ຟອດເຣນເຈີ ເກີດມາພ້ອມລຸຍ

ຟອດເຣນເຈີ ມີເຄື່ອງຈັກ 2.2 ລິດ TDCI ທີ່ປະຢັດ ເຊິ່ງມາພ້ອມກັບພາລະກຳລັງຫຼາຍກວ່າທີ່ເຄີຍ, ໃນຂະນະທີ່ຈັກ 2.0 ລິດ ເທີໂບຄູ່ ແມ່ນມີຄວາມປະຢັດຫຼາຍກວ່າເກົ່າ, ເຊິ່ງປະສົມກັບລະບົບຮັກສາສະຖຽນລະພາບການຂັບຂີ່ (ESP) ສະມັດຖະນະຂອງ ເຣນເຈີ ຈະຊ່ວຍໃຫ້ທ່ານກ້າວທັນທຸກວຽກງານໃນທຸກໆທີ່.

ຈັກກາຊວນ 2.0 ລິດ ເທີໂບຄູ່

ຈັກກາຊ້ວນ 2.0 ລິດ ແບບເທີໂບຄູ່ໃໝ່ຂອງ ລົດກະບະຟອດເຣນເຈີປຽບເໝືອນຈັງຫວະອັນອັດສະລິຍະ. ເທີໂບຄູ ບູດເຕີ້ສອງໂຕເຮັດວຽກຢ່າງອິດສະຫລະເພື່ອສົ່ງແຮງບິດພິເສດຕາມຄວາມຕ້ອງການ. ຄວບຄຸ່ອັບປະສິດທິພາບອັດດີຢ້ຽມຂອງການໃຊ້ນຳ້ມັນ.

 

ຈັກກາຊວນ 2.2 ລິດ TDCI ເທີໂບ

ດ້ວຍການປັບແຕ່ງເພີ່ມ, ເຄື່ອງຈັກ ທີດີຊີໄອ TDCi workhorse ຂອງກະບະຟອດເຣນເຈີ້ ທີ່ມາພ້ອມກັບລະບົບເກຍ 6ສະປີດມອບສະມັດຖະນະອີກລະດັບເພື່ອພິຊິດທຸກຄວາມຖ້າທາຍຕ່າງໆຂອງທ່ານ

ລະບົບຊ່ວຍອອກໂຕຂະໜະຈອດທາງລາດຊັນ (HLA)

ຈະບໍ່ມີການຖອຍຫລັງ ຫລື ລ້ຽວກັບອີກຕໍ່ໄປ. ລະບົບຈະຊ່ວຍເບຣກໃຫ້2ວິນາທີ່ຫລັງຈາກຍົກຕີນອອກຈາກເບຣກ ເຮັດໃຫ້ທ່ານມີເວລາໃນການຢຽບຄັນເລັ່ງ.

 

 

ລະບົບຄວບຄຸມການຊົງໂຕຂະໜະລາກຈູງ TSA

ກວດສອບພຶດຕິກຳຂອງການລາກຈູງ ແລະ ພ້ວງລົດ ແລະຈະແກ້ໄຂຄວາມບໍ່ສະຖຽນ ຫຼື ການ 'ແກ່ວງ' ອັດຕະໂນມັດໂດຍການໃຊ້ເບຣກດ້ານຊ້າຍ ແລະ ຂວາ ພ້ອມດ້ວຍແຮງບິດຂອງເຄື່ອງຈັກ.

 

 

ລະບົບປ້ອງກັນການມື່ນ TCS

ເຊັ່ນເຊີ່ກວດຈັບຄວາມໄວ ແລະ ການມື່ນແບບແຍກອິດສະຫລະແຕ່ລະລໍ້ ແລະ ເບຣກອັດຕະໂນມັດ ຫຼື ເພີ່ມແຮງບິດ ຖ້າຈຳເປັນ. ເພື່ອການຢຶດເກາະສູງສຸດ ແລະ ຊ່ວຍຫຼີກລ້ຽງການໝູນຂອງລໍ້.

 

 

ລະບົບປ້ອງກັນການພິກຂວ້າມ

ຊ່ວຍປົກກັນບໍ່ໃຫ້ລົດເຂົາສູ່ສະຖານະການການພິກຂວ້າມ.

 

 

ນະວັດຕະກຳໃໝ່

ກະບະຟອດເຣນເຈີໃໝ່ ເຕັມໄປດ້ວຍຟີເຈີ້ອັນຊານສະຫລາດທີ່ທ່ານອາດບໍ່ຄາດຄິດວ່າຈະພົບໃນລົດກະບະ. ເຊັ່ນ ຊິ້ງ 3 SYNC™3 ໃນການໂທ, ຄວບຄຸມອຸນນະພຸມຫ້ອງໂດຍສານ. ຫລື ຄວບຄຸມແອບພິເຄຊັ້ນທີ່ທ່ານມັກໃຫ້ການຄົ້ນຫາປາຍທາງ. ທັງໝົດນີ້ແມ່ນໂດຍບໍ່ໃຊ້ມື.

ລະບົບຊ່ວຍເບຣກອັດຕະໂນມັດ (AEB)*

ຟີເຈີ້ນີ້ ແມ່ນຈະກວດຈັບຄົນຍ່າງຕາມທາງ ແລະ ລົດ. ຖ້າພົບກວດພົບກໍ່ຈະເຕືອນທ່ານດ້ວຍ ພາບແລະສຽງ. ຖ້າທ່ານບໍ່ຕອບສະໜອງລະບົບກະຈະທຳການເບຣກໃຫ້ໂດຍອັດຕະໂນມັດ.

ລະບົບຮັກສາລົດໃຫ້ຢູ່ໃນເລນ

ໂດຍການໃຊ້ເສັ້ນແບ່ງເລນ. ເຊັ່ນເຊີ້ຈະກວດຈັບເວລາທີ່ລົດກະບະຟອດເຣນເຈີເລີ່ມມີການອອກນອກເລນໂດຍບໍ່ຕັ້ງໃຈ. ພວງມະໄລຈະເລີ່ມແຈ້ງເຕືອນໂດຍການສັ່ນ. ແລະຖ້າທ່ານບໍ່ນຳລົດກັບເຂົ້າເລນ. ແຮງບິດຈາກພວງມະໄລຈະບັງຄັບໃຫ້ລົດກັບເຂົ້າມາເລນໃຫ້ເອງ.

ລະບົບຄວບຄຸມຄວາມໄວອັດຕະໂນມັດ.

ຢ່າລື່ມເປີດ ແລະ ປິດລະບົບຄວບຄຸມຄວາມໄວເມື່ອການຈາລະຈອນປ່ຽນໄປ. ຖ້າການຈະລະຈອນທີ່ເຄື່ອນໂຕຊ້າລົງລະບົບຈະປັບຄວາມໄວໃຫ້ຊ້າລົງເພື່ອຮັກສາໄລຍະຫ່າງທີ່ປອດໄພ. ເມື່ອການຈາລະຈອນໂລ່ງກໍ່ຈະປັບມາໃຊ້ຄວາມໄວປົກກະຕິ.

ຊິ່ງ SYNC™3

ຊິ້ງ 3 SYNC® 3 ມອບການເຊື່ອມຕໍ່ອີກລະດັບໃຫ້ກັບຊີວິອັນວຸ່ນວາຍດ້ວຍ ຟີເຈີ້ ຊິງ SYNC ທີ່ດີຢ້ຽມ, ພ້ອມດ້ວຍເທັກໂນໂລຊີສັ່ງງານດ້ວຍສຽງລຸ້ນໃໝ່ ເພື່ອເຮັດໃຫ້ທ່ານບໍ່ລະມືຈາກພວງມະໄລ ແລະ ສາຍຕາຈາກຖະໜົນ. ຈໍ 8 ນິ້ວໃໝ່ທີ່ງ່າຍຕໍ່ການໃຊ້ງານ. ໜ້າຕາໃໝ່. ຟີເຈີ້ໃໝ່, ໂທ ແລະ ຮັບສາຍ. ຄົນຫາປາຍທາງໄດ້ງ່າຍ ແລະ ຫລາຍກວ່າ. ພຽງແຕ່ໃຊ້ຄຳສັ່ງສຽງອອກໄປ. ດ້ວຍລະບົບທີຖືກຍົກລະດັບຂື້ນເຮັດໃຫ້ສາມາດເຂົ້າສຽງເວົ້າແບບທຳມະຊາດໄດ້ເຖິງ 10,000 ຄຳສັ່ງທັງພາສາໄທ ແລະ ອັງກິດ. ຊິ້ງ 3 SYNC® 3 ສາມາດສະແດງເມນູເປັນໂຕໜັງສື, ຊື່ຜູ້ໂທ ແລະ ຊື່ເພັງເປັນພາສາໄທ ພ້ອມຍັງສາມາດໃຊ້ງານໄດ້ກັບທັງ Apple CarPlay and Android Auto ເຮັດໃຫ້ທ່ານສາມາດໃຊ້ງານແອບພິເຄຊັ້ນໃນທີ່ທ່ານມັກໄດ້ຢ່າງສະດວກ.

ກ້ອງ ແລະ ເຊັ່ນເຊີ້ຫລັງ.

ການຈອດລົດຈະເປັນເລື່ອງງ່າຍແມ້ແຕ່ຢູ່ໃນເມືອງທີ່ແອອັດ. ດ້ວຍບ່ອນນັ່ງທີ່ສູງ. ແລະ ກ້ອງຫຼັງເຮັດໃຫ້ທ່ານເບີ່ງເຫັນມູມມອງທີ່ຊັດເຈນທາງດ້ານຫລັງຂອງລົດ. ໃນະຂະໜະທີ່ເຊັ່ນເຊີ້ຊ່ວຍຈອດທັງດ້ານໜ້າ ແລະ ດ້ານຫຼັງຊ່ວຍໃຫ້ທ່ານຈອດໄດ້ຢ່າງໝັ້ນໃຈໃນທຸກໆບ່ອນ.

ສັກກະຍາພາບຮອບດ້ານ ຟອດເຣນເຈີ

ຈະຂັບລຸຍນ້ຳ ຈະບັນທຸກເຄື່ອງໜັກ ຫລື ຂັບຢູ່ທາງຂີ້ຊາຍສູງຊັນກໍ່ບໍ່ຫວັ່ນ. ຟອດເຣນເຈີໃໝ່ ລຸຍນ້ຳເລີກໄດ້ສູງສຸດ 800 ມມ ພ້ອມລະບົບລ໋ອກເຟືອງທ້າຍທີ່ເຮັດໃຫ້ທຸກຄວາມທ້າທາຍກາຍເປັນເລື້ອງງ່າຍ.

 

ຕົວຈິງທີ່ທ່ານລໍຄອຍ

ດ້ວຍສັກກະຍະພາບການບັນທຸກ 1.3 ໂຕ້ນ ແລະ ຄວາມສາມາດໃນການລາກຈູງໄດ້ເຖິງ 3,500 ກລ ຈັດການວຽກໜັກໄດ້ຢ່າງໝັ້ນໃຈ ພ້ອມລະບົບຄວາມຄຸມສະຖຽນລະພາບການຊົງໂຕທີ່ຊ່ວຍຜ່ອນນ້ຳໜັກ ຂະໜະບັນທຸກ ຫລື ລາກຈູງສຳພາລະເພື່ອການຄວບຄຸມລົດທີ່ດີຍິ່ງຂື້ນ.

ລຸຍນ້ຳໄດ້ 800 ມມ

ຈຸດໝາຍຂອງທ່ານຈະບໍ່ຈຳກັດຢູ່ແຕ່ເທີງບົກ ຟອດເຣນເຈີໃໝ່ ພ້ອມພາທ່ານລຸຍນ້ຳເລິກໄດ້ 800 ມມ ບໍ່ມີທີ່ໃດທີ່ທ່ານຈະໄປບໍ່ເຖິງອີກຕໍ່ໄປ.

 

ຂັບຂີ່ຢາງນຸ້ມນວນ

ດ້ວຍເຫຼັກແຊດຊີແຂ່ງແກ່ນພິເສດເສີມລະບົບກັນສະເທືອນໃໝ່ ເພື່ອຍົກລະດັບການຄວບຄຸມ ແລະ ການຂັບຂີ່ໃຫ້ດີຍິ່ງຂື້ນໃຫ້ການຂັບຂີ່ທີ່ດີຢ້ຽມ ພ້ອມໄປກັບການລົດສຽງລົບກວນຈາກພື້ນຖະໜົນອີກດ້ວຍ.

ລະບົບຂັບເຄື່ອນ 4ລໍ້ Shift-on-the-fly

ສະດວກສະບາຍກັບການປັບປ່ຽນການຂັບເຄື່ອນ Shift-on-the-Fly ຈາກ 2ລໍ້ ເປັນ 4 ລໍ້ ໂດຍບໍ່ຕ້ອງຈອດລົດ.

ລະບົບລ໋ອກເຟືອງທ້າຍແບບໄຟຟ້າ.

ປະສົບການການຂັບລົດແບບອອຟໂລດໃນສະພາວະພື້ນຜິວທີ່ມື່ນ ແລະ ທໍລະຫົດທີ່ຜ່ານມາຈອງທ່ານຈະປ່ຽນໄປ ດ້ວຍລະບົບລ໋ອກເຟືອງທ້າຍ ທີ່ຈະຊ່ວຍສົ່ງອັດຕາເລັ່ງຈາກເຄື່ອງຈັກໄປຫາລໍ້ຄູຫລັງຢ່າງເຕັມປະສິດທິພາບ ແມ້ວ່າລໍ້ຂ້າງໃດຂ້າງໜຶ່ງຈະບໍ່ໄດ້ແຕະພື້ນກໍ່ຕາມ.

 

 

ການອອກແບບຢ່າງຕັ້ງໃຈ

ການອອກແບບທີ່ໂດດເດັ່ນ, ການອອກແບບພາຍໃນປັບປຸງໃໝ່ ພ້ອມອຸປະກອນຕ່າງໆທີ່ເຮັດໃຫ້ທ່ານໃຊ້ຊີວິດໄດ້ງ່າຍຂື້ນ. ເຊັ່ນລະບົບຜ່ອນແຮງຝາກະໂປງກະບະທ້າຍໃຫ້ທ່ານຂົນເຄື່ອງຂື້ນແລະລົງໄດ້ສະດວກສະບາຍບໍ່ເປືອງແຮງ.

ເກີດມາພ້ອມຄວາມແຂງແກນ ແລະ ປອດໄພ

ຟອດເຣນເຈີໃໝ່ ໃຫ້ຄວາມປອດໄພຫລາຍຍິ່ງຂື້ນດ້ວຍຖົງລົມນິລະໄພ 6ຈຸດ ລວມເຖິງຖົງລົມນິລະໄພດ້ານຂ້າງ ແລະ ມານຖົງລົມນິລະໄພ. ຜະສານກັບລະບົບຄວບຄຸມສະຖຽນລະພາບການຊົງໂຕ ແລະ ເທັກໂນໂລຊີ້ຂ່ວຍການຂັບຂີ່ຕ່າງໆ ທີ່ຊ່ວຍຫລຸດຄວາມສ່ຽງ ແລະ ຊ່ວຍໃຫ້ທ່ານຂັບຂີ່ຢູ່ໃນເລນໄດ້ປອດໄພກວ່າທີ່ເຄີຍ.

ລຸຍທາງຂຸຸຂະ ຢ່າງລາບລື່ນ

ຟອດເຣນເຈີ ໃຫ້ຄວາມສຳຄັນກັບພື້ນທີ່ພາຍໃນ ຄວາມສະບາຍ ແລະ ຟັ່ງຊັ້ນຕ່າງໆ ໃຫ້ທຸກການຄວບຄຸມເບີ່ງເຫັນໄດ້ຊັດເຈນໃຊ້ງານງ່າຍ ມີພື້ນທີ່ເກັບເຄື່ອງຫລາຍຂື້ນ ຫລຸດການສັນສະເທືອນ ແລະສຽງລົບກວນໃຫ້ນ້ອຍລົງ. ມາພ້ອມເບາະນັ່ງທີ່ແສນສະບາຍ ຟອດເຣນເຈີ ໃຫ້ຄວາມສົມດຸນຂອງຊີວິດ ແລະ ການເຮັດວຽກຢ່າງສົມບູນແບບ.

ຊາດພະລັງເຕັມທີ່

ໄຟສ່ອງສະຫວ່າງທີ່ກະບະທ້າຍຊ່ວຍໃຫ້ທ່ານເຮັດວຽກໄດ້ຕະຫລອດເວລາ ທັງກາງເວັນ ແລະ ກາງຄືນ ພ້ອມຊ່ອງຕໍ່ກະແສໄຟ 230 ໂວນໄວ້ໃນຫ້ອງໂດຍສານ ສຳລັບວຽກທີ່ບໍໄດ້ຈຳກັດຢູ່ແຕ່ການຂົນຖ່າຍສຳພາລະ ໃຫ້ທ່ານສາມາດສາກໂນດບຸກ ຫຼື ອຸປະກອນອີເລັກໂທນິກ ຫຼື ສຽບປັກເພື່ອໃຊ້ງານອຸປະກອນຕ່າງໆ ບໍ່ວ່າທ່ານຈະຢູ່ໃສກໍ່ຕາມ.

ກວ້າງຂວາງຂື້ນ ສະບາຍຂື້ນ

ເພີ່ມຄວາມສະດວກສະລາຍໃຫ້ກັບຜູ້ໂດຍສານດ້ວຍພື້ນທີ່ທີ່ກວ້າງຂື້ນໃນລຸ້ນ Double Cab ປະຕູທີ່ມີຂະໜາດໃຫຍ່ ເຮັດໃຫ້ການເຂົ້າອອກລົດງ່າຍຂື້ນກວ່າເກົ່າທັງຄົນ ແລະ ເຄື່ອງ.

ໄຟໜ້າ HID ແລະ ໄຟແລ່ນກາງເວັນ

ໄຟໜ້າ HID ຈະສ່ອງສະຫວ່າງໃຫ້ທ່ານໄດ້ເຫັນທາງຂ້າງໜ້າຢ່າງຊັດເຈນໃນຕອນກາງຄືນ ໃນຂະໜະທີ່ໄຟແລ່ນກາງເວັນ Daytime Running Lamps ຈະຊ່ວຍໃຫ້ຄົນຍ່າງຕາມທາງຫຼືລົດຄັນອື່ນສັງເກດເຫັນລົດຂອງທ່ານໄດ້ງ່າຍຂື້ນໃນຕອນກາງເວັນ.

*{box-sizing:border-box;font-family:Arial,Helvetica,sans-serif;}.table__wrapper{width:100%}.table__wrapper .table{width:100%}h1{text-align:center}.center{margin:0 auto;width:100%;overflow-x:auto}.table{border:1px solid #f0f0f0;border-collapse:collapse}.table tr{border-bottom:1px solid #f0f0f0}.table thead tr{border-bottom:2px solid #f0f0f0}.table td,.table th{padding:.5em}.table th{text-align:left}.row-compare{background-color:#fff;text-align:center;width:20%}.row-item{background-color:#f7f7f7}.row-item-head{background-color:#fff}@media screen and (max-width:991px){.table{margin:0 auto;width:100%;border-spacing:0}.table thead{position:absolute;clip:rect(1px,1px,1px,1px);padding:0;border:0;height:1px;width:1px;overflow:hidden}.table tbody,.table td,.table th,.table tr{display:block;padding:0;text-align:left;white-space:normal}.table tr td,.table tr th{padding:2em 1em;vertical-align:middle;overflow:hidden;position:relative;vertical-align:top;border:1px solid #EDF0F1;border-top:none;width:100%;white-space:normal}.table th[scope=row]{width:100%;text-align:center;display:block;background-color:#bce0fd;margin:0 auto;padding:.5em 0}.table td[data-header]:before{content:attr(data-header);display:block;float:left;width:50%;color:#000;font-weight:700;text-align:left}.table td[data-header]>*{display:block;width:50%;float:right;clear:right;padding-left:1em;margin-top:0}.table td[data-header]:after{content:"";position:absolute;left:0;top:0;width:50%;border-right:1px solid #EDF0F1;padding-bottom:200%;display:block}.row-item{background-color:#fff}.row-item-head{background-color:#1A8CCE!important;font-size:17px!important}}@media screen and (max-width:600px){.center{width:100%}}

 

XL Single Cab 2.2L 6MT 4X4

362ລ້ານກີບ

XL Rap Cab 2.2L 6 MT 4X4

377ລ້ານກີບ

XL Rap Cab 2.2L 6 MT 4X4

457ລ້ານກີບ

XLT/FX4 2.2L 6MT/AT 4X4

507ລ້ານກີບ - 544ລ້ານກີບ

Wildtrak 2.0L 10AT 4x4

597ລ້ານກີບ

ເຄື່ອງຈັກ ແລະການຂັບເຄື່ອນ ຈັກ 2.2L I4 Diesel 2.2L I4 Diesel 2.2L I4 Diesel 2.2L I4 Diesel 2.0L I4 Diesel
ເກຍ 6-speed ເກຍກະປຸກ 6-speed ເກຍກະປຸກ 6-speed ເກຍກະປຸກ 6-speed ເກຍກະປຸກ/ເກຍອັດຕະໂນມັດ 10-speed ເກຍອັດຕະໂນມັດ
ແຮງມ້າ 160PS @3,200rpm 160PS @3,200rpm 160PS @3,200rpm 160PS @3,200rpm 213PS @3,750rpm
ແຮງບິດ 385Nm @1,600-2,500rpm 385Nm @1,600-2,500rpm 385Nm @1,600-2,500rpm 385Nm @1,600-2,500rpm 500Nm @1,750-2,000rpm
ຢາງ ຢາງ 255/70R16 All Season 255/70R16 All Season 255/70R16 All Season 265/65R17 All Terrain 265/60R18 All Terrain
ລໍແມັກ ຂະໜາດຂອບ 16 ນິ້ວ ຂະໜາດຂອບ 16 ນິ້ວ ຂະໜາດຂອບ 16 ນິ້ວ ຂະໜາດຂອບ 17 ນິ້ວ ຂະໜາດຂອບ 18 ນິ້ວ
ຄວາມປອດໄພ ຖົງລົມນິລະໄພ ຝັ່ງຄົນຂັບ ແລະຝັ່ງຜູ້ໂດຍສານ ຝັ່ງຄົນຂັບ ແລະຝັ່ງຜູ້ໂດຍສານ ຝັ່ງຄົນຂັບ ແລະຝັ່ງຜູ້ໂດຍສານ ຝັ່ງຄົນຂັບ ແລະຝັ່ງຜູ້ໂດຍສານ, seat side and side curtain ຝັ່ງຄົນຂັບ ແລະຝັ່ງຜູ້ໂດຍສານ, seat side and side curtain
ເຂັ້ມຂັດນິລະໄພ ຝັ່ງຄົນຂັບ ຝັ່ງຄົນຂັບ ຝັ່ງຄົນຂັບ ຝັ່ງຄົນຂັບ ແລະຝັ່ງຜູ້ໂດຍສານ ຝັ່ງຄົນຂັບ ແລະຝັ່ງຜູ້ໂດຍສານ
ລະບົບການຄວບຄຸມການລົງພູ ມີ ມີ ມີ ມີ ມີ
ລະບົບການຄວບຄຸມການຊົງໂຕ ມີ ມີ ມີ ມີ ມີ
ກ້ອງຫລັງ ບໍ່ມີ ບໍ່ມີ ບໍ່ມີ ມີ ມີ
ລະບົບຊ່ວຍຈອດຫນ້າຫລັງ ບໍ່ມີ ບໍ່ມີ ບໍ່ມີ ດ້ານຫຼັງ ດ້ານຫຼັງ ແລະໜ້າ
ລະບົບຊ່ວຍຈອດຄູ່ຂະຫນານ ບໍ່ມີ ບໍ່ມີ ບໍ່ມີ ບໍ່ມີ ມີ
ລະບົບເບກອັດຕະໂນມັດ ບໍ່ມີ ບໍ່ມີ ບໍ່ມີ ບໍ່ມີ ມີ
ພວງມະໄລ ພວງມະໄລໄຟ້າແບບຜ່ອນແຮງ ພວງມະໄລໄຟ້າແບບຜ່ອນແຮງ ພວງມະໄລໄຟ້າແບບຜ່ອນແຮງ ພວງມະໄລໄຟ້າແບບຜ່ອນແຮງ ພວງມະໄລໄຟ້າແບບຜ່ອນແຮງ
ລະບົບລ໋ອກເຝື່ອງທ້າຍ ບໍ່ມີ ບໍ່ມີ ບໍ່ມີ ມີ ມີ
ການຄວບຄຸມອອກນອກເລນ ບໍ່ມີ ບໍ່ມີ ບໍ່ມີ ບໍ່ມີ ມີ
ລະບົບຮັກສາໄລຍະຫ່າງຄວາມໄວ ບໍ່ມີ ບໍ່ມີ ບໍ່ມີ ບໍ່ມີ ມີ - ລະບົບຮັກສາເລ່ນ, ລະບົບລ໋ອກຄວາມໄວຈຳກັດ, ຫນ້າຈໍສະແດງຜົນເທິງແວ່ນ, ການແຈ້ງເຕືອນກ່ອນການຕຳ, ລະບົບຮັກສາໄລຍະຫ່າງ.
ລະບົບແຈ້ງເຕືອນຜູ້ຂັບຂີ່ ບໍ່ມີ ບໍ່ມີ ບໍ່ມີ ບໍ່ມີ ມີ
ລະບົບສຽງ ຫນ້າຈໍ ຈໍ 4ນິ້ວ AM/FM/MP3/Aux SYNC 1 ຈໍ 4ນິ້ວ AM/FM/MP3/Aux SYNC 1 ຈໍ 4ນິ້ວ AM/FM/MP3/Aux SYNC 1 ຈໍສຳຜັດ 8ນິ້ວ AM/FM/MP3/Aux SYNC 3 ຈໍສຳຜັດ 8ນິ້ວ AM/FM/MP3/Aux SYNC 3
ລະບົບສັງສຽງ ລຳໂພງ 4 ຈຸດ ລຳໂພງ 4 ຈຸດ ລຳໂພງ 4 ຈຸດ ລຳໂພງ 4 ຈຸດ ລຳໂພງ 4 ຈຸດ, ດອກແຊັກ 2 ຈຸດ
ປຸມຄວບຄຸມເຄື່ອງສຽງພວງມະໄລ ມີ ມີ ມີ ມີ ມີ
ລະບົບສິງ SYNC 2, ຄຳສັ່ງດ້ວຍສຽງຮອງຮັບພາສາອັງກິດ SYNC 2, ຄຳສັ່ງດ້ວຍສຽງຮອງຮັບພາສາອັງກິດ SYNC 2, ຄຳສັ່ງດ້ວຍສຽງຮອງຮັບພາສາອັງກິດ SYNC 3, ຄຳສັ່ງດ້ວຍສຽງພາສາໄທ SYNC 3, ຄຳສັ່ງດ້ວຍສຽງພາສາໄທ
ພາຍໃນ ແລະ ຄວາມສະດວກ ລະບົບເຂົ້າອອກອັດສະລິຍະ ບໍ່ມີ ບໍ່ມີ ບໍ່ມີ ມີ ມີ
ກະແຈຝາພັບສຳຮອງ ມີ ມີ ມີ ມີ ມີ
ປຸມສະຕາດ ບໍ່ມີ ບໍ່ມີ ບໍ່ມີ ມີ ມີ
ລະບົບຊ່ວຍຈອດ ບໍ່ມີ ບໍ່ມີ ບໍ່ມີ ມີ ມີ
ຕາໄຟຫນ້າປິດເປີດ ລະບົບຄວບຄຸມ ລະບົບຄວບຄຸມ ລະບົບຄວບຄຸມ ແອອັດຕະໂນມັດ ແອອັດຕະໂນມັດ
ປັດນ້ຳຝົນ Intermittent, Variable Speed Intermittent, Variable Speed Intermittent, Variable Speed Intermittent, Auto & Variable Speed Intermittent, Auto & Variable Speed
ແວ່ນ ລະບົບຄວບຄຸມ ລະບົບຄວບຄຸມ ລະບົບຄວບຄຸມ Power One-touch down driver Power One-touch down driver
ລະບົບປັບອາກາດ ຄວບຄຸມຝັງດຽວ ຄວບຄຸມຝັງດຽວ ຄວບຄຸມຝັງດຽວ ປັບແຍກໄດ້ 2 ໂຊນ ປັບແຍກໄດ້ 2 ໂຊນ
ເຄື່ອງຄວບຄຸມອຸນນະພູມ ມີ ມີ ມີ ມີ ມີ
ເຄື່ອງສະແດງອຸນນະພູມພາຍນອກ ມີ ມີ ມີ ມີ ມີ
ເບາະນັ່ງຄົນຂັບ ປັບດ້ວຍມື 4 ທິດທາງ ປັບດ້ວຍມື 4 ທິດທາງ ປັບດ້ວຍມື 4 ທິດທາງ ປັບດ້ວຍມື 4 ທິດທາງ ປັບດ້ວຍມື 8 ທິດທາງ
ແຜນປິດບ່ອນນັ່ງ ຜ້າ ຜ້າ ຜ້າ ໜັງ ໜັງ
ພົມປູພື້ນ ມີ ມີ ມີ ມີ ມີ
ແປ້ນບັງແດດບັງແດດຄົນັບແລະຜູ້ໂດຍສານ ຝັ່ງຄົນຂັບ ແລະ ຝັ່ງຜູ້ໂດຍສານ ( ແວ່ນແຍງມີສະເພາະຝັ່ງຜູ້ໂດຍສານ ) ຝັ່ງຄົນຂັບ ແລະ ຝັ່ງຜູ້ໂດຍສານ ( ແວ່ນແຍງມີສະເພາະຝັ່ງຜູ້ໂດຍສານ ) ຝັ່ງຄົນຂັບ ແລະ ຝັ່ງຜູ້ໂດຍສານ ( ແວ່ນແຍງມີສະເພາະຝັ່ງຜູ້ໂດຍສານ ) ຝັ່ງຄົນຂັບ ແລະ ຝັ່ງຜູ້ໂດຍສານ ( ແວ່ນແຍງມີສະເພາະຝັ່ງຜູ້ໂດຍສານ ) ມີ
ລະບົບຜ່ອນແສງແວ່ນຫລັງອັດຕະໂນມັດ ບໍ່ມີ ບໍ່ມີ ມີ ມີ ມີ
ລະລາຍຫມອກແວ່ນຫລັງ ບໍ່ມີ ມີ ມີ ມີ ມີ
ລະບົບຕັດສຽງລົບກວນ ບໍ່ມີ ບໍ່ມີ ບໍ່ມີ ບໍ່ມີ ມີ
ລະບົບແສງຫ້ອງໂດຍສານ ບໍ່ມີ ບໍ່ມີ ບໍ່ມີ ບໍ່ມີ ມີ
ບ່ອນວາງແກ້ວດ້ານຫນ້າ ມີ ມີ ມີ ມີ ມີ
ກ໋ອງຄອນໂຊນກາງ ມີ ມີ ມີ ມີ ມີ
ຈຸດໄຟ ຊ່ອງໄຟ 12ໂວນ ຊ່ອງໄຟ 12ໂວນ ຊ່ອງໄຟ 12ໂວນ ຊ່ອງໄຟ 12ໂວນ ຊ່ອງໄຟ 12ໂວນ
ຊ່ອງສຽບ USB ເສີມ ມີ ມີ ມີ ມີ ມີ
ພາຍນອກ ກະຈັງຫນ້າ ດຳ ດຳ ດຳ ໂຄຣມ້ຽມ ໂຄຣມ້ຽມ
ກັນຊົນ ໜ້າ ແລະ ຫຼັງຕາມສີຂອງຕົວລົດ ໜ້າ ແລະ ຫຼັງຕາມສີຂອງຕົວລົດ ໜ້າ ແລະ ຫຼັງຕາມສີຂອງຕົວລົດ ທາງໜ້າຕາມສີຂອງຕົວລົດ – ທາງຫຼັງໂຄຣມ້ຽມ ທາງໜ້າຕາມສີຂອງຕົວລົດ – ທາງຫຼັງໂຄຣມ້ຽມ
ໄຟຫນ້າ ຫຼອດຮາຍໂດຣເຢັນ ຫຼອດຮາຍໂດຣເຢັນ ຫຼອດຮາຍໂດຣເຢັນ ຕາໂປຣເຈັກເຕີ ໄຟຕາ LED ໂປຣເຈັກເຕີ
ໄຟຕັດຫມອກຫນ້າ Molded bezel Molded bezel Molded bezel Painted bezel LED
ແວ່ນຫລັງ ປັບມຸມດ້ວຍໄຟ້ຟ້າແຕ່ພັບດ້ວຍມືໄດ້ ປັບມຸມດ້ວຍໄຟ້ຟ້າແຕ່ພັບດ້ວຍມືໄດ້ ປັບມຸມດ້ວຍໄຟ້ຟ້າແຕ່ພັບດ້ວຍມືໄດ້ ປັບ ແລະ ພັບດ້ວຍໄຟຟ້າ, ໄຟລ້ຽວ, ໂຄຣມ້ຽມ ປັບ ແລະ ພັບດ້ວຍໄຟຟ້າ, ໄຟລ້ຽວ, London Grey
ແຜນບັງຕົມ ໜ້າ ແລະ ຫຼັງ ໜ້າ ແລະ ຫຼັງ ໜ້າ ແລະ ຫຼັງ ໜ້າ ແລະ ຫຼັງ ໜ້າ ແລະ ຫຼັງ
ມືຈັບປະຕູທ້າຍ ດຳ ດຳ ດຳ ໂຄຣມ້ຽມ ດຳ

Get Offers