Uncategorized

Lao Ford City Supported Face of Laos Event 2022

ໃນທີ່ສຸດກໍ່ໄດ້ແລ້ວ ນາງແບບ, ນາຍແບບຂອງເວທີ FACE of Laos ທີ່ໄດ້ຜ່ານການຕັດສິນເປັນທີ່ຮຽບຮ້ອຍແລ້ວໃນວັນທີ່ 7 ສິງຫາ ທີ່ຫາກໍ່ຜ່ານມານີ້. FACE of Laos ເປັນອີກໜຶ່ງເວທີການປະກວດທີ່ລາວຟອດຊີຕີຂອງພວກເຮົາໄດ້ເປັນສ່ວນໜຶ່ງຂອງການຈັດງານປະກວດໃນຄັ້ງນີ້. ເຊິ່ງລາວຟອດຊີຕີຂອງພວກເຮົາໄດ້ເອົາໃຈໃສ່ທຸກກຸ່ມຄົນບໍ່ວ່າຈະເປັນນ້ອງນັກຮຽນ, ນັກສຶກສາ, ອົງການ, ໄວກາງຄົນ ຫຼື ກຸ່ມຄົນລຸ່ນໃໝ່ ພວກເຮົາກໍ່ຍິນດີໃຫ້ການສະໜັບສະໜູນ. FACE of Laos ຊຶ່ງເປັນເວທີປະກວດເພື່ອຂັດເລືອກເອົາຜູ້ທີ່ເໝາະສົມທີ່ສຸດເພື່ອໄປເປັນຕົວແທນຂອງປະເທດລາວເຂົ້າປະກວດເວທີລະດັບສາກົນໃນການປະກວດ Face of Asia ທີ່ປະເທດ ສ.ເກົາຫຼີ ແລະໃນສຸດທ້າຍ ທ້າຍທີ່ສຸດພວກເຮົາກໍ່ໄດ້ຜູ້ຊະນະການປະກວດຈຳນວນທັງໝົດ 3 ທ່ານ ທີ່ຈະໄດ້ເປັນຕົວແທນເດີນທາງໄປປະກວດທີ່ ສ.ເກົາຫຼີ. ລາວຟອດຊີຕີໃນນາມຂອງຜູ້ສະໜັບສູໜູນຫຼັກຂອງເວທີປະກວດນີ້ ກໍ່ໄດ້ໃຫ້ນ້ອງໆຜູ້ເຂົ້າຮ່ວມການປະກວດນີ້ໄດ້ຈັດແຄມເປັນກ່ຽວກັບລົດຟອດ ຈຳນວວນ 4 ລຸ່ນດ້ວຍກັນເຊັ່ນ: Ford Ranger Raptor-X, Ranger Wildtrak-X, Everest ແລະ Ecosport ເຊິ່ງແຄມເປັນດັ່ງກ່າວພວກເຮົາກໍ່ໄດ້ໃຫ້ນ້ອງໆນຳສະເໜີລົດຟອດໃຫ້ຕົງກັບບຸກຂະລີກຂອງແຕ່ລະກຸ່ມຄົນ. https://www.youtube.com/watch?v=2M3Pi7xcbeEhttps://www.youtube.com/watch?v=rxTkd5FMrjshttps://www.youtube.com/watch?v=vdt5AMlcMXkhttps://www.youtube.com/watch?v=88bNiTFzDpA

BBGL Visited Lao Disabled Women Development Centre

ໃນທ້າຍເດືອນ ກໍລະກົດ ທີ່ຜ່ານມາ ທ່ານ ເວນ ແມັກອິນທອສ ຜູ້ຈັດການທົ່ວໄປຂອງບໍລິສັດ ລາວຟອດຊີຕີ ໄດ້ເຂົ້າຮ່ວມກຸ່ມສະມາຄົມນັກທຸລະກິດຂອງອັງກິດປະຈຳລາວ ທີ່ໄດ້ໄປຢ້ຽມຢາມສູນພັດທະນາແມ່ຍິງລາວພິການ ເພື່ອສຶກສາເບິ່ງຜົນງານທີ່ສ້າງແຮງບັນດານໃຈຂອງອົງກອນທີ່ບໍ່ສະແຫວງຫາຜົນກຳໄລນີ້ ອົງກອນນີ້ໄດ້ຝຶກອົບຮົມໃຫ້ຄົນພິການໃນຫຼາຍຂະແໜງການເພື່ອສ້າງຄວາມໝັ້ນໃຈ ແລະ ອິດສະລະພາບ ເພື່ອສະແດງໃຫ້ເຫັນວ່າແມ່ຍິງພິການກໍ່ມີຄຸນຄ່າແລະມີຄວາມສາມາດປະກອບສ່ວນເຂົ້າໃນຄອບຄົວ ແລະ ສັງຄົມ. ຈາກການຢ້ຽມຢາມຄັ້ງນີ້, ພວກເຮົາຍັງໄດ້ມີໂອກາດທົດລອງປັ້ນເຄື່ອງປັ້ນດິນເຜົາ, ຖັກແສ່ວ ແລະ ວິທີການນຳເອົາຂອງເກົ່າມານຳໃຊ້ຄືນໃໝ່ໃຫ້ເກີດປະໂຫຍດ ພາຍໃຕ້ການໃຫ້ຄຳປຶກສາຂອງຄູຝຶກຈາກສູນພັດທະນາແມ່ຍິງລາວພິການ.

ງານລາວອ໊ອບໂຣດເພື່ອການກຸສົນ

ສິ້ນສຸດລົງແລ້ວກັບງານແຂ່ງຂັນອ໋ອບໂຣດ ເພື່ອນ້ອງນັກຮຽນຄັ້ງທີ່ 5 ທີ່ສະໜາມກິລາ ຫຼັກ16 ໃນລະຫວ່າງວັນທີ່ 9-10 ກໍລະກົດທີ່ຜ່ານມາ ບໍລິສັດລາວຟອດຊີຕີເປັນໜື່ງໃນຜູ້ນຳເຂົ້າຜະລິດຕະພັນລົດຟອດໃນປະເທດລາວໄດ້ເຫັນວ່າການແຂ່ງຂັນລົດອ໋ອບໂຣດໃນຄັ້ງນີ້ແມ່ນການສະແດງໃຫ້ເຫັນເຖິງສັກກະຍະພາບແລະປະສິທິພາບຂອງຜະລິດຕະພັນລົດໃນແຕ່ລະຄ້າຍ ແລະ ລົດຟອດເຮົາກໍ່ໄດ້ຮ່ວມລົງແຂ່ງໃນຄັ້ງນີ້ດ້ວຍ. ບໍລິສັດລາວຟອດຊີຕີຂອງພວກເຮົາກໍ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນໃນການແຂ່ງຂັນຄັ້ງນີ້ໃນຈຳນວນເງິນ 20.000.000ກີບ ເພື່ອເປັນການລະດົມທືນໄປຊ່ວຍເຫຼືອນ້ອງນັກຮຽນທີ່ຂາດເຂີນອຸປະກອນການຮຽນ ທີ່ຢູ່ຫ່າງໄກສອກຫຼີກ ແລະ ພ້ອມກັນນັ້ນໃນງານພວກເຮົາຍັງມີບູສໃຫ້ຢ້ຽມຊົມລົດຟອດ ແລະ ທີ່ພິເສດໄປກວ່ານັ້ນຕ້ອງຂໍຂອບໃຈມາຍັງ ທ່ານ ພົມມະທັດ ແກ້ວມະນີວົງ ທີມງານລົດແຂ່ງທີ່ນຳໃຊ້ລົດຟອດ ເຣນເຈີ ມາໂຊທີ່ບູສຂອງລາວຟອດຊີຕີຂອງພວກເຮົາ ຍັງມີລົດທົດລອງຂັບໃຫ້ລູກຄ້າທົດລອງຂັບອີກດ້ວຍ.

Austcham Laos Event at Lao Ford City Showroom

ວຽງຈັນ 14 ກໍລະກົດ 2022, Austcham ລາວ ແມ່ນອົງກອນຕົວແທນຜົນປະໂຫຍດທາງທຸລະກິດໃຫ້ແກ່ລັດຖະບານແລະອົງການທີ່ບໍ່ຂຶ້ນກັບລັດຖະບານໃນ ສປປ ລາວ ພ້ອມທັງໃຫ້ບໍລິການທີ່ຫຼາກຫຼາຍໃຫ້ແກ່ສະມາສິກ. ໃນວັນທີ່ 14 ກໍລະກົດທີ່ຜ່ານມາ ລາວຟອດຊີຕີ ຮ່ວມກັບ AUSTCHAM Lao ໄດ້ຈັດງານ The Sundowner ຂຶ້ນມາ ເພື່ອເຊີນຊວນໃຫ້ນັກທຸລະກິດຕ່າງໆເຂົ້າຮ່ວມພົບປະສາງສັນກ່ຽວກັບທຸລະກິດຂອງພວກຕົນ ວ່າຊ່ວງວິກິດແບບນີ້ຈະມີວິທີຮັບມືກັບສະຖານະການແນວໃດ. ຜູ້ເຂົ້າຮ່ວມທັງໝົດສ່ວນຫຼາຍແມ່ນມາຈາກອົງ NGO, ອົງການ, ບໍລິສັດ, ບໍລິສັດຂຸດຄົ້ນແຮ່ທາດ ລວມເຖິງບໍລິສັດເຂື່ອນພະລັງງານໄຟຟ້າ ການຈັດງານຄັ້ງນີ້ອາດຈະເປັນໂອກາດໃຫ້ແກ່ລາວຟອດຊີຕີຂອງພວກເຮົາທີ່ຈະໄດ້ນ້ຳສະເໜີຜະລິດຕະພັນຂອງພວກເຮົາທີ່ມີຢູ່ຕອນນີ້ລວມໄປເຖິງຜະລິດຕະພັນໃໝ່ທີ່ກຳລັງຈະນຳເຂົ້າມາໄວໆນີ້ໃນທ່າມກາງຝຸ່ງຊົນຂອງຫົວໜ້າແລະຜູ້ຈັດການຂອງບໍລິສັດຕ່າງໆ

LAO FORD CUP 2022

ໃນຕອນບ່າຍຂອງວັນທີ 27 ມິຖຸນາ 2022 ທີ່ສະຫະພັນບານເຕະແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວ ການແຂ່ງຂັນບານເຕະ ຊິງຂັນ ສຕລ-ລາວຟອດ 2022 (LFF – Lao Ford Cup 2022) ຂຶ້ນ. ເປັນກຽດເຂົ້າຮ່ວມໃນພິທີມີທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ໄຊຊະນະ ທອງຄຳຈັນ ຫົວຫນ້າອະນຸກຳມະການຕະຫລາດ ແລະ ສື່ມວນຊົນ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ນາງ ກັນຍາ ແກ້ວມະນີ ເລເຂາທິການສະຫະພັນບານເຕະແຫ່ງຊາດລາວ, ທ່ານ ເວນ ແມັກອິນທ໊ອສ (Wayne McIntosh, Managing Director – Automotive, Sales) ຜູ້ບໍລິຫານຈັດການທົ່ວໄປ ບໍລິສັດ Lao Ford City ກໍ່ໄດ້ເຂົ້າມາຮ່ວມ. ນອກຈາກນັ້ນຍັງມີບັນດາແຂກ, ສື່ມວນຊົນ ແລະ ຕາງໜ້າຈາກສະໂມສອນ ກິລາບານເຕະ ກໍໄດ້ເຂົ້າມາຮ່ວມ. …

ລາວຟອດຊີຕີສະໜັບສະໜູນງານວັນຊາດສະຫະລັດອາເມຣິກາ

ໃນວັນທີ 17 ມິຖຸນາ 2022 ທີ່ຜ່ານມານີ້ທາງບໍລິສັດລາວ ຟອດຊີຕີ ທີ່ນອນຢູ່ໃນກຸມບໍລິສັດ RMAລາວ ເຊິ່ງເປັນບໍລິສັດ ໜຶ່ງທີ່ນຳເຂົ້າຜະລິດຕະພັນລົດຟອດ ,ລົດຟອດແມ່ນໄດ້ກຳເນີດມາຈາກມິຊີແກຣນ ສະຫະລັດອາເມຣິກາ ກໍ່ຕັ້ງໂດຍ ເຮນຣີ ຟອດ, ນັບຕັ້ງແຕ່ປີ1903 , ລົດໂມເດວ A ລຸ້ນແລກ ແລະ ອາເອັມເອລາວໃດ້ນຳເຂົ້າລົດຟອດນຳຕັ້ງແຕ່ປີ 2004, ຈົນຮອດປະຈຸບັນນີ້ ແລະ ໃນມື້ນີ້ວັນທີ17 ມິຖຸນາ ທີ່ຜ່ານມາທາງ ບໍລິສັດລາວຟອດໃດ້ເປັນສ່ວນໜຶ່ງໃນການຈັດງານສະເລີມສະຫລອງ ວັນຊາດຂອງເມລິກາໃນທຸກໆປີ ແລະ ໃນປີນີ້ແມ່ນໃດ້ຈັດທີ່ຮ້ານອາຫານຄາເເລັກເຕີ, ໃນງານດັ່ງກ່າວແມ່ນໃດ້ມີຜະລິດຕະພັນຫລາຍຜະລິດຕະພັນຈາກ ອາເມລິກາເຂົ້າຮ່ວມ ວາງສະແດງ, ຫນື່ງໃນນັ້ນກໍ່ແມ່ນລົດຟອດ.ບໍລິສັດລາວຟອດຊີຕີໃດ້ວາງສະແດງລົດ ຟອດ ແຣັບເຕີ ເອັກສ,ເອເວີເຣັດທ, ເອັສໂປເຣີ ແລະ ວາຍແທັກ ເອັກສ ແລະ ເພື່ອໃຫ້ງານດັ່ງກ່າວລະລຶກເຖິງຄວາມເປັນຟອດໃນແບບຄາດສິກ ທາງລາວຟອດຊີຕີໃດ້ເຊີນລູກຄ້າທີ່ມີລົດຄາດຊິກຂອງຟອດເຂົ້າຮ່ວມການວາງສະແດງ ແລະ ຂໍຂອບໃຈລູກຄ້າ ທ່ານ ວິລູນ ແສງດາລາ, ທ່ານ ສັນຕິສຸກ ລິດດາວົງ ແລະ …

ລາວຟອດຊີຕີສະໜັບສະໜູນ ອຸປະກອນສຳລັບເດັກນ້ອຍແລກເກີດໃຫ້ກັບອົງກອນ TAF The Asha

ໃນຊ່ວງວັນທີ 11 ເມສາ 2022, ທິ່ຜ່ານມານີ້ທາງທີມງານບໍລິສັດລາວຟອດຊີຕີ ຮ່ວມກັບ ສາມາຄົມ ເດິອາຊ່າ ຟາວເດເຊິນ (The Asha Foundation) ໄດ້ມີການມອບເຄື່ອງຊ່ວຍເຫຼື່ອ ແລະ ແບ່ງປັນນໍ້າໃຈໃຫ້ແກ່ເດັກແລກເກີດທີ່ມີຄວາມຂາດແຄນທາງດ້ານເຄື່ອງນຸ່ງຫົ່ມ, ນົມ, ຖົງຜ້າ ແລະ ອຸປະກອນສຳລັບເດັກນ້ອຍຕ່າງໆ.   ດັ່ງທີ່ເຮົາໄດ້ຮັບຂໍ້ມູນຈາກທາງສະມາຄົມ ເດິອາຊ່າ ຟາວເດເຊິນ (The Asha Foundation) ວ່າຍັງມີຫຼາຍຄອບຄົວທີ່ຕ້ອງການຄວາມຊ່ວຍເຫຼືອສຳລັບເດັກນ້ອຍເກີດໃໝ່, ເຊິ່ງການຊ່ວຍເຫຼືອຈາກທາງລາວຟອດຊີຕີໃນຄັ້ງນີ້ທາງເພວກຮົາກໍໄດ້ມອບໃຫ້ແກ່ຜູ້ປ່ວຍໂຮງໝໍ ມະໂຫສົດ, ໂຮງໝໍ ເດັກ, ເສດຖາທິລາດ ເປັນຈຳນນວນເງິນ 20,000,000 ກີບ. ຢ່າງໃດກໍຕາມທາງບໍລິສັດລາວຟອດຊີຕີຈະບໍ່ຢຸດໃຫ້ການຊ່ວຍເຫຼືອດີໆແບບນີ້ໃຫ້ແກ່ສັງຄົມ ແລະ ຍັງຈະສຶບຕໍ່ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຂາດເຂີນປັດໄຈຕ່າງໆ.   ດັ່ງທີ່ຜ່ານມາທາງບໍລິສັດລາວຟອດຊີຕີພວກເຮົາກໍ່ໄດ້ມີການຊ່ວຍເຫຼືອແກ່ສັງຄົມມາຕະຫຼອດທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ໃຫ້ການຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ, ໃນຫຼາຍປີທີ່ຜ່ານມາບໍລິສັດຟອດມໍເຕີຄອມປານີ ແລະ ບໍລິສັດລາວຟອດຊີຕີໄດ້ເລີ່ີມການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 – 2022 ນີ້: ປີ 2012 ໄດ້ເຮັດໂຄງການປູກຜັກຂອງໂຮງຮຽນທົ່ວນະຄອນຫຼວງເຊິ່ງໄດ້ມອບທຶນ 20,000ໂດລາ ປີ 2013 …

FORD RANGER RIDE DRIVE THAILAND IN PHUKET 2022

ເມື່ອວັນທີ 10 ພຶດສະພາ 2022 ຜ່ານມາ ທີ່ພູເກັດ ປະເທດໄທ, Ford ປະເທດໄທໄດ້ເຊີນຊວນສື່ມວນຊົນຈາກຫຼາຍປະເທດ ເພື່ອເຂົ້າຮ່ວມກິດຈະກຳທົດລອງຂັບ Next-Gen Ford Ranger ລົດກະບະທີ່ມາພ້ອມຄວາມສາມາດຮອບດ້ານ, ຄວາມແຂງແຮງ ແລະ ຕອບສະໜອງກັບທຸກການໃຊ້ງານທີ່ສຸດ. ເຊິ່ງການທົດລອງຂັບຄັ້ງນີ້ໄດ້ເລີ່ມຈາກເສັ້ນທາງພູເກັດ-ພັງງາ-ກະບີ່ ເທິງເສັ້ນທາງຖະໜົນລຽບໄປສູ່ທາງທີ່ມີສິ່ງກີດຂວາງ ເພື່ອນຳໃຊ້ເທັກໂນໂລຊີ ແລະ ອຸປະກອນທັນສະໄໝ ທີ່ອອກແບບມາເພື່ອຕອບສະໜອງການໃຊ້ງານຢ່າງຮອບດ້ານ ລວມທັງຄວາມສາມາດໃນການເຊື່ອມຕໍ່ສື່ສານກັບລົດໄດ້ຜ່ານແອັບພິເຄຊັນ FordPass ໃນການຍົກລະດັບປະສົບການໃຊ້ງານຂອງຜູ້ຂັບຂີ່ ແລະສຳລັບຜູ້ທີ່ກຳລັງຊອກຫາລົດມາໃຊ້ເຮັດວຽກ, ລົດສຳລັບຄອບຄົວ ແລະ ການເດີນທາງທ່ອງທ່ຽວ. ສື່ມວນຊົນໄດ້ລອງຂັບຂີ່ລົດເທິງຖະໜົນຕາມເສັ້ນທາງຊື່ ແລະ ໂຄ້ງສະຫຼັບກັນ ເພື່ອໃຫ້ໄດ້ສຳຜັດເຖິງຄວາມອາດສະມາດຂອງເຄື່ອງຈັກ ຄວາມສະບາຍໃນຫ້ອງໂດຍສານ ທີ່ໃຫ້ຄວາມຮູ້ສຶກນຸ້ມນວນແບບລົດເກງ ລວມເຖິງການທົດລອງໃຊ້ເທັກໂນໂລຊີຊ່ວຍໃນການຂັບຂີ່ ເຊັ່ນ: ລະບົບຄວບຄຸມຄວາມໄວແບບຮັກສາໄລຍະຫ່າງອັດຕະໂນມັດ ພ້ອມລະບົບ Stop & Go ແລະ ລະບົບຄວບຄຸມລົດຢູ່ໃນຊ່ອງທາງ (Adaptive Cruise Control with Stop-and-Go and Lane Centering) ຟິວເຈີໃໝ່ໃນ Next-Gen …

ງານເປີດໂຕລົດຕູ້ Ford Transit 4×4

ວຽງຈັນ ລາວ, ວັນທີ່ 7 ມີນາ, 2022 ລາວຟອດ ຊີຕີ ທີ່ງານ Vientiane Motor Show ໄດ້ມີການເປິດຕົວລົດ Ford Transit 4×4 Conversion ເຊິີ່ງການເປີດຕົວຄັ້ງດັ່ງກ່າວແມ່ນເປັນກຽດນຳສະເໜີໂດຍທ່ານ ເວນ ແມັກອີນທ໋ອດ ຜູ້ອຳນວຍການທົ່ວໄປຂອງ ບໍລິສັດ ລາວຟອດຊີຕີ ແລະ ທ່ານ ວິໄລສັກ ບໍລິບູນ ຫົວໜ້າຝ່າຍຂາຍຍົກ ຂອງ ບໍລິສັດ ລາວຟອດຊີຕີ. ພວກເຮົາຢາກນຳສະເໜີໃຫ້ຮູ້ວ່າ ລົດ Ford Transit 4×4 conversion ແມ່ນລົດດັດແປງລຸ່ນພິເສດທີ່ພັດທະນາຈາກທາງທີມ RMA SV ໄທແລນ ທີ່ໃຫ້ມາພ້ອມກັບອ໋ອບຊັນເສີມ ດັ່ງລາຍລະອຽດດ້ານລຸ່ມນີ້:ພາດທາມ 4X4 ພ້ອມ ດິບລ໋ອກ.ລະບົບຊ່ວງລ່າງສຳລັບອ໋ອບໂຣດ ພ້ອມການພັດທະນາ ໂຊກອັບໃໝ່ absorbers, ສະປີງ, ເພົາຂັບ, ເພົາ ແລະ ລະບົບຊ່ວງລ່າງ.ຄວາມສູງຈາກພື້ນ 24cm …

ລົງທະບຽນເພື່ອຮັບສ່ວນຫຼຸດ