ໂປຣໂມຊັ່ນໜ້າຝົນໃນການບຳລຸງຮັກສາລົດ

ໂປຣໂມຊັ້ນ ກຽມພ້ອມລົດໃນລະດູຝົນ ສຳລັບລົດຟອດທຸກລຸ້ນ ຟຣີກວດເຊັກລະບົບໄຟ ແລະ ໝໍ້ໄຟ ແລະ ຮັບສ່ວນຫຼຸດຄ່າອາໄຫຼ່ລະບົບໄຟ 10%
ເລີ່ມແຕ່ ວັນທີ 1-31 ສິງຫາ 2022 ນີ້ເທົ່ານັ້ນ

ໂປຣໂມຊັນຟອດເຣນເຈີ ແລະ ເອັກໂຄສະປອດທີ່ຮ່ວມກັບສິນເຊື່ອ BSP

ມາແລ້ວໂປຣໂມຊັ້ນຕອນຮັບໜ້າຝົນສຳລັບລູກຄ້າທີ່ອອກລົດຟອດເຣນເຈີເອັກແອວ, ເອັກແອວທີ, ວາຍແທັກ ແລະ ວາຍແທັກ-ເອັກ ພ້ອມກັບຂໍ້ສະເໜີລາຄາພິເສດເທົ່ານັ້ນຍັງບໍ່ພໍອອກລົດໃນຊ່ວງນີ້ຮັບດອກເບ້ຍຟຣີໄປເລີຍ

  • ສຸດພິເສດໄປກວ່ານັ້ນສຳລັບລົດເອັກໂຄສະປອດຮັບຟຣີບັດນໍ້າມັນມູນຄ່າ 5ລ້ານກີບ ພ້ອມຟຣີດອກເບ້ຍ, ດ່ວນມີຈຳນວນຈຳກັດ.

ໂປຣໂມຊັນສຳລັບຟອດ ເອັກໂຄສະປອດ

ໂປຣໂມຊັ້ນສຸດພິເສດສຳລັບລົດ EcoSport ຈາກລາຄາປົກກະຕິ $26,500 ເຫຼືອພຽງ $24,400 ຮັບຟີຣບັດນໍ້າມັນ 5,000,000ກີບ ພ້ອມຄູປອງລຸ້ນໂຊກຈໍານວນ 1 ໃບ, ມູນຄ່າທັງໝົດຂອງລາງວັນ 550ລ້ານກີບ.ໂປຣນີ້ສຳລັບ 10 ຄັນເທົ່ານັ້ນ.

ໂປຣໂມຊັ້ນຟອດແຈກໂຊກໃຫ່ຍກາງປີ 2022

ໂປຣໂມຊັ້ນຄັ້ງຍິ່ງໃຫຍ່ຟອດແຈກໂຊກໃຫ່ຍກາງປີຫຼາຍກ່ວາ 550,000,000 ກີບ, ສຳລັບລູກຄ້າທີ່ອອກລົດຟອດນຳພວກເຮົາທຸກລຸ້ນ

  • ສຳລັບລູກຄ້າທີ່ອອກລົດນັບຕັ້ງແຕ່ວັນທີ 1/03/2022 ຫາວັນທີ 30/06/2022 ແມ່ນຈະໃດ້ຮັບຄູປອງລຸ້ນໂຊກລຸ້ນລາງວັນໃຫ່ຍ
  • ລົດຟອດ ເທລີໂທລີ ເທນ ຈຳນວນ 1 ລາງວັນ, 
  • ພ້ອມດຽວກັນນີ້ຍັງມີສິດລຸ້ນ ທອງຄຳ, ລົດຈັກ, ເຄື່ອງໃຊ້ໄຟຟ້າ, ເຄື່ອງສຽງ, ບັດນ້ຳມັນ, ທິບທີພັກສຸດຫລູ ແລະ ລາງວັນອີກຫລາຍລາຍການ.

ຟຣີບໍລິການສ້ອມແປງ ແລະ ຄ່າບຳລຸງຮັກສາ 3ປີ ແລະ 70,000ກມ

ຜົນປະໂຫຍດຂອງ ຟອດ ໂພເທັກ

ຄວາມສຳຄັນຂອງ ຟອດ ໂພເທັກ: ຟອດ ໂພເທັກ ແມ່ນໂປຣແກຣມການບໍລິການເພີ່ມຂອງຟອດ (ESP) ທີ່ຈະຄຸ້ມຄອງ ຂອງການບໍລິການສ້ອມແປງບຳລຸງຮັກສາ ທັງໝົດຂອງລົດທ່ານ ໃນໄລຍະເວລາຍາວນານເຖິງ 3 ປີ ຫຼື 70,000 ກມ (ບໍ່ວ່າໄລຍະໃດຈະມາຮອດກ່ອນ). ໃນກໍລະນີທີ່ທ່ານຢາກຂາຍລົດໃຫ້ກັບຜູ້ອື່ນ ແພັກເກັດນີ້ຍັງສາມາດໂອນໃຫ້ເປັນຊື່ເຈົ້າຂອງຄົນໃຫ່ມກໍ່ໄດ້ ແລະແພັກເກັດນີ້ຈະເຮັດໃຫ້ລົດຂອງທ່ານລາຄາບໍ່ຕົກຕ່ຳຫຼາຍເມື່ອທຽບກັບລົດທີ່ບໍ່ມີແພັກເກັດນີ້ໃນຕະຫຼາດມືສອງ. ແພັກເກັດນີ້ແມ່ນການຮັບປະກັນຈາກທາງຕົວແທນຟອດແທ້ 100% ທີ່ຮັບປະກັນສິ້ນສ່ວນແທ້ ແລະ ການໄດ້ຮັບການບໍລິການຈາກຊ່າງຟອດແທ້ທີ່ຜ່ານການຝືກອົບຮົມຢ່າງສູງ.

ລູກຄ້າທີ່ຈະໄດ້ຮັບຜົນປະໂຫຍດ: ທຸກການສ້ອມແປງ ແລະ ການບຳລຸງຮັກສາໃນລະຫວ່າງການຄຸ້ມຄອງຂອງແພັກເກັດນີ້ ແມ່ນທາງຟອດມໍເຕີຄອມປານີເປັນຜູ້ຄຸ້ມຄອງທຸກຢ່າງ ທັງອາໄຫຼ່ຫຼາຍລາຍການ ແລະ ຄ່າແຮງງານຕ່າງໆ. ເຊິ່ງລູກຄ້າສາມາດປະຫຍັດຄ່າໃຊ້ຈ່າຍໃນການສ້ອມແປງບໍ່ວ່າຈະເປັນສິ້ນສ່ວນໜ້າ ຫາ ສິ້ນສ່ວນຫຼັງ, ເຄື່ອງຈັກ ແລະ ລະບົບຂັບເຄື່ອນ, ຊ່ວງລ່າງໜ້າ/ຫຼັງ, ລະບົບເບຣກ, ລະບົບເຄື່ອງສຽງ, ລະບົບແອ, ລະບົບໄອເສຍ, ລະບົບຄວາມປອດໄພ, ລະບົບໄຮເທັກຕ່າງໆ ສະເລ່ຍແລ້ວແມ່ນຫຼາຍກວ່າ 1,000 ລາຍການອາໄຫຼ່ ທີ່ຄຸ້ມຄອງໃນແພັກເກັດ ຟອດ ໂພເທັກ 3ປີ/70,000 ກມ (ບໍ່ວ່າໄລຍະໃດຈະມາຮອດກ່ອນ) ເຊີ່ງລູກຄ້າທຸກທ່ານສາມາດຂັບຂີ່ລົດໄດ້ຢ່າງເພີດເພີນໂດຍທີ່ບໍ່ຕ້ອງມາກັງວົນເຖີງແມ່ນວ່າການຮັບປະກັນລົດໃຫ່ມຈະໝົດກໍ່ຕາມ ແຕ່ເຮົາຍັງມີແພັກເກັດນີ້ໄວ້ຄຸ້ມຄອງທ່ານສະເໝີ.

ການສ້ອມແປງທີ່ບໍ່ນອນຢູ່ໃນແພັກເກັດ ຟອດ ໂພເທັກ: ການເສຍການທີ່ເກັດຈາກອຸປະຕິເຫດ, ແກ້ວແວ່ນແຕກ ຫຼື ແວ່ນຂ້າງໃຊ້ງານບໍ່ໄດ້ເນື່ອງຈາກໃຊ້ງານຜິດວິທີ, ການດັດແປງເພື່ອການແຂ່ງຂັນ, ໄຟໄໝ້, ນ້ຳຖ້ວມ ແລະ ອື່ນໆ. ເຄື່ອງຈັກມີປັນຫາເນື່ອງຈາກການໃຊ້ນ້ຳມັນເຄື່ອງທີ່ບໍ່ໄດ້ມາດຕະຖານ ຫຼື ເກີດຈາກການທີ່ບໍ່ນຳລົດເຂົ້າມາກວດເຊັກຕາມໄລຍະທາງ

ອາໄຫຼ່ທີ່ບໍ່ນອນຢູ່ໃນແພັກເກັດ ຟອດ ໂພເທັກ: ກັນຊົນ, ຊິວປະຕູ, ສີ, ຄານຊີ່, ແວ່ນແນມຫຼັງ, ຝາຂອບລໍ້, ນ໋ອດຈັບລໍ້ ແລະ ອຸປະກອນເສີມເຊັ່ນ: ລໍ້ແອນລອຍ