Author archives

ລະບົບເຄື່ອງຈັກ EcoBoost®

ໃຫ້ທ່ານໄປໄດ້ໄກດ້ວຍຄວາມແຮງທີ່ສັ່ງໄດ້ EcoBoost ເປັນເຄື່ອງຈັກທີ່ຊະນະລາງວັນຢອດຢ້ຽມລະດັບໂລກ ດ້ວຍເທັກໂນໂລຊີ້ລ້ຳສະໄໝທີ່ສຸດເທົ່າທີ່ຟອດເຄຍສ້າງມາ ໂດຍສາມາດກົດອັດຕາການໃຊ້ເຊື້ອເພີງໄດ້ສູງສຸດ 20% ແຕ່ກັບໃຫ້ສະມັດຖະນະຂອງເຄື່ອງຈັກທີ່ດີຢ້ຽມຈຶ່ງເປັນທີ່ມາຂອງທີ່ສຸດໃນດ້ານຄວາມປະຢັດ ແລະ ຄວາມແຮງໃນເວລາດຽວກັນ. ລະບົບໄດເຣັກ ອິນເຈັກຊັ້ນ ຊ່ວຍຄວບຄຸມການໃຊ້ນ້ຳມັນເຊື້ອເພີງໄດ້ຢ່າງມີປະສິດຕະພາບຍິ່ງຂື້ນ ແລະ ຊ່ວຍໃຫ້ການສົ່ງກຳລັງຂອງເຄື່ອງຈັກເປັນໄປຢ່າງເໝາະສົມ. ລະບົບແປຜົນແຄມຊາຟແບບອິດສະຫລະ ເພີ່ມແຮງບິດໃຫ້ກັບເຄື່ອງຈັກຈຶ່ງໃຫ້ມີອັດຕາການແລັ່ງແຊງທີ່ດີກວ່າ ແລະ ຍັງປະຢັດກວ່າ. ລະບົບເທີໂບຊາດເຈີ້ ເພີ່ມສະມັດຖະນະຂອງເຄື່ອງຍົນ ແລະ ເຮັດໃຫ້ເລັ່ງແຊງໄດ້ດັ່ງໃຈ ເຄື່ອງຈັກ EcoBoost ຈະຊ່ວຍປະຢັດພະລັງງານໄດ້ຢ່າງໃດ ລະບົບໄດເຣັກ ອິນເຈັກຊັ້ນ ລະບົບຈະຄວບຄຸມການຈ່າຍນ້ຳມັນດ້ວຍແຮງດັນສູງ ທີ່ເຮັດໜ້າທີ່ຈ່າຍນ້ຳມັນໂດຍຕົງເຂົ້າສູ່ຫ້ອງເຜົາໄໝ້ ໂດຍຄຳນວນປະລິມານການຈ່າຍນ້ຳມັນໃນແຕ່ລະຄັ້ງໃຫ້ເໝາະສົມ ແລະ ຍັງຊ່ວຍເພີ່ມອັດຕາການບັບອັດຈຶ່ງເຮັດໃຫ້ເຄື່ອງຍົນເຮັດວຍກໄດ້ເຕັມປະສິດຕິພາບ ແລະ ໃຫ້ກຳລັງທີ່ສູງກວ່າ ເມື່ອທຽບກັບເຄື່ອງຈັກລະບົບທໍ່ສີດທົ່ວໄປ. ລະບົບແປຜັນແຄມຊາຟແບບອິດສະຫລະ ເຄື່ອງຈັກ EcoBoost ຄວບຄຸມການເຮັດວຽກຂອງວາວໄອດີ ແລະ ໄອເສຍ ເພື່ອໃຫ້ເຮັດວຽກສຳພັນກັບອັດຕາການແລັ່ງຂອງເຄື່ອງຈັກໄດ້ຢ່າງສົມບູນແບບຈຶ່ງຊ່ວຍລົດການໃຊ້ເຊື້ອເພີງ ລົການປ່ອຍໄອເສຍ ແລະ ຍັງຊ່ວຍໃຫ້ເພີ່ມອັດຕາເລັ່ງຂອງເຄື່ອງຈັກໃນຮອບຕຳໄດ້ອີກດ້ວຍ. ການລົກຂະໜາດເຄື່ອງຈັກ ເຄື່ອງຈັກ EcoBoost ຖືກອອກແບບໃຫ້ມີນ້ຳໜັກເບົາເພື່ອຕອບໂຈດໃນເລືອງຄວາມປະຢັດ ໂດຍການລົກຈຳນວນຂອງກະບອກສູບຈຶ່ງເຮັດໃຫ້ລົດອັດຕາການສຽດສີຂອງກະບອກສູບ ແລະ ໃຊ້ເຊື້ອດເພີ່ງນ້ອຍລົງ ນອກຈາກນີ້ ດ້ວຍລະບົບເທີໂບຊາດເຈີ ແລະ …

ລະບົບປັດນ້ຳຝົນອັດຕະໂນມັດ

ເພາະເຮົາຢາກໃຫ້ທ່ານມີສະມາທິໃນການຂັບລົດ ໂດຍສະເພາະໃນຊ່ວງເວລາທີ່ອາກາດບໍ່ເປັນໃຈ ເຮົາຈຶ່ງອອກແບບລະບົບທີ່ປັດນ້ຳຝົນໃຫ້ມາຮັບໜ້າທີ່ຄິດແທນທ່ານ ໃນມື້ທີ່ຝົນຕົກ ຫຼື ຂະໜະທີ່ລົດຄັນອື່ນສາດນ້ຳມາໃສ່ແວນໜ້າລົດຂອງທ່ານ ລະບົບປັດນ້ຳຝົນອັດຕະໂນມັດຈະເຮັດວຽກທັນທີໂດຍທີ່ທ່ານບໍ່ຕ້ອງຄິດ ຫລື ເຮັດຫຍັງເລີຍ. ການເຮັດວຽກ ເຊັ່ນເຊີ້ຕິດ້ານຫລັງແວ່ນແຍງຫລັງ ສາມາດກວດຈັບ ແລະ ເຕືອນໄດ້ທັນທີທີ່ມີນ້ຳຢູ່ທີ່ແວນລົດ. ລະບົບປັດນ້ຳຜົນຈະເຮັດວຽກ ແລະ ປັບຈັງຫວະການປັດໂດຍອັດຕະໂນມັດ ເພື່ອໃຫ້ໝັ້ນໃຈໄດ້ເຕັມທີ່ວ່າແວນຈະສະອາດ ໃນທຸກຄັ້ງທີ່ລະບົບກວດຈັບວ່າມີນ້ຳຢູ່ແວນລົດ ຝົນຕົກໜັກ ຈະປັດໃນຈັງຫວະໄວ ຝົນຕຳຮຳ ຈະປັດໃນຈັງຫວະຊ້າລົງໂດຍອັດຕະໂນມັດ. ການເຮັດວຽກ ລະບົບຄວບຄຸມທີ່ກ້ານປັດນ້ຳຝົນໃຫ້ທ່ານປັບລະດັບການກວດຈັບນ້ຳຝົນທີ່ແວນລົດໄດ້ຕາມທີ່ຕ້ອງການ ຫາກເລືອກການກວດຈັບລະດັບສູງ ທີ່ປັດນ້ຳຝົນກໍຈະເຮັດວຽກຫຼາຍຄັ້ງຂື້ນ. ເວລາທີ່ທ່ານຢາກກັບມາສັ່ງງານທີ່ປັດນ້ຳຝົນດ້ວຍໂຕເອງ ທ່ານກໍສາມາດປ່ຽນໂໝດສັ່ງງານໄດ້ຕາມທີ່ໃຈຕ້ອງການ.

ກຸນແຈອັດສະລິຍະ ແລະ ປຸ່ມສະຕາດ

ເຊື່ອວ່າທ່ານຕ້ອງເຄຍມີປັນຫາໃນການຄົ້ນຫາກຸນແຈລົດ ຟອດ ຈຶ່ງເຮັດໃຫ້ທ່ານສະດວກຂື້ນ ໂດຍທ່ານບໍ່ຈຳເປັນຕ້ອງຢິບກຸນແຈລົດອອກມາຈາກກະເປົາເພື່ອໄຂເປີດປະຕູລົດ ຫຼື ແມ້ແຕ່ການສະຕາສລົດ. ການເຮັດວຽກ ພຽງແຕ່ມີກຸນແຈລົດຢູ່ກັບໂຕ ຈະຢູ່ໃນກະເປົາຖື ແລະ ກະເປົາໂສ້ງ ລະບົບຈະຮັບສັນຍານໄດ້ໂ້າທ່ານຢືນຢູ່ໃກ້ລົດ. ພຽງດຶງທີ່ຈັບປະຕູດ້ານຄົນຂັບ ເທົ່ານີ້ກໍ່ຮຽບຮ້ອຍ. ເມື່ອເຂົ້າໄປນັ່ງໃນລົດ ຢຽບແປ້ນເບຣກ ແລ້ວກົດປຸ່ມສະຕາສ ເທົ່ານີ້ກໍ່ພ້ອມອອກເດີນທາງ ບໍ່ຕ້ອງມີກຸນແຈຢູ່ໃນມືເລີຍ.   ອອກແບບເພື່ອຄວາມສະດວກສະບາຍ ເມື່ອແບດເຕີລີ້ຂອງກຸນແຈລົດເບີດ ບໍ່ຕ້ອງກັງວົນເພາະທ່ານສາມາດດຶງກຸນແຈອອກມາໃຊ້ເພື່ອໄຂປະຕູລົດໄດ້ ຈາກນັ້ນສຽບກຸນແຈພິເສດ ເທົ່ານີ້ກໍ່ສາມາດກົດປຸ່ມສະຕາສລົດຕາມປົກກະຕິ. ກຸນແຈຂອງທ່ານຖືກປ້ອນໂປຣແກຣມມາເພື່ອໃຫ້ໃຊ້ໄດ້ກັບລົດຂອງທ່ານຄັນດຽວເທົ່ານັ້ນ.

ລະບົບຊ່ວຍການອອກໂຕຂະໜະຈອດທາງລາດຊັນ (HLA)

ລະບົບຊ່ວຍອອກໂຕຂະໜະຈອດທາງລາດຊັນ (HLA) ການອອກໂຕຈາກທາງລາດຊັນ ຖືເປັນການທ້ານທາຍຝືມືການຂັບລົດຂອງທ່ານ ໂດຍສະເພາະເວລາທີ່ລົດຄັນຫລັງຈອດຕິດຢູ່ຫ່າງຈາກລົດທ່ານພຽງບໍ່ທໍ່ໃດມິນລີແມັດ ລະບົບຊ່ວຍການອອກໂຕທາງລາດຊັນໃຫ້ທ່ານຄາບຄວາມກັງວົນວ່າລົດຈະໄຫລ ບໍ່ວ່າທາງຈະຊັນເທົ່າໃດກໍ່ຕາມ. ການເຮັດວຽກ ເຊັ່ນເຊີ້ຕິດກັບຄັນເລັ່ງ ເພື່ອວັດອົງສາຂອງພື້ນທີ່ອຽງ ຖ້າລົດຂອງທ່ານຢູ່ໃນຈະສ່ຽງທີ່ຈະໄຫລ ລະບົບຈະຊ່ວຍການອອກໂຕຂະນະຈອດຢູ່ທາງລາດຊັນຈະເລີ່ມເຮັດວຽກ. ຂະໜະທີ່ທ່ານຍົກຕີນອອກຈາກເບຣກ ເພື່ອຢຽບຄັນເລັ່ງ ລະບົບຈະຖ່ວງເບຣກໄວ້ປະມານ 3 ວິນາທີ ເພື່ອໃຫ້ທ່ານມີເວລາຢຽບຄັນເລັ່ງໄດ້ກ່ອນທີ່ລົດຈະໄຫລ. ໝັ່ນໃຈທຸກຄັ້ງທີ່ອອກໂຕຢູ່ທາງຊັນ ເມື່ອເຄື່ອງຍົນຂອງທ່ານມີກຳລັງພໍທີ່ຈະອອກລົດໂດຍບໍ່ໄຫລ ລະບົບຊ່ວຍການອອກໂຕທາງລາດຊັນ ຈະປ່ອຍເບຣກໃຫ້ທ່ານອອກລົດໄດ້ຢ່າງລາບລື່ນ ບໍ່ສະດຸດ. ຊ່ວຍທ່ານໄດ້ບໍ່ວ່າຈະຂັບຂື້ນ ຫລື ລົງເນີນ ໃຫ້ທ່ານບໍ່ຕ້ອງກັງວົນເພື່ອຈອດລົດຢູ່ທ່າງລາດຊັນ.

ລະບົບຄວບຄຸມສະຖຽນລະພາບການຊົງໂຕ (ESC)

ລະບົບຄວບຄຸມສະຖຽນລະພາບການຊົງໂຕ (ESC) ເພາະເຮົາໃສໃຈການເລື່ອງຄວາມປອດໄພຂະນະຂັບຂີ່ ດ້ວຍຈຳນວນລົດທີ່ເພີ່ມຂື້ນ ອາດເຮັດໃຫ້ເກີດສະຖານະການບໍ່ຄາດຄິດຈົນທ່ານຕ້ອງຫັກຫລົບເພື່ອຫລີກລ້ຽງອຸບັດຕິເຫດຫຼາຍຂື້ນໄປ ດ້ວຍລະບົບຄວບຄຸມສະຖຽນລະພາບການຊົງໂຕ ESC ຖືກອອກແບບມາເພື່ອປ້ອງກັນລົດມື່ນອອກຂ້າງທາງຂະນະຫັກພວງມະໄລຫລົບຢ່າງກະທັນຫັນ. Stay on track ລະບົບຄວບຄຸມສະຖຽນລະພາບການຊົງໂຕ ESC ຈະຄອຍຈັບພາບການເຄື່ອນໄຫວຂອງລົດຈາກອົງສາຂອງພວງມະໄລ ເພື່ອຈົດຈຳລັກສະນະຂອງການໝູນພວງມະໄລອັດຕາການເລັ່ງ ເພື່ອນຳມາໃຊ້ກັບການເບຣກໂດຍອັດຕະໂນມັດຕໍ່ການໝູນພວງມະໄລ ຫາກລະບົບຈັບໄດ້ເຖິງແຮງທີ່ຫຼາຍຂື້ນ ຫຼື ນ້ອຍຈົນເກີນໄປໃນການຫັກພວງມະໄລ. ລະບົບຄວບຄຸມສະຖຽນລະພາບການຊົງໂຕ ESC ແມ່ນລະບົບທີ່ຮວບຮວມເທກໂນໂລຊີ້ເພື່ອຄວາມປອດໄພໄວ້ດ້ວຍກັນ ໂດຍຂື້ນຢູ່ກັບລົດແຕ່ລະລຸ້ນ. ລະບົບປ້ອງກັນລໍ້ໝູນຟຣີ ແລະ ການຄວບຄຸມການມື່ນ (traction Control) ແລະ ລະບົບປ້ອງກັນລໍ້ລອກ (ABS) ລະບົບປັບແຮງບິດຂອງເຄື່ອງຍົນສູ່ລໍ້ເພື່ອຄວບຄຸມສະຖຽນລະພາບຂອງລົດ ແລະ ຄວບຄຸມການມື່ນໃນທຸກອັດຕາຄວາມໄວ ລະບົບແຮງດັນເບຣກຈະຖືກນຳມາໃຊ້ໃນສະຖານະການທີ່ຈຳເປັນອີກດ້ວຍ. ລະບົບປ້ອງກັນລໍ້ລອ໊ກ (ABS) ປ້ອງກັນລໍ້ລອ໊ກເມື່ອທ່ານຕ້ອງເບຣກກະທັນຫັນ. ລະບົບປ້ອງກັນລໍ້ລ໊ອກ (ABS) ຈະຢ້ຳເບຣກໂດຍອັດຕະໂນມັດຫລາຍຄັ້ງຕໍ່ວິນາທີ ເມື່ອເຊັ່ນເຊີ້ຈັບໄດ້ເຖິງລໍ້ທີ່ລ໊ອກ ເພື່ອລົດແຮງດັນຂອງເບຣກ. ລະບົບປ້ອງກັນລໍ້ໝູນຟຣີ ແລະ ການຄວບຄຸມການມື່ນ (traction Control) ແລະ ລະບົບປ້ອງກັນລໍ້ລອກ (ABS) ລະບົບຈະກະຈາຍແຮງເບຣກໂດຍອັດຕະໂນມັດ ລະຫວ່າງລໍ້ໜ້າ ແລະ ລໍ້ຫລັງ …

ພວງມາໄລຜ່ອນແຮງໄຟຟ້າ (EPAS)

ພວງມາໄລຜ່ອນແຮງໄຟຟ້າ (EPAS) ນັກວິຈານສ່ວນໃຫຍ່ຕ່າງຢືນຢັນໃນສະມັດຖະນະການຂັບຂີ່ທີ່ດີເລີດຂອງນະວັດຕະກຳ ຟອດ ໜຶ່ງໃນນັ້ນແມ່ນສຳພັດທີ່ໜ້າປະທັບໃຈເມື່ອຄວບຄຸມພວງມະໄລ. ພວງມະໄລຜ່ອນແຮງໄຟຟ້າຖືກອອກແບບມາເພື່ອການຕອບສະໜອງທີ່ສັບໄວ ໃຫ້ທ່ານຄວບຄຸມລົດໄດ້ຢ່າງງ່າຍດາຍ ແລະ ມີເວລາໄປໃສ່ໃຈການຈະລະຈອນບົນທ້ອງຖະໜົນໄດ້ຢ່າງເຕັມທີ່. Smart Steering Power ພວງມະໄລຜ່ອນແຮງໄຟຟ້າໃຊ້ລະບົບມໍເຕີ້ໄຟຟ້ແທນທີລະບົບປ້ຳໄຮໂດລິກ ທຸກການໝູນຂອງພວງມະໄລຈະຖືກບັນທຶກໄວ້ ລະບົບທຳງານໂດຍບໍ່ເພິ່ງເຄື່ອງຍົນ ແມ້ໃນຊ່ວງເວລາທີ່ລົດດັບລະບົບຍັງສາມາດເຮັດວຽກໄດ້. ຊ່ວຍເພີ່ມຂີດຄວາມສາມາດໃນການປະຢັດນ້ຳມັນຂື້ນ 5% ດ້ວຍການປັບ້ນ້ຳໜັກຂອງພວງມະໄລສະເພາະຊ່ວງຄວາມໄວ ສະພາບຖະໜົນ ຫຼື ສະພາບອາກາດທີ່ຈຳເປັນເທົ່ານັ້ນ. ການເຮັດວຽກ ພວງມະໄລຜ່ອນແຮງໄຟຟ້າ ຊ່ວຍຜ່ອນນ້ຳໜັກພວງມະໄລໃຫ້ທ່ານ ພ້ອມຕອບສະນອງຂະນະຂັບຂີ່ໃນເມື່ອງ ຫຼື ນຳລົດເຂົ້າຈອດ. ພວງມະໄລຜ່ອນແຮງໄຟຟ້ ລົດການຜ່ອນນ້ຳໜັກເຮັດໃຫ້ການໝູນພວງມະໄລເຮັດໄດ້ຍາກຂື້ນ ເພື່ອໃຫ້ງ່າຍຕໍ່ການຄວບຄຸມລົດຂະໜະຂັບຂີ່ດ້ວຍຄວາມໄວສູງບົນທ້ອງຖະໜົນ. ການປັບນ້ຳໜັກຂອງພວງມະໄລທີ່ນຸ່ມນວນ ໃຫ້ຜູ້ຂັບຂີ່ສຳຜັດເຖິງປະສົບການການຄວບຄຸມລົດທີ່ລາບລື້ນ.  

ລະບົບຊ່ວຍຈອດອັດຕະໂນມັດ

ລະບົບຊ່ວຍຈອດອັດຕະໂນມັດ ບໍ່ແມ່ນທຸກຄົນມີມັກກັບການຈອດລອດເຂົ້າຂ້າງທາງ ແຕ່ຖ້າເຮົາອອກແບບໃຫ້ລົດຊ່ວຍທັງຫາຊ່ອງຫວ່າງທີ່ພໍດີກັບລົດ ແລະ ຍັງຊ່ວຍຈອດໃຫ້ທ່ານໂດຍອັດຕະໂນມັດ. ການເຮັດວຽກ ເຊັ່ນເຊີ້ອັລຕ້າໂຊນິກບໍລິເວນກັນຊົນດ້ານໜ້າ ແລະ ດ້ານຫຼັງຂອງລົດຈະເຮັດໜ້າທີ່ຄົ້ນຫາພື້ນທີ່ສຳລັບຈອດລົດສອງຝັ່ງຂອງຖະໜົນເພື່ອໃຫ້ສາມາມາດນຳລົດເຂົ້າຈອດທຽບໄດ້ຢ່າງພໍດີ ເຊັ່ນເຊີ້ຈະຄົ້ນຫາພາຍໃນໄລຍະ 1.5 ແມັດ ເມື່ອທ່ານຂັບລົດດ້ວຍຄວາມໄວບໍ່ເກີນ 30 ກມ/ຊມ. ເຊັ່ນເຊີ້ຈະສະແກນຫາພື້ອນທີ່ຈອດລົດໃຫ້ທ່ານຕະຫລອດເວລາ. ເມື່ອທ່ານເປີດໃຊ້ງານຫລັງຈາກທີ່ທ່ານຈອດລົດໄປແລ້ວລະບົບກໍ່ຍັງຈະແຈ້ງເຕືອນໃຫ້ທ່ານ. ເມື່ອເຊັ່ນເຊີ້ສະແກນພົບພື້ນທີ່ຈອດທີ່ເໝາະສົມ ທ່ານຈະໄດ້ຍິນສຽງເຕືອນ ຄຳແນະນຳການຈອດລົດຈະປະກົດຂື້ນເທີງໜ້າຈໍເພື່ອບອກເຖິງການຕັ້ງລຳລົດເພື່ອຖອຍເຂົ້າຈອດ. ເຂົ້າຈອດທຽບໄດ້ຢ່າງພໍດີ ໂດຍບໍ່ໃຊ້ມື ໃນພື້ນທີ່ຖະໜົນແຄບ ລະບົບຈະຄົ້ນຫາ ແລະ ປະຕິເສດເມື່ອຈັບໄດ້ວ່າໄລຍະຖອຍຈອດອາດຈະບໍ່ປອດໄພ. ການເຮັດວຽກຮ່ວມກັນຂອງລະບົບພວງມະໄລໄຟຟ້າ ແລະ ເຊັ່ນເຊີ້ ເພື່ອຄວບຄຸມການໝູນຂອງພວງມະໄລໃຫ້ເກີດຄວາມປອດໄພສູງສຸດ ໃນການຖອຍຈອດລົດດ້ວຍຄວາມໄວບໍ່ເກີນ 10 ກມ/ຊມ. ປ່ອຍມືອອກຈາກພວງມະໄລ ສົນໃຈສະເພາະການໃສ່ເກຍໄປໜ້າ ຫຼື ຖອຍຫຼັງ ການຢຽບຄັນເລ່ັງ ແລະ ການຢຽບເບຣກເທົ່ານັ້ນ. ທ່ານສາມາດເລືອກທີ່ຈະຄວບຄຸມຖອຍຈອດດ້ວຍໂຕເອງໄດ້ທຸກເມື່ອພຽງແຕ່ຄວບຄຸມພວງມະໄລໃນເວລາທີ່ຕ້ອງການ. ຮູ້ຫລືບໍ່? ລະບົບຊ່ວຍຈອດລົດອັດຕະໂນມັດບາງປະເພດຈະຫັກພວງມະໄລພຽງໜຶ່ງເທື່ອເທົ່ານັ້ນເພື່ອຊ່ວຍຈອດ ແຕ່ສຳລັບລະບົບຊ່ວຍຈອດອັດສະລິຍະຂອງຟອດ ຈະຊ່ວຍໃຫ້ທ່ານບໍ່ຈຳກັດຈຳນວນຄັ້ງຈົນກວ່າທ່ານຈະເຂົ້າຈອດເປັນທີ່ຮຽບຮ້ອຍ. ລຸ້ນມີທີ່ຮອງຮັບ ຟອດ ເຣນເຈີວາຍແທຣກ ລຸ້ນປີ 2019 ຈັກ 3.2ລິດ ເກຍອັດຕະໂນມັດ ຂັບເຄື່ອນ 4ລໍ້ …

ຍົກເວັ້ນພາສີ

ຍົກເວັ້ນພາສີ ໝາຍເຖິງຂໍ້ຍົກເວັ້ນບໍ່ໄດ້ເສຍພາສີ, ບໍ່ໄດ້ເສຍອາກອນຊົມໃຊ້ ແລະ ບໍ່ໄດ້ເສຍອາກອນມູນຄ່າເພີ່ມ ສິດທິນີ້ສຳລັບພາກສ່ວນໃດ? ສຳລັບບັນດາໂຄງການຊ່ວຍເຫຼືອລ້າ ຫຼື ບຸກຄົນ, ນິຕິບຸກຄົນທີ່ເຮັດວຽກກ່ຽວກັບການຊ່ວຍເຫຼືອລ້າແມ່ນຈະໄດ້ຮັບສິດທິພິເສດຈາກລັດຖະບານລາວໃນການຊື້ພາຫະນະເຂົ້າມາຮັບໃຊ້ວຽກງານໂດຍບໍ່ໄດ້ເສຍພາສີເຊັ່ນ:​ ຫ້ອງການ NGO, ຊ່ຽວຊານທີ່ເຄື່ອນໄຫວວຽກຊ່ວຍເຫຼືອລ້າ ແລະ ຊ່ຽວຊານຈາກສະຖານທູດຕ່າງໆ ເຮັດດ້ວຍວິທີໃດ? ພຽງແຕ່ນຳເອກະສານຢັ້ງຢືນວ່າທ່ານສາມາດຊື້ລົດຍົກເວັ້ນພາສີມາໃຫ້ເຮົາ (ສະໂນດນຳສົ່ງ) ພວກເຮົາຈະເປັນຜູ້ຮັບຜິດຊອບແລ່ນເອກະສານເພື່ອນຳເຂົ້າລົດດັ່ງກ່າວໃຫ້ທັງໝົດ ແລະ ລູກຄ້າສາມາດລໍຖ້າຮັບລົດພ້ອມຖະບຽນໄດ້ເລີຍໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມໃດໆ.