ການບໍລິການສິນເຊື່ອ

ຍົກເວັ້ນພາສີ

ຍົກເວັ້ນພາສີ ໝາຍເຖິງຂໍ້ຍົກເວັ້ນບໍ່ໄດ້ເສຍພາສີ, ບໍ່ໄດ້ເສຍອາກອນຊົມໃຊ້ ແລະ ບໍ່ໄດ້ເສຍອາກອນມູນຄ່າເພີ່ມ ສິດທິນີ້ສຳລັບພາກສ່ວນໃດ? ສຳລັບບັນດາໂຄງການຊ່ວຍເຫຼືອລ້າ ຫຼື ບຸກຄົນ, ນິຕິບຸກຄົນທີ່ເຮັດວຽກກ່ຽວກັບການຊ່ວຍເຫຼືອລ້າແມ່ນຈະໄດ້ຮັບສິດທິພິເສດຈາກລັດຖະບານລາວໃນການຊື້ພາຫະນະເຂົ້າມາຮັບໃຊ້ວຽກງານໂດຍບໍ່ໄດ້ເສຍພາສີເຊັ່ນ:​ ຫ້ອງການ NGO, ຊ່ຽວຊານທີ່ເຄື່ອນໄຫວວຽກຊ່ວຍເຫຼືອລ້າ ແລະ ຊ່ຽວຊານຈາກສະຖານທູດຕ່າງໆ ເຮັດດ້ວຍວິທີໃດ? ພຽງແຕ່ນຳເອກະສານຢັ້ງຢືນວ່າທ່ານສາມາດຊື້ລົດຍົກເວັ້ນພາສີມາໃຫ້ເຮົາ (ສະໂນດນຳສົ່ງ) ພວກເຮົາຈະເປັນຜູ້ຮັບຜິດຊອບແລ່ນເອກະສານເພື່ອນຳເຂົ້າລົດດັ່ງກ່າວໃຫ້ທັງໝົດ ແລະ ລູກຄ້າສາມາດລໍຖ້າຮັບລົດພ້ອມຖະບຽນໄດ້ເລີຍໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມໃດໆ.

car finance

ສິນເຊື່ອ

ທາງເລືອກສຳລັບສິນເຊື່ອ ທາງເລືອກການຜ່ອນຂອງທ່ານ ກັບ ລາວຟອດຊີຕີ ພວກເຮົາມີຄູ່ຮ່ວມທຸລະກິດທາງດ້ານການເງິນ ຫລາຍກວ່າ 10 ບໍລິສັດ, ລາວຟອດຊີຕີ ໝັ້ນໃຈວ່າທ່ານຈະໄດ້ຮັບທາງເລືອກທີ່ດີໃນການຊື້ລົດຟອດຂອງທ່ານ. ສຳລັບການຊື້ ລົດຟອດທ່ານຈະມີທາງເລືອກ ທັງການຈ່າຍເງິນຕົ້ນ ແລະ ໄລຍະເວລາໃນການຜ່ອນ ຈ່າຍກ່ອນເລີ່ມຕົ້ນ 30%  ໄລຍະການຜ່ອນຍາວນານເຖິງ 84 ເດືອນ (7 ປີ) ເອກກະສານທີ່ຕ້ອງໃຊ້ ບັດປະຈຳໂຕ ປື້ມສຳມະໂນຄົວ ໃບຢັ້ງຢືນທີ່ຢູ່ ໃບຢັ້ງຢືນພະນັກງານ ທະບຽນວິສາຫະກິດ, ໃບແຈ້ງເສຍອາກອນ (ສຳລັບທຸລະກິດ) ໃບລາຍງານການເຄືອນໄຫວການເງິນ (6ເດືອນ ເຖິງ 1ປີ) ແຜນທີ່ບ້ານ ແລະ ແຜນທີ່ຫ້ອງການ (ໃນກໍລະນີເຮັດທຸລະກິດ) ຕິດຕໍ່ພວກເຮົາ

pre-owned vehicle

ລົດມືສອງ

ບໍ່ແມ່ນມື້ສອງ. ແຕ່ໄດ້ຮັບການຢັ້ງຢືນຈາກຟອດ ທ່ານສາມາດຊື້ລົດມືສອງຈາກໃຜກະໄດ້. ຫລື ທ່ານສາມາດຊື້ລົດມືສອງທີ່ໄດ້ຮັບການກວດສອບ 172 ຈຸດ ແລະ ຮັບຮອງຈາກຟອດ. ພ້ອມທັງໄດ້ຮັບການຮັບປະກັນແບບຈຳກັດ, ບໍລິການສຸກເສີນ 24/7 ແລະ ອີກຫລາຍຢ່າງ. ທາງເລືອກບໍ່ແມ່ນເລື່ອງງ່າຍ, ມັນບໍ່ງ່າຍ. ການກວດເຊັກ 172 ຈຸດ. ລົດເກັງ, ລົດບັນທຸກ, ລົດຈິບ ຫຼື ລົດປະສົມ ຕ້ອງຜ່ານການກວດສອບ 172 ຈຸດ. ຈຶ່ງມີຄຸນສົມບັດພໍໃນການຮັບຮອງຈາກຟອດ (CPO). ເມື່ອທ່ານຊື້ລົດ(CPO) ທ່ານຈະໄດ້ຮັບຄວາມໝັ້ນໃຈຈາກການກວດສອບທີ່ຄວບຄຸມ, ພ້ອມການຮັບປະກັນຈາກຜູ້ຜະລິດ. ສຳລັບຂໍ້ມູນເພີ່ມເຕີມ ກົດທີ່ນີ້ ຄຸນຄ່າການເປັນເຈົ້າຂອງ ລົດມືສອງທຸກຄັນທີ່ໄດ້ຮັບການຮັບຮອງຈາກຟອດພ້ອມທັງມູນຄ່າຂອງການຮັບປະກັນແບບຈຳກັດ. ເຊິ່ງໄດ້ຮັບການຮັບປະກັນຈາກ ຟອດມໍເຕີຄອມພານີ້ ແລະ ຕ້ອງໄດ້ຜ່ານການກວດສອບ 172 ຈຸດ ໂດຍຊ່າງທີ່ໄດ້ຮັບການຝຶກອົບຮົມຈາກໂຮງງານ. ທຸກອາໄຫລ່ທີ່ບໍ່ໄດ້ມາດຕະຖານຈະຖືກປ່ຽນແທນໂດຍອາໄຫລ່ຈາກໂຮງງານ.  ລົດມືສອງທີ່ມີຢູ່ ຟອດ ເອັກສ໋ໂປລເຣີ

ລົງທະບຽນເພື່ອຮັບສ່ວນຫຼຸດ