ຮູບລັກສະນະ

ຄວາມເປັນສ່ວນໂຕຢູ່ໃນລາຍລະອຽດ. ສ້າງຄວາມໂດດເດັ່ນໃນແບບຂອງທ່ານຈາກພາຍໃນສູ່ພາຍນອກ. ເຊິ່ງລວມເຖິງການຕົບແຕ່ງດ້ານໃນ, ລໍ້ ແລະ ແຜງໜ້າປັດ. ເລືອກຮູບແບບຂອງທ່ານ, ໜ້າປັດ ແລະ ແມ້ກະທັງສີທີ່ຕົງກັບທ່ານ.

ເຄື່ອງສຽງ

ຕັ້ງແຕ່ຍານສຽງຕ່ຳໄປຈົນເຖິງສຽງຄຳລາມ, ເລືອກສຽງທີ່ເໝາະໂອກາດ.

 

ຄວາມຮູ້ສຶກ

ບໍ່ວ່າທ່ານຈະຂີນອກເສັ້ນ ຫຼື ໃນ ເສັ້ນທາງ. ທ່ານສາມາດປັບແຕ່ງໂໝດການຂັບຂີຂອງທ່ານໄດ້ຢ່າງງ່າຍດາຍ. ສາມາດບັນທຶກ ແລະ ຕັ້ງຄ່າສຳລັບການເດີນທາງຄັ້ງຕໍ່ໄປ.

 

ສີງທີ່ເໝາະສົມກັບເວລາຮີບດ່ວນ

ປະສິດທິພາບອາດເຮັດວຽກຢູ່ແລ້ວ ແຕ່ເທັກໂນໂລຍີ້ຂັ້ນສູງນຳໄປອີກລະດັບໜຶ່ງ.

 

ຮັບສານອາດີເນລິນໃນແຕ່ລະມື້

ເລື່ອງສຳຄັນທີ່ສູດຂອງ ຟອດ ມັດແຕງ ແຕ່ລະລຸ້ນແມ່ນ ສະມັດຖະນະ. ມັດແຕງ ທຸກຄັນທີ່ເປີດໂຕມາລ້ວນມີເອກກະລັກ, ດາວສິບທີ່ໄວ ແລະ ຕອບສະໜອງໄດ້ດີ ເຂົ້າໂຄງແບບກະຊັບ. ບໍ່ຕ້ອງເວົ້າເຖິງ ເລື່ອງພະລັງທີ່ເປັນຕຳນານໃຕ້ຝາກະໂປງ ແລະ ສຽງຄຳລາມທີ່ມານຳມັນ.

ເກຍອັດຕະໂນມັດ 10 ສະປີດ

ກັບສຸດຍອດເກຍອັດຕະໂນມັດ 10 ສະປີດ SelectShift® ໃນ Mustang. ດ້ວຍການສົ່ງກຳລັງທີ່ໂດດເດັ່ນ ຟອດ ຕິດຕັ້ງເກຍອັດຕະໂນມັດ 10 ສະປີດ ທີ່ມາພ້ອມການປ່ຽນເກຍຢຸ່ພວງມະໄລ Paddle Shift ເຮັດໃຫ້ການຖ່າຍທອດກຳລັງສູ້ທ້ອງຖະໜົນໄດ້ຢ່າງເຕັມສະມັດຖະນະ.

 

ສາມາດເລືອກໂໝດການຂັບຂີ່

ສາມາດຕັ້ງຄ່າການຂັບຂີ່ຕາມແບບຂອງທ່ານ. Mustang ປັບການຕັ້ງຄ່າການຄວບຄຸມຕາມກຄວາມຕ້ອງການຂອງທ່ານ. ພຽງແຕ່ເລືອກໂໝດການຂັບຂີ່ທີ່ປຸມເລືອກທີ່ກ້ອງແຜງໜ້າປັດ ເຊັ່ນ: ປົກກະຕິ, ຫິມະ/ປຽກ, ສະປອດ, ຫລື ແທຣກ.
 

Lock 5.0L GT
ຕັ້ງແຕ່ສຽງດັງໄປຈົນຖິງແຮງບິດຂອງການເລັ່ງນັ້ນແມ່ນເລື່ອງສະມັດຖະນະ. ເຊິ່ງໃຫ້ກຳລັງ 435 ແຮງມ້ ແລະ 400 ແຮງບິດ. ນັ້ນແມ່ນແຮງມາແລະ ແຮງບິດ ເມື່ອທຽບກັບ ລຸ້ນທີ່ 5 ເຄື່ອງຈັກແມ່ນມຸ້ງໃສ່ການໃຫ້ກຳລັງສູງສຸດຈາກການບີບອັດຂອງສວໄອດີ ແລະ ໄອເສຍຂະໃຫຍ່, ຫົວລູກສູບມີຄຸນສົມບັດຍົກສູງ ແລະ ເພົາລູກບ້ຽວ ໄອດີ ແລະ ໄອເສຍທີ່ໜ້າປະທັບໃຈ . ຈັກ 5.0 ລິດ ມອບປະສົບການທີ່ຊົງພະລັງ.
 
 

ລະບົບຄວບຄຸມ ແລະ Electronic Line-Lock

ການຄວບຄຸມການອອກໂຕ* ປະສານເບຮກ, ການຢຶດເກາະ ແລະ ການສົ່ງກຳລັງເພື່ອຊ່ວຍໃຫ້ການອອກໂຕລາບລື້ນ. ໃນສະພາບການຂັບຂີ່ທີ່ຫລາກຫລາຍ ຂໍ້ມູນການຂັບຂີ່ນະຕອນນັ້ນຈະຖືກສະແດງທີ່ໜ້າຈໍ Track Apps® LCD screen ທີ່່ແຜງໜ້າປັດ. ລະບົບ Electronic line-lock* ແມ່ນມາດຕະຖານທີ່ມີໃຫ້ມາທຸກລຸ້ນເຊິງຊ່ວຍໃຫ້ທ່ານພັດທະນາທັກສະການຕິດຕາມໄດ້ດີຍິ່ງຂື້ນ. ບໍ່ຈຳເປັນຕ້ອງວາງຕີນທີ່ເບຣກ ແລະ mechanical line-lock. ລະບົບນີ້ຈະເຮັດວຽກໃຫ້ທ່ານໂດຍການລ໋ອກເບຣກໜ້າ ແລະ ປ່ອຍເບຣກຫລັງ. ຢາງຫລັງເຫລົ່ານັ້ນຈະໝູນແລະ ອຸ່ນເຄື່ອງໃນເວລາບໍ່ດົນ *For track use only

 

ສີງທີ່ເໝາະສົມກັບເວລາຮີບດ່ວນ

 ປະຕູອັດສະລິຍະ ພ້ອມທັງປຸ່ມສະຕາດ

ເຂົ້າລົດ ແລະ ສະຕາດ ແສນງ່າຍ, ຂອບໃຈລະບົບ Intelligent Access with push-button start. ພຽງແຕ່ມີກຸນແຈໃນກະເປົາ. ກໍສາມາດໄຂປະຕູລົດໄດ້. ເມື່ອເຂົ້າລົດແລ້ວໃຫ້ຢຽບແປ້ນເບຣກ (ຄາດສຳລັບເກັຍກະປຸກ) ຈາກນັ້ນສະຕາດລົດດ້ວຍການກົດປ່ມ.

 

ລະລົບຄວບຄຸມຄວາມໄວອັດສະລິຍະ ແລະ ລະບົບປັດນ້ຳຝົນອັດສະລິຍະ.

ລະບົບຄວບຄຸມຄວາມໄວອັດສະລິຍະ 10 ຟັງຊັ້ນແມ່ນຄ້າຍຄືລະບົບດັ້ງເດີມ - ເຊິ່ງໜຶ່ງສິ່ງທີ່ແຕກຕ່າງແມ່ນ ເຊັ້ນເຊີກວດຈັບການຈາລະຈອນທີ່ສະລໍໂຕໜ້າລົດ. ລົດຂອງທ່ານຈະຜ່ອນຄວາມໄວຕາມໄລຍະທີ່ຕັ້ງໄວ້. ແລະ ເມື່ອການຈະລາຈອນຫວ່າງລົດກໍ່ຈະໃຊ້ຄວາມໄວ້ຕາມປົກກະຕິທີ່ໄດ້ຕັ້ງໄວ້. ລະບົບການແຈ້ງເຕືອນການຕຳ ແລະ ລະບົບເບຣກສຳຮອງຈະແຈ້ງເຕືອນຫາກມີການກວດຈັບໄດ້ວ່າອາດຈະມີຄວາມສ່ຽງທີ່ຈະຕຳກັບລົດຄັນດ້ານໜ້າ ໂດຍຈະມີໄຟກະພິບ ແລະ ມີສຽງເຕືອນ ແລະ ຫາກທ່ານບໍ່ຕອບສະນອງທັນເວລາ ເບຣກຈະເຮັດວຽກລ່ວງໜ້າເພື່ອຄວາມໄວໃນການຊ່ວຍເບຣກ. ທີ່ປັດນ້ຳຝົນຈະເຮັດວຽກອັດຕະໂນມັດຫາກກວດຈັບໄດ້ວ່າມີງຝົນ ຫຼື ຫິມະທີ່ແວ່ນໜ້າລົດ

** ເມື່ອເປີດໃຊ້ການຕັ້ງຄ່າອັດຕະໂນມັດ

 

ລະບົບຊິ້ງ 3 (SYNC® 3)

ດ້ວຍລະບົບ SYNC 3 ທ່ານສາມາດເພີດເພີນກັບຄົນສົມບັດ SYNC ທີ່ຢອດຢ້ຽມທັງໝົດລວມເຖິງເທັກໂນໂລຊີ້ສັ່ງງານດ້ວຍສຽງ .27- ຮາດແວອັດສະລິຍະທີ່ເຂົ້າກັນກັບສອບແວ້ອັດສະລິຍະ: ໜ້າຈໍສຳພັດສີ ທີ່ອ່ານງາຍ ສາມາດສະແດງໂທລະສັບ, ສຽງ ແລະ ແຜນທີ່ ທີ່ສາມາດໃຊ້ໄດ້ຢ່າງສະດວກສະບາຍ ເທີ່ງໜ້າຈໍຫລັກ. ປະສິດທິພາບຄວາມໄວສູງ: ດ້ວຍການແຕະເບົ່າໆເທີງໜ້າຈໍສຳພັດໄປຈົນເຖິງຄຳສັ່ງສຽງແບບງ່າຍໆ SYNC 3 ມອບຄວາມໄວທີ່ໜ້າປະທັບໃຈ- ໜ້າຈໍສຳພັດແບບ Capacitive: ກັບການຕອບສະໜອງທີ່ໜ້າປະທັບໃຈ ເຊັ່ນ ຟີເຈີ້ການປັດນິ້ວທີ່ສະດວກ - ການຈົດຈຳສຽງຂັ້ນສູງ: ເວົາແບບທຳມະດາ ງ່າຍໆ. ລະບົບການນຳທາງແສນງາຍ: ດ້ວຍລະບົບການນຳທາງເສີ່ມ ທ່ນສາມາດຄົນຫາຮ້ານອາຫານ ແລະ ອີກຫຼາຍຢ່າງພຽງແຕ່ປ້ອນຄຳສັງແສ່ນງ່າຍ- ການເຮັດວຽກຮ່ວມກັບ ຊິຣິເປັນຢ່າງດີ: ເອົາຄວາມສາມາດຂອງ ຊິຣິ Siri® Eyes Free และiPhone® ມາໄວ້ໃນລົດທ່ານ.

 

ມັດສ໌ແຕັງ ບໍ່ເປັນເຈົ້າຂອງບໍ່ໄດ້ແລ້ວ

ການອອກແບບພາຍໃນ

ດ້ວຍຮູບລັກສະນະທີ່ໂສບສ່ຽວ, ແບບສະປອດ ແລະ ແອໂຣໄດນາມິກ. Mustang ແມ່ນມີເອກກະລັກທີ່ໂດດເດັນເປັນຂອງໂຕເອງ. ໃນ Mustang ລຸ້ນ 2017 ແມ່ນມີໄຟໜ້າແບບ HID ໄຟທ້າຍແບບ LED ທີ່ເປັນເອກກະລັກ ພ້ອມໄຟລຽວແບບລຽງ, ທໍໄອເສຍຄູ່ ແລະ ຊ່ອງລະບາຍອາກາດທີ່ກະໂປງໜ້າ ສຳລັບລຸ້ນ GT ແລະ ເພື່ອໃຫ້ເຂົ້າກັບສະໄຕທີ່ເປັນເອກກະລັກຂອງທ່ານເອງ Mustang ມາພ້ອມກັບໂຕເລືອກທີ່ຫລາກຫລາຍ ແລະ ການອອກແບບລໍ້ໃຫ້ເລືອກເຖິງ 12 ແບບ ຈາກ 17-20ນິ້ວ.

 

 

 

ຫ້ອງໂດຍສານ

ເບາະນັ່ງຄົນຂັບ - ຕັ້ງຢູ່ໃນຕຳແໜ່ງຕຳ່ແບບສະປອດ - ໃຫ້ການເດີນທາງສະດວກສະບາຍ ພວງມະໄລສາມາດປັບອຽງໄດ້ດ້ວຍໂຕເອງ ສິບເຕີ້ ເຮັດໃຫ້ມີຊ່ອງວ່າງພຽງພໍສຳລັບສວນຄວບຄຸມໃນ. ທີ່ວາງຈອກຢູ່ໃນຕຳແໜ່ງດ້ານນອກ. ທ່ານຈະເພີດເພີ່ນກັບຊ່ອງວ່າງຫົວເຄົ່າທີ່ກວ້າງຂວາງ ແລະ ບ່ອນວາງຕີນດ້ານຊ້າຍ (ແປ້ນຢຽບ) ທີ່ຕັ້ງໄວ້ທີ່ມຸມດຽວກັບຄັນເລັ່ງ

 

 

ເບາະນັ່ງ ຮ້ອນ ແລະ ເຢັນ

ເບາະນັ່ງຫຸ້ມດ້ວຍໜັງທັງດ້ານຄົນຂັບ ແລະ ຜູ້ໂດຍສານດ້ານໜ້າສາມາດປັບໄດ້ 6 ທິດທາງ ແລະ ຍັງປັບຮ້ອນເຢັນໄດ້. ໃນລຸ້ນ EcoBoost® Premium and GT Premium. ເບາະນັ້ງຄົນຂັບ ຮອງຮັບການປັບ ແລະ ບັນທຶກໄດ້

 

ຕາໄຟເປັນເອກກະລັກແບບ HID ແລະ LED

ຈະມາຫລືໄປ, Mustang ແມ່ນມີເອກກະລັກ ໂດຍໄຟ high-intensity discharge (HID) headlamps with signature LED lighting ແລະ ໄຟທ້າຍ ແລະ ໄຟລ້ຽວແບບລຽງ

 

ຂໍຕ້ອນຮັບເຂົ້າສູ່ການເຂົ້າໂຄ້ງ

ທາງຊື່ ແລະ ທ່າງແຄບ ເປັນເລື່ອງ ມ່ວນໃນການເລ່ງຄວາມໄວ. ແຕ່ບໍ່ມີຫຍັງໜ້າຕື່ນເຕັ້ນໄປກວ່າການຂັບຜ່ານໂຄ້ງທີ່ໜ້າຢ້ານ ແລະ ແນ່ນອນວ່າ ມັດແຕງ ລຸ້ນປີ 2018 ມາພ້ອມກັບ ໂຊກອັບຄອມໂບແບບໃໝ່, ຊ່ວງລ່າງທີ່ປັບແຕ່ງເປັນຢ່າງດີ ແລະ ເທກໂນໂລຊີ້ໃໝ່ລ່າສຸດ ມອບປະສົບການຂັບຂີ່ທີ່ມ່ວນຊື່ນສຸດໆ ໃນທຸກລຸ້ນ.

 

ຊ່ວງລ່າງດ້ານໜ້າ

ຊ່ວງລ່າງດ້ານໜ້າແບບ double ball joint ໃຫ້ການຂັບຂີ່ທີ່ມີປະສິດຕິພາບສູງ, ຊ່ວຍໃຫ້ເບຣກໃຫຍ່ຂື້ນກວ່າລຸ້ນກ່ອນ. ໂດຍບໍ່ມີກນຊົດເຊຍລໍ້ຫຼາຍເກີນໄປເຊີ່ງຈະສົ່ງຜົນຕໍ່ການບັບຄັບພວງມະໄລ.

 

 

ໝັ້ນໃຈໃນທຸກໂຄ້ງ

 

ລະບົບພວງມະໄລໄຟຟ້າທີ່ສະມາດເລືອກໄດ້ (EPAS)

ສາມາດເລືອກໄດ້ 3ແບບ: ແບບປົກກະຕິ- ແມ່ນໃຫ້ຄວາມສົມດຸນ. ແບບສະປອດ Sport • - ແມ່ນຕ້ອງການແຮງໃນການບັງຄັບລ້ຽວຫລາຍຂື້ນ. ແບບ ຄອມຟອດ Comfort - ການຕັ້ງຄ່າທີ່ກ່ຽງຂ້ອງກັບການບັງຄັບລ້ຽວໜ້ອຍທີ່ສຸດ

 

 

ສີ

 

 ພາຍນອກ

ພາຍໃນ

Get Offers