ແພັກເກັດບໍາລຸງຮັກສາລົດ

ເຄັດລັບ ແລະ ຄູ່ມືການໃຊ້ງານ

ກ່ຽວກັບຄູ່ມື ຄູ່ມືນີ້ຊ່ວຍຕອບຄຳຖາມລະຫວ່າງການບຳລຸງຮັກສາປະຈຳວັນ ແລະ ການໃຊ້ລົດ. ຈຸດປະສົ່ງແມ່ນເພື່ອຊ່ວຍໃຫ້ທ່ານໃຊ້ລົດໄດ້ຢ່າງໝັ້ນໃຈ. ຄຳເຕືອນ: ມີສະຕິທຸກຄັ້ງທີ່ທ່ານໃຊ້ລົດ ແລະ ຄຸນສົມບັດຂອງລົດ ໝາຍເຫດ: ຄູມືນີ້ອະທິບາຍຟີເຈີ້ ແລະ ຕົວເລືອກຕ່າງໆ, ບາງໂຕແມ່ນຍັງອາດຈະຍັງບໍ່ທັນເປີດໂຕ. ເຊິງອາດອະທິບາຍບໍ່ຕົງກັບລົດຂອງທ່ານ. ໝາຍເຫດ: ຮູບປະກອບບາງອັນໃນຄູ່ມືນີ້ອາດຈະໃຊ້ເພື່ອລຸ້ນລົດທີ່ແຕກຕ່າງກັນ, ຊື່ງຫລາຍຮູບອາດຈະແຕກຕ່າງຈາກລົດຂອງທ່ານ, ແນວໃດກໍ່ຕາມ ຂໍ້ມູນສຳຄັນຕ່າງໆໃນຮູບແມ່ນຖືກຕ້ອງ. ໝາຍເຫດ: ຮັກສາກົດຈາລະຈອນ ແລະ ຂໍ້ບັງຄັບທຸກຄັ້ງທີ່ໃຊ້ລົດ. ລົດສະໄໝໃໝ່ທີ່ມີເທັກໂນໂລຊີ ແລະ ຟີເຈີຄວາມປອດໄພຂັ້ນສູງ. ສິ່ງສຳຄັນແມ່ນຕ້ອງສ້າງຄວາມຄຸ້ນເຄີຍຕໍ່ໂຄງສ້າງ ແລະ ການໃຊ້ງານຂອງລົດ. ໂດຍຄູ່ມືນີ້ໃຊ້ເພື່ອແນະນຳທ່ານກ່ຽວກັບຄຸນສົມບັດ ແລະ ແນວທາງທົ່ວໄປໃນການໃຊ້ງານ. ໝາຍເຫດ: ຂໍ້ມູນໃນຄູ່ມືນີ້ໃຊ້ສຳລັບອ້າງອີງເທົ່ານັ້ນ ແລະ ບໍ່ສາມາດໃຊ້ແທນກັບຄູ່ຄືຂອງເຈົ້າຂອງລົດ. ພວກເຮົາແນະນຳໃຫ້ທ່ານອ່ານຄູມືນີ້ເພື່ອຄວາມເຂົ້າໃຈ. ຊື່ງຈະອະທິອາຍລາຍລະອຽດພື້ນຖານ ແລະ ການຕັ້ງຄ່າຕ່າງໆຂອງລົດ. ໂດຍສະເພາະຂໍ້ມູນສຳຄັນກ່ຽວກັບວິທີ່ການໃຊ້ລົດຢ່າງຖືກຕ້ອງ ແລະ ປອດໄພ. ຄຳແນະນຳການປ່ຽນອາໄຫລ່ ລົດຂອງທ່ານຖືກສ້າງຂື້ນມາດ້ວຍມາດຕະຖານສູງສຸດ ແລະ ອາໄຫລ່ທີ່ມີຄຸນນະພາບ. ເຮັດໃຫ້ລົດຂອງທ່ານສາມາດເພີດເພີນກັບການໃຊ້ງານໄດ້ຍາວນານ. ພວກເຮົາແນະນຳໃຫ້ທ່ານໃຊ້ອາໄຫລ່ແທ້ທຸກຄັ້ງທີ່ມີການສ້ອມແປງຫລືບຳລຸງຮັກສາ. ທ່ານສາມາດຮູ້ໄດ້ວ່າອາໄຫລທີ່ເປັນຂອງແທ້ຈາກຟອດຈາກເຄື່ອງໝາຍ FoMoCo ຫລື Motorcraft ທີ່ອາໄຫລ ຫຼື ບັນຈຸພັນ. ໄຟໜ້າ ຈຸດສຳຄັນຂອງໄຟໜ້າແມ່ນຄວາມສະຫວ່າງ. ສະຫວ່າງເກີນໄປ …

ໝໍ້ໄຟ

ໝໍ້ໄຟສຳລັບລົດຟອດເທົ່ານັ້ນ ຖ້າທ່ານກຳລັງເບີ່ງຫາໝໍ້ໄຟສຳລັບປ່ຽນໃຫ້ລົດຂອງທ່ານ. ໝໍ້ໄຟແທ້ຈາກຟອດເປັນທາງເລືອກທີ່ດີທີສຸດສຳລັບທ່ານ. ທຸກໝໍ້ໄຟທີ່ເປັນອາໄຫລ່ແທ້ແມ່ນຖືກຜະລິດຈາກໂຮງງານໂດຍເທັກໂນໂລຊີ້ລ້າສຸດທີ່ຖືກອອກແບບຈາກຜູ້ຊ່ຽວຊານ. ພວກມັນມອບພະລັງງານທີ່ຄົງທີ່ໃຫ້ກັບລົດດ້ວຍເທັກໂນໂລຊີ້ຂັ້ນສູງໃນສະພາບແວດລອມທີ່ຫລາກຫລາຍ. ທຸກສູນບໍລິການຂອງຟອດມອບການກວດເຊັກສະພາບໝໍ້ໄຟ ໂດຍບັດຕິດຕາມສຸກຂະພາບໝໍ້ໄຟພຽງແຕ່ສອງສາມນາທີ. ແລະຍັງມາພ້ອມກັບການຮັບປະກັນ 1ປີ ຫຼື 20,000 ກມ. ຕາມເງື່ອນໄຂ. Lao Ford City Vientiane Mon-Sat 8AM-5PM Souphanouvong Avenue, Khunta Village, Sikhottabong District, Vientiane Capital 021-241-108, 021-244-408 Google Map Lao Ford City Savannakhet Mon-Sat 8AM-5PM Kaisone Phomvihan Road KM7, Oudomvilay Village, Kaisone Phomvihan District, Savannakhet Province 030-2003-002 Google Map Lao Ford City Luang …

Brake

ເບລກ

ລາຍການເບຣກຈາກຟອດ ມໍໂຕຄຣາບທີ່ພວກເຮົາແນະນຳ ດ້ວຍຜະລິດຕະພັນ ເບຣກ ແລະ ຜ້າເບຣກຂອງຟອດ. ລູກຄ້າສາມາດສຳພັດໄດ້ເຖິງປະສິດຕິພາບເມື່ອພວກເຂົາຂັບລົດອອກຈາກຫ້ອງຂາຍຄັ້້ງແລກ. ບໍ່ພຽງແຕ່ໃຫ້ຄວາມສົມດຸນ, ແຕ່ຍັງລົດສຽງລົບກວນ ແລະ ແຮງສັນສະເທືອນ. ພວກມັນຖືກສ້າງຂື້ນມາດ້ວຍຄວາມເຂົ້າໃຈຢ່າງແທ້ຈິງ. ໂດຍຍັງມາພ້ອມກັບການຮັບປະກັນຈາກ Motorcraft®. ແລະ ຍັງມາພ້ອມກັບການຮັບປະກັນຈາກໂຮງງານອີກດ້ວຍ. ອາໄຫລ່ແທ້ໝາຍເຖິງຄວາມສົມບູນແບບເມື່ອໃຊ້ອາໄຫລ່ເບຣກຈາກຟອດ. ໃຫ້ປະສິດຕິພາບ, ຄວາມປອດໄພ ແລະ ຄວາມຮູ້ສຶກຄືກັບລົດໃໝ່. ຊ່ວງການເຮັດວຽກຂອງອຸນນະພູມທີ່ກ້ວາງ ການຮ້ອງຂໍບໍລິການລາກລົດແບບບໍ່ຈຳກັດຄັ້ງຕໍ່ປີ. ອອກແບບຕາມຂໍ້ກຳນົດຂອງ ຟອດມໍເຕີຄອມພານີ   ຄຸນນະພາບທີ່ສ້າງມາໃນທຸກຜະລິດຕະພັນເບຣກຂອງມໍໂຕຄຣາບ Motorcraft® ຄວາມສົມດຸນຂອງທຸກຄວາມປອດໄພ ແລະ ຄວາມທົນທານຖືກນຳມາສ້າງເປັນຜະລິດຕະພັນທີ່ດີເລີດ. ທາງເລືອກອາໄຫລ່ຄຸນນະພາບສູງສຳລັບກຸ່ມອາໄຫລ່ຫລັງການຂາຍ ສູດແຮງສຽດທານສະເພາະທີ່ເປັນກຳມະສິດສຳລັບລົດແຕ່ລະຄັນ *ລາຄາເປັນເງິນກີບ, ອີງຕາມອັດຕາແລກປ່ຽນ 1ໂດລາ = 10,000 ກີບ. ລາຄາອາດມີການປ່ຽນແປງໂດຍບໍ່ແຈ້ງລວງໜ້າ. Lao Ford City Vientiane Mon-Sat 8AM-5PM Souphanouvong Avenue, Khunta Village, Sikhottabong District, Vientiane Capital 021-241-108, …

ການຮັບປະກັນ

ປະກັນລົດໃໝ່ ຕາຕະລາງດ້ານລຸ່ມຈະສະແດງໃຫ້ເຫັນເຖິງການຄຸ້ມຄອງ ແລະ ຂໍ້ກຳນົດຂອງການຮັບຜິດຊອບຕາມ ກມ ແລະ ເປັນເດືອນ, ພາຍໃຕ້ການຄຸ້ມຄອງຂັ້ນພື້ນຖານ ພາຫະນະທີ່ສົມບູນ ຍົກເວັ້ນ ຢາງ ແລະ ລາຍການທີ່ລະບຸໄວ້ “ລາຍການທີ່ບໍ່ໄດ້ຢູ່ໃນການຮັບປະກັນ” ຈະໄດ້ຮັບການຄຸ້ມຄອງຈາກຂໍ້ບົກຜ່ອງໃນວັດສະດຸ ແລະ ຂັ້ນຕອນການຜະລິດຈາກໂຮງງານ. ການຮັບປະກັນພື້ນຖານແມ່ນເລີ່ມຕົ້ນ 36 ເດືອນ ຫຼື 100,000 ກມ ສີ່ງໃດມາຮອດກ່ອນ ນອກຈາກນີ້. ຍັງໃຫ້ການຮັບປະກັນລະບົບ ຈັກ, ເກຍ ແລະ ລະບົບຂັບເຄື່ອນ ເຖິງ 5 ປີ ຫລື 100,000 ກມ ການຄຸ້ມຄອງເລີ່ມຕົ້ນ ການຄຸ້ມຄອງຈະເລີ່ມໃນມື້ທີ່ທ່ານຮັບລົດ ຫຼື ມື້ທີ່ເລີ່ມໃຊ້ງານ, ໂດຍຈະຖືກບັນທຶກທີ່ໃບດ້ານຫລັງຂອງປື້ມຮັບປະກັນ. ລາຍການທີ່ບໍ່ໄດ້ຢູ່ໃນການຮັບປະກັນ ລວມມີ: ຄວາມເສຍຫາຍຈາກການເກີດອຸປະຕິເຫດ, ໄຟໃໝ້, ນ້ຳຖ້ວມ ຫຼື ອື່ນໆ. ຂໍ້ຜິດຜາດຈາກການໃຊ້ງານແບບຜິດປົກກະຕິ, ການແຂ່ງ, ການດັດແປ່ງສະພາບລົດ​ເຊັ່ນອາໄຫລ່ບໍ່ແມ່ນອາໄຫລ່ທີ່ມາຈາກໂຮງງານ. ແລະ/ຫລື ການລາກແກ່ ບັນທຸກເກີນນ້ຳໜັກມາດຕະຖານຂອງລົດ, ການແຕ່ງສີ, …

roadside assistance

ການຊ່ວຍເຫຼືອສຸກເສີນ

ແນ່ນອນວ່າລົດຟອດທຸກຄັນຖືກສ້າງມາເພື່ອໃຫ້ໃຊ້ໄດ້ຈົນເຖິງອາຍຸການໃຊ້ງານ. ແຕ່ເຖີງຢ່າງນັ້ນຍັງມີຄວາມສ່ຽງຈາກປັດໃຈພາຍນອກ ແລະ ເຫດການທີ່ບໍ່ຄາດຄິດ, ແລະພວກເຮົາກໍ່ໄດ້ຄຳນຶງເຖິງສິ່ງນັ້ນ. ພວກເຮົາໄດ້ພັດທະນາບໍລິການຊ່ວຍເຫຼືອສຸກເສີນບົນທ້ອງຖະໜົນເພື່ອໃຫ້ຜູ້ໃຊ້ລົດຟອດທຸກຄົນອຸ່ນໃຈຫລາຍຂື້ນເວລາຢູ່ທ້ອງຖະໜົນບໍ່ວ່າທ່ານຈະຢູ່ທີ່ໃດໃນລາວ. ບໍລິການສຸກເສີນຕະຫລອດ 24 ຊົ່ວໂມງຂອງພວກເຮົາ ສາມາດຊ່ວຍທ່ານໄດ້ໃນກໍລະນີສຸກເສີນ ເຊັ່ນການສະຕາດລົດບໍ່ໄດ້ ຫຼື ເກີດຂໍ້ຜິດຜາດທີ່ຕ້ອງໄດ້ລາກລົດຈາກກໍລະນີນຳ້ມັນເບີດ, ກະແຈເສຍ ແລະ ບັນຫາອື່ນໆ. ທ່ານສາມາດໂທຫາພວກເຮົາໄດ້.  ໜ້າວຽກຂອງການບໍລິການ  ການໃຫ້ຄຳປຶກສາຈາກນ່າຍຊ່າງສຳລັບການເກີດອຸປະຕິເຫດ ຫຼື ລົດເພ. ການຮ້ອງຂໍບໍລິການຊ່ວຍເຫຼືອສຸກເສີນແບບບໍ່ຈຳກັດຄັ້ງ ຕໍ່ປີ. ການຮ້ອງຂໍບໍລິການລາກລົດແບບບໍ່ຈຳກັດຄັ້ງຕໍ່ປີ. ການລາກຈູງໄປສູນບໍລິການທີ່ໃກ້ທີ່ສຸດໂດຍບໍ່ຄິດໄລ່ໄລຍະທາງ ຫລື ລາກໄປສະຖານທີ່ອື່ນ ໂດຍ 15 ກມ ທຳອິດຈະບໍ່ມີຄ່າໃຊ້ຈ່າຍ. ແຕ່ຫລັງຈາກນັ້ນ ຈະມີຄ່າທຳນຽມ 10,000 ກີບ/ກມ ລູກຄ້າຕ້ອງໄດ້ຮັບຜິດຊອບ. ສຳລັບການລາກແກ່ໄລຍະໄກ. (50 ກມ ຂື້ນໄປ) ໃນກໍລະນີນີ້ ຝ່າຍ ຄອລເຊັນເຕີຈະຄິດໄລອັດທີ່ຄົ່ງທີ່ທີ່ລາຄາຖືກທີ່ສຸດໃຫ້ທ່ານ. ໂດຍໄດ້ຮັບຄວາມຍິນຍອມຈາກທ່ານ. ”ລົດທີ່ລະບົບລ໋ອກຜິດພາດ”: ຫາກກຸນແຈສຳຮອງລັດສະໝີ 20ກມ. ການຊ່ວຍເຫຼືອສຸກເສີນ ຈະຈັດການໄປເອົາກຸນແຈສຳຮອງ ແລະ ໄປຫາຕຳແໜ່ງລົດທີ່ທ່ານຢູ່. ຫາກໄລຍະເກີນ 20ກມ. ແມ່ນຈະມີຄ່າໃຊ້ຈ່າຍ 10,000ກີບ/ກມ. …

ລົງທະບຽນເພື່ອຮັບສ່ວນຫຼຸດ