News

ລາວຟອດຊີຕີສະໜັບສະໜູນງານເທດສະການອາຫານລາວ 2023

ໃນວັນທີ່ 24 ມັງກອນ 2023 ທີ່ຜ່ານມາ ສະຫະພັນແມ່ຍິງລາວ ຮ່ວມກັບ ສະມາຄົມແມ່ຍິງທຸລະກິດໃດ້ມີພິທີ່ເປີດງານ ເທດສະການອາຫານລາວ ທີ່”ແຄມຂອງ ເຈົ້າອານຸວົງ “  ເຊິ່ງພາຍໃນງານໃດ້ມີ ຜູ້ປະກອບການຫ້າງຮ້ານແລະຫົວໜ່ວຍທຸລະກິດຕ່າງໆໃດ້ເຂົ້າຮ່ວມ ເພື່ອສົ່ງເສີມ ການທ່ອງທ່ຽວ ລວມທັງການອະນຸລັກ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີຂອງອາຫານລາວ ທີ່ໄດ້ຕິດພັນກັບການທ່ອງທ່ຽວ ພາຍໄຕ້ຄຳຂວັນທີ່ວ່າ “ສົ່ງເສີມອາຫານລາວ ໃຫ້ໄດ້ການຍອມຮັບຈາກສາກົນ”. ງານໃນປີນີ້ ແມ່ນໃດ້ຈັດຂຶ້ນ 5 ມື້ຄື: ວັນທີ່ 24-28 ມັງກອນ 2023, ເລີ້ມແຕ່ເວລາ 9:00 ໂມງເຊົ້າ ຫາ 10:00 ຂອງທຸກໆມື້, ພາຍໃນງານ ມີທັງໝົດ 180 ບູດ, ເຊິ່ງລວມມີຮ້ານອາຫານລາວ,ອາຫານພື້ນເມືອງ,ອາຫານສາກົນ ແລະຜະລິດຕະພັນກະເສດ ຈຳນວນ 163 ບູດ ແລະ ຫັດຖະກຳ 18 ບູດ ,ໃນງານດັ່ງກ່າວ ຄາດວ່າຈະໄດ້ຮັບລາຍໄດ້ປະມານ 3-4 ຕື້ກີບ, …

ງານລ້ຽງພົບປະລູກຄ້າໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ລົດ

ການນຳສະເໜີກ່ຽວກັບການໃຫ້ຄວາມຮູ້ໃນການນຳໃຊ້ລົດຢ່າງຖືກວິທີ,ນຳສະເໜີກ່ຽວກັບ ລະບົບຮັກສາຄວາມປອດໄພໃນການຂັບຂີ່ລົດ,ຄວາມສຳຄັນໃນການນຳໃຊ້ເຂັມຂັດນິລະໄພ,ນຳສະເໜີກ່ຽວກັບການບຳລຸງຮັກສາລົດດ້ວຍຕົວຂອງທ່ານເອງ ແລະ ນຳສະເໜີກ່ຽວ ກັບກຸ່ມບໍລິສັດອາເອັມເອ ເພື່ອໃຫ້ລູກຄ້າໄດ້ຮູ້ວ່າທຸລະກິດຂອງພວກແມ່ນຫຍັງ ນອກຈາກນີ້ເຮົາຍັງນຳສະເໜີກ່ຽວກັບການບໍລິການຂອງພວກເຮົາໃຫ້ລູກຄ້າໄດ້ຮັບຮູ້ ວ່າເຮົາມີທີມງານດ້ານບໍລິການທີ່ມີຄຸນນະພາບ ທີ່ຜ່ານການຝືກອົບຮົມມາເປັນຢ່າງດີເພື່ອບໍລິການລູກຄ້າທຸກທ່ານ ເພາະສະນັ້ນ ລູກຄ້າຂອງພວກເຮົາຈື່ງສາມາດໄວ້ວາງໃຈຫາກທຸກທ່ານສົ່ງລົດມາຮອດມືເຮົາ ພວກເຮົາໄດ້ຈັດງານນີ້ຂື້ນໃນວັນສຸກທີ່ຜ່ານມາ ທີ່ສູນ ບໍລິການຫຼັງການຂາຍ ລາວຟອດ ຊີຕີ ເຮົາມີອາຫານ ແລະ ເຄື່ອງດື່ມໄວ້ບໍລິການລູກຄ້າຕະຫຼອດງານ ແລະ ຍັງມີກິດຈະກຳອື່ນໆອີກຫຼາກຫຼາຍເຊັ່ນ: ເກມ ຖາມຕອບ ສຳລັບລູກຄ້າທ່ານໃດທີ່ຕ້ອງການຮູ້ຂໍ້ມູນເພີ່ມເຕີມ ຫຼື ມີຄຳຖາມ ສາມາດສອບຖາມ ເພື່ອຮັບຂອງລາງວັນຈາກພວກເຮົາ ຍັງບໍ່ໝົດພຽງເທົ່ານີ້ ເຮົາຍັງມີກິດຈະກຳສຳລັບເດັກນ້ອຍ ທີ່ເຂົ້າມາຮ່ວມພາຍໃນງານໃຫ້ໄດ້ຮ່ວມມ່ວນຊື່ນນຳກັນ ເປັນການແຕ້ມຮູບລະບາຍສີ ເພື່ອຮັບຂອງຂວັນເປັນກະເປົ໋າເປ້ ບໍ່ພຽງເທົ່ານັ້ນເຮົາຍັງມີການຈັບສະຫຼາກຮັບລາງວັນໃຫຍ່ສຳລັບລູກຄ້າທີ່ເຂົ້າມາຮ່ວມງານ ແລະ ໄດ້ຂຽນຄູປອງ.

ຟອດສະໜັບສະໜູນທີມປັ່ນລົດຖີບເຮັດໄດ້

ວຽງຈັນ, ລາວ, ລາວຟອດຊີຕີ ໄດ້ໃຫ້ການສະໜັບສະໜູນທີມ “ເຮັດໄດ້” ໂຄອງການປັ່ນລົດຖີບເພື່ອລະດົມເງິນທຶນທີ່ຈະເອົາໄປຊ່ວຍ ໂຮງໝໍເດັກ ເພື່ອນລາວ ໃນຫຼວງພະບາງ. ໂຮງໝໍເດັກ ເພື່ອນລາວ ແມ່ນໂຮງໝໍທີ່ບໍ່ສະແຫວງຜົນກຳໄລໃດໆ ເປັນໂຮງໝໍເດັກທີ່ບໍ່ເສຍຄ່າແຫ່ງດຽວໃນພາກພື້ນ ທີີ່ຂຶ້ນກັບຜູ້ໃຫ້ທຶນເອກະຊົນທີ່ຈະໃຫ້ບໍລິການໂດຍບໍ່ເສຍຄ່າຢ່າງເຊັ່ນພວກເຮົາແມ່ນຜູ້ທີ່ບໍລິຈາກເງິນທຶນໃຫ້ແກ່ໂຮງໝໍດ້ວຍຕົວເຮົາເອງ. ໂຄງການນີ້ຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອທຸກຄົນຊ່ວຍກັນລະດົມທຶນ. ແລະແນ່ນອນ, ບໍລິສັດ ລາວຟອດຊີຕີ ກໍໄດ້ເປັນສ່ວນໜຶ່ງຂອງໂຄງການນີ້ ໂດຍການໃຫ້ການສະໜັບສະໜູນລົດສອງຄັນພ້ອມຄົນຂັບໄປນຳເພື່ອຮອງຮັບທຸກການບາດເຈັບໃນເວລາເດີນທາງຕະຫຼອດເຖິງຈຸດໝາຍປາຍທາງ. ການເດີນທາງໃນຄັ້ງນີ້ແມ່ນໃຫ້ການເຂົ້າຮ່ວມຈາກນັກ​ປັ່ນທັງໝົດ 25 ເຊິ່ງ​ຈະ​ເລີ່ມ​ປັ່ນລົດຖີບ​ໃນ​ໄລຍະ​ເກືອບ 400 ກິໂລແມັດ ຜ່ານ​ແຂວງ​ໄຊ​ສົມບູນ ແລະ ແຂວງ​ບໍລິ​ຄຳ​ໄຊ ລະຫວ່າງ​ວັນ​ທີ 1-4 ທັນວາ 2022.

ງານເປີດຕົວ Next-Gen Ford Ranger ແລະ Everest

ນະຄອນຫຼວງວຽງຈັນ, ລາວ. ວັນທີ່ 30 ກັນຍາ 2022 ທີ່ຜ່ານມານີ້, ລາວຟອດຊີຕີຕົວແທນຜູ້ຈັດຈຳໜ່າຍຜະລິດຕະພັນລົດຟອດໜຶ່ງດຽວໃນລາວ ໄດ້ຈັດງານເປີດຕົວລົດໃໝ່ທີ່ໃຫ່ຍທີ່ສຸດໃນປະເທດລາວ ຫຼັງຈາກສິ້ນສຸດການລໍຄອຍຂອງການເປີດຂອງຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນ ທີ່ປະເທດອ໋ອສເຕເລຍ ໃນຊ່ວງທີ່ຜ່ານມາ. ເຊິ່ງໃນງານດັ້ງກ່າວໄດ້ໃຫ້ກຽດເຂົ້າຮ່ວມງານຈາກທ່ານ ປີເຕີ ເຮມອນ ເອກອັກະລະສະທູດຂອງສະຫະຣັດອາເມຣິກາປະຈຳລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທ່ານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ. ໃນການມາຄັ້ງຍິ່ງໃຫ່ຍຂອງລົດຟອດໃນຄັ້ງນີ້ລວມມີລຸ່ນທັງໝົດ 4 ລຸ້ນ ຄື: Ford Everest Sport 4×2 6AT: ມາພ້ອມກັບເຄື່ອງຈັກ 2.0 ລິດ ເທີໂບດ່ຽວ ພ້ອມກັບລະບົບເກຍອັດຕະໂນມັດ 6 ສະປີດ, ທີ່ໃຫ້ກຳລັງແຮງມ້າສູງເຖິງ 170 ແຮງມ້າ ທີ່ 3,500 ຮອບຕໍ່ນາທີ ແລະ ແຮງບິດສູງສຸດ 405 ນິວຕັນແມັດ ທີ່ 1,750-2,500 …

ພົບກັນໄວໆນີ້ ເຈເນີເຣຊັນໃໝ່ຟອດເຣນເຈີ ແລະ ຟອດເອເວີເຣດທ໌ ສະປອດ

ນະຄອນຫຼວງວຽງຈັນ, ລາວ. ໃນວັນທີ່ 30 ກັນຍາ 2022 ທີ່ຈະມາຮອດນີ້, ລາວຟອດຊີຕີຂໍຮຽນເຊີນທຸກທ່ານເຂົ້າຮ່ວມງານເປີດຕົວລົດໃໝ່ຂອງພວກເຮົາ ຫຼັງຈາກສິ້ນສຸດການລໍຄອຍຂອງການເປີດຂອງຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນ ທີ່ປະເທດອ໋ອສເຕເລຍ ໃນຊ່ວງທີ່ຜ່ນາມາ ແລະ ໃນທີ່ສຸດການລໍຄອຍຂອງການເປີດຕົວໃໝ່ລົດຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນໃໝ່ ກໍ່ເດີນທາງມາຮອດປະເທດລາວຂອງເຮົາແລ້ວ ກຽມພົບກັບການເປີດຕົວລົດຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນໃໝ່ ທີ່ໃຫ່ຍທີ່ສຸດໃນປະເທດລາວ. ໃນການມາຄັ້ງຍິ່ງໃຫ່ຍຂອງລົດຟອດໃນຄັ້ງນີ້ລວມມີລຸ່ນ Next-Gen Ranger Wildtrak, Next-Gen Ranger XLT, Next-Gen Ranger XL ແລະ Next-Gen Everest Sport. ແລະ ພ້ອມກັນນັ້ນຍັງສາມາດມາສຳຜັດ ແລະ ທົດລອງຂັບ Next-Gen Everest ແລະ Ranger ໃນວັນທີ່ 1-2 ຕຸລານີ້. ໝາຍເຫດ: ລົງທະບຽນເຂົ້າຮ່ວມງານຟຮີ …

Owner Clinic Event at Lao Ford City

ໃນວັນທີ່ 19 ສິງຫາທີ່ຜ່ານມາ ລາວຟອດຊີຕີນະຄອນຫຼວງວຽງຈັນ ໄດ້ຈັດງານພົບປະສັງສັນລະຫວ່າງລູກຄ້າທີ່ນຳໃຊ້ລົດຟອດ ເພື່ອໃຫ້ລູກຄ້າຟອດທຸກທ່ານໄດ້ແລກປ່ຽນປະສົບໃນການນຳໃຊ້ລົດຟອດໃນ ທັງນີ້ທັງນັ້ນ, ຍັງເປັນການເຜີຍແຜ່ໃຫ້ມູນທາງເທັກນິກກ່ຽວກັບການນຳໃຊ້ຍານພາຫະນະໃຫ້ຖືກຕ້ອງຕາມວິທີແລະຖືກກົດຈາລະຈອນ ໂດຍເປັນການໃຫ້ຄຳບັນຍານຈາກທ່ານ ສັນຍາ ບຸນເພງອະນຸຮັກ ຫົວໜ້າຝ່າຍບໍລິການຫຼັງການຂາຍ ພາຍໃນງານຄັ້ງນີ້ພວກເຮົາມີຜູ້ເຂົ້າຮ່ວມຫຼາຍກວ່າ 350 ທ່ານ. ແລະພວກເຮົາຍັງໄດ້ແຈກຂອງລາງວັນໃຫ້ແກ່ລູກຄ້າທີ່ມາຮ່ວມງານນຳພວກເຮົາ ບໍ່ວ່າຈະເປັນເຄື່ອງໃຊ້ໄຟຟ້າ, ຖົງເກັບຄວາມເຢັນ, ກະບອກນ້ຳ, ຄັນຮົ່ມ, ໂທລະສັບມືຖື, ກະເປົາ ແລະ ອື່ນໆ…ລາວຟອດຊີຕີຕ້ອງຂໍຂອບໃຈລູກຄ້າທຸກທ່ານທີ່ເສຍສະຫຼະເວລາຂອງທ່ານມາຮ່ວມງານໃນຄັ້ງນີ້ ແລ້ວພົບກັນໃໝ່ໃນໂອກາດໜ້າ.

Lao Ford City Supported Trash Bin for Infasole   

ໃນວັນທີ່ 9 ສິງຫາ ທີ່ຜ່ານມາ ລາວຟອດຊີຕີໄດ້ຈັດພິທີມອບຮັບຖັງຂີ້ເຫຍື່ອໃຫ້ແກ່ບໍລິສັດອິນຟຣາໂຊ, ລາວຟອດຊີຕີເປັນບໍລິສັດໜຶ່ງດຽວທີ່ເປັນຕົວແທນຈຳໜ່າຍລົດຟອດໃນລາວ ເຊິ່ງເວລານີ້ພວກເຮົາກໍ່ເຫັນເຖິງຄວາມສຳຄັນຂອງສັງຄົມເຊິ່ງໃນຊ່ວງທີ່ຜ່ານມາພວກເຮົາກໍ່ໄດ້ໃຫ້ການສະໜັບສະໜູນກັບຫຼາຍພາກສ່ວນ ແລະ ໃນມື້ນີ້ບໍລິສັດອິນຟຣາໂຊຣ ກໍ່ເປັນອີກໜຶ່ງບໍລິສັດທີ່ພວກເຮົາໄດ້ໃຫ້ການສະໜັບສະໜູນແກ່ບໍລິສັດອິນຟຣາໂຊຣ,  ເຊິ່ງເປັນບໍລິສັດໜຶ້ງທີ່ເປັນຂອງຄົນລາວ 100%, ທີ່ມີເປົ້າໝາຍເຂົ້າໄປຊ່ວຍເຫຼືອພາກລັດໃນວຽກງານການບໍລິຫານຈັດການຂີ້ເຫຍື້ອ ເຊັ່ນ: ການເກັບຂົນຂີ້ເຫຍື້ອ, ການພັດທະນາລະບົບການຊຳລະຂີ້ເຫຍື້ອແບບທັນສະໄໝໃຫ້ກັບພາກລັດ ເພື່ອເພີ່ມຄວາມສະດວກໃຫ້ກັບພໍ່ແມ່ປະຊາຊົນລາວໃນການຊຳລະຄ່າບໍລິການເກັບຂີ້ເຫຍື່ອຂອງລັດ. ເຊິ່ງປະຈຸບັນໄດ້ມີການນຳໃຊ້ຢ່າງເປັນທາງການໃນນະຄອນປາກເຊ ເຊິ່ງເປັນໂຕແບບຢ່າງທີ່ດີທີ່ສຸດໃນການນຳໃຊ້ລະບົບການຊຳລະຄ່າບໍລິການເກັບຂີ້ເຫຍື່ອແບບທັນສະໄໝ, ນອກຈາກນັ້ນຍັງມີການຜັນຂະຫຍາຍໄປທີ່ນະຄອນຫຼວງພະບາງ ແລະ ເມືອງປາກຊັນ ແຂວງບໍລິຄຳໄຊ ຕື່ມອີກ. ນອກຈາກນັ້ນແລ້ວ ບໍລິສັດ ອິນຟຣາໂຊຣ ຍັງມຸ້ງເໜັ້ນໄປທີ່ການໃຫ້ຄວາມຮູ້ໃນການບໍລິການຈັດການຂີ້ເຫຍື່ອພາຍໃນຊຸມຊົນຕາມສະຖານທີ່ຕ່າງໆໃນຂອບເຂດທົ່ວປະເທດ ແລະ ມີແຜນທີ່ສ້າງເຄື່ອງມືໃນການແນະນຳວິທີການຂັດແຍກຂີ້ເຫຍື່ອຢ່າງຖືກຕ້ອງ ເພື່ອແຈກຢາຍໃຫ້ກັບປະຊາຊົນລາວເພື່ອສ້າງຈິດສຳນຶກໃນການຮັກສາສີ່ງແວດລ້ອມແບບຍືນຍົງ.

ລົງທະບຽນເພື່ອຮັບສ່ວນຫຼຸດ