News

ການນຳສະເໜີລົດຟອດເທຣິທໍຣີ ແລະ ງານການບຳລຸງຮັກສາລົດດ້ວຍຕົວທ່ານເອງ

ສະຫວັນນະເຂດ ລາວ, 27 ພຶດສະພາ ລາວຟອດຊີຕີສາຂາສະຫວັນນະເຂດ ພູມໃຈນຳສະເໜີລົົົດຟອດ ເທຣິທໍຣີ ເຈເນີເຣຊັນໃໝ່ ໃຫ້ກັບລູກຄ້າທາງສາຂາສະຫວັນນະເຂດໄດ້ສຳຜັດກັບສຸດຍອດລົດ SUV 5 ບ່ອນນັ່ງທີ່ມາພ້ອມກັບຄວາມຫຼູຫຼາ, ທັນສະໄໝ ກັບການອອກແບບທີ່ລົງຕົວ ພ້ອມເພີ່ມຂະຫຍາຍຖານລໍ້ ແລະ ຄວາມສູງໃຫ້ທ່ານເດີນທາງໄດ້ໄກຍິ່ງຂຶ້ນ ມາພ້ອມກັບເຄື່ອງຈັກ 1,5ລິດ ໃຫ້ແຮງມ້າສູງເຖິງ 163ແຮງມ້າ ແລະ ແຮງບິດທີ່ 250 ນີວຕັນແມັດ ຈັບຄູ່ກັບເກຍ 7 ສະປີດ ທີ່ໃຫ້ອາລົມການຂັບຂີ່ທີ່ນຸ່ມນວນ ແລະ ໄຮ້ຮອຍຕໍ່ ແລະ ຍັງມາດ້ວຍອ໋ອບຊັນ ແລະ ຄວາມປອດໄພທ່ີ່ຄົບຄັນເຊັ່ນ: ລະບົບການເຕືອນການຕຳ ພ້ອມເບຣກສຸກເສີນທາງດ້ານໜ້າ (Pre-collision with auto braking), ລະບົບຄວບຄຸມຄວາມໄວແບບແປຜັນ (Adaptive Cruise Control with Stop&Go) ຊ່ວຍໃຫ້ທ່ານເດີນທາງໄກໄດ້ງ່າຍຂຶ້ນ ແລະ ບໍ່ເມື່ຶອຍ, ລະບົບຖອຍຈອດແບບອັດຕະໂນມັດ (Active Parking Assist) ເຂົ້າໄດ້ທັງແບບຄູ່ຂະໜານ …

ເນັກ-ເຈັນ ຟອດເທຣິທໍຣີ ເກມທ້າ…ລ່າລາງວັນ 2023

ນະຄອນຫຼວງວຽງຈັນ, ລາວ ວັນທີ່ 19-21 ພຶດສະພາ ທີ່ຜ່ານມາ ລາວຟອດ ຊີຕີ ໄດ້ຈັດກິດຈະກຳທົດລອງຂັບລົດ ຟອດ ເທຣິທໍຣີໃໝ່ ທີ່ຫາກໍ່ເປີດຕົວໄປໃນເດືອນ ເມສາ ທີ່ຜ່ານມານີ້ ເພື່ອເປັນການເປີດໂອກາດໃຫ້ລູກຄ້າ ສຳຜັດກັບການອອກແບບ ໄດນາມິກ ການຂັບຂີ່ລົດ SUV 5 ບ່ອນນັ່ງ ພ້ອມເກຍອໍໂຕ້ 7 ສະປີດ ທີ່ໃຫ້ການຂັບຂີ່ແບບນຸ້ມ ສະບາຍ ພ້ອມກັບສຳພັດດີຊາຍພາຍໃນແບບຫລູຫລາ ມາພ້ອມຫລັງຄາມາດຕະຖານແບບ Panoramic ລະບົບສະແດງຜົນ In-Vehicle Infotainment ມີຈໍສະແດງຜົນເທິງໜ້າປັດດິຈິຕໍ 12ນິ້ວ ທີ່ສາມາດເຊື່ອຕໍ່ Apple Carplay ແລະ Android Auto ພ້ອມການເຊື່ອມ Bluetooth. ເບາະນັ່ງຜູ້ຂັບປັບໄຟຟ້າ 10 ທິດທາງ, ລະບົບປັບອຸນຫະພູມເບາະນັ່ງຄູ່ໜ້າ ແລະ ລະບົບຟອກອາກາດປ້ອງກັນຝຸ່ນ PM 2,5 ແທ່ນສາກໄຮ້າສາຍ ພ້ອມທີ່ຈະສາກໂທລະສັບຂອງທ່ານໄດ້ຕະຫລອດເວລາ ໂດຍບໍ່ຈຳເປັນຕ້ອງໃຊ້ສາຍສາກ ແລະ ລະບົບເຕັກໂນໂລຊີ …

ງານເປີດໂຕລົດຟອດເທຣິທໍຣີໃຫມ່

6 ເດືອນ ເມສາ 2023, ເພື່ອເປັນການສ້າງສີສັນໃຫ້ວົງການລົດຍົນໃນການເປີດໂຕລົດທີ່ບໍ່ແມ່ນພຽງແຕ່ການນຳສະເໜີລົດເທົ່ານັ້ນ ງານເປີດໂຕລົດເທຣິທໍຣີ ເນັກ-ເຈເນີເຣຊັນໃໝ່ ໃດ້ເນລະມິດສະຖານທີ່ແຕ່ລະຈຸດ ໃຫ້ເປັນພາບແຫ່ງຄວາມສຸກທີ່ທ່ານຈະໃດ້ມ່ວນຊື່ນໃນການຂັບຂີ່ໄປກັບFord Territory , ບໍ່ວ່າທ່ານຈະເດີນທາງໄປຕັ້ງແຄັ້ມທີອ້ອມຮອບໄປດ້ວຍສັນພູທີ່ສວຍງາມ ຫລື ເດີນທາງໄປແຄມຊາຍຫາດກັບຄອບຄົວທີ່ທ່ານຮັກ ລວມເຖິງການຂັບຂີ່ໃນຕົວເມືອງ Ford Territory Next Generation ສາມາດຕອບຕອບໂຈດທຸກການໃຊ້ງານ ຟອດ ເທຮິທໍຣີ ເນັກ-ເຈເນີເຣຊັນໃໝ່ SUV ຂະໜາດ 5 ບ່ອນ ເປັນອີກໜຶ່ງລຸ່ນທີ່ເປັນຍອດນິຍົມໃນພາກພຶ້ນອາຊີ ເປັນຕົ້ນແມ່ນປະເທດຈີນ, ຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ຮັບການອອກແບບພາຍນອກ ແລະ ພາຍໃນແບບຫຼູຫຼາເໜືອລະດັບ ທີ່ມາພ້ອມກັບລະບົບເຕັກໂນໂລຊີ ທີ່ຈັດເຕັັມ. ເປີດໃຫ້ເປັນເຈົ້າຂອງໄດ້ແລ້ວມື້ນີ້ ກັບຟອດ ເທຣິທໍຣີ ທີ່ມາພ້ອມເຄື່ອງຈັກ 1.5 ລິດ Ecoboost ຈັບຄູ່ກັບເກຍແບບໝູນ 7 ສະປີດ ທີ່ສາມາດຜະລິດແຮງມ້າໄດ້ສູງເຖິງ 163 ແຮງມ້າ ແລະ ແຮງບິດ 250 ນິວຕັນແມັດ ດ້ວຍພະລັງຂອງ …

ເຊັນສັນຍາຄວາມເຂົ້າໃຈລະຫວ່າງກຸ່ມບໍລິສັດ RMA ແລະ ທະນາຄານ LDB

ວຽງຈັນ, ລາວ 23 ມີນາ 2023. ກຸ່ມບໍລິສັດ ອາຣເອັມເອ (RMA Group) ຮ່ວມກັບ ທະນາຄານ ພັດທະນາລາວ ຈຳກັດ (LDB Bank) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານຍຸດທະສາດ ການທະນາຄານ ແລະ ທຸລະກິດ ລະຫວ່າງ LDB Bank & RMA Group ເຊິ່ງໄດ້ຈັດຂຶ້ນທີ່ ໂຮງແຮມແລນມາກ ຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ Wayne McIntosh, ຜູ້ອຳນວຍການບໍລິຫານຈັດການ ກຸ່ມໂອໂຕໂມທິບ ກຸ່ມບໍລິສັດອາຣເອັມ ເອເຊຍລາວ ແລະ ທ່ານ ສິດທິສອນ ເທບພາສີ, ປະທານສະພາບໍລິຫານ ທະນາຄານ ພັດທະນາລາວ ຈໍາກັດ ແລະ ພ້ອມດ້ວຍຄະນະຜູ້ອໍານວຍການ, ຄະນະບໍລິຫານງານ ຂອງທັງສອງຝ່າຍ. ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເປັນການຕົກລົງຮ່ວມມືກັນ ເພື່ອສະແດງໃຫ້ເຫັນເຖິງ ຄວາມຕັ້ງໃຈໃນການຮ່ວມມື …

ລາວຟອດຊີຕີແຈກໂຊກໃຫ່ຍໃຫ້ລູກຄ້າ

ລາວຟອດຊີຕີຈັດແຄມເປນຄືນກຳໄລໃຫ້ລູກຄ້າ ທີ່ອອກລົດຕັ້ງແຕ່ງຕົ້ນປີ 2022 ຫາຕົ້ນປີ 2023ນີ້ ດ້ວຍຄູປອງຈັບສະຫຼາກລຸ້ນໂຊກລລາງວັນລົດໃຫ່ຍ ແລະ ເຄື່ອງໃຊ້ໄຟຟ້າອີກຫຼາຍລາຍການ ແລະ ໃນທີ່ກໍ່ສິ້ນສຸດການລໍຖ້າ ພວກເຮົາລາວຟອດຊີຕີ ຂໍສະແດງຄວາຍິນດີມານຳລູກຄ້ານາມວ່າ ທ່ານ ກໍລະກັນ ວົງສີດອນ ທີ່ໂຊກດີທີ່ໃດ້ຮັບລາງວັນໃຫ່ຍ ລົດຟອດ ເທຣິທໍຣີຈາກທາງລາວຟອດຊີຕີ ໃນແຄມເປນເເຈກໂຊກໃຫຍ່ຫຼາຍກວ່າ 700 ລ້ານກີບ, ລາວຟອດຊີຕີແຈກແທ້ແຈກຈິງ ແຈກໃຫ້ກັບລູກຄ້າທີ່ອອກລົດຟອດທຸກລຸ່ນຕັ້ງແຕ່ຕົ້ນປີ 2022 ເຖິງເດືອນມີນາ 2023 ເຖິງວ່າລູກຄ້າທີ່ອອກລົດກັບພວກເຮົາຈະໃດ້ລົດງາມໆ ແລະ ຂອງແຈກຂອງແຖມຫຼາຍຢ່າງໄປແລ້ວ ຍັງຈະໃດ້ຄູປອງລຸ້ນໂຊກໃຫຍ່ຄື: ບັດພິດຊ່າ 500,000 ກີບຈຳນວນ 10 ລາງວັນ, ບັດນ້ຳມັນ 1,000,000ກີບ ຈຳນວນ 5 ລາງວັນ, ໂທລະສັບ ຈຳນວນ 3 ລາງວັນ, ລຳໂພງ JBLຈຳນວນ 3 ລາງວັນ, ສາຍຄໍຄຳ ຈຳນວນ 2 ລາງວັນ, ລົດຈັກ Honda wave …

ການທົດລອງຂັບ Next-Generation

ລາວຟອດຊີຕີຈັດງານໃຫ່ຍ ທົດລອງຂັບທຸກແບບທາງໂຫດເຖິງ 7 ດ່ານ ເພື່ອເປັນການສາທິດທຸກການໃຊ້ງານຂອງອ໋ອບຊັນຕ່າງໆເຊັ່ນ: ລະບົບດີຟລ໋ອກ, ລະບົບຄວບຄຸມການຊົງຕົວ, ລະບົບລົງທາງລາດຊັນ ແລະ ລະບົບຊ່ວຍອອກຕົວໃນທາງລາດຊັນ, 6 ໂໝດການຂັບຂີ່ກັບຄວາມທ້າທາຍໃນ 7 ດ່ານ ທ່ານໃດໄດ້ໄປລອງຂັບມາແລ້ວ ບອກເປັນສຽງດຽວກັນເລີຍວ່າກິດຈະກຳໂຫດໆແບບນີ້ ມີແຕ່ຟອດເຮັດໄດ້ຄົນດຽວ ດ້ວຍຫົນທາງໂຫດທີ່ເຮົາຈັດໄວ້ໃຫ້ ແຕ່ທຸກທ່ານກໍ່ສາມາດຂັບຜ່ານມາໄດ້ ດ້ວຍສະມັດທະນະການຂັບຂີ່ ແລະ ອ໋ອບຊັນທີ່ມີມາໃຫ້ໃນລົດ ຟອດ ເນັກເຈເນີເຣຊັນໃໝ່ ທຸກລຸ່ນ. ເຊິ່ງພາຍໃນງານຂອງພວກເຮົາມີການແຈກ ເສື້ອ ແລະ ໝວກສຳລັບທ່ານທີ່ມາລົງທະບຽນ ພ້ອມຍັງມີອາຫານ ແລະ ເຄື່ອງດື່ມໄວ້ບໍລິການໃຫ້ລູກຄ້າທຸກທ່ານຢ່າງເຕັມທີ່. ພ້ອມກັນນັ້ນ, ທ່ານໃດທີ່ໄດ້ເຂົ້າຮ່ວມທົດລອງຂັບໃນງານນີ້ຍັງມີສິດລຸ້ນຮັບເຄື່ອງໃຊ້ໄຟຟ້າ ມູນຄ່າຫຼາຍກວ່າ 30 ລ້ານກີບ ທັ້ງນີ້ທັ້ງນັ້ນ, ການທົດລອງຂັບລົດຟອດ ໃນທາງອ໋ອບໂຣດໃນຄັ້ງນີ້ເຮົາສັງເກດໄດ້ເລີຍວ່າຫຼາຍທ່ານສົນໃຈເຂົ້າຮ່ວມກິດຈະກຳນີ້ ຈາການເກັບກຳລາຍຊື່ລົງທະບຽນ ເຮົາສາມາດເກັບກຳໄດ້ຫຼາຍກວ່າ 850 ທ່ານທີ່ເຂົ້າຮ່ວມທົດລອງຂັບນຳພວກເຮົາ ແລະ ສຳລັບທ່ານໃດທີ່ຜ່ານທຸກດ່ານມາໄດ້ ທາງລາວຟອດຊີຕີຂອງພວກເຮົາກໍ່ໄດ້ມອບໃບຍັ້ງຍືນທຸກທ່ານທີ່ສຳເລັດການທົດລອງຂັບໃນຄັ້ງນີ້ອີກດ້ວຍ

ໂຄງການໜຶ່ງຄົນໃຫ້ ຫຼາຍຄົນຮັບ

ລາວຟອດຊີຕີ ໄດ້ຈັດໂຄງການ ໜຶ່ງຄົນໃຫ້ ຫຼາຍຄົນຮັບ ພາຍໃນວັນທີ່ 27 ກຸມພາ 2023 ທີ່ຜ່ານມາ ທີ່ສູນລາວຟອດຊີຕີ, ບ້ານຂຸນຕາທົ່ງ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ, ໂຄງການດັ່ງກ່າວແມ່ນໄດ້ເຊີນຊວນໃຫ້ ພະນັກງານ ບໍລິສັດລາວຟອດຊີຕີ ແລະ ບໍລິສັດພາຍໃນກຸ່ມ RMA ລາວ ລວມໄປເຖິງປະຊາຊົນຜູ້ທີ່ຕ້ອງການບໍລິຈາກເລືອດໃຫ້ຜູ້ທີ່ຂາດແຄນ ແລະ ຕ້ອງການນຳໃຊ້ເລືອດ, ເຊິ່ງພາຍໃນງານເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມກະຕືລືລົ້ນຕໍ່ການບໍລິຈາກເລືອດ ໂດຍມີຜູ້ບໍລິຈາກທັງໝົດແມ່ນ 30 ຄົນ, ນອກຈາກທຸກຄົນຈະໄດ້ຮັບບຸນກຸສົນໃນການບໍລິຈາກໃນຄັ້ງນີ້ແລ້ວທຸກຄົນຍັງໄດ້ຮັບເຄື່ອງແຈກງາມໆຈາກທາງຟອດອີກດ້ວຍ ແລະ ໃນທ້າຍນີ້ທາງ ລາວຟອດຊີຕີ້ຍັງຄົງຈະສືບຕໍ່ເຮັດໜ້າທີ່ຊ່ວຍເຫຼືອສັງຄົມຕໍ່ໄປ.

ຄາຣາວານເພື່ອການກຸສົນຮ່ວມໃຈຕ້ານໄພໜາວ

ຄາຣາວານທ່ອງທ່ຽວ ເພື່ອການກຸສົນຮ່ວມໃຈຕ້ານໄພໜາວລາວຟອດຊີຕີ ສາຂາສະຫວັນນະເຂດ ແລະ ສາຂາປາກເຊ ຍິນດີທີ່ໃດ້ເຂົ້າຮ່ວມຊ່ວຍເຫຼືອສັງຄົມໃນງານ ຄາຣາວານທ່ອງທ່ຽວ ເພື່ອການກຸສົນຮ່ວມໃນຕ້ານໄພໜາວທີ່ ຈຸດສຸມ ລາດຫໍ້-ຜາບັງ ເມືອງເຊໂປນ ແຂວງ ສະຫວັນນະເຂດ ໂດຍມີລົດຟອດທັງໝົດເຂົ້າຮ່ວມ 16 ຄັນ ແລະ ຮ່ວມບໍລິຈາກເງິນຊ່ວຍເຫຼືອອຸປະກອນການຮຽນ ແລະ ອຸປະກອນກິລາໂດຍຄາຣາວານທ່ອງທ່ຽວເພື່ອການກຸສົນຕ້ານໄພໜາວໃນຄັ້ງນີ້, ເປັນອີກໂຄງການໜຶ່ງທີ່ຊ່ວຍ ຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ການດຳລົງຊີວິດຂອງປະຊາຊົນ, ເຄື່ອງທີ່ນຳໄປມອບໃນຄັ້ງນີ້ ແມ່ນໄດ້ມາຈາກການປະກອບສ່ວນຂອງ ສັງຄົມທັ້ງສອງປະເທດ ເປັນຕົ້ນແມ່ນ: ເຄືອງນຸ່ງຫົ່ມ, ເຂົ້າສານອາຫານແຫ້ງ, ອຸປະກອນການຮຽນ-ການສຶກສາ, ເຄື່ອງອຸປະກອນກິລາ ແລະ ເຄື່ອງໃຊ້ທີ່ຈຳເປັນພາຍໃນຄົວເຮືອນ ພ້ອມເງິນສົດຈຳນວນໜຶ່ງ, ລວມມູນຄ່າທັງໝົດແມ່ນ 200ລ້ານກີບ. ໃນນີ້ລວມມີ 5 ບ້ານດ້ວຍກັນຄື: ບ້ານ ຜາບັງ, ທ່າຜິງ, ລະເວີນ, ໃໝ່ທ່າແດງ ແລະ ບ່ານສະປອງ, ມີ 2 ໂຮງຮຽນຄື: ມສ ຜາບັງ, ໂຮງຮຽນບ້ານໃໝ່ …

ຄາລາວານຟອດເທຣິທໍຣີງ່າຍທຸກການຂັບຂີ່

ທຸກຮອຍຍີ້ມ ຄືຄວາມປະທັບໃຈຂອງພວກເຮົາ ກັບການແບ່ງປັນຄວາມສຸກໃຫ້ນ້ອງໆນັກຮຽນ ທີ່ໂຮງຮຽນປະຖົມສົມບູນ ບ້ານນາຂອບ ເມືອງ ເຟືອງ ແຂວງວຽງຈັນ. ໃນວັນທີ່ 18-19 ກຸມພາ, ບໍລິສັດ ລາວຟອດຊີຕີ ພ້ອມດ້ວຍຂະນະລູກຄ້າຜູ້ທີ່ຊົມໃຊ້ລົດຟອດ ເທີຣິທໍຣີ ໄດ້ຮ່ວມຕົວກັນຈັດງານຄາລາວານ ພາຍໃຕ້ສະໂລແກນທີ່ວ່າ “Ford Territory Make It Easy Drive” ເພື່ອການກຸສົນຊ່ວຍເຫຼືອນ້ອງນັກຮຽນທີ່ຂາດເຂີນອຸປະກອນການຮຽນ ແລະ ຮ່ວມກັນບູລະນະໂຮງຮຽນໃຫ້ໃໝ່ ເຊິ່ງໃນການເດີນທາງຄັ້ງນີ້ມີລົດເຂົ້າຮ່ວມທັງໝົດ 25 ຄັນ ລວມມູນຄ່າການບໍລິຈາກທັງໝົດ 120,000,000 ກີບ. ທັງນີ້ທັ້ງນັ້ນ, ການໄປຄາລາວານໃນຄັ້ງນີ້ພວກເຮົາຍັງໄດ້ສາທິດ ແລະ ແນະນຳການນຳໃຊ້ອ໋ອບຊັນລົດໃຫ້ຖືກວິທີ ເຊັ່ນ: ລະບົບ Auto Hold, ລະບົບຄວບຄຸມຄວາມໄວ, ລະບົບແລ່ນໃນເລນ, ໂໝດຂັບຂີ່ແບບສະປອດ ແລະ ແບບປະຢັດ ເຊິ່ງລະບົບເຫຼົ່ານີ້ຈະຊ່ວຍໃຫ້ຂັບຂີ່ສະດວກສະບາຍຂຶ້ນ ແລະ ປະຢັດນ້ຳມັນໃນການເດີນທາງ ສຸດທ້າຍນີ້ພວກເຮົາຕ້ອງຂໍຂອບໃຈມາຍັງລູກຄ້າທຸກທ່ານ ທີ່ຊ່ວຍເຮັດໃຫ້ມື້ນີ້ຂອງພວກເຮົາໃຫ້ສຳເລັດ ແລະ ມີນ້ຳໃຈທີ່ຢາກຈະຊ່ວຍເຫຼືອຮ່ວມກັນ.  ສຳລັບລູກຄ້າທ່ານໃດທີ່ຢາກຈະຮ່ວມກິດຈະກຳເດີນທາງແບບນີ້ກັບພວກເຮົາ ຕິດຕາມເພສພວກເຮົາໄວ້ເລີຍ.

ລາວຟອດຊີຕີສະໜັບສະໜູນສະມາຄົມລາວ – ຈີນ

ນະຄອນຫຼວງວຽງຈັນ, ລາວ. ວັນທີ 25 ມັງກອນ 2023, ບໍລິສັດລາວຟອດຊິຕີ ໄດ້ຮຽນເຊີນ ທາງຄະນະເຊີດສິງໂຕ ຂອງສະມາຄົມຈີນມາເຊີດສິງໂຕເພື່ອສະເຫຼີມສະຫຼອງປີໃໝ່ຈີນ(ກຸດຈີນ) ເພື່ອອວຍພອນໄຊໃຫ້ເປັນສິຣິມຸງຄຸນໃນປີໃໝ່ຈີນໃນຄັ້ງນີ້ ແລະ ໃນຕອນບ່າຍຂອງມື້ດຽວກັນ ທາງລາວຟອດຊິຕີໃດ້ຈັດກຽມອາຫານ ແລະ ເຄື່ອງດື່ມເພື່ອຕ້ອນ ແລະ ຮັບປະທານອາຫານທ່ຽງກັບສະມາຄົມຈີນເພື່ອພົບປະ,ໂອ້ລົມ ໃນການເຊີນຂະນະເຊີດສິງໂຕໃນຄັ້ງນີ້ພວກເຮົາຍັງມີການສະໜັບສະໜູນເຄື່ອງນຸ່ງ ແລະ ລົດເພື່ອນຳໃຊ້ໃນການແຫ່ຂະບວນ 3 ລຸ້ນດ້ວຍກັນຄື: Transits 4X4 Conversion, Next-Gen Ranger XLT ແລະ Next-Gen Everest Trend ລວມມູນຄ່າທັງໝົດເປັນຈຳນວນເງິນ 25,000,000 ກີບ. ທ້າຍນີ້ ທາງບໍລິສັດ ລາວຟອດຊິຕີ້ ຂໍອວຍພອນໄຊໃຫ້ທຸກທ່ານ ສຸຂະພາບແຂງແຮງ, ປາຖະໜາສິ່ງໃດ ຂໍໃຫ້ໃດ້ສົມປາຖະໜາ ແລະມີຄວາມສຸກຕະຫຼອດປີ.

ລົງທະບຽນເພື່ອຮັບສ່ວນຫຼຸດ