
ລາງວັນພະນັກງານທີ່ເຮັດວຽກກັບບໍ່ລິສັດເປັນເວລາດົນ
ໃນວັນທີ່ 1 ຕຸລາ 2020, ລາວຟອດຊີຕີ ເຊິ່ງເປັນບໍລິສັດໃນເຄືອຂອງ ອາເອັມເອ ກຣູບ ໄດ້ຈັດງານມອບໃບຍ້ອງຍໍໃຫ້ກັບພະນັກງານຜູ້ທີ່ເຮັດວຽກທີ່ບໍລິສັດຟອດ ຍາວນານເຖິງ 10ປີ. ເຊິ່ງໃນປີນີ້ມີຜູ້ໄດ້ຮັບລາງວັນຈຳນວນ 4 ທ່ານ. ເຊິ່ງໃນແຕ່ລະປີ ອາເອັມເອ ກຣຸບໄດ້ຈັດງານດັ່ງກ່າວຂື້ນເພື່ອເປັນການກະຕຸ້ນໃຫ້ພະນັກງານ ແລະ ໃນປີຕໍ່ໆໄປ.

ລາວຟອດຊີຕີ ຈັດການປະຊຸມກັບສາຂາທົ່ວປະເທດ
ໃນວັນທີ 16 ກັນຍາ 2020 ລາວຟອດຊີຕີ ຈັດການປະຊຸມກັບສາຂາທົ່ວປະເທດ ໂດຍຈັດຂື້ນທີ່ ນະຄອນຫລວງ. ເຊິ່ງເປັນໂອກາດທີ່ດີໃນການແບ່ງປັນປະສົບການ, ການສະຫລຸບຜົນງານທີ່ຜ່ານມາ ແລະ ແຜນໃນອານາຄົດ. ບັນດາຜູ້ຈັດການ ແຕ່ລະສາຂາ, ການເງິນ,ຈັດຊື້, ຂົນສົ່ງ, ບຸກຂະລາກອນ ແລະ ຜູ້ທີ່ເຮັດຜົນງານໄດ້ດີ ເຂົ້າຮ່ວາມງານເພື່ອເຮັດໃຫ້ງານນີ້ປະສົບຜົນສຳເລັດ