
FORD RANGER RIDE DRIVE THAILAND IN PHUKET 2022
ເມື່ອວັນທີ 10 ພຶດສະພາ 2022 ຜ່ານມາ ທີ່ພູເກັດ ປະເທດໄທ, Ford ປະເທດໄທໄດ້ເຊີນຊວນສື່ມວນຊົນຈາກຫຼາຍປະເທດ ເພື່ອເຂົ້າຮ່ວມກິດຈະກຳທົດລອງຂັບ Next-Gen Ford Ranger ລົດກະບະທີ່ມາພ້ອມຄວາມສາມາດຮອບດ້ານ, ຄວາມແຂງແຮງ ແລະ ຕອບສະໜອງກັບທຸກການໃຊ້ງານທີ່ສຸດ. ເຊິ່ງການທົດລອງຂັບຄັ້ງນີ້ໄດ້ເລີ່ມຈາກເສັ້ນທາງພູເກັດ-ພັງງາ-ກະບີ່ ເທິງເສັ້ນທາງຖະໜົນລຽບໄປສູ່ທາງທີ່ມີສິ່ງກີດຂວາງ ເພື່ອນຳໃຊ້ເທັກໂນໂລຊີ ແລະ ອຸປະກອນທັນສະໄໝ ທີ່ອອກແບບມາເພື່ອຕອບສະໜອງການໃຊ້ງານຢ່າງຮອບດ້ານ ລວມທັງຄວາມສາມາດໃນການເຊື່ອມຕໍ່ສື່ສານກັບລົດໄດ້ຜ່ານແອັບພິເຄຊັນ FordPass ໃນການຍົກລະດັບປະສົບການໃຊ້ງານຂອງຜູ້ຂັບຂີ່ ແລະສຳລັບຜູ້ທີ່ກຳລັງຊອກຫາລົດມາໃຊ້ເຮັດວຽກ, ລົດສຳລັບຄອບຄົວ ແລະ ການເດີນທາງທ່ອງທ່ຽວ. ສື່ມວນຊົນໄດ້ລອງຂັບຂີ່ລົດເທິງຖະໜົນຕາມເສັ້ນທາງຊື່ ແລະ ໂຄ້ງສະຫຼັບກັນ ເພື່ອໃຫ້ໄດ້ສຳຜັດເຖິງຄວາມອາດສະມາດຂອງເຄື່ອງຈັກ ຄວາມສະບາຍໃນຫ້ອງໂດຍສານ ທີ່ໃຫ້ຄວາມຮູ້ສຶກນຸ້ມນວນແບບລົດເກງ ລວມເຖິງການທົດລອງໃຊ້ເທັກໂນໂລຊີຊ່ວຍໃນການຂັບຂີ່ ເຊັ່ນ: ລະບົບຄວບຄຸມຄວາມໄວແບບຮັກສາໄລຍະຫ່າງອັດຕະໂນມັດ ພ້ອມລະບົບ Stop & Go ແລະ ລະບົບຄວບຄຸມລົດຢູ່ໃນຊ່ອງທາງ (Adaptive Cruise Control with Stop-and-Go and Lane Centering) ຟິວເຈີໃໝ່ໃນ Next-Gen …

ລາວຟອດຊີຕີໃຫ້ການຊ່ວຍເຫຼືອລົດ Transit Ambulance ແລະ Ranger XLT AT ໃຫ້ໜ່ວຍງານພາກລັດ ແລະ ສະມາຄົມບັນເທົາທຸກ
ໃນຊ່ວງການກັບມາຂອງພະຍາດໂຄວິດ 19 ນີ້ທາງບໍລິສັດລາວຟອດຊີຕີກໍໄດ້ມີການສະໜັບສະໜູນຍານພາຫະນະ Ford Ambulance ໃຫ້ແກ່ກະຊວງພາຍໃນ ພ້ອມເຄື່ອງບໍລິໂພກ ແລະ ນໍ້າດື່ມ, ນອກຈາກນັ້ນພວກເຮົາກໍໄດ້ສະໜັບສະໜູນລົດ Ford Ranger XLT AT ໃຫ້ແກ່ສະມາຄົມຊ່ວຍເຫຼືອ ແລະ ບັນເທົາທຸກນະຄອນຫຼວງ ເພື່ອໄປຮັບໃຊ້ໃນແຂວງວຽງຈັນ, ບໍລິສັດລາວຟອດຊີຕີຂອງພວກເຮົາຊາບຊຶ້ງໃຈເປັນຢ່າງຍິ່ງທີ່ມີເຈົ້າໜ້າທີ່ປະຕິບັດວຽກງານ ເປັນດ່ານໜ້າທີ່ຊ່ວຍເຫຼືອປະຊາຊົນລາວຢ່າງທີ່ບໍ່ອິດເມື່ອຍ.