ສື່ມວນຊົນ

ງານເປີດໂຕລົດຕູ້ Ford Transit 4×4

ວຽງຈັນ ລາວ, ວັນທີ່ 7 ມີນາ, 2022 ລາວຟອດ ຊີຕີ ທີ່ງານ Vientiane Motor Show ໄດ້ມີການເປິດຕົວລົດ Ford Transit 4×4 Conversion ເຊິີ່ງການເປີດຕົວຄັ້ງດັ່ງກ່າວແມ່ນເປັນກຽດນຳສະເໜີໂດຍທ່ານ ເວນ ແມັກອີນທ໋ອດ ຜູ້ອຳນວຍການທົ່ວໄປຂອງ ບໍລິສັດ ລາວຟອດຊີຕີ ແລະ ທ່ານ ວິໄລສັກ ບໍລິບູນ ຫົວໜ້າຝ່າຍຂາຍຍົກ ຂອງ ບໍລິສັດ ລາວຟອດຊີຕີ. ພວກເຮົາຢາກນຳສະເໜີໃຫ້ຮູ້ວ່າ ລົດ Ford Transit 4×4 conversion ແມ່ນລົດດັດແປງລຸ່ນພິເສດທີ່ພັດທະນາຈາກທາງທີມ RMA SV ໄທແລນ ທີ່ໃຫ້ມາພ້ອມກັບອ໋ອບຊັນເສີມ ດັ່ງລາຍລະອຽດດ້ານລຸ່ມນີ້:ພາດທາມ 4X4 ພ້ອມ ດິບລ໋ອກ.ລະບົບຊ່ວງລ່າງສຳລັບອ໋ອບໂຣດ ພ້ອມການພັດທະນາ ໂຊກອັບໃໝ່ absorbers, ສະປີງ, ເພົາຂັບ, ເພົາ ແລະ ລະບົບຊ່ວງລ່າງ.ຄວາມສູງຈາກພື້ນ 24cm …

ລາວຟອດຊີຕີຄາລະວານເພື່ອອະນຸລັກສັດປ່າທີ່ໃກ້ສູນຈະສູນພັນ

ໃນວັນທີ່ 18 ຫາ 20 ກຸມພາ ທິ່ຜ່ານມາ ບໍລິສັດລາວຟອດຊີຕີ ໄດ້ຈັດງານຄາລາວານລົດຟອດ ເຊິ່ງມີຈຳນວນລົດເຂົ້າຮ່ວມທັງໝົດ 37 ຄັນ ເປັນລົດວາຍແທັກ ແລະ ລົດແຣັບເຕີ. ເພື່ອການອຸລັກສັດປ່າໂອງ-ມັ່ງ ທີ່ໃກ້ຈະສູນພັນໄປແລ້ວນັ້ນທິ່ແຂວງ ສະຫວັນນະເຂດ ໃນຈຸດປະສົງການເດິ່ນທາງເທື່ອນີ້ກໍ່ເພື່ອທີ່ຈະໄປຢ້ຽມຊົມ ແລະ ມອບທືນສະໜັບສະໜູນ ໃຫ້ແກ່ໂຄງການຊ່ວຍເຫຼືອສັດປ່າທີ່ໄກ້ຈະສູນພັນແລ້ວ ນັ້ນກໍ່ຄືໂອງມັ່ງເຊິ່ງເປັນໜຶ່ງໃນສັດປ່າທີ່ໄກ້ຈະສູນພັນແລ້ວໃນຕອນນີ້ ຈາກໜ່ວຍງານທີ່ດູແລປ່າສະຫງວນໄດ້ໃຫ້ຂໍ້ມູນກັບພວກເຮົາວ່າ ໃນຕອນນີ້ຍັງເຫຼືອໂອງມັັ່ງພຽງແຕ່ 178 ໂຕ ເທົ່ານັ້ນ ໃນພື່ນທີ່4 ຕົວເມືອງ ສະນັ້ນທາງລາວຟອດຊີຕີຂອງພວກເຮົາຈຶ່ງມີຄວາມກະຕືລືລົ້ນຢາກຮັກສາສັດປ່າທີ່ຫາຍາກນີ້ໄວ້ໃຫ້ລູກຫຼານໄດ້ເບິ່ງໃນອະນາຄົດພາກໜ້າ ພວກເຮົາລາວຟອດຊີຕີ ພ້ອມດ້ວຍລູກຄ້າທີ່ໜ້າຮັກຂອງພວກເຮົາຈື່່ງໄດ້ຮ່ວມທຶນສົມທົບທຶນເພື່ອມອບໃຫ້ທາງອຸທະຍານອະນຸລັກສັດປ່າໂອງ-ມັ່ງ ເຊິ່ງມີລາຍລະອຽດດັ່ງນີ້: ປ້າຍບອກຈຸດ, ຕັ່ງນັ່ງ, ຕົ້ນໄມ້ ແລະ ເງິນທຶນຈໍານວນໜຶ່ງ ລວມມູນຄ່າ 35 ລ້ານກີບ ແລະນອກຈາກນີ້ ພວກເຮົາຍັງໄດ້ເດີນທາງໄປມອບອຸປະກອນການຮຽນໃຫ້ແກ່ນ້ອງໆນັກຮຽນທີ່ໂຮງຮຽນ ບ້ານ ສະໜາມໄຊ ເພື່ອເປັນການຊ່ວຍເຫຼື່ອນ້ອງໆນັກຮຽນທີ່ຂາດອຸປະກອນການຮຽນ ເຊິ່ງມີລາຍລະອຽດດັ່ງນີ້: ປຶ້ມແບບຮຽນ ປໍ1-5ຈຳນວນ 200ຫົວ , ອຸປະກອນສຳລັບຄູຈຳນວນໜຶ່ງ, ຕະໜ່າງກະຕໍ້ 3 ດາງ, …

ລາງວັນຜູ້ນຳລົດກະບະເຕັກໂນໂລຢີແຫ່ງປີ 2021

ໃນທຸກມື້ຜູ້ຊື້ທຸກຄົນທີ່ອອກລົດໃໝ່ກໍ່ຫວັງທີ່ຢາກໄດ້ລົດທີ່ຂັບມ່ວນ, ຂັບງ່າຍ ເຂົ້າກັບບຸກຄະລິກຂອງຕົວເອງຫຼາຍກວ່າການໃຊ້ງານ ແຕ່ແນ່ນອນເລີຍວ່າລົດກະບະຍັງຄົງເປັນຕົວເລືອກນັ້ນສະເໝີສຳລັບຫຼາຍຄົນໆ ແລະ ຍັງເປັນທີ່ເຂົ້າໃຈກັນວ່າຜູ້ຊົມໃຊ້ອີກຫຼາກຫຼາຍທີ່ຕ້ອງການລົດກະບະທີ່ສະດວກສະບາຍ, ຫຼູຫຼາ, ທັນສະໄໝ ແລະ ຕອບໂຈດກັບການໃຊ້ງານ. ສະແດງໃຫ້ເຫັນວ່າລົດກະບະເປັນໄດ້ທັ້ງຍານພາຫະນະຂົນສົ່ງ ແລະ ເປັນໄດ້ທັງບ່ອນເຮັດວຽກເຄື່ອນທີ່ ພ້ອມລຸຍໄດ້ທຸກສະຖານະການ ຖ້າຫາກທ່ານເປັນຫນຶ່ງໃນກຸ່ມລູກຄ້າເຫຼົ່ານັ້ນ ທີ່ຕ້ອງການຄວາມສະດວກສະບາຍ ແລະ ຄວາມປອດໄພສູງສຸດໃນລົດກະບະ 1ໂຕນ Ford Ranger ຄືຕົວເລືອກທີ່ທ່ານຄວນເລືອກ. ດ້ວຍຄວາມກວ້າງ ແລະ ທັນສະໄໝ ເໝາະສຳລັບຄອບຄົວ ຫຼື ເພື່ອນຮ່ວມງານ Ford Ranger ເປັນລົດກະບະທີ່ຂັບຂີ່ດີທີ່ສຸດໃນຕະກູນ segment ຂອງລົດກະບະ 1ໂຕນ ດ້ວຍເຄື່ອງຈັກ 2.0ລິດ ເທີໂບຄູ່ ທີ່ໃຫ້ກຳລັງແຮງມ້າ 213 ແຮງມ້າ ແລະ ແຮງບິດ 500 ແຮງບິດສູງກວ່າທຸກຄ້າຍ ມາພ້ອມເກຍອັດຕະໂນມັດ 10 ສະປີດ ໃຫ້ປະສິດທິພາບສຸດຍອດ. ເມື່ອເວົ້າເຖິງຄວາມສາມາດທີ່ Ford Ranger ທີ່ໄດ້ຮັບລາງວັນ ສຸດຍອດແຫ່ງຜູ້ນຳລົດກະບະເທັກໂນໂລຢີນີ້ ສາມາດບັນທຸກໄດ້ເຖິງ 1,200 …

ນັກທຸລະກິດດີ້ເດັ່ນ ຈາກ ຄສອຊ ໃນໄລຍະ Covid-19 ປະຈຳປີ 2021

ລາວຟອດຊີຕີ ມີຄວາມພາກພູມໃຈຢ່າງຍິ່ງ ທີ່ລາວຟອດຊີຕີ ໄດ້ຮັບ #ລາງວັນ “ນັກທຸລະກິດດີ້ເດັ່ນ ຈາກ ຄສອຊ ໃນໄລຍະ Covid-19 ປະຈຳປີ 2021 ທີ່ຜ່ານມາ” ເຊິ່ງລາງວັນອັນຊົງກຽດນີ້ແມ່ນໄດ້ສະແດງໃຫ້ເຫັນເຖິງສັກກະຍະພາບ ແລະ ຜົນງານອັນໂດດເດັ່ນ ທີ່ທາງລາວຟອດຊີຕີຂອງພວກເຮົາໄດ້ມີຄວາມມຸ່ງໝັ່ນໃນການບໍລິການບໍລີການລູກຄ້າ ໃນຊ່ວງການລະບາດໃຫ່ຍຂອງພະຍາດ Covid-19  ທີ່ຜ່ານມາ ນັ້ນກໍ່ສະແດງໃຫ້ເຫັນເຖິງການດູແລະເອົາໃຈໃສ່ລູກຄ້າຕະຫຼອດເຖິງການໃຫ້ບໍລິການເປັນຢ່າງດີສະເໝີມາ ແລະ ລາວຟອດຊີຕີ ຂອງພວກເຮົາຍັງໄດ້ນຳເອົາຜະລິດຕະພັນຍານຍົນຄຸນນະພາບລະດັບໂລກມາໃຫ້ປະຊາຊົນລາວໄດ້ຊົມໃຊ້. ສຸດທ້າຍນີ້, ບໍລິສັດລາວຟອດຊີຕີ ຕ້ອງຂໍຂອບໃຈມາຍັງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ທີ່ໄດ້ຈັດງານນີ້ຂຶ້ນມາ ເພື່ອເປັນແຮງຜັກດັນໃຫ້ພວກເຮົາໄດ້ມີຄວາມຫ້າວຫັນໃນການໃຫ້ບໍລິການລູກຄ້າ ແລະ ລາວຟອດຊີຕີ ຈະເຮັດໃຫ້ດີທີ່ສຸດເພື່ອໃຫ້ລູກຄ້າໄດ້ຮັບປະສົບການ ການບໍລິການທີ່ດີຈາກພວກເຮົາ.

ລາວຟອດຊີຕີສະໜັບສະໜູນທີມເຮັດໄດ້ເພື່ອຊ່ວຍເຫຼືອຊ້າງທີ່ແຂວງໄຊຍະບູລີ

ໃນວັນທີ່ 1 ຫາ 5 ທັນວາ 2021 ທີ່ຜ່ານມາ, ບໍລິສັດ ລາວຟອດຊີຕີ ໄດ້ບໍລິຈາກເງິນທຶນພ້ອມຍານພາຫະນະສອງຄັນເພື່ອຊ່ວຍເຫຼື່ອໃຫ້ທີມ ໄດ້ ເພື່ອເປັນລົດດູແລຮັກສາວາມສະດວກ ແລະ ປອດໄພ ໃນລະຫວ່າງການເດີນທາງ. ກ່ອນອື່ນໝົດ ພວກເຮົາໄດ້ເລີ່ມຈັດ ແລະ ກະກຽມເຄື່ອງຢ່າງຂື້ນລົດເຊີວິກຂອງເຮົາໃນວັນທີ່ 1 ທັນວາ ແລະ ໄດ້ເລີ່ມອອກເດີນທາງ ໃນການເດີນທາງຄັ້ງນີ້ ພວກເຮົາໄດ້ອອກເດີນທາງຈາກປະຕູໄຊ ໄປຫາ ວັງວຽງ ໂດຍໃຊ້ເສັ້ນທາງ ຈາກບ້ານເກີນ ໄປຫາຈຸດພັກທີ່ ວັງວຽງ. ແລ້ວໃນວັນທີ່ 3 ທັນວາ ພວກເຮົາໄດ້ເດີນທາງອອກຈາກວັງວຽງ ໄປຫາ ເມືອງຫີນເຫີບ ແລ້ວເດີນໜ້າໄປທີ່ ເມືອງເຟືອງ. ທີມ ໄດ້ ຄືທີມປັ່ນລົດຖີບເພື່ອການກຸສົນເຊິ່ງຈະໄດ້ຈັດຂື້ນໃນທຸກໆປີ ເພື່ອລະດົມທຶນຈາກຜູ້ສະໜັບສະໜຸນ ທີ່ໄດ້ຮັບການຄັດເລືອກຈາກທຸກອົງກອນໃນລາວ. ທີມໄດ້ ໄດ້ເລີ່ມໃຫ້ການລະດົມທຶນການກຸສົນຕັ້ງແຕ່ປີ 2008 ໃຫ້ແກ່ຜູ້ເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ, ຜູ້ເຄາະຮ້າຍຈາກການຄ້າມະນຸດ, ຊ່ວຍເດັກນ້ອຍໄຮ້ທີ່ພັກອາໄສ ແລະອື່ນໆ ແລະໃນປີນີ້ ທີມໄດ້ ຮ່ວມກັບ ບໍລິສັດ …

ສິ້ນສຸດການລໍຖ້າ ສຳລັບຟອດເຣນເຈີ ເຈເນເຣຊັ່ນໃໝ່

ຟອດເຣນເຈີ ເຈເນເຣຊັ່ນໃໝ່ ມາພ້ອມຄຸນສົມບັດຂັ້ນສູງ, ການເຊື່ອມຕໍ່ແບບອັດສະລິຍະ, ຄວາມສາມາດທີ່ເພີ່ມຂຶ້ນແລະຄວາມອະເນກປະສົງສຳລັບການເຮັດວຽກ, ການເປັນລົດຄອບຄົວຫຼືການເດີນທາງເພື່ອພັກຜ່ອນ. ສິ້ນສຸດການລໍຄອຍ ໃນທີ່ສຸດກໍ່ໄດ້ເປີດຕົວໄປແລ້ວ ຟອດເຣນເຈີ ເຈນເນີເຣຊັ່ນໃໝ່ ໃນວັນທີ່ 24 ພະຈິກ 2021 ທີ່ເມືອງ ເມລເບີນ, ອອສຕາລີ, – ຟອດ ໄດ້ປະກາດໃຫ້ໂລກຮັບຮູ້ເຖິງລົດກະບະລະດັບໂລກໂດຍການເປີດເຜີຍ ເຣນເຈີ ເຈນເນີເຣຊັ່ນໃໝ່ ທີ່ອັດສະລິຍະທີ່ສຸດ, ອະເນກປະສົງທີ່ສຸດ ແລະມີຄວາມສາມາດທີ່ສຸດເທົ່າທີ່ເຄີຍມີມາ – ເຊິ່ງການມາຂອງ ເຣນເຈີ ເຈນເນີເຣຊັ່ນໃໝ່ນີ້ ເພື່ອສ້າງລົດກະບະທີ່ເປັນທີ່ຕ້ອງການຫຼາຍຂຶ້ນໃຫ້ແກ່ລູກຄ້າ ແລະ ຕອບໂຈດກັບທຸກການໃຊ້ງານ. ເຊິ່ງຟອດເຣນເຈີ ເຈເນເຣຊັ່ນໃໝ່ ນີ້ພັດທະນາໂດຍທີມນັກພັດທະນາຜະລິດຕະພັນຂອງຟອດໃນອອສຕາລີ ທີມນັກອອກແບບແລະວິສະວະກອນນານາຊາດໄດ້ເຮັດວຽກຮ່ວມກັບທີມຕ່າງໆທົ່ວໂລກ ບໍ່ພຽງແຕ່ຮວມເອົາເຕັກໂນໂລຊີ ຄວາມສາມາດ ແລະ ຄວາມປອດໄພຂອງຟອດລຸ້ນໃໝ່ສຸດເທົ່ານັ້ນ ແຕ່ຍັງລວມເຖິງວິສະວະກຳ ແລະ ການທົດສອບເຣນເຈີຕາມມາດຕະຖານທີ່ເຂັ້ມງວດທີ່ສຸດຂອງຟອດ. ພາຍນອກ ເຣນເຈີ ເຈເນເຣຊັ່ນໃໝ່ ມີຮູບແບບທີ່ແຂງແຮງແລະ ດ້ວຍລັກສະນະພາຍນອກທີ່ໄດ້ຮັບການອອກແບບຈາກການອອກແບບລົດກະບະລະດັບໂລກຂອງຟອດ. ມີຮູບແບບທີ່ໂດດເດັ່ນດ້ວຍກະຈັງໜ້າແບບໃໝ່ ແລະ ໄຟໜ້າມາໃນແບບ c-clamp ອັນເປັນເອກະລັກທີ່ໂດດເດັ່ນ ຟອດ ເຣນເຈີ …

ຟອດລຸ້ນໂຊກໃຫ່ຍກາງປີ 2021

ວ້າວ!!! ແຕກແລ້ວ…ລາງວັນໃຫ່ຍລົດຕູ້ ຟອດ ທຣານຊິດ 🎉🎉🎉 ລາວຟອດຊີຕີ ຂໍຂອບໃຈລູກຄ້າທຸກຄົນທີ່ໄວ້ວາງໃຈ ແລະ ເຊື່ອໝັ້ນໃນລົດຟອດຂອງພວກເຮົາ ດັ່ງນັ້ນ, ເພື່ອຄືນກຳໄລໃຫ້ລູກຄ້າແບບຄູນ X2 ຟອດໄດ້ແຈກໂຊກໃຫ່ຍສອງຊັ້ນ ມູນຄ່າຫຼາຍກວ່າ 500 ລ້ານກີບ ໃນຄືນວັນທີ່ 28 ຕຸລາ 2021 ທີ່ສູນລາວຟອດຊີຕີ ນະຄອນຫຼວງວຽງຈັນໄດ້ຈັດພິທີຈັບສະຫຼາກເພື່ອລຸ້ນຫາຜູ້ໂຊກດີທີ່ຈະໄດ້ຮັບລາງວັນໃຫ່ຍ ເຊິ່ງເຮົາໄດ້ແຍກເປັນ ໂຊກຊັ້ນທີ່ 1 ລົດຟອດ ທຣານຊິດ ແຮັບປີ່ບັດ ເຊິ່ງມີລາຍຊື່ລູກຄ້າທັ້ງໝົດທີ່ອອກລົດຟອດຈຳນວນ 459 ຄົນ ແລະ ໂຊກຊັ້ນທີ່ 2 ແມ່ນ ລົດຈັກ 2 ຄັນ, ຕູ້ເຢັນ, ຈັກສັກຜ້າ ແລະ ເຄື່ອງໃຊ້ໄຟຟ້າ ລວມມູນຄ່າຫຼາຍກວ່າ 100 ລ້ານກີບ ເຊິ່ງມີລາຍຊື່ລູກຄ້າທັ້ງໝົດທີ່ເຂົ້າມາໃຊ້ບໍລິການຫຼັງການຂາຍຂອງພວກຈຳນວນ 1200 ຄົນ. ແລະສຸດທ້າຍເຮົາກໍ່ໄດ້ຜູ້ໂຊກດີທີ່ໄດ້ຮັບ ລົດຕູ້ ຟອດທຣານຊິດ ແຮັບປີ່ບັດ ຂອງເຮົາເປັບທີ່ຮຽບຮ້ອຍແລ້ວ ເຊິ່ງເປັນລູກຄ້າຈາກທາງສາຂາ ສະຫວັນນະເຂດ. …

ລາວຟອດຊີຕີ ມອບທຶນການຊ່ວຍເຫຼືອໃນໂຄງການ “ວຽງຈັນສີຂຽວ”

ໃນວັນທີ່ 9 ກັນຍາ ທີ່ຜ່ານມາ ລາວຟອດ ຊີຕີ ວຽງຈັນ ໄດ້ຈັດພິທີມອບທືນຊ່ວຍເຫຼື່ອໃຫ້ແກ່ອົງການ ວຽງຈັນສີຂຽວ ໃນຈຳນວນເງີນ $5,000 ເຊິ່ງໃນແຕ່ລະປີທີ່ຜ່ານມານັ້ນ ທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ໄດ້ໃຫ້ການຊ່ວຍເຫຼື່ອຍູ້ມາໂດຍຕະຫຼອດ ຍ້ອນວ່າພວກເຮົາເອົາໃຈໃສ່ ໃນການຮັກສາສິ່ງແວດລ້ອມໃຫ້ສະອາດ ແລະ ລົນນະລົງທຸກຄົນຮ່ວມກັນຮັກສາພາວາໂລກຮ້ອນໄປດ້ວຍກັນ ໃນປີທີ່ຜ່ານມາບໍລິສັດຟອດມໍເຕີຄອມປານີ ແລະ ບໍລິສັດລາວຟອດຊີຕີໄດ້ເລີ່ີມການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 – 2019 ນີ້ເຊິ່ງ ປີ 2012 ໄດ້ເຮັດໂຄງການປູກຜັກຂອງໂຮງຮຽນທົ່ວນະຄອນຫຼວງເຊິ່ງໄດ້ມອບທຶນ 20,000ໂດລາ ປີ 2013 ໄດ້ມອບທຶນສ້າງໂຮງຮຽນບ້ານຊໍ້ ຈຳນວນ 20,000 ໂດລາ ປີ 2014 ໄດ້ມອບທຶນໃຫ້ແກ່ອົງການ LIRE ເພື່ອຝຶກອົບຮົບໜ່ວຍກູ້ໄພ້ 1623 ມູນຄ່າ 20,00 ໂດລາ ປີ 2015 ໄດ້ມອບທຶນການສຶກສາ ໃຫ້ແກ່ໂຮງຮຽນ LANITH ມູນຄ່າ 20,000 ໂດລາ ປີ 2016 …

ລົງທະບຽນເພື່ອຮັບສ່ວນຫຼຸດ