ການບໍລິການ

ຍົກເວັ້ນພາສີ

ຍົກເວັ້ນພາສີ ໝາຍເຖິງຂໍ້ຍົກເວັ້ນບໍ່ໄດ້ເສຍພາສີ, ບໍ່ໄດ້ເສຍອາກອນຊົມໃຊ້ ແລະ ບໍ່ໄດ້ເສຍອາກອນມູນຄ່າເພີ່ມ ສິດທິນີ້ສຳລັບພາກສ່ວນໃດ? ສຳລັບບັນດາໂຄງການຊ່ວຍເຫຼືອລ້າ ຫຼື ບຸກຄົນ, ນິຕິບຸກຄົນທີ່ເຮັດວຽກກ່ຽວກັບການຊ່ວຍເຫຼືອລ້າແມ່ນຈະໄດ້ຮັບສິດທິພິເສດຈາກລັດຖະບານລາວໃນການຊື້ພາຫະນະເຂົ້າມາຮັບໃຊ້ວຽກງານໂດຍບໍ່ໄດ້ເສຍພາສີເຊັ່ນ:​ ຫ້ອງການ NGO, ຊ່ຽວຊານທີ່ເຄື່ອນໄຫວວຽກຊ່ວຍເຫຼືອລ້າ ແລະ ຊ່ຽວຊານຈາກສະຖານທູດຕ່າງໆ ເຮັດດ້ວຍວິທີໃດ? ພຽງແຕ່ນຳເອກະສານຢັ້ງຢືນວ່າທ່ານສາມາດຊື້ລົດຍົກເວັ້ນພາສີມາໃຫ້ເຮົາ (ສະໂນດນຳສົ່ງ) ພວກເຮົາຈະເປັນຜູ້ຮັບຜິດຊອບແລ່ນເອກະສານເພື່ອນຳເຂົ້າລົດດັ່ງກ່າວໃຫ້ທັງໝົດ ແລະ ລູກຄ້າສາມາດລໍຖ້າຮັບລົດພ້ອມຖະບຽນໄດ້ເລີຍໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມໃດໆ.

fleet

ລົດໃນອົງກອນຂອງທ່ານ

ລາວຟອດຊີຕີ ເຮັດວຽກຢ່າງມີປະສິດຕິພາບດ້ວຍທີມງານທີ່ມີຄຸນນະພາບ, ມອບສິນຄ້າທີມີຄຸນນະພາບສູງ ແລະ ການໃຫ້ບໍລິການລູກຄ້າທີ່ເປັນເລີດ, ທີມຂາຍອົງກອນຂອງ ລາວຟອດຊີຕີຈະວ່າງແຜນ ແລະ ໃຫ້ຄຳແນະນຳແກ່ລູກຄ້າຕາມຄວາມຕ້ອງການຂອງລູກຄ້າ, ລາຄາທີ່ເໝາະສົມ ແລະ ຕອບສະໜອງຕໍ່ໂຄງການຂອງລູກຄ້າໄດ້ດີ, ໂດຍບໍ່ເສຍເວລາ ຫຼື ມີຄ່າໃຊ້ຈ່າຍເພີ່ມ. ນອກຈາກນີ້ ການເລືອກລົດ ແລະ ການບໍລິການໄລຍະຍາວ ແມ່ນມາພ້ອມກັບການຮັກສາສິງແວດລ້ອມ ແລະຄວາມປອດໄພ. ເຊິ່ງເປັນປັດໃຈສຳຄັນໃນການບຳລຸງຮັກສາລົດຂອງອົງກອນ. ລົດໃຊ້ໃນການຄ້າ ການດັດແປງ, ເປີດ-ປິດເຊິ່ງມີຄວາມຢືດຢຸ່ນເຊິ່ງໃຊ້ໃຫ້ສາມາດກຳນົດສວນທີ່ເຫລືອສຳລັບຄວາມຕ້ອງການຂອງທຸລະກິດ. ຕາມຈຸດປະສົງ ລົດຫຸ້ມເກາະ ລົດສຳລັບທະຫານ. ລົດຕິດຕູ້ແຊ່ ລົດຂົນເງິນ ລົດສຳລັບອຸສາຫະກຳ ແລະ ເໝືອງ ລົດຊ່ວຍເຫລືອ ແລະ ສຸກເສີນ   ຄົ້ນຫາຂໍ້ມູນເພີ່ມເຕີມກ່ຽວກັບລົດດັດແປງສະໜາມພິເສດ ໂປຣແກຣມຢືດໄລຍະເວລາການຮັບປະກັນ ແລະ ບໍລິການ ຂໍ້ສະເໜີສຸດພິເສດກັບແຜນການຮັບປະກັນ ແລະ ການບໍລິການເພື່ອຫລີກລ້ຽງລາຍການສ້ອມແປງທີ່ມີຄ່າໃຊ້ຈ່າຍສູງ. ກ່ຽວກັບພະແນກຂາຍອົງກອນຂອງຟອດ ສູນລູກຄ້າອົງກອນເປັນໜ່ວຍງານທີ່ອຸທິດຕົນໃນການໃຫ້ບໍລິການໃນລະດັບສູງແກ່ລູກຄ້າທຸກຄົນ, ບໍ່ວ່າທຸລະກິດຂອງທ່ານຈະເປັນອົງກອນ ຫຼື ພາກລັດ, ຟອດໃນຖານະຜູ້ນຳໃນໂລກດ້ານອຸດສາຫະກຳລົດຍົນ ເຮັດໃຫ້ເຮົາສາມາດໃຊ້ປະໂຫຍດສູງສຸດຈາກປະສົບການ, ເທັກໂນໂລຊີ ແລະ ຊັບພະຍາກອນເພື່ອຕອບສະໜອງຕໍ່ຄວາມຕ້ອງການທັງໝົດຂອງທຸກຄົນ. ເລືອກທາງອັນຊານສະຫລາດ …

car finance

ສິນເຊື່ອ

ທາງເລືອກສຳລັບສິນເຊື່ອ ທາງເລືອກການຜ່ອນຂອງທ່ານ ກັບ ລາວຟອດຊີຕີ ພວກເຮົາມີຄູ່ຮ່ວມທຸລະກິດທາງດ້ານການເງິນ ຫລາຍກວ່າ 10 ບໍລິສັດ, ລາວຟອດຊີຕີ ໝັ້ນໃຈວ່າທ່ານຈະໄດ້ຮັບທາງເລືອກທີ່ດີໃນການຊື້ລົດຟອດຂອງທ່ານ. ສຳລັບການຊື້ ລົດຟອດທ່ານຈະມີທາງເລືອກ ທັງການຈ່າຍເງິນຕົ້ນ ແລະ ໄລຍະເວລາໃນການຜ່ອນ ຈ່າຍກ່ອນເລີ່ມຕົ້ນ 30%  ໄລຍະການຜ່ອນຍາວນານເຖິງ 84 ເດືອນ (7 ປີ) ເອກກະສານທີ່ຕ້ອງໃຊ້ ບັດປະຈຳໂຕ ປື້ມສຳມະໂນຄົວ ໃບຢັ້ງຢືນທີ່ຢູ່ ໃບຢັ້ງຢືນພະນັກງານ ທະບຽນວິສາຫະກິດ, ໃບແຈ້ງເສຍອາກອນ (ສຳລັບທຸລະກິດ) ໃບລາຍງານການເຄືອນໄຫວການເງິນ (6ເດືອນ ເຖິງ 1ປີ) ແຜນທີ່ບ້ານ ແລະ ແຜນທີ່ຫ້ອງການ (ໃນກໍລະນີເຮັດທຸລະກິດ) ຕິດຕໍ່ພວກເຮົາ

pre-owned vehicle

ລົດມືສອງ

ບໍ່ແມ່ນມື້ສອງ. ແຕ່ໄດ້ຮັບການຢັ້ງຢືນຈາກຟອດ ທ່ານສາມາດຊື້ລົດມືສອງຈາກໃຜກະໄດ້. ຫລື ທ່ານສາມາດຊື້ລົດມືສອງທີ່ໄດ້ຮັບການກວດສອບ 172 ຈຸດ ແລະ ຮັບຮອງຈາກຟອດ. ພ້ອມທັງໄດ້ຮັບການຮັບປະກັນແບບຈຳກັດ, ບໍລິການສຸກເສີນ 24/7 ແລະ ອີກຫລາຍຢ່າງ. ທາງເລືອກບໍ່ແມ່ນເລື່ອງງ່າຍ, ມັນບໍ່ງ່າຍ. ການກວດເຊັກ 172 ຈຸດ. ລົດເກັງ, ລົດບັນທຸກ, ລົດຈິບ ຫຼື ລົດປະສົມ ຕ້ອງຜ່ານການກວດສອບ 172 ຈຸດ. ຈຶ່ງມີຄຸນສົມບັດພໍໃນການຮັບຮອງຈາກຟອດ (CPO). ເມື່ອທ່ານຊື້ລົດ(CPO) ທ່ານຈະໄດ້ຮັບຄວາມໝັ້ນໃຈຈາກການກວດສອບທີ່ຄວບຄຸມ, ພ້ອມການຮັບປະກັນຈາກຜູ້ຜະລິດ. ສຳລັບຂໍ້ມູນເພີ່ມເຕີມ ກົດທີ່ນີ້ ຄຸນຄ່າການເປັນເຈົ້າຂອງ ລົດມືສອງທຸກຄັນທີ່ໄດ້ຮັບການຮັບຮອງຈາກຟອດພ້ອມທັງມູນຄ່າຂອງການຮັບປະກັນແບບຈຳກັດ. ເຊິ່ງໄດ້ຮັບການຮັບປະກັນຈາກ ຟອດມໍເຕີຄອມພານີ້ ແລະ ຕ້ອງໄດ້ຜ່ານການກວດສອບ 172 ຈຸດ ໂດຍຊ່າງທີ່ໄດ້ຮັບການຝຶກອົບຮົມຈາກໂຮງງານ. ທຸກອາໄຫລ່ທີ່ບໍ່ໄດ້ມາດຕະຖານຈະຖືກປ່ຽນແທນໂດຍອາໄຫລ່ຈາກໂຮງງານ.  ລົດມືສອງທີ່ມີຢູ່ ຟອດ ເອັກສ໋ໂປລເຣີ

tips & user guide

ເຄັດລັບ ແລະ ຄູ່ມືການໃຊ້ງານ

ກ່ຽວກັບຄູ່ມື ຄູ່ມືນີ້ຊ່ວຍຕອບຄຳຖາມລະຫວ່າງການບຳລຸງຮັກສາປະຈຳວັນ ແລະ ການໃຊ້ລົດ. ຈຸດປະສົ່ງແມ່ນເພື່ອຊ່ວຍໃຫ້ທ່ານໃຊ້ລົດໄດ້ຢ່າງໝັ້ນໃຈ. ຄຳເຕືອນ: ມີສະຕິທຸກຄັ້ງທີ່ທ່ານໃຊ້ລົດ ແລະ ຄຸນສົມບັດຂອງລົດ ໝາຍເຫດ: ຄູມືນີ້ອະທິບາຍຟີເຈີ້ ແລະ ຕົວເລືອກຕ່າງໆ, ບາງໂຕແມ່ນຍັງອາດຈະຍັງບໍ່ທັນເປີດໂຕ. ເຊິງອາດອະທິບາຍບໍ່ຕົງກັບລົດຂອງທ່ານ. ໝາຍເຫດ: ຮູບປະກອບບາງອັນໃນຄູ່ມືນີ້ອາດຈະໃຊ້ເພື່ອລຸ້ນລົດທີ່ແຕກຕ່າງກັນ, ຊື່ງຫລາຍຮູບອາດຈະແຕກຕ່າງຈາກລົດຂອງທ່ານ, ແນວໃດກໍ່ຕາມ ຂໍ້ມູນສຳຄັນຕ່າງໆໃນຮູບແມ່ນຖືກຕ້ອງ. ໝາຍເຫດ: ຮັກສາກົດຈາລະຈອນ ແລະ ຂໍ້ບັງຄັບທຸກຄັ້ງທີ່ໃຊ້ລົດ. ລົດສະໄໝໃໝ່ທີ່ມີເທັກໂນໂລຊີ ແລະ ຟີເຈີຄວາມປອດໄພຂັ້ນສູງ. ສິ່ງສຳຄັນແມ່ນຕ້ອງສ້າງຄວາມຄຸ້ນເຄີຍຕໍ່ໂຄງສ້າງ ແລະ ການໃຊ້ງານຂອງລົດ. ໂດຍຄູ່ມືນີ້ໃຊ້ເພື່ອແນະນຳທ່ານກ່ຽວກັບຄຸນສົມບັດ ແລະ ແນວທາງທົ່ວໄປໃນການໃຊ້ງານ. ໝາຍເຫດ: ຂໍ້ມູນໃນຄູ່ມືນີ້ໃຊ້ສຳລັບອ້າງອີງເທົ່ານັ້ນ ແລະ ບໍ່ສາມາດໃຊ້ແທນກັບຄູ່ຄືຂອງເຈົ້າຂອງລົດ. ພວກເຮົາແນະນຳໃຫ້ທ່ານອ່ານຄູມືນີ້ເພື່ອຄວາມເຂົ້າໃຈ. ຊື່ງຈະອະທິອາຍລາຍລະອຽດພື້ນຖານ ແລະ ການຕັ້ງຄ່າຕ່າງໆຂອງລົດ. ໂດຍສະເພາະຂໍ້ມູນສຳຄັນກ່ຽວກັບວິທີ່ການໃຊ້ລົດຢ່າງຖືກຕ້ອງ ແລະ ປອດໄພ. ຄຳແນະນຳການປ່ຽນອາໄຫລ່ ລົດຂອງທ່ານຖືກສ້າງຂື້ນມາດ້ວຍມາດຕະຖານສູງສຸດ ແລະ ອາໄຫລ່ທີ່ມີຄຸນນະພາບ. ເຮັດໃຫ້ລົດຂອງທ່ານສາມາດເພີດເພີນກັບການໃຊ້ງານໄດ້ຍາວນານ. ພວກເຮົາແນະນຳໃຫ້ທ່ານໃຊ້ອາໄຫລ່ແທ້ທຸກຄັ້ງທີ່ມີການສ້ອມແປງຫລືບຳລຸງຮັກສາ. ທ່ານສາມາດຮູ້ໄດ້ວ່າອາໄຫລທີ່ເປັນຂອງແທ້ຈາກຟອດຈາກເຄື່ອງໝາຍ FoMoCo ຫລື Motorcraft ທີ່ອາໄຫລ ຫຼື ບັນຈຸພັນ. ໄຟໜ້າ ຈຸດສຳຄັນຂອງໄຟໜ້າແມ່ນຄວາມສະຫວ່າງ. ສະຫວ່າງເກີນໄປ …

Quicklane

ສູນຄວິກເລນ

ສູນບໍລິການຄວິກເລນ ສູນບໍລິການຄວິກເລນແມ່ນມອບການບຳລຸງຮັກສາປະຈຳວັນສຳລັບລົດຂອງທ່ານ. ຄວິກເລນແມ່ນໃຫ້ບໍລິການ ທັງອາໄຫລ່ ແລະ ການບໍລິການຫລາຍຍີ່ຫໍ້. ພວກເຮົາສາມາດໃຫ້ການບໍລິການລົດທຸກລຸ້ນທຸກຍີ່ຫໍ້. ໂດຍການນຳໃຊ້ອາໄຫລ່ຈາກຍີ່ຫໍ້ຄຸນນະພາບທີ່ເຊື່ອຖືໄດ້ເຊັ່ນ: Motorcraft®, Bosch, Goodyear, Continental, Michelin ແລະ ອື່ນໆ ເປັນຫຍັງຄວິກເລນຈື່ງເຮັດໃຫ້ຊິວິດທ່ານງ່າຍຂື້ນ? ພະນັກງານ ແລະ ນ່າຍຊ່າງຂອງ ຄວິກເລນ ແມ່ນໄດ້ຮັບການຝຶກອົບຮົມຈາກໂຮງງານ ແລະ ໝັ້ນໃຈວ່າມີຄວາມສາມາດພຽງພໍທີ່ຈະໃຫ້ບໍລິການລົດຂອງທ່ານ. ໂດຍທຸກການດຳເນີນງານແມ່ນພວກເຮົາໃຊ້ເທັກໂນໂລຊີ້ທີ່ທັນສະໄໝ ແລະ ເຄື່ອງມືທີ່ແທດເໝາະກັບລົດຂອງທ່ານ. ພວກເຮົາໃຊ້ອາໄຫລ່ແທ້ ແລະ ເຄື່ອງມືແທ້ຈາກໂຮງງານເພື່ອເຮັດໃຫ້ລົດຂອງທ່ານໄດ້ຮັບຄຸນນະພາບສູງສຸດ ແລະ ປະສິດທິພາບດີສຸດ. ບໍ່ຕ້ອງຈອງຄິວ ໃນຂະນະທີ່ລໍຳຖ້າບໍລິການ ຄວາມອິດສະຫລະທີ່ເປັນສ່ວນໂຕໃນການເລືອກສະຖານທີ່ສອມແປງ ນ່າຍຊ່າງທີ່ໄດ້ຮັບການອົມຮົມ ທີ່ເຊື່ອຖືໄດ້ ເຄື່ອງມືທີ່ທັນສະໄໝ ລາຄາເໝາະສົມ ເບີ່ງ ແລະ ສຳພັດເຖິງຄວາມອິດສະຫລະໃນການສ້ອມແປງ ລິບຍົກລົດສະເພາະ ເປັນເອກກະລັກ ມີຜູ້ຈັດການສ່ວນໂຕ ມີນາຍຊ່າງສ່ວນໂຕ ສະດວກສະບາຍໃນເວລາຮັບບໍລິການ ພວກເຮົາສາມາດຕອບສະໜອງອາໄຫລ່ແທ້ຈາກໂຮງງານສຳລັບ ໂຕໂຍຕ້າ, ນິດສັນ, ອີຊູຊຸ, ມິດຊູບິຊິ, ຮຸນໄດ, ຮອນດ້າ ແລະ ຊູສຸກິ …

ໝໍ້ໄຟ

ໝໍ້ໄຟສຳລັບລົດຟອດເທົ່ານັ້ນ ຖ້າທ່ານກຳລັງເບີ່ງຫາໝໍ້ໄຟສຳລັບປ່ຽນໃຫ້ລົດຂອງທ່ານ. ໝໍ້ໄຟແທ້ຈາກຟອດເປັນທາງເລືອກທີ່ດີທີສຸດສຳລັບທ່ານ. ທຸກໝໍ້ໄຟທີ່ເປັນອາໄຫລ່ແທ້ແມ່ນຖືກຜະລິດຈາກໂຮງງານໂດຍເທັກໂນໂລຊີ້ລ້າສຸດທີ່ຖືກອອກແບບຈາກຜູ້ຊ່ຽວຊານ. ພວກມັນມອບພະລັງງານທີ່ຄົງທີ່ໃຫ້ກັບລົດດ້ວຍເທັກໂນໂລຊີ້ຂັ້ນສູງໃນສະພາບແວດລອມທີ່ຫລາກຫລາຍ. ທຸກສູນບໍລິການຂອງຟອດມອບການກວດເຊັກສະພາບໝໍ້ໄຟ ໂດຍບັດຕິດຕາມສຸກຂະພາບໝໍ້ໄຟພຽງແຕ່ສອງສາມນາທີ. ແລະຍັງມາພ້ອມກັບການຮັບປະກັນ 1ປີ ຫຼື 20,000 ກມ. ຕາມເງື່ອນໄຂ. Lao Ford City Vientiane Mon-Sat 8AM-5PM Souphanouvong Avenue, Khunta Village, Sikhottabong District, Vientiane Capital 021-241-108, 021-244-408 Google Map Lao Ford City Savannakhet Mon-Sat 8AM-5PM Kaisone Phomvihan Road KM7, Oudomvilay Village, Kaisone Phomvihan District, Savannakhet Province 030-2003-002 Google Map Lao Ford City Luang …

Brake

ເບລກ

ລາຍການເບຣກຈາກຟອດ ມໍໂຕຄຣາບທີ່ພວກເຮົາແນະນຳ ດ້ວຍຜະລິດຕະພັນ ເບຣກ ແລະ ຜ້າເບຣກຂອງຟອດ. ລູກຄ້າສາມາດສຳພັດໄດ້ເຖິງປະສິດຕິພາບເມື່ອພວກເຂົາຂັບລົດອອກຈາກຫ້ອງຂາຍຄັ້້ງແລກ. ບໍ່ພຽງແຕ່ໃຫ້ຄວາມສົມດຸນ, ແຕ່ຍັງລົດສຽງລົບກວນ ແລະ ແຮງສັນສະເທືອນ. ພວກມັນຖືກສ້າງຂື້ນມາດ້ວຍຄວາມເຂົ້າໃຈຢ່າງແທ້ຈິງ. ໂດຍຍັງມາພ້ອມກັບການຮັບປະກັນຈາກ Motorcraft®. ແລະ ຍັງມາພ້ອມກັບການຮັບປະກັນຈາກໂຮງງານອີກດ້ວຍ. ອາໄຫລ່ແທ້ໝາຍເຖິງຄວາມສົມບູນແບບເມື່ອໃຊ້ອາໄຫລ່ເບຣກຈາກຟອດ. ໃຫ້ປະສິດຕິພາບ, ຄວາມປອດໄພ ແລະ ຄວາມຮູ້ສຶກຄືກັບລົດໃໝ່. ຊ່ວງການເຮັດວຽກຂອງອຸນນະພູມທີ່ກ້ວາງ ການຮ້ອງຂໍບໍລິການລາກລົດແບບບໍ່ຈຳກັດຄັ້ງຕໍ່ປີ. ອອກແບບຕາມຂໍ້ກຳນົດຂອງ ຟອດມໍເຕີຄອມພານີ   ຄຸນນະພາບທີ່ສ້າງມາໃນທຸກຜະລິດຕະພັນເບຣກຂອງມໍໂຕຄຣາບ Motorcraft® ຄວາມສົມດຸນຂອງທຸກຄວາມປອດໄພ ແລະ ຄວາມທົນທານຖືກນຳມາສ້າງເປັນຜະລິດຕະພັນທີ່ດີເລີດ. ທາງເລືອກອາໄຫລ່ຄຸນນະພາບສູງສຳລັບກຸ່ມອາໄຫລ່ຫລັງການຂາຍ ສູດແຮງສຽດທານສະເພາະທີ່ເປັນກຳມະສິດສຳລັບລົດແຕ່ລະຄັນ *ລາຄາເປັນເງິນກີບ, ອີງຕາມອັດຕາແລກປ່ຽນ 1ໂດລາ = 10,000 ກີບ. ລາຄາອາດມີການປ່ຽນແປງໂດຍບໍ່ແຈ້ງລວງໜ້າ. Lao Ford City Vientiane Mon-Sat 8AM-5PM Souphanouvong Avenue, Khunta Village, Sikhottabong District, Vientiane Capital 021-241-108, …

Ford maintenance

ອາໄຫລ່, ການບໍລິການ ແລະ ການບຳລຸງຮັກສາ

ບໍລິການຫລັງການຂາຍ ດ້ວຍພະນັກງານທີ່ມີປະສົບການຂອງພວກເຮົາ. ສູນບໍລິການທີ່ທັນສະໄໝ, ບໍ່ມີໃຜເຂົ້າໃຈລົດຟອດເທົ່າກັບພວກເຮົາ! ສຳລັບທຸກຄວາມຕ້ອງການ, ຢ່າລັງເລທີ່ຈະລົມກັບພະນັກງານຂອງພວກເຮົາ. ພວກເຮົາມີຄວາມພ້ອມ ແລະ ຍິນດີທີ່ຈະໃຫ້ບໍລິການທ່ານ. ບໍລິການຫລັງການຂາຍທີ່ຄອບຄຸມ ການບໍລິການທີ່ດີບໍ່ໄດ້ຈົບຫລັງຈາກທ່ານອອກຈາກຫ້ອງຂາຍ ພ້ອມກັບລົດໃນຝັນຂອງທ່ານ. ເພີດເພີ່ນໄປກັບລົດຂອງທ່ານ ພ້ອມທັງຄວາມອຸ່ນໃຈໃຫ້ຟອດເປັນຄົນເບີ່ງແຍງລົດຂອງທ່ານດ້ວຍທີມງານມືອາຊີບ. ການຮັບປະທີ່ເຊື່ອຖືໄດ້ຈາກໂຮງງານ ຟອດຮັບປະກັນລົດຂອງທ່ານ 5ປີ ຫຼື 100,000 ກມ ການບໍຳລຸງຮັກສາເຊີງປ້ອງກັນ ສຳລົດອົງກອນ, ສຳລັບຂໍ້ມູນເພີ່ມເຕີມຕິດຕໍ່ພວກເຮົາ ອາໄຫລ່ຄຸນນະພາບຈາກຟອດ ລົດຂອງທ່ານຈະໄດ້ຮັບການບໍາລຸງຮັກສາໃຫ້ຢູ່ໃນສະພາບດີທີ່ສຸດດ້ວຍ ອາໄຫລ່ແທ້ ແລະ ເຄື່ອງມືທີ່ທັນສະໄໝ ແລະຖືກອອກແບບມາສະເພາະ. ນັ່ງພັກ ແລະ ຜ່ອນຄາຍ ເພີດເພີ່ນກັບ ຊາ,ກາເຟ ແລະ ຂອງຫວ່າງເພື່ອເຮັດໃຫ້ສົດຊື່ນ ພ້ອມດ້ວຍ ອິນເຕີເນັດ ແລະ ລາຍການໂທລະພາບໃຫ້ຮັບຊົມ ໃນລະຫວ່າງລໍຖ້າການບໍລິການ. Lao Ford City Vientiane Mon-Sat 8AM-5PM Souphanouvong Avenue, Khunta Village, Sikhottabong District, Vientiane Capital …

ລົງທະບຽນເພື່ອຮັບສ່ວນຫຼຸດ