Austcham Laos Event at Lao Ford City Showroom

ວຽງຈັນ 14 ກໍລະກົດ 2022, Austcham ລາວ ແມ່ນອົງກອນຕົວແທນຜົນປະໂຫຍດທາງທຸລະກິດໃຫ້ແກ່ລັດຖະບານແລະອົງການທີ່ບໍ່ຂຶ້ນກັບລັດຖະບານໃນ ສປປ ລາວ ພ້ອມທັງໃຫ້ບໍລິການທີ່ຫຼາກຫຼາຍໃຫ້ແກ່ສະມາສິກ. ໃນວັນທີ່ 14 ກໍລະກົດທີ່ຜ່ານມາ ລາວຟອດຊີຕີ ຮ່ວມກັບ AUSTCHAM Lao ໄດ້ຈັດງານ The Sundowner ຂຶ້ນມາ ເພື່ອເຊີນຊວນໃຫ້ນັກທຸລະກິດຕ່າງໆເຂົ້າຮ່ວມພົບປະສາງສັນກ່ຽວກັບທຸລະກິດຂອງພວກຕົນ ວ່າຊ່ວງວິກິດແບບນີ້ຈະມີວິທີຮັບມືກັບສະຖານະການແນວໃດ. ຜູ້ເຂົ້າຮ່ວມທັງໝົດສ່ວນຫຼາຍແມ່ນມາຈາກອົງ NGO, ອົງການ, ບໍລິສັດ, ບໍລິສັດຂຸດຄົ້ນແຮ່ທາດ ລວມເຖິງບໍລິສັດເຂື່ອນພະລັງງານໄຟຟ້າ ການຈັດງານຄັ້ງນີ້ອາດຈະເປັນໂອກາດໃຫ້ແກ່ລາວຟອດຊີຕີຂອງພວກເຮົາທີ່ຈະໄດ້ນ້ຳສະເໜີຜະລິດຕະພັນຂອງພວກເຮົາທີ່ມີຢູ່ຕອນນີ້ລວມໄປເຖິງຜະລິດຕະພັນໃໝ່ທີ່ກຳລັງຈະນຳເຂົ້າມາໄວໆນີ້ໃນທ່າມກາງຝຸ່ງຊົນຂອງຫົວໜ້າແລະຜູ້ຈັດການຂອງບໍລິສັດຕ່າງໆ

ລົງທະບຽນເພື່ອຮັບສ່ວນຫຼຸດ