FORD RANGER RIDE DRIVE THAILAND IN PHUKET 2022

ເມື່ອວັນທີ 10 ພຶດສະພາ 2022 ຜ່ານມາ ທີ່ພູເກັດ ປະເທດໄທ, Ford ປະເທດໄທໄດ້ເຊີນຊວນສື່ມວນຊົນຈາກຫຼາຍປະເທດ ເພື່ອເຂົ້າຮ່ວມກິດຈະກຳທົດລອງຂັບ Next-Gen Ford Ranger ລົດກະບະທີ່ມາພ້ອມຄວາມສາມາດຮອບດ້ານ, ຄວາມແຂງແຮງ ແລະ ຕອບສະໜອງກັບທຸກການໃຊ້ງານທີ່ສຸດ. ເຊິ່ງການທົດລອງຂັບຄັ້ງນີ້ໄດ້ເລີ່ມຈາກເສັ້ນທາງພູເກັດ-ພັງງາ-ກະບີ່ ເທິງເສັ້ນທາງຖະໜົນລຽບໄປສູ່ທາງທີ່ມີສິ່ງກີດຂວາງ ເພື່ອນຳໃຊ້ເທັກໂນໂລຊີ ແລະ ອຸປະກອນທັນສະໄໝ ທີ່ອອກແບບມາເພື່ອຕອບສະໜອງການໃຊ້ງານຢ່າງຮອບດ້ານ ລວມທັງຄວາມສາມາດໃນການເຊື່ອມຕໍ່ສື່ສານກັບລົດໄດ້ຜ່ານແອັບພິເຄຊັນ FordPass ໃນການຍົກລະດັບປະສົບການໃຊ້ງານຂອງຜູ້ຂັບຂີ່ ແລະສຳລັບຜູ້ທີ່ກຳລັງຊອກຫາລົດມາໃຊ້ເຮັດວຽກ, ລົດສຳລັບຄອບຄົວ ແລະ ການເດີນທາງທ່ອງທ່ຽວ.

ສື່ມວນຊົນໄດ້ລອງຂັບຂີ່ລົດເທິງຖະໜົນຕາມເສັ້ນທາງຊື່ ແລະ ໂຄ້ງສະຫຼັບກັນ ເພື່ອໃຫ້ໄດ້ສຳຜັດເຖິງຄວາມອາດສະມາດຂອງເຄື່ອງຈັກ ຄວາມສະບາຍໃນຫ້ອງໂດຍສານ ທີ່ໃຫ້ຄວາມຮູ້ສຶກນຸ້ມນວນແບບລົດເກງ ລວມເຖິງການທົດລອງໃຊ້ເທັກໂນໂລຊີຊ່ວຍໃນການຂັບຂີ່ ເຊັ່ນ: ລະບົບຄວບຄຸມຄວາມໄວແບບຮັກສາໄລຍະຫ່າງອັດຕະໂນມັດ ພ້ອມລະບົບ Stop & Go ແລະ ລະບົບຄວບຄຸມລົດຢູ່ໃນຊ່ອງທາງ (Adaptive Cruise Control with Stop-and-Go and Lane Centering) ຟິວເຈີໃໝ່ໃນ Next-Gen Ford Ranger ທີ່ຈະຊ່ວຍໃຫ້ການເດີນທາງປອດໄພຍິ່ງຂຶ້ນ ເຊິ່ງແຕ່ລະລຸ້ນມີດັ່ງນີ້:

➡️ Next-Gen Ford Ranger ມາພ້ອມກັບເຄື່ອງຈັກດີເຊວເທີໂບດ່ຽວ ແລະ ເຄື່ອງຈັກດີເຊວເທີໂບຄູ່ຂະໜາດ 2.0 ລິດ 4 ສູບ ໂດຍລຸ້ນ Wildtrak ມາພ້ອມເຄື່ອງຈັກເທີໂບຄູ່ 2.0 ລິດ ຈັບຄູ່ກັບເກຍອັດຕະໂນມັດ 10 ສະປີດ ມີໃຫ້ເລືອກທັງແບບຂັບເຄື່ອນ 4 ລໍ້ ແລະ ແບບຂັບເຄື່ອນ 2 ລໍ້ ເປັນຄັ້ງທຳອິດ ແຮງ 210 ລິດ ທີ່ 3,750 ຮອບຕໍ່ນາທີ ແຮງບິດ 500 ນິວຕັນແມັດ ຢູ່ທີ່ 1,750-2,000 ຕໍ່ນາທີ.

➡️ ລຸ້ນ Wildtrak 4×2 ຕິດຕັ້ງເຄື່ອງຈັກດີເຊວເທີໂບດ່ຽວ 2.0 ລິດ ຈັບຄູ່ກັບເກຍອັດຕະໂນມັດ 6 ສະປີດ, ແຮງ 170 PS ທີ່ 3,500 ຮອບຕໍ່ນາທີ ພ້ອມແຮງບິດ 405 ນິວຕັນແມັດທີ່ 1,750-2,000 ຮອບຕໍ່ນາທີ.

➡️ ລຸ້ນ Sport ມາພ້ອມກັບເຄື່ອງຈັກດີເຊວເທີໂບດ່ຽວ 2.0 ລິດ ຈັບຄູ່ກັບເກຍອັດຕະໂນມັດ 6 ສະປີດ, ແຮງ 170 PS ທີ່ 3,500 ຮອບຕໍ່ນາທີ ແຮງບິດ 405 ນິວຕັນແມັດ ທີ່ 1,750-2,500 ຮອບຕໍ່ນາທີ.

ອົດໃຈລໍຖ້າ ໄວໆນີ້ພົບກັນ!

ລົງທະບຽນເພື່ອຮັບສ່ວນຫຼຸດ