ເຊັນສັນຍາຄວາມເຂົ້າໃຈລະຫວ່າງກຸ່ມບໍລິສັດ RMA ແລະ ທະນາຄານ LDB

ວຽງຈັນ, ລາວ 23 ມີນາ 2023. ກຸ່ມບໍລິສັດ ອາຣເອັມເອ (RMA Group) ຮ່ວມກັບ ທະນາຄານ ພັດທະນາລາວ ຈຳກັດ (LDB Bank) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານຍຸດທະສາດ ການທະນາຄານ ແລະ ທຸລະກິດ ລະຫວ່າງ LDB Bank & RMA Group ເຊິ່ງໄດ້ຈັດຂຶ້ນທີ່ ໂຮງແຮມແລນມາກ ຣີເວີໄຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ Wayne McIntosh, ຜູ້ອຳນວຍການບໍລິຫານຈັດການ ກຸ່ມໂອໂຕໂມທິບ ກຸ່ມບໍລິສັດອາຣເອັມ ເອເຊຍລາວ ແລະ ທ່ານ ສິດທິສອນ ເທບພາສີ, ປະທານສະພາບໍລິຫານ ທະນາຄານ ພັດທະນາລາວ ຈໍາກັດ ແລະ ພ້ອມດ້ວຍຄະນະຜູ້ອໍານວຍການ, ຄະນະບໍລິຫານງານ ຂອງທັງສອງຝ່າຍ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເປັນການຕົກລົງຮ່ວມມືກັນ ເພື່ອສະແດງໃຫ້ເຫັນເຖິງ ຄວາມຕັ້ງໃຈໃນການຮ່ວມມື ໃນການໃຫ້ບໍລິການທາງດ້ານການເງິນ, ການທະນາຄານ ແລະ ການສ້າງກິດຈະກຳ ໃນການດຳເນີນທຸລະກິດ ທີ່ສ້າງຜົນປະໂຫຍດຮ່ວມກັນ ຂອງທັງສອງຝ່າຍ. ກຸ່ມບໍລິສັດ ອາຣເອັມ ເອເຊຍລາວ (RMA Group) ເປັນກຸ່ມບໍລິສັດ ທີ່ມີທ່າແຮງ ໃນການພັດທະນາທຸລະກິດ ທີ່ຫຼາກຫຼາຍ ເປັນຕົ້ນແມ່ນ ທຸລະກິດດ້ານວິສະວະກໍຳຍົນຕະກຳ ອັນດັບຕົ້ນໆ, ການສື່ສານ ແລະ ທຸລະກິດອາຫານ, ຕະຫຼອດເຖິງ ການສະໜັບສະໜຸນ ໂຄງການພັດທະນາພື້ນຖານໂຄງລ່າງ ໃນຂອບເຂດທົ່ວປະເທດ

ໂດຍເຫັນໄດ້ວ່າທ່າແຮງ ທາງດ້ານການໃຫ້ບໍລິການດ້ານການເງິນ-ການທະນາຄານ ແບບຮອບດ້ານ; ການຈັດກິດຈະກໍາ ເພື່ອສົ່ງເສີມວຽກງານການຕະຫຼາດ; ການພັດທະນາເຊື່ອມຕໍ່ ລະບົບບໍລິການບັດ Co-brand ແລະ ແອັບພລີເຄຊັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ລູກຄ້າຂອງທາງທະນາຄານ ພັດທະນາລາວ ສອດຄ່ອງຕໍ່ການບໍລິການທັງສອງຝ່າຍ ແລະ ຍັງເລັງເຫັນເຖິງຄວາມສາມາດ ໃນການພັດທະນາ ແລະ ສົ່ງເສີມທຸລະກິດ ຂອງທັງສອງຝ່າຍ ໃຫ້ມີຄວາມເຂັ້ມແຂງຢ່າງຮອບດ້ານ. ດັ່ງນັ້ນ, ຄະນະຜູ້ບໍລິຫານງານຂອງ ກຸ່ມບໍລິສັດ ອາຣເອັມ ເອເຊຍລາວ ແລະ ທະນາຄານພັດທະນາລາວ ຈໍາກັດ ຈຶ່ງໄດ້ຕົກລົງ ຍົກລະດັບການຮ່ວມມື ເປັນຄູ່ຮ່ວມຍຸດທະສາດ ຄູ່ຮ່ວມທຸລະກິດຮອບດ້ານ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ການຮ່ວມມືດ້ານຕ່າງໆຮ່ວມກັນ.

ລົງທະບຽນເພື່ອຮັບສ່ວນຫຼຸດ