Uncategorized

ລາວຟອດຊີຕີແຈກໂຊກໃຫ່ຍໃຫ້ລູກຄ້າ

ລາວຟອດຊີຕີຈັດແຄມເປນຄືນກຳໄລໃຫ້ລູກຄ້າ ທີ່ອອກລົດຕັ້ງແຕ່ງຕົ້ນປີ 2022 ຫາຕົ້ນປີ 2023ນີ້ ດ້ວຍຄູປອງຈັບສະຫຼາກລຸ້ນໂຊກລລາງວັນລົດໃຫ່ຍ ແລະ ເຄື່ອງໃຊ້ໄຟຟ້າອີກຫຼາຍລາຍການ ແລະ ໃນທີ່ກໍ່ສິ້ນສຸດການລໍຖ້າ ພວກເຮົາລາວຟອດຊີຕີ ຂໍສະແດງຄວາຍິນດີມານຳລູກຄ້ານາມວ່າ ທ່ານ ກໍລະກັນ ວົງສີດອນ ທີ່ໂຊກດີທີ່ໃດ້ຮັບລາງວັນໃຫ່ຍ ລົດຟອດ ເທຣິທໍຣີຈາກທາງລາວຟອດຊີຕີ ໃນແຄມເປນເເຈກໂຊກໃຫຍ່ຫຼາຍກວ່າ 700 ລ້ານກີບ, ລາວຟອດຊີຕີແຈກແທ້ແຈກຈິງ ແຈກໃຫ້ກັບລູກຄ້າທີ່ອອກລົດຟອດທຸກລຸ່ນຕັ້ງແຕ່ຕົ້ນປີ 2022 ເຖິງເດືອນມີນາ 2023 ເຖິງວ່າລູກຄ້າທີ່ອອກລົດກັບພວກເຮົາຈະໃດ້ລົດງາມໆ ແລະ ຂອງແຈກຂອງແຖມຫຼາຍຢ່າງໄປແລ້ວ ຍັງຈະໃດ້ຄູປອງລຸ້ນໂຊກໃຫຍ່ຄື: ບັດພິດຊ່າ 500,000 ກີບຈຳນວນ 10 ລາງວັນ, ບັດນ້ຳມັນ 1,000,000ກີບ ຈຳນວນ 5 ລາງວັນ, ໂທລະສັບ ຈຳນວນ 3 ລາງວັນ, ລຳໂພງ JBLຈຳນວນ 3 ລາງວັນ, ສາຍຄໍຄຳ ຈຳນວນ 2 ລາງວັນ, ລົດຈັກ Honda wave …

ຄາຣາວານເພື່ອການກຸສົນຮ່ວມໃຈຕ້ານໄພໜາວ

ຄາຣາວານທ່ອງທ່ຽວ ເພື່ອການກຸສົນຮ່ວມໃຈຕ້ານໄພໜາວລາວຟອດຊີຕີ ສາຂາສະຫວັນນະເຂດ ແລະ ສາຂາປາກເຊ ຍິນດີທີ່ໃດ້ເຂົ້າຮ່ວມຊ່ວຍເຫຼືອສັງຄົມໃນງານ ຄາຣາວານທ່ອງທ່ຽວ ເພື່ອການກຸສົນຮ່ວມໃນຕ້ານໄພໜາວທີ່ ຈຸດສຸມ ລາດຫໍ້-ຜາບັງ ເມືອງເຊໂປນ ແຂວງ ສະຫວັນນະເຂດ ໂດຍມີລົດຟອດທັງໝົດເຂົ້າຮ່ວມ 16 ຄັນ ແລະ ຮ່ວມບໍລິຈາກເງິນຊ່ວຍເຫຼືອອຸປະກອນການຮຽນ ແລະ ອຸປະກອນກິລາໂດຍຄາຣາວານທ່ອງທ່ຽວເພື່ອການກຸສົນຕ້ານໄພໜາວໃນຄັ້ງນີ້, ເປັນອີກໂຄງການໜຶ່ງທີ່ຊ່ວຍ ຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ການດຳລົງຊີວິດຂອງປະຊາຊົນ, ເຄື່ອງທີ່ນຳໄປມອບໃນຄັ້ງນີ້ ແມ່ນໄດ້ມາຈາກການປະກອບສ່ວນຂອງ ສັງຄົມທັ້ງສອງປະເທດ ເປັນຕົ້ນແມ່ນ: ເຄືອງນຸ່ງຫົ່ມ, ເຂົ້າສານອາຫານແຫ້ງ, ອຸປະກອນການຮຽນ-ການສຶກສາ, ເຄື່ອງອຸປະກອນກິລາ ແລະ ເຄື່ອງໃຊ້ທີ່ຈຳເປັນພາຍໃນຄົວເຮືອນ ພ້ອມເງິນສົດຈຳນວນໜຶ່ງ, ລວມມູນຄ່າທັງໝົດແມ່ນ 200ລ້ານກີບ. ໃນນີ້ລວມມີ 5 ບ້ານດ້ວຍກັນຄື: ບ້ານ ຜາບັງ, ທ່າຜິງ, ລະເວີນ, ໃໝ່ທ່າແດງ ແລະ ບ່ານສະປອງ, ມີ 2 ໂຮງຮຽນຄື: ມສ ຜາບັງ, ໂຮງຮຽນບ້ານໃໝ່ …

ຄາລາວານຟອດເທຣິທໍຣີງ່າຍທຸກການຂັບຂີ່

ທຸກຮອຍຍີ້ມ ຄືຄວາມປະທັບໃຈຂອງພວກເຮົາ ກັບການແບ່ງປັນຄວາມສຸກໃຫ້ນ້ອງໆນັກຮຽນ ທີ່ໂຮງຮຽນປະຖົມສົມບູນ ບ້ານນາຂອບ ເມືອງ ເຟືອງ ແຂວງວຽງຈັນ. ໃນວັນທີ່ 18-19 ກຸມພາ, ບໍລິສັດ ລາວຟອດຊີຕີ ພ້ອມດ້ວຍຂະນະລູກຄ້າຜູ້ທີ່ຊົມໃຊ້ລົດຟອດ ເທີຣິທໍຣີ ໄດ້ຮ່ວມຕົວກັນຈັດງານຄາລາວານ ພາຍໃຕ້ສະໂລແກນທີ່ວ່າ “Ford Territory Make It Easy Drive” ເພື່ອການກຸສົນຊ່ວຍເຫຼືອນ້ອງນັກຮຽນທີ່ຂາດເຂີນອຸປະກອນການຮຽນ ແລະ ຮ່ວມກັນບູລະນະໂຮງຮຽນໃຫ້ໃໝ່ ເຊິ່ງໃນການເດີນທາງຄັ້ງນີ້ມີລົດເຂົ້າຮ່ວມທັງໝົດ 25 ຄັນ ລວມມູນຄ່າການບໍລິຈາກທັງໝົດ 120,000,000 ກີບ. ທັງນີ້ທັ້ງນັ້ນ, ການໄປຄາລາວານໃນຄັ້ງນີ້ພວກເຮົາຍັງໄດ້ສາທິດ ແລະ ແນະນຳການນຳໃຊ້ອ໋ອບຊັນລົດໃຫ້ຖືກວິທີ ເຊັ່ນ: ລະບົບ Auto Hold, ລະບົບຄວບຄຸມຄວາມໄວ, ລະບົບແລ່ນໃນເລນ, ໂໝດຂັບຂີ່ແບບສະປອດ ແລະ ແບບປະຢັດ ເຊິ່ງລະບົບເຫຼົ່ານີ້ຈະຊ່ວຍໃຫ້ຂັບຂີ່ສະດວກສະບາຍຂຶ້ນ ແລະ ປະຢັດນ້ຳມັນໃນການເດີນທາງ ສຸດທ້າຍນີ້ພວກເຮົາຕ້ອງຂໍຂອບໃຈມາຍັງລູກຄ້າທຸກທ່ານ ທີ່ຊ່ວຍເຮັດໃຫ້ມື້ນີ້ຂອງພວກເຮົາໃຫ້ສຳເລັດ ແລະ ມີນ້ຳໃຈທີ່ຢາກຈະຊ່ວຍເຫຼືອຮ່ວມກັນ.  ສຳລັບລູກຄ້າທ່ານໃດທີ່ຢາກຈະຮ່ວມກິດຈະກຳເດີນທາງແບບນີ້ກັບພວກເຮົາ ຕິດຕາມເພສພວກເຮົາໄວ້ເລີຍ.

ລາວຟອດຊີຕີສະໜັບສະໜູນສະມາຄົມລາວ – ຈີນ

ນະຄອນຫຼວງວຽງຈັນ, ລາວ. ວັນທີ 25 ມັງກອນ 2023, ບໍລິສັດລາວຟອດຊິຕີ ໄດ້ຮຽນເຊີນ ທາງຄະນະເຊີດສິງໂຕ ຂອງສະມາຄົມຈີນມາເຊີດສິງໂຕເພື່ອສະເຫຼີມສະຫຼອງປີໃໝ່ຈີນ(ກຸດຈີນ) ເພື່ອອວຍພອນໄຊໃຫ້ເປັນສິຣິມຸງຄຸນໃນປີໃໝ່ຈີນໃນຄັ້ງນີ້ ແລະ ໃນຕອນບ່າຍຂອງມື້ດຽວກັນ ທາງລາວຟອດຊິຕີໃດ້ຈັດກຽມອາຫານ ແລະ ເຄື່ອງດື່ມເພື່ອຕ້ອນ ແລະ ຮັບປະທານອາຫານທ່ຽງກັບສະມາຄົມຈີນເພື່ອພົບປະ,ໂອ້ລົມ ໃນການເຊີນຂະນະເຊີດສິງໂຕໃນຄັ້ງນີ້ພວກເຮົາຍັງມີການສະໜັບສະໜູນເຄື່ອງນຸ່ງ ແລະ ລົດເພື່ອນຳໃຊ້ໃນການແຫ່ຂະບວນ 3 ລຸ້ນດ້ວຍກັນຄື: Transits 4X4 Conversion, Next-Gen Ranger XLT ແລະ Next-Gen Everest Trend ລວມມູນຄ່າທັງໝົດເປັນຈຳນວນເງິນ 25,000,000 ກີບ. ທ້າຍນີ້ ທາງບໍລິສັດ ລາວຟອດຊິຕີ້ ຂໍອວຍພອນໄຊໃຫ້ທຸກທ່ານ ສຸຂະພາບແຂງແຮງ, ປາຖະໜາສິ່ງໃດ ຂໍໃຫ້ໃດ້ສົມປາຖະໜາ ແລະມີຄວາມສຸກຕະຫຼອດປີ.

ລາວຟອດຊີຕີສະໜັບສະໜູນງານເທດສະການອາຫານລາວ 2023

ໃນວັນທີ່ 24 ມັງກອນ 2023 ທີ່ຜ່ານມາ ສະຫະພັນແມ່ຍິງລາວ ຮ່ວມກັບ ສະມາຄົມແມ່ຍິງທຸລະກິດໃດ້ມີພິທີ່ເປີດງານ ເທດສະການອາຫານລາວ ທີ່”ແຄມຂອງ ເຈົ້າອານຸວົງ “  ເຊິ່ງພາຍໃນງານໃດ້ມີ ຜູ້ປະກອບການຫ້າງຮ້ານແລະຫົວໜ່ວຍທຸລະກິດຕ່າງໆໃດ້ເຂົ້າຮ່ວມ ເພື່ອສົ່ງເສີມ ການທ່ອງທ່ຽວ ລວມທັງການອະນຸລັກ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີຂອງອາຫານລາວ ທີ່ໄດ້ຕິດພັນກັບການທ່ອງທ່ຽວ ພາຍໄຕ້ຄຳຂວັນທີ່ວ່າ “ສົ່ງເສີມອາຫານລາວ ໃຫ້ໄດ້ການຍອມຮັບຈາກສາກົນ”. ງານໃນປີນີ້ ແມ່ນໃດ້ຈັດຂຶ້ນ 5 ມື້ຄື: ວັນທີ່ 24-28 ມັງກອນ 2023, ເລີ້ມແຕ່ເວລາ 9:00 ໂມງເຊົ້າ ຫາ 10:00 ຂອງທຸກໆມື້, ພາຍໃນງານ ມີທັງໝົດ 180 ບູດ, ເຊິ່ງລວມມີຮ້ານອາຫານລາວ,ອາຫານພື້ນເມືອງ,ອາຫານສາກົນ ແລະຜະລິດຕະພັນກະເສດ ຈຳນວນ 163 ບູດ ແລະ ຫັດຖະກຳ 18 ບູດ ,ໃນງານດັ່ງກ່າວ ຄາດວ່າຈະໄດ້ຮັບລາຍໄດ້ປະມານ 3-4 ຕື້ກີບ, …

ງານລ້ຽງພົບປະລູກຄ້າໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ລົດ

ການນຳສະເໜີກ່ຽວກັບການໃຫ້ຄວາມຮູ້ໃນການນຳໃຊ້ລົດຢ່າງຖືກວິທີ,ນຳສະເໜີກ່ຽວກັບ ລະບົບຮັກສາຄວາມປອດໄພໃນການຂັບຂີ່ລົດ,ຄວາມສຳຄັນໃນການນຳໃຊ້ເຂັມຂັດນິລະໄພ,ນຳສະເໜີກ່ຽວກັບການບຳລຸງຮັກສາລົດດ້ວຍຕົວຂອງທ່ານເອງ ແລະ ນຳສະເໜີກ່ຽວ ກັບກຸ່ມບໍລິສັດອາເອັມເອ ເພື່ອໃຫ້ລູກຄ້າໄດ້ຮູ້ວ່າທຸລະກິດຂອງພວກແມ່ນຫຍັງ ນອກຈາກນີ້ເຮົາຍັງນຳສະເໜີກ່ຽວກັບການບໍລິການຂອງພວກເຮົາໃຫ້ລູກຄ້າໄດ້ຮັບຮູ້ ວ່າເຮົາມີທີມງານດ້ານບໍລິການທີ່ມີຄຸນນະພາບ ທີ່ຜ່ານການຝືກອົບຮົມມາເປັນຢ່າງດີເພື່ອບໍລິການລູກຄ້າທຸກທ່ານ ເພາະສະນັ້ນ ລູກຄ້າຂອງພວກເຮົາຈື່ງສາມາດໄວ້ວາງໃຈຫາກທຸກທ່ານສົ່ງລົດມາຮອດມືເຮົາ ພວກເຮົາໄດ້ຈັດງານນີ້ຂື້ນໃນວັນສຸກທີ່ຜ່ານມາ ທີ່ສູນ ບໍລິການຫຼັງການຂາຍ ລາວຟອດ ຊີຕີ ເຮົາມີອາຫານ ແລະ ເຄື່ອງດື່ມໄວ້ບໍລິການລູກຄ້າຕະຫຼອດງານ ແລະ ຍັງມີກິດຈະກຳອື່ນໆອີກຫຼາກຫຼາຍເຊັ່ນ: ເກມ ຖາມຕອບ ສຳລັບລູກຄ້າທ່ານໃດທີ່ຕ້ອງການຮູ້ຂໍ້ມູນເພີ່ມເຕີມ ຫຼື ມີຄຳຖາມ ສາມາດສອບຖາມ ເພື່ອຮັບຂອງລາງວັນຈາກພວກເຮົາ ຍັງບໍ່ໝົດພຽງເທົ່ານີ້ ເຮົາຍັງມີກິດຈະກຳສຳລັບເດັກນ້ອຍ ທີ່ເຂົ້າມາຮ່ວມພາຍໃນງານໃຫ້ໄດ້ຮ່ວມມ່ວນຊື່ນນຳກັນ ເປັນການແຕ້ມຮູບລະບາຍສີ ເພື່ອຮັບຂອງຂວັນເປັນກະເປົ໋າເປ້ ບໍ່ພຽງເທົ່ານັ້ນເຮົາຍັງມີການຈັບສະຫຼາກຮັບລາງວັນໃຫຍ່ສຳລັບລູກຄ້າທີ່ເຂົ້າມາຮ່ວມງານ ແລະ ໄດ້ຂຽນຄູປອງ.

ຟອດສະໜັບສະໜູນທີມປັ່ນລົດຖີບເຮັດໄດ້

ວຽງຈັນ, ລາວ, ລາວຟອດຊີຕີ ໄດ້ໃຫ້ການສະໜັບສະໜູນທີມ “ເຮັດໄດ້” ໂຄອງການປັ່ນລົດຖີບເພື່ອລະດົມເງິນທຶນທີ່ຈະເອົາໄປຊ່ວຍ ໂຮງໝໍເດັກ ເພື່ອນລາວ ໃນຫຼວງພະບາງ. ໂຮງໝໍເດັກ ເພື່ອນລາວ ແມ່ນໂຮງໝໍທີ່ບໍ່ສະແຫວງຜົນກຳໄລໃດໆ ເປັນໂຮງໝໍເດັກທີ່ບໍ່ເສຍຄ່າແຫ່ງດຽວໃນພາກພື້ນ ທີີ່ຂຶ້ນກັບຜູ້ໃຫ້ທຶນເອກະຊົນທີ່ຈະໃຫ້ບໍລິການໂດຍບໍ່ເສຍຄ່າຢ່າງເຊັ່ນພວກເຮົາແມ່ນຜູ້ທີ່ບໍລິຈາກເງິນທຶນໃຫ້ແກ່ໂຮງໝໍດ້ວຍຕົວເຮົາເອງ. ໂຄງການນີ້ຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອທຸກຄົນຊ່ວຍກັນລະດົມທຶນ. ແລະແນ່ນອນ, ບໍລິສັດ ລາວຟອດຊີຕີ ກໍໄດ້ເປັນສ່ວນໜຶ່ງຂອງໂຄງການນີ້ ໂດຍການໃຫ້ການສະໜັບສະໜູນລົດສອງຄັນພ້ອມຄົນຂັບໄປນຳເພື່ອຮອງຮັບທຸກການບາດເຈັບໃນເວລາເດີນທາງຕະຫຼອດເຖິງຈຸດໝາຍປາຍທາງ. ການເດີນທາງໃນຄັ້ງນີ້ແມ່ນໃຫ້ການເຂົ້າຮ່ວມຈາກນັກ​ປັ່ນທັງໝົດ 25 ເຊິ່ງ​ຈະ​ເລີ່ມ​ປັ່ນລົດຖີບ​ໃນ​ໄລຍະ​ເກືອບ 400 ກິໂລແມັດ ຜ່ານ​ແຂວງ​ໄຊ​ສົມບູນ ແລະ ແຂວງ​ບໍລິ​ຄຳ​ໄຊ ລະຫວ່າງ​ວັນ​ທີ 1-4 ທັນວາ 2022.

Owner Clinic Event at Lao Ford City

ໃນວັນທີ່ 19 ສິງຫາທີ່ຜ່ານມາ ລາວຟອດຊີຕີນະຄອນຫຼວງວຽງຈັນ ໄດ້ຈັດງານພົບປະສັງສັນລະຫວ່າງລູກຄ້າທີ່ນຳໃຊ້ລົດຟອດ ເພື່ອໃຫ້ລູກຄ້າຟອດທຸກທ່ານໄດ້ແລກປ່ຽນປະສົບໃນການນຳໃຊ້ລົດຟອດໃນ ທັງນີ້ທັງນັ້ນ, ຍັງເປັນການເຜີຍແຜ່ໃຫ້ມູນທາງເທັກນິກກ່ຽວກັບການນຳໃຊ້ຍານພາຫະນະໃຫ້ຖືກຕ້ອງຕາມວິທີແລະຖືກກົດຈາລະຈອນ ໂດຍເປັນການໃຫ້ຄຳບັນຍານຈາກທ່ານ ສັນຍາ ບຸນເພງອະນຸຮັກ ຫົວໜ້າຝ່າຍບໍລິການຫຼັງການຂາຍ ພາຍໃນງານຄັ້ງນີ້ພວກເຮົາມີຜູ້ເຂົ້າຮ່ວມຫຼາຍກວ່າ 350 ທ່ານ. ແລະພວກເຮົາຍັງໄດ້ແຈກຂອງລາງວັນໃຫ້ແກ່ລູກຄ້າທີ່ມາຮ່ວມງານນຳພວກເຮົາ ບໍ່ວ່າຈະເປັນເຄື່ອງໃຊ້ໄຟຟ້າ, ຖົງເກັບຄວາມເຢັນ, ກະບອກນ້ຳ, ຄັນຮົ່ມ, ໂທລະສັບມືຖື, ກະເປົາ ແລະ ອື່ນໆ…ລາວຟອດຊີຕີຕ້ອງຂໍຂອບໃຈລູກຄ້າທຸກທ່ານທີ່ເສຍສະຫຼະເວລາຂອງທ່ານມາຮ່ວມງານໃນຄັ້ງນີ້ ແລ້ວພົບກັນໃໝ່ໃນໂອກາດໜ້າ.

ລົງທະບຽນເພື່ອຮັບສ່ວນຫຼຸດ