕ້ແນວຄິດ: ໃຫ້ຜູ້ຂັບຂີ່ຮັບມືໄດ້ໝົດທຸກສະຖານະການ (LIFE IS YOURS TO MASTER) ທີ່ແຂວງການຈະນະບູລີ, ປະເທດໄທ.
ຄັ້ງນີ້, ທາງຟອດໄດ້ສະແດງລົດ Next-Gen Ford Everest ຄົບທັງໝົດ 4 ລຸ້ນ ຄັ້ງທຳອິດ ຄື:
➡️ Ford Everest Titanium 4×4 10AT: ກຳລັງແຮງເຄື່ອງຈັກ 2.0 ລິດ Bi-Turbo ທີ່ມາພ້ອມກັບເກຍອັດຕະໂນມັດແບບ E-Shifter 10 ສະປີດ, ໃຫ້ກຳລັງແຮງມ້າສູງເຖິງ 210 PS ທີ່ 3,750 ຮອບຕໍ່ນາທີ ແລະ ກຳລັງແຮງບິດສູງສຸດ 500 Nm ທີ່ 1,750-2,000 ຮອບຕໍ່ນາທີ.
➡️ Ford Everest Titanium Plus 4×2 10AT: ຂັບເຄື່ອນດ້ວຍເຄື່ອງຈັກ 2.0 ລິດ Bi-Turbo ດ້ວຍເກຍອັດຕະໂນມັດ 10 ສະປີດ ທີ່ໃຫ້ແຮງມ້າສູງເຖິງ 210 PS ທີ່ 3,750 ຮອບຕໍ່ນາທີ. ແລະ ແຮງບິດ 500 Nm ທີ່ 1750-2,500 ຮອບຕໍ່ນາທີ.
➡️ Ford Everest Sport 4×2 6AT: ມາພ້ອມກັບເຄື່ອງຈັກ 2.0 ລິດ ເທີໂບດ່ຽວ ພ້ອມກັບລະບົບເກຍອັດຕະໂນມັດ 6 ສະປີດ ມາພ້ອມກຳລັງແຮງມ້າສູງເຖິງ 170 PS ທີ່ 3,500 ຮອບຕໍ່ນາທີ ແລະ ແຮງບິດສູງເຖິງ 405 Nm ທີ່ 1,750-2,500 ຮອບຕໍ່ນາທີ.
➡️ Ford Everest train 4×2 6AT: ມາພ້ອມເຄື່ອງຈັກ 2.0 ລິດ ໂທໂບດ່ຽວ ພ້ອມເກຍອັດຕະໂນມັດ 6 ສະປີດ, ໃຫ້ກຳລັງແຮງມ້າທີ່ 170 PS ທີ່ 3,500 ຮອບຕໍ່ນາທີ ແລະ ແຮງບິດສູງສຸດ 405 Nm ທີ່ 1,750-2,500 ຮອບຕໍ່ນາທີ.

Get Offers