ເຄັດລັບ ແລະ ຄູ່ມືການໃຊ້ງານ

tips & user guide

ກ່ຽວກັບຄູ່ມື

ຄູ່ມືນີ້ຊ່ວຍຕອບຄຳຖາມລະຫວ່າງການບຳລຸງຮັກສາປະຈຳວັນ ແລະ ການໃຊ້ລົດ. ຈຸດປະສົ່ງແມ່ນເພື່ອຊ່ວຍໃຫ້ທ່ານໃຊ້ລົດໄດ້ຢ່າງໝັ້ນໃຈ.

ຄຳເຕືອນ: ມີສະຕິທຸກຄັ້ງທີ່ທ່ານໃຊ້ລົດ ແລະ ຄຸນສົມບັດຂອງລົດ

ໝາຍເຫດ: ຄູມືນີ້ອະທິບາຍຟີເຈີ້ ແລະ ຕົວເລືອກຕ່າງໆ, ບາງໂຕແມ່ນຍັງອາດຈະຍັງບໍ່ທັນເປີດໂຕ. ເຊິງອາດອະທິບາຍບໍ່ຕົງກັບລົດຂອງທ່ານ.

ໝາຍເຫດ: ຮູບປະກອບບາງອັນໃນຄູ່ມືນີ້ອາດຈະໃຊ້ເພື່ອລຸ້ນລົດທີ່ແຕກຕ່າງກັນ, ຊື່ງຫລາຍຮູບອາດຈະແຕກຕ່າງຈາກລົດຂອງທ່ານ, ແນວໃດກໍ່ຕາມ ຂໍ້ມູນສຳຄັນຕ່າງໆໃນຮູບແມ່ນຖືກຕ້ອງ.

ໝາຍເຫດ: ຮັກສາກົດຈາລະຈອນ ແລະ ຂໍ້ບັງຄັບທຸກຄັ້ງທີ່ໃຊ້ລົດ.

ລົດສະໄໝໃໝ່ທີ່ມີເທັກໂນໂລຊີ ແລະ ຟີເຈີຄວາມປອດໄພຂັ້ນສູງ. ສິ່ງສຳຄັນແມ່ນຕ້ອງສ້າງຄວາມຄຸ້ນເຄີຍຕໍ່ໂຄງສ້າງ ແລະ ການໃຊ້ງານຂອງລົດ. ໂດຍຄູ່ມືນີ້ໃຊ້ເພື່ອແນະນຳທ່ານກ່ຽວກັບຄຸນສົມບັດ ແລະ ແນວທາງທົ່ວໄປໃນການໃຊ້ງານ.

ໝາຍເຫດ: ຂໍ້ມູນໃນຄູ່ມືນີ້ໃຊ້ສຳລັບອ້າງອີງເທົ່ານັ້ນ ແລະ ບໍ່ສາມາດໃຊ້ແທນກັບຄູ່ຄືຂອງເຈົ້າຂອງລົດ. ພວກເຮົາແນະນຳໃຫ້ທ່ານອ່ານຄູມືນີ້ເພື່ອຄວາມເຂົ້າໃຈ. ຊື່ງຈະອະທິອາຍລາຍລະອຽດພື້ນຖານ ແລະ ການຕັ້ງຄ່າຕ່າງໆຂອງລົດ. ໂດຍສະເພາະຂໍ້ມູນສຳຄັນກ່ຽວກັບວິທີ່ການໃຊ້ລົດຢ່າງຖືກຕ້ອງ ແລະ ປອດໄພ.

ຄຳແນະນຳການປ່ຽນອາໄຫລ່

ລົດຂອງທ່ານຖືກສ້າງຂື້ນມາດ້ວຍມາດຕະຖານສູງສຸດ ແລະ ອາໄຫລ່ທີ່ມີຄຸນນະພາບ. ເຮັດໃຫ້ລົດຂອງທ່ານສາມາດເພີດເພີນກັບການໃຊ້ງານໄດ້ຍາວນານ. ພວກເຮົາແນະນຳໃຫ້ທ່ານໃຊ້ອາໄຫລ່ແທ້ທຸກຄັ້ງທີ່ມີການສ້ອມແປງຫລືບຳລຸງຮັກສາ. ທ່ານສາມາດຮູ້ໄດ້ວ່າອາໄຫລທີ່ເປັນຂອງແທ້ຈາກຟອດຈາກເຄື່ອງໝາຍ FoMoCo ຫລື Motorcraft ທີ່ອາໄຫລ ຫຼື ບັນຈຸພັນ.

ໄຟໜ້າ

ຈຸດສຳຄັນຂອງໄຟໜ້າແມ່ນຄວາມສະຫວ່າງ. ສະຫວ່າງເກີນໄປ ຫຼື ອ່ອນເກີນໄປ ອາດສົ່ງຜົນເຖິງຄວາມປອດໄພເທີງທ້ອງຖະໜົນ. ໃນເລື່ອງຂອງຄວາມທົນທານ, ຕາໄຟຂອງແທ້ໄດ້ຮັບການອອກແບບມາໃຫ້ມີຄວາມທົນທານຕໍ່ການເຊື່ອມສະພາບແລະໃຫ້ຄວາມສະຫວ່າງສະໝ່ຳສະເໝີ ໂດຍຂອງທຽມຈະເສື່ອມສະພາບໄວ.

ນ້ຳມັນເຄື່ອງ ແລະ ກອງນ້ຳມັນເຄື່ອງ

ພວກເຮົາແນະນຳໃຫ້ທ່ານປືກສາກັບຕົວແທນຟອດເພື່ອຮັບຄຳແນະນຳທີ່ຖືກຕ້ອງສຳລັບອາໄຫລ່ ແລະ ເຄື່ອງຕົກແຕ່ງສຳລັບລົດຂອງທ່ານ. ເພື່ອຄວາມເຂົ້າກັນໄດ້ ແລະ ເປັນຂອງແທ້.

ກາບເບຣກ ຫລື ຈານເບຣກ

ເບຣກທຽມແມ່ນຈະບໍ່ໄດ້ມາດຕະຖານ, ຊື່ງອາດເກີດໃຫ້ມີຄວາມຮ້ອນສູງ ແລະ ເຮັດໃຫ້ເບຣກມີຄວາມຜິດປົກກະຕິ ຫຼື ບໍ່ເຮັດວຽກ. ອາດເກີດມີການແຕກລ້າວໃນດິດສະເບຣກທຽມ, ຊື່ງອາດສົ່ງຜົນຕໍ່ປະສິດຕິພາບຂອງການເບຣກ ແລະ ຄວາມປອດໄພເທີງທ້ອງຖະໜົນ.

ແຮງເສື່ອຍມະຫາສານທີ່ເກີດຂື້ນຈາກການຕຳ ຫຼື ການເບຣກກະທັນຫັນອາດສົ່ງຜົນໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສານກະທົບກັບສິ່ງຂອງພາຍໃນລົດເຊັ່ນ ພວງມະໄລ, ແວ່ນໜ້າລົດ, ເຂັມຂັດນິລະໄພສາມາດຊ່ວຍລັ້ງຜູ້ຂັບຂີ່ ຫຼື ຜູ້ໂດຍສານໃຫ້ຢູ່ກັບບ່ອນນັ່ງໄດ້. ນອກຈາກນັ້ນຄຸນສົມບັດທີ່ຖືກປັບຂອງເຂັມຂັດນິລະໄພຍັງສາມາດດູດຊັບແຮງດືງ. ແລະ ຊ່ວຍຫລຸດລະດັບຂອງການບາດເຈັບທັງຜູ້ຂັບຂີ່ ແລະ ຜູ້ໂດຍສານລົງໄດ້.

ຄຳເຕືອນ: ສຽບຫົວເຂັມຂັດລົງລ໋ອກຈົນກວ່າຈະໄດ້ຍິນສຽງຄລິກ. ຖ້າບໍ່ໄດ້ຍິນແມ່ນການຄາດຍັງບໍ່ຖືກຕ້ອງ.

ໝາຍເຫດ:

  • ອ້າງອີງຈາກປື້ມຄູ່ມືການໃຊ້ງານໃນສ່ວນຂອງເຂັມຂັດນິລະໄພ
  • ການປ້ອງກັນຈະມີປະສິດຕິພາບສູງສຸດກໍ່ຕໍ່ເມື່ອເຂັມຂັດນິລະໄພ ແລະ ຖົງລົມນິລະໄພໃຊ້ງານຮ່ວມກັນ.
  • ອ້າງອີງຈາກຄູ່ມືການໃຊ້ງານໃນສ່ວນຂອງການໃຊ້ງານລະບົບປ້ອງກັນເດັກນ້ອຍ.

ກວດກາສະພາບເຂັມຂັດນ້ິລະໄພເປັນປະຈຳ. ຕົວຢ່າງເຊັ່ນ ການເຮັດວຽກຂອງໂຕປັບແຮງດັນ, ຄວາມລື່ນໄຫລຂອງການເຮັດວຽກຂອງເຂັມຂັດນິລະໄພ, ຂັດຮັດຍັງຢູ່ໃນສະພາບດີ, ສາມາດປັບເຂົ້າອອກໄດ້ຢ່າງປົກກະຕິ, ການແຈ້ງເຕືອນ, ຖ້າພົບເຫັນສິ່ງຜິດປົກກະຕິ, ນຳລົດຂອງທ່ານເຂົ້າກວດເຊັກທີ່ສູນຟອດໄວເທົ່າທີ່ຈະເຮັດໄດ້.

ເຂັມຂັດຂອງຜູ້ໃຫຍ່ບໍ່ຄວນໃຊ້ກັບເດັກນ້ອຍ, ເຂັມຂັດພິເສດສຳລັບເດັກນ້ອຍແມ່ນຄວນຈະຖືກນໍາໃຊ້.

ໝາຍເຫດ:

  • ຄວນລ໋ອກລົດທຸກຄັ້ງເລລາຈອດລົດຖິມໄວ້
  • ບໍ່ຄວນປະກຸນແຈໄວ້ທີ່ລົດ.
  • ປະຕູລົດທຸກບານຈະຖືກລ໋ອກເວລາທີ່ທ່ານຂັບລົດທີ່ຄວາມໄວ 7ກມ/ຊມ (4.3 ໄມ/ຊມ) ຂື້ນໄປ. ໂດຍຟັງຊັ້ນນີ້ສາມາດເປີດໃຊ້ງານ ຫຼື ປິດ ໄວ້ໄດ້.
  • ຖ້າລະບົບລ໋ອກກາງມີຂໍ້ຜິດພາດ, ສາມາດລ໋ອກປະຕູແຕ່ລະບານໄດ້ໂດຍການໃຊ້ກຸນແຈໃນແຕ່ລະຕຳແໜ່ງທີ່ສະແດງຢູ່.

                  A. ລ໋ອກ Lock

                  B. ປົດລ໋ອກ Unlock

ປະຕຸທຸກບານຈະຍັງສາມາດເປີດໄດ້ຈາກດ້ານໃນລົດເຖິງແມ່ນວ່າລົດຈະລ໋ອກຢູ່ກໍ່ຕາມ. ລະບົບຄວາມປອດໄພນີ້ກໍ່ເພື່ອຊ່ວຍໃຫ້ຜູ້ໂດຍສານໃນລົດສາມາດເປີດປະຕູເອງໄດ້ໃນກໍ່ລະນີເກີດເຫດສຸກເສີນ.

  1.  

ໝາຍເຫດ: ອ້າງອີງຈາກປື້ມຄູ່ມືການໃຊ້ງານການລ໋ອກ ແລະ ການປົດລ໋ອກ.

ເປັນຫຍັງພວງມະໄລຈື່ງເກີດມີສຽງເວລາທີ່ຫັນພວງມະໄລຈົນສຸດ.

ເວລາທີ່ພວງມະໄລຖືຫັນຈົນສຸດ. ປໍ້າພວງມະໄລພາວເວີ້ຂອງພວງມະໄລຈະປ່ອຍແຮງດັນອອກເພື່ອຫລຸດຜ່ອນຄວາມເສຍຫາຍທີ່ອາດເກີດຂື້ນກັບລະບົບຂອງພວງມະໄລໄດ້. ໂດຍອາດຈະໄດ້ຍິນສຽງໃນລະຫວ່າງທີ່ແຮງດັນຖືກປ່ອຍອອກ, ນີ້ແມ່ນເລື້ອງປົກກະຕິ.

ບໍ່ຄວນຫັນພວງມະໄລຈົນສຸດເປັນເວລາດົນ, ມັນອາດຈະສົ່ງຜົນເສຍຕໍ່ອາຍຸການໃຊ້ງານຂອງລະບົບປ້ຳພວງມະໄລພາວເວີ້.

ເປີດສະວິດກຸນແຈເພື່ອສັ່ງງານແວ່ນໄຟຟ້າ. ລະບົບປັບແວ່ນເປັນໄຟຟ້ດັ່ງນັ້ນຄວນປ້ອງກັນບໍ່ໃຫ້ນ້ຳເຂົ້າເພື່ອຫລີກລ້ຽງຄວາມເສຍຫາຍທີ່ອາດເກີດຂື້ນໄດ້.

ຢ່າໃຊ້ງານແວ່ນຖ້າມມີສິ່ງກີດຂວາງຢຸ່.

ໝາຍເຫດ:: ຖ້າທ່ານງານໃຊ້ງານເລື້ອຍໆໃນໄລຍະເວລາສັ້ນໆ. ການຕອບສະໜອງຂອງແວ່ນອາດຈະຕອບສະໜອງໄດ້ຢ່າງບໍ່ເຕັມທີ່ເນື່ອງຈາກລະບົບຈະປ້ອງກັນຄວາມເສຍເຫຍທີ່ອາດເກີດຂື້ນຕໍ່ລະບົບໄດ້.

ຄຳຖາມທີ່ປະຈຳ:

ໝາຍເຫດ: ແນະນຳໃຫ້ປິດແວນ ແລະ ຫລັງຄາເພື່ອລົດສຽງລົບກວນ, ເພີມຄວາມສະດວກສະບາຍໃຫ້ຜູ້ຂັບຂີ່, ແອເຮັດວຽກໄດ້ເຕັມປະສິດທິພາບ ແລະ ປະຢັດນ້ຳມັນ.

ເງື່ອນໄຂທີອາດເຮັດໃຫ້ເກີດມີສຽງດັງໃນເວລາຂັບຂີ່.

  • ຂັບຂີ່ທີ່ທາງຄອນກີດ.
  • ຂັບຂີ່ລອດອຸໂມງ ຫລື ມີຮົ່ວກັນສອງຝາກທາງ.
  • ຂັບຂີ່ຜ່ານລົມແຮງ ແລະ ໃນລະດູໜາວ.
  • ຂັບຂີ່ດ້ວຍຄວາມໄວ.
  • ຂັບຂີ່ຜ່ານຄື້ນຕັດຄວາມໄວ.
  • ລົມຢາງມີຄວາມຜິດປົກກະຕິ ອ່ອນ ຫຼື ແຂງເກີນ.

ເປັນຫຍັງຈຶ່ງມີສຽງດັງໃນຫ້ອງໂດຍສານຂະໜະຂັບຂີ່?

ໃນລະຫວ່າງການຂັບຂີ່ຖ້າແວນ ຫຼື ຫລັງຄາຫາກເປີດຢູ່, ຫ້ອງໂດຍສານຈະກາຍເປັນສູນຍາກາດ(ມີແຮງດູດ), ຈາກແຮງກະແສລົມຢູ່ອ້ອມລົດ, ເຊິງຈະເຮັດໃຫ້ມີການສະເທືອນ ແລະເກີດມີສຽງດັງ.

ຖ້າມີເດັກນ້ອຍນັ່ງຢຸ່ດ້ານຫລັງ, ກະລຸນາເປີດໃຊ້ລະບົບລ່ອກສຳລັບເດັກນ້ອຍເພື່ອລຸດຄວາມສຽງທີ່ເດັກນ້ອຍອາດຈະໄຂປະຕູລົດເອງໂດຍບັງເອີນ.

ຄຳເຕືອນ: ປະຕູຈະບໍ່ສາມາດເປີດຈາກດ້ານໃນໄດ້ ຖ້າລະບົບລ໋ອກເດັກນ້ອຍຖືກເປີດໃຊ້ງານ.

ຂໍ້ມູນທົ່ວໄປ

ໝາຍເຫດ: ການເຮັດວຽກຂອງພັດລົມລະບາຍອາກາດເປັນເລື່ອງປົກກະຕິເຖິງຈະມອດຈັກລົດ. ນີ້ກໍ່ເພື່ອການລະບາຍຄວາມຮ້ອນໃຫ້ກັບຈັກລົດ.

ຖ້າຫາກອຸນຫະພູມຂອງຈັກສູງເກີນໄປຫລາຍຫລັງຈາກມອດຈັກລົດ, ຫລັງຈາກມອດຈັກລົດພັດລົມຈະຍັງເຮັດວຽກຢູ່, ນີ້ກໍ່ເພື່ອຫລີກລ້ຽງຄວາມເສຍຫາຍທີ່ອາດຈະເກີດກັບຈັກເນື່ອງຈາກຮ້ອນເກີນໄປ ແລະ ເພື່ອຍືດອາຍຸການໃຊ້ງານ.

ໝາຍເຫດ: ເວລາລົດແລ່ນ, ສຽງຈັກແອັດຊັ້ງຈະງຽບກວ່າຈັກກະຊ້ວນ.
ໝາຍເຫດ: ຄວາມໄວຮອບເພີ່ມຂື້ນໃນເວລາຈັກເຢັນເປັນເລື່ອງປົກກະຕິ.

ຄວາມໄວຮອບຈະເພີ່ມຂື້ນໂດຍອັດຕະໂນມັດໃນເວລາຈັກເຢັນ, ສິ່ງນີ້ຊ່ວຍເພີ່ມຄວາມຮ້ອນໃຫ້ແກ່ໄອເສຍ ແລະ ຊ່ວຍຫລຸດການປ່ອຍມົນລະພິດໃຫ້ໜ້ອຍລົງທີ່ສຸດ.

ຄວາມໄວຮອບຈະຄ່ອຍໆຊ້າລົງຈົນປົກກະຕິເມື່ອເຄື່ອງຊອກໄອເສຍອຸ່ນຂື່ນ ແລະ ເຄື່ອງຈັກມີອຸນຫະພຸມທີ່ເໝາະສົມ.

ຂໍ້ຄວນລະວັງເພື່ອຄວາມປອດໄພ: ຄຳເຕືອນ:

  • ນຳມັນລົດອາດເຮັດໃຫ້ເກີດການບາດເຈັບຫລືເສຍຊີວິດຫາກໃຊ້ຜິດວິທີ່ ຫລື ຜິດປະເພດ
  • ບໍ່ຄວນຕື່ມນ້ຳມັນຈົນລົ້ນຖັງ, ແຮງດັນຈາກການຕື່ມຈົນລົ້ນຈະເຮັດໃຫ້ເກີດການຮົ່ວໄຫລເຊິ່ງອາດນຳໄປສູ່ການສີດພົນນ້ຳມັນ ແລະ ເກີດໄຟໃໝ້.
  • ປິດໂທລະສັບມືຖືກທຸກຄັ້ງກ່ອນການຕື່ມນ້ຳມັນ.
  • ລະບົບຕື່ມນ້ຳມັນອາດຈະມີແຮງດັນ, ຢ່າຕື່ມນ້ຳມັນຖ້າທ່ານໄດ້ຍິນສຽງທີ່ຝາຕື່ມນ້ຳມັນ(ໄລຝາປິດ), ຖ້າຕື່ມນ້ຳມັນຈົ່ນກວ່າສຽງຈະຢຸດລົງ. ບໍ່ດັ່ງນັ້ນ, ນ້ຳມັນອາດຈະພົ່ນອອກຄືນ, ເຊິ່ງອາດຈະເຮັດໃຫ້ເກີດການບາດເຈັບ.
  • ຫລີກລຽງການຕື່ມນ້ຳມັນຖ້າອຸນນະພູມພາຍນອກສູງເກີນໄປ, ອາດເຮັດໃຫ້ເກີດການລະເຫີຍຂອງນ້ຳມັນ ແລະ ນຳໄປສູ່ການບາດເຈັບໄດ້.
  • ຫົວສີດນ້ຳມັນອາດເກີດມີໄຟຟ້າສະທິດໄດ້, ອາດເຮັດໃຫ້ເກີນໄຟໄໝ້ຖ້າຫົວສີດສີດນ້ຳມັນເຂົາໄປທີ່ຖັງ.

ປະຕິບັດຕາມຂັ້ນຕອນຕໍ່ໄປນີ້ເວລາທີ່ທ່ານເຮັດວຽກກັບນ້ຳມັນລົດ:

  • ນ້ຳມັນເຊື້ອໄຟອາດເປັນອັນຕະລາຍເຖິງຊີວິດໄດ້ຫາກືນກິນ, ເຊັ່ນນຳມັນແອັດຊັ້ງຈະມີຄວາມເປັນພິດສູງ ຖ້າຫາກກືນກິນອາດເຮັດໃຫ້ເສຍຊີວິດ ຫລື ອາດເຈັບຖາວອນໄດ້. ຖ້າຫາກກືນກິນ, ໂທຫາໝໍທັນທີ, ແມ່ນວ່າຈະບໍ່ມີອາການຫຍັງເກີດຂື້ນໃຫ້ເຫັນທັນທີກໍ່ຕາມ, ຜົນຂອງພິດອາດຈະບໍ່ສະແດງໃຫ້ເຫັນເປັນເວລາຫລາຍຊົ່ວໂມງ.

ຄຳເຕືອນ: ອີເທີນອລ ແລະ ແອດຊັງ ແມ່ນອາດມີສານເບນຊິນ ຊື່ງອາດກໍ່ໃຫ້ເກີດມະເລງໄດ້.

  • ຢ່າໃຫ້ນ້ຳມັນເຊື້ອເພີງເຂົ້າຕາ. ຫາກນຳ້ມັນເຂົ້າຕາໃຫ້ຖອດຄອນແທກເລນອອກ (ຖ້າໃສ່) ລ້າງດ້ວຍນຳ້ສະອາດເປັນເວລາ 15 ນາທີ. ແລ້ວໄປພົບແພດ. ການບໍ່ພົບແພດອາດເຮັດໃຫ້ໄດ້ຮັບການບາດເຈັບຖາວອນ.

ຄຳເຕືອນ: ຫ້າມສູບຢາ ແລະ ຄວນມອດຈັກລົດທຸກຄັ້ງເວລາຕື່ມນ້ຳມັນ. ຢ່າໃຫ້ປະກາຍໄຟໃກ້ກັບຝາປິດນ້ຳມັນ.

  • ນຳ້ມັນອາດຈະເປັນອັນຕະລາຍໄດ້ຫາກດູດຊືມຜ່ານຜິວໜັງ, ຖ້າເກີດກໍລະນີນຳ້ມັນກະເດັນໃສ່ເສື້ອຜ້າ ຫຼື ຜິວໜັງ ໃຫ້ແກ້ເສື້ອຜ້າອອກທັນທີ ແລະ ລ້າງຜິວໜັງດ້ວຍສະບູ ແລະ ນ້ຳສະອາດ ການສຳພັດກັບຜິວໜັງຊ້ຳໆ ຫຼື ເປັນເວລາດົນ ຫຼື ອາຍນ້ຳມັນ ຈະເຮັດໃຫ້ເກີດການລະຄາຍເຄືອງຕໍ່ຜິວໜັງ.

ຄຳເຕືອນ: ຫລີກລ້ຽງການສູດດົມອາຍລະເຫີຍ

  • ການສູດດົມເອົາສານລະເຫີຍຂອງນ້ຳມັນແອັດຊັ້ງ ຫຼື ການສຳຜັດກັບຜິວໜັງອາດເຮັດໃຫ້ເກີດອາການບໍ່ພືງປະສົງ. ໃນບຸກຄົນທີ່ມີຄວາມອ່ອນໄຫວອາດສົ່ງຜົນໃຫ້ໄດ້ຮັບການບາດເຈັບສາຫັດ ຫຼື ເຈັບປ່ວຍໄດ້. ຖ້ານ້ຳມັນກະເດັນຖືກຜິວໜັງໃຫ້ລ້າງອອກດ້ວຍນ້ຳສະອາດ ແລະ ສະບູ, ໃຫ້ໄປຫາໝໍທັນທີຫາກມີອາການຜິດປົກກະຕິ.

ການຕື່ມນ້ຳມັນ

ໝາຍເຫດ:

  • ຢ່າຕິດຈັກລົດຖ້າທ່ານຕື່ມນ້ຳມັນຜິດປະເພດ. ເຊິ່ງອາດເຮັດໃຫ້ເຄື່ອງຈັກເສຍຫາຍໄດ້. ຄວນໃຫ້ຊ່າງທີ່ຊຳນານກວດເຊັກທັນທີ.
  • ເວລາທີ່ດີທີ່ສຸດໃນການເຕີມນ້ຳມັນລົດແມ່ນເວລາທີ່ອາກາດເຢັນລົງ. ວິທີ່ນີ້ແມ່ນເພື່ອຫລີກລ້ຽງການລະເຫີຍອາຍຂອງນ້ຳມັນ.
  • ຢ່າຕື່ມນ້ຳມັນເຕັມຖັງ ຍົກເວັ້ນກໍລະນີຈະເດີນທາງໄກ. ຈະເພີ່ມພາລະໃຫ້ຖັງນ້ຳມັນ ແລະ ເພີ່ມການສິ້ນເປືອງນຳມັນຫລາຍຂື້ນ.

ປ້ຳເຊື້ອເພີງຕິດຕັ້ງຢູ່ໃນຖັງນ້ຳມັນ, ກໍ່ເພື່ອກະຈາຍຄວາມຮ້ອນຜ່ານເຊື້ອເພີງໄດ້ ເພື່ອປ້ອງກັນຄວາມເສຍຫາຍຂອງປຳ້. ຄວນຕື່ມນ້ຳມັນກ່ອນນຳ້ມັນໝົດທຸກຄັ້ງ.

ຫລີກລ້ຽງການຕື່ມນ້ຳມັນໃນຂະໜະທີ່ປ້ຳນຳ້ມັນກຳລັງຕື່ມນ້ຳມັນ. ໂດຍອາດເຮັດໃຫ້ເກີດການອຸດຕັນໃນລະບົບເຊື້ອເພີງໄດ້. ເຊິ່ງອາດກໍ່ໃຫ້ເກີດຄວາມຜິດພາດ ແລະ ການເຮັດວຽກຂອງຈັກທີ່ບໍ່ດີໄດ້.

ອັດຕາການໃຊ້ນ້ຳມັນ

ເລີ່ມຂັບ

ເຄື່ອງຈັກສະໄໝໃໝ່ທີ່ຄວບຄຸມດ້ວຍລະບົບອີເລັກໂທນິກ ແລະ ລະບົບຫົວສີດນ້ຳມັນສາມາດກວດສອບການໄຫລຂອງອາກາດ ແລະ ອຸນນະພູມເຂົ້າຈັກໄດ້ຢ່າງເໝາະສົມ. ດັ່ງນັ້ນຈຶ່ງບໍ່ຈຳເປັນຕ້ອງອຸນຈັກກ່ອນ.
ຂັບລົດໃນເວລາຈັກເຢັນເຮັດໃຫ້ອຸນນະພູມຂອງຈັກເຮັດວຽກເປັນປົກກະຕິໄດ້ໄວຂື້ນ.

ຄວາມໄວຄົງທີ່

ຮັກສາຄວາມໄວໃຫ້ຄົງທີ່ລະຫວ່າງການຂັບຂີ່. ແມ້ແຕ່ເວລາທີ່ທ່ານຕ້ອງເລັ່ງຄວາມໄວແມ່ນໃຫ້ຄ່ອຍໆເລັ່ງ. ຖ້າທ່ານຢຽບຄັນເລັ່ງແຮງ ປະລິມານການສີດນ້ຳມັນຈະເພີ່ມຂື້ນຢ່າງໄວເຮັດໃຫ້ເກີດການສິ້ນເປືອງ ແລະ ປ່ອຍມົນລະພິດຫລາຍຂື້ນ. ຮັກສາໄລຍະຫ່າງຈາກລົດຄັນໜ້າ ແລະ ຫລີກລ້ຽງການຢຽບຄັນເລັ່ງກະທັນຫັນ.

ຫລີກລ້ຽງການໃຊ້ຄວາມໄວ

ການຂັບລົດດ້ວຍຄວາມໄວສູງເທີງທາງດ່ວນ. ຈະເຮັດໃຫ້ເກີດແຮງຕ້ານອາກາດ ແລະ ອັດຕາການສິນເປືອງເພີ່ມຂື້ນ. ຄວາມໄວທີ່ປະຢັດນ້ຳມັນທີ່ສຸດເທີງທາງດ່ວນແມ່ນ 80 ກມ. / ຊມ. (50 ໄມ/ຊມ) ເຖີງ 100 ກມ. / ຊມ. (62 ໄມ/ຊມ). ກວດສອບໃຫ້ແນ່ໃຈວ່າແວ່ນປິດສະນີດເພື່ອຫລຸດຜ່ອນການໃຊ້ນ້ຳມັນ.

ຄຳເຕືອນ: ຢ່າບັນທຸກເກີນ

ການບັນທຸກ

ການບັນທຸກສິ່ງຂອງທີ່ບໍ່ຈຳເປັນອາດເຮັດໃຫ້ເກີດພາລະແກ່ລົດ ແລະ ຈະສົ່ງຜົນຕໍ່ອັດຕາການໃຊ້ນ້ຳມັນ.

ການເບີ່ງແຍງ ແລະ ບຳລຸງຮັກສາເປັນປົກກະຕິ

ການບຳລຸງຮັກສາເຄື່ອງຈັກທີ່ດີ ແລະ ກວດລົມຢ່າງເປັນປົກກະຕິຈະສົ່ງຜົນຫລາຍຕໍ່ອັດຕາການໃຊ້ນຳ້ມັນ ແລະ ຍັງມີປັດໃຈອື່ນໆອີກຫລາຍທີ່ຕ້ອງໄດ້ຮັບການກວດສອບແລະບຳລຸງຮັກສາເປັນປະຈຳ. ເຂົ້າຢ້ຽມຕົວແທນຂາຍຂອງຟອດເພື່ອການກວດເຊັກ ແລະ ບຳລຸງຮັກສາທີ່ດີກວ່າຂອງລົດທ່ານ.

ໄຟເຕືອນ ເອບີເອສ ABS
ຫາກມີໄຟຮຸ່ງຂື້ນເວລາທີ່ທ່ານກຳລັງຂັບລົດ ສະແດງວ່າມີຄວາມຜິດປົກກະຕິ. ທ່ານຈະຍັງໃຊ້ເບຣກໄດ້ປົກກະຕິ (ໂດຍບໍ່ມີ ABS). ໃຫ້ນ່າຍຊ່າງທີ່ຊຳນານງານກວດເຊັກໂດຍໄວທີ່ສຸດ.

ການເບຣກມີສຽງດັງ
ໝາຍເຫດ: ເມື່ອເບຣກເຮັດວຽກ, ອາດມີສຽງດັງເກີດຂື້ນ. ເປັນເລື່ອງປົກກະຕິ, ສຽງນີ້ແມ່ນມາຈາກຄວາມເຢັນ. ຄວາມຊື້ນ, ຝຸ່ນ, ເກືອ ຫລື ຂີ້ຕົມ.

ດີສເບຣກ
ດິສເບຣກທີ່ປຽກອາດສົ່ງຜົນຕໍ່ປະສິດຕິພາບໃນການເບຣກ. ການຢຽບເບຣກໃນຂະໜະທີ່ຂັບລົດທາມກາງຝົນຕົກໜັກ ຫຼື ການລ້າງລົດ ເລື່ອກໄລ່ນ້ຳອອກຈາກດິສເບຣກ.

ເບຣກມື
ສາຍເບຣກມີຄວາມຢືດເລັກນ້ອຍເນື່ອງຈາການໃຊ້ງານຢ່າງຕໍ່ເນື່ອງ, ເຊິ່ງເຮັດມາຈາກສາຍໂລຫະ ແລະ ອາດຢືດໄດ້. ມັນເປັນເລື່ອງປົກກະຕິ ແລະ ຈະບໍ່ສົ່ງຜົນຫຍັງຕໍ່ປະສິດທິພາບໃນການເບຣກ.

ໝ້ຽງເທີງດິສເບຣກ
ດິສເບຣກແມ່ນເຮັດຈາກເຫຼັກ ຊື່ງຫາກບໍ່ໄດ້ໃຊ້ວຽກເປັນເວລາດົນ, ມັນອາດຈະເຮັດໃຫ້ເກີດການກັດກ່ອນ. ມັນເປັນເລື່ອງປົກກະຕິ ແລະ ບໍ່ສົ່ງຜົນຕໍ່ປະສິດທິພາບຂອງການເບຣກ.
ໝ້ຽງຈະອອກເອງເວລາທີ່ລົດຖືກຂັບໄປ.

ຄວາມຮ້ອນຂອງດິສເບຣກ
ການເບຣກປົກກະຕິແມ່ນການສຽດສີລະຫວ່າງດິສເບຣກ ແລະ ຜ້າເບຣກ. ຂັ້ນຕອນນີ້ແມ່ນຈະເຮັດໃຫ້ເກີດແຮງສຽດສີແລະປ່ຽນເປັນຄວາມຮ້ອນ. ດັ່ງນັ້ນຈື່ງເຮັດໃຫ້ດິສເບຣກເກີດຄວາມຮ້ອນ.
ຄຳເຕືອນ: ຢ່າຈັບດິສເບຣກ ຫລື ເບຣກໃນຂະໜະທີ່ມັນຮ້ອນ.

ເຄັດລັບໃນການໃຊ້ເບຣກປ້ອງກັນລໍ້ລ໋ອກ ABS ໃນການຂັບຂີ່ 

ເບຣກ ABS ຈະບໍ່ຊ່ວຍໃຫ້ຫລຸດຄວາມສ່ຽງໃນກໍລະນີ:

  • ທ່ານຂັບລົດໃກ້ຂັບຄັນທາງໜ້າຫຼາຍເກີນໄປ
  • ລົດຢູ່ໃນນ້ຳ
  • ເຂົ້າໂຄ້ງໄວເກີນໄປ
  • ສະພາບຖະໜົນບໍ່ດີ

ຄຳເຕືອນ: ຢ່າຈັບດິສເບຣກ ຫລື ເບຣກໃນຂະໜະທີ່ມັນຮ້ອນ.

ໝາຍເຫດ: ເວລາທີ່ລະບົບເຮັດວຽກ, ການເຕັ້ນຂອງເບຣກເປັນຈັ່ງຫວະ ຮັກສາແຮງເບຣກໄວ້ຕາມປົກກະຕິ. ທ່ານອາດຈະໄດ້ຍິນສຽງດັງຈາກລະບົບ, ເປັນເລື່ອງປົກກະຕິ.

ຄຳເຕືອນ: ຢ່າຈັບດິສເບຣກ ຫລື ເບຣກໃນຂະໜະທີ່ມັນຮ້ອນ.

 

ເບຣກມື

ລົດເກຍອັດຕະໂນມັດ

ຄຳເຕືອນ: ດືງເບຣກມືສະເໝີ ແລະ ເຂົາເກັຍ ຈອດໄວ້ ໂດຍການເລື່ອນຄັນເກຍໄປທີ່ຕຳແໜ່ງ P.

ໝາຍເຫດ: 

  • ຖ້າຫາກທ່ານຈອດລົດຢູ່ເນີນ ແລະ ຫົວລົດແມ່ນຢູ່ເນີນທາງຂຶ້ນແມ່ນໃຫ້ເລື່ອນເກຍໄປ P ແລະ ຫັນພວງມະໄລອອກຈາກຂອບທາງ.
  • ຖ້າຫາກທ່ານຈອດລົດຢູ່ເນີນແລະ ຫົວລົດແມ່ນຢູ່ເນີນທາງຂຶ້ນແມ່ນໃຫ້ເລື່ອນເກຍໄປ P ແລະ ຫັນພວງມະໄລໄປທາງຂອບທາງ.

ລົດເກຍກະປຸກ

ໝາຍເຫດ:

  • ຖ້າຫາກທ່ານຈອດລົດຢູ່ເນີນ ແລະ ຫົວລົດແມ່ນຢູ່ເນີນທາງຂຶ້ນແມ່ນໃຫ້ເລື່ອນເກຍໄປ 1 ແລະ ຫັນພວງມະໄລອອກຈາກຂອບທາງ
  • ຖ້າຫາກທ່ານຈອດລົດຢູ່ເນີນ ແລະ ຫົວລົດແມ່ນຢູ່ເນີນທາງຂຶ້ນແມ່ນໃຫ້ເລື່ອນເກຍໄປຖອຍ ແລະ ຫັນພວງມະໄລໄປທາງຂອບທາງ

ລົດທຸກລຸ້ນ ການໃຊ້ງານເບຣກມື:

  1. ຢຽບເບຣກໃຫ້ສຸດ.
  2. ດຶງເບຣກມືຂື້ນໃຫ້ສຸດ

ເພື່ອປົດເບຣກມື:

  1. ຢຽບເບຣກໃຫ້ສຸດ.
  2. ດືງເບຣກມືຂື້ນເລັກນ້ອຍ.
  3. ກົດປຸ່ມປ່ອຍ ແລະ ວາງລົງ

ໝາຍເຫດ: ຢາກົດປຸ່ມປ່ອຍໃນຂະໜະທີ່ດື່ງຂື້ນ.

ເກຍກະປຸກ ເກຍຖອຍ

ລົດໃໝ່ຈະໄດ້ຮັບປະສົບການການເບຮກໃນທັນທີທັນໃດ, ທ່ານຈະຮັບຮູ້ເຖິງແຮງຕ້ານ ແລະ ໄດ້ຍິນສຽງບາງຢ່າງເວລາເຂົ້າເກຍຖອຍ. ໂດຍເກຍຖອຍຈະແຕກຕ່າາງຈາກເກຍອື່ນ ເຊິ່ງຈະມີແຮງຕ້ານຫລາຍກ່ອນ. ການເຂົ້າເກຍດ້ວຍຄວາມເໝາະສົມຈະຊ່ວຍຫລຸດສຽງດັງລົງໄດ້. ໃນຂະໜະທີ່ລົດຈອດຢູ່ ຖ້າປະມານ 3ວິນາທີ ພ້ອມກັບຢຽບຄາດ. ການໃຊ້ເກຍຢ່າງຖືກວິທີ່ຈະຊ່ວຍລຸດການສຶກຫລໍລົງໄດ້.

ຄຳເຕືອນ: ເຂົ້າເກຍຖອຍສະເພາະຕອນທີ່ລົດຈອດຢຸ່ເທົ່ານັ້ນ

ໝາຍເຫດ: ຢ່າຂັບລົດໂດຍທີ່ຍັງຢຽບຄາດຢູ່ບາງສ່ວນ. ຈະເຮັດໃຫ້ຄາດຫລຸ້ຍຫ້ຽນ ແລະ ສິ້ນເປືອງນ້ຳມັນ.

ເກຍຫວ່າງ Neutral gear

ເກຍຫວ່າງ N, ການເບຣກຂອງເຄື່ອງຍົນຈະຂາດເຮັດໃຫ້ໄລຍະເບຣກໄກຂື້ນ.
ເມື່ອເຂົ້າເກຍນີ້ແລ້ວ, ລົດຈະຢູ່ໃນໂໝດຫວ່າງ, ການໃຊ້ນ້ຳມັນໃນໂໝດນີ້ຈະຫລາຍກວ່າເວລາລົງຄ້ອຍ. ດັ່ງນັ້ນການລົງຄ້ອຍພ້ອມໃຫ້ເກຍນີ້ຈະບໍ່ປະຢັດນ້ຳມັນ.

ໝາຍເຫດ: ເຂົ້າເກັຍຫວ່າງ N ສະເພາະເວລາລົດຈອດຢູ່

ສຳລັບລົດເກຍອັດຕະໂນມັດ ເກຍຫວ່າງ N

ເກຍຫວ່າງ N, ການເບຣກຂອງເຄື່ອງຍົນຈະຂາດເຮັດໃຫ້ໄລຍະເບຣກໄກຂື້ນ. ຢ່າໃຊ້ເກຍນີ້ໃນຂະນະທີ່ຂັບລົດຈະເຮັດໃຫ້ລະບົບເກຍເສຍຫາຍ ເນື່ອງຈາກການຂາດການຫຼໍ່ລື້ນ ແລະ ການລະບາຍຄວາມຮ້ອນ.

ໝາຍເຫດ: ເຂົ້າເກັຍຫວ່າງ N ສະເພາະເວລາລົດຈອດຢູ່

ຄຳເຕືອນ: ຢ່າຂ້າມນ້ຳເລິກທີ່ໄຫລແຮງເພາະຈະເຮັດໃຫ້ລົດຂອງທ່ານຖືກພັດໄປນຳ.

ໝາຍເຫດ:

  • ຂີ່ຂ້າມນ້ຳສະເພາະຍາມຈຳເປັນເທົ່ານັ້ນ, ເຊີ່ງບໍ່ແມ່ນການໃຊ້ງານປົກກະຕິ
  • ຄວາມເສຍຫາຍອາດເກີດຂື້ນກັບເຄື່ອງຈັກຖ້າຫາກນ້ຳເຂົ້າກອງອາກາດ
  • ພະຍາຍາມກວດສອບເບີ່ງຄວາມເລີກຂອງນ້ຳກ່ອນທີ່ຈະຂີ່ລົດຂ້າມ.

ໃນກໍລະນີສຸກເສີນ, ສາມາດຂີ່ລົດຂ້າມນ້ຳເລີກໄດ້ຕາມຄວາມສາມາດທີ່ຄວາມໄວ 7ກມ/ຊມ (4 ໄມ/ຊມ)
ເວລາຂີ່ລົດໃນນ້ຳ, ຮັກສາຄວາມໄວຕຳໄວ້ ແລະ ຢ່າຢຸດລົດ, ແລະ ພະຍາຍາມຂີ່ຂ້າມໃຫ້ໄວເທົ່າທີ່ຈະໄວໄດ້:
ເຕະເບຣກເບົາໆ ແລະ ກວດສອບວ່າເບຣກຍັງໃຊ້ງານໄດ້ເຕັມປົກກະຕິ.

  • ກວດເຊັກວ່າແກເຮັດວຽກປົກກະຕິ.
  • ກວດສອບວ່າໄຟລົດຍັງເຮັດວຽກເປັນປົກກະຕິ.
  • ກວດສອບລະບົບພວງມະໄລພາວເວີ

ໝາຍເຫດ:

  • ຢ່າໃຊ້ແຜນຊີດີທີ່ມີຮ້ອຍຫວາຍຫລືເສຍຫາຍ, ຖ້າກວດພົບວ່າມີການໃຊ້ງານສິ່ງຂອງດັ່ງກ່າວ ການຮັບປະກັນບໍ່ຄຸ້ມຄອງ.
  • ຢ່າໃສ່ສິ່ງແປກປ້ອມເຂົ້າໄປທີ່ຊ່ອງຊີດີຫລື ຊ່ອງຫລິ້ນກາດ.
  • ຢ່າໃສ່ຫລາຍກວ່າໜຶ່ງແຜ່ນໃນເວລາດຽວ.
  • ໃຊ້ພຽງແຕ່ຊີດີຂະໜາດ 12 ຊມ (4.7 ນິ້ວ) ຫລື 8 ຊມ (3.1 ນິ້ວ)

ວິທະຍຸມີສັນຍານລົບກວນ
ຄືກັນກັບໄຟ, ສັນຍານວິທະຍຸ FM ບໍ່ສາມາດລ້ຽວ ແຕ່ສາມາດສະທ້ອນກັບໄດ້. ບໍ່ຄືກັບສັນຍານ AM. ທີ່ບໍ່ສາມາດສົ່ງໄປໄດ້ໃນໄລຍະທີ່ໄກຈາກພື້ນດິນ. ການຮັບສັນຍານ FM ແມ່ນຈະບໍ່ສາມາດຮັບໄດ້ໄກເທົ່າ AM, ແລະຄຸນນະພາບຍັງຂື້ນຕາມສະພາບແວດລ້ອມອີກດ້ວຍ.

ຫລາຍຄືນສັນຍານລົບກວນ
ສັນຍານ FM ແມ່ນສາມາດສະທ້ອນຈາກວັດຖຸ, ນັ້ນໝາຍເຖິງທ່ານອາດຈະໄດ້ຮັບສັນຍານຕົງ ຫຼື ສັນທີ່ຖືກສະທ້ອນມາໃນເວລາດຽວກັນ. ເຊິ່ງອາດເຮັດໃຫ້ການຮັບສັນຍານຊ້າລົງ ແລະ ທ່ານອາດໄດ້ຍິນສຽງຟົດ. ໂດຍອາດເກີດຂື້ນກັບບໍລິເວນໃກ້ກັບເສົາສະຖານນີວິທະຍຸ.

ສຽງສັ່ນ ຫຼື ສຽງກະຕຸກ
ສັນຍານ FM ແມ່ນເປັນແນວຕົງ, ສັນຍັນຈະອ່ອນຫາກແລ່ນຜ່ານເຂົາ ຫຼື ລະຫວ່າງຕືກສູງ ຫລື ຕຳກັບວັດຖຸ, ເວລາທີ່ລົດແລ່ນຜ່ານບໍລິເວນດັ່ງກ່າວອາດຈະໄດ້ຍິນສຽງລົບກວນໄດ້.

ສະຖານນີ້ໃຫ້ບໍລິການ AM
ສັນຍານ AM ສາມາດຫລົບຫລືກວັດຖຸເຊັ່ນຕືກອາຄານ ແລະ ພູເຂົາ, ແລະຈະສະທ້ອນສູ່ພື້ນຈາກບັນຍາກາດຮອບນອກ. ສັນຍານ AM ສາມາດໄດ້ໄກກວ່າ ສັນຍານ FM. ບາງຄັ້ງອາດຈະໄດ້ຍິນສຽງແຊກຈາກສອງຄື້ນໃນຂະໜະທີ່ໃຊ້ຢູ່ຄື້ນຄວາມຖືດຽວ.

ສັນຍານແຮງ
ເວລາທີ່ຂີ່ລົດເຂົ້າໃກ້ເສົາສະຖານນີ, ສັນຍານຈະແຮງຈະສົ່ງຜົນໃຫ້ອາດໄດ້ຍິນສຽງແຊວ ຫຼື ສຽງແຕກ.

ສັນຍານອ່ອນ
ສັນຍານວິທະຍຸອ່ອນຈາກການຢູ່ຫ່າງຈາກເສົາສະຖານນີ້ເກີນໄປ, ທ່ານອາດພົບບັນຫາສັນຍາດຂາດ ຫລື ສຽງແຊວ.

ສຽງລົບກວນຈາກສະຖານນີວິທະຍຸ
ເວລາທີ່ຂີ່ລົດເຂົ້າໃກ້ກັບສອງສະຖານນີ້ວິທະຍຸທີ່ສົ່ງສັນຍານແຮງ ໃນຄື້ນຄວາມຖີ່ດຽວກັນ, ສັນຍາຈາກຊ້ອງຫລັກອາດຂາດໄປ ໃນຂະໜະທີ່ໄດ້ຍິນອີກຊ້ອງໜຶ່ງແທນ. ໃນເວລາດຽວກັນອາດຈະໄດ້ຍິນສຽງລົບກວນເນື່ອງຈາກມີການລົບກວນ.

ໝາຍເຫດ: ເນື່ອງຈາກມາດຕະການຕ່າງໆທີ່ມີຢູ່ ຜູ້ຜະລິດຈຶ່ງສາມາດໃຊ້ໂປຟາຍທີ່ຫລາກຫຼາຍຢູ່ໃນອຸປະກອນ ບລູທູດຂອງຕົນເອງໄດ້. ດ້ວຍເຫດນີ້ຈຶ່ງອາດເກີດມີຄວາມບໍ່ເຂົ້າກັນຂື້ນໃນລະຫວ່າງອຸປະກອນ. ດັ່ງນັ້ນເພື່ອຫລີກລ້ຽງບໍ່ໃຫ້ເກີດກໍລະນີນີ້ຄວນນຳໃຊ້ສະເພາະອຸປະກອນທີ່ແນະນຳ.

ເຄັດລັບການຄວບຄຸມອຸນນະພູມພາຍໃນ

ເປີດໜ້າຕ່າງທັງໝົດ ແລະ ຫລັງຄາເພື່ອໄລຄວາມຮ້ອນອອກຈາກລົດ.

ຄູ່ມືການໃຊ້ງານການປັບອຸນນະພູມ

ເລືອກແອສູງສຸດ A/C ຈະໃຫ້ອຸນນະພູມເຢັນ. ຖ້າຕ້ອງການປິດແອກົດທີ່ປຸ່ມ A/C ອີກຄັ້ງ.

ລະບົບຄວບຄຸມອຸນນະພູມອັດຕະໂນມັດ

ກົດທີ່ປຸ່ມ A/C. ຕັ້ງຄ່າອຸນນະພູມທີ່ຕ້ອງການ. ໃນໂໝດບໍ່ອັດຕະໂນມັດ,ຕັ້ງອຸນນະພູມ ແລະ ພັດລົມຕາມການແນະນຳ.
3 ເຖິງ 5 ນາທີຫລັງຈາກເປີດແອ. ແນະນຳໃຫ້ເລືອກທີ່ໂໝດການໄລວຽນ circulation. ຈະຊ່ວຍໃຫ້ອຸນນະພູມເຟັນໄວ ແລະ ຫລີກລ້ຽງອາກາດທີ່ບໍ່ພື່ງປະສົ່ງເຂົ້າມາໃນລົດ.
ເມື່ອເຖິງອຸນນະພູມທີ່ຕ້ອງການ. ຕັ້ງຄ່າແອໄປທີ່ການຄວບຄຸມການກະຈ່າຍ distribution control, ພົດລົມ ແລະ ອາກາດຕາມຄວາມຕ້ອງການ.

ລະລົບເຮັດຄວາມຮ້ອນແວ່ນ

ໃນບາງສະພາບອາກາດ, ອາດເຮັດໃຫ້ເກີດມີການເກີດຝ້າໃນລົດ. ເຊິ່ງອາດເຮັດໃຫ້ເປັນອຸປະສັກໃນການເບີ່ງເຫັນ ແລະ ເປັນອັນຕະລາຍໄດ້.

ໝາຍເຫດ: ລະລົບເຮັດຄວາມຮ້ອນແວ່ນຈະເຮັດວຽກເວລາທີ່ຈັກລົດຕິດຢູ່ເທົ່ານັ້ນ

ການປັບອຸນນະພູມໃນລົດແບບປັບເອງ

ເວລາທີ່ອຸນນະພູມຂື້ນສູງເກີນ 4ອົງສາເຊ້, ລະບົບແອຈະເປີດໃຊ້ງານໂດຍອັດຕະໂນມັດ, ໝັ້ນໃຈວ່າພັດລົມເປີດຢູ່. ໄຟສະແດງສະຖານະຈະສະຫວ່າງຂື້ນລະຫວ່າງການລະລາຍຝ້າ ແລະ ລະເຫີຍໄປ.

ລະລົບເຮັດຄວາມຮ້ອນແວ່ນຂ້າງ

ແວ່ນແຍງຂ້າງໄຟຟ້າແມ່ນຈະຕິດຕັ້ງແຜງເຮັດຄວາມຮ້ອນ ຊື່ງຈະລະລາຍຝ້າ ແລະ ອອກຈາກແວ່ນ. ລະບົບຈະເປີດໃຊ້ອັດຕະໂນມັດເວລາທີ່ທ່ານເປີດໃຊ້ງານລະບົບເຮັດຄວາມຮ້ອນແວ່ນຫລັງ.

ການປັບອຸນນະພູມໃນລົດແບບປັບເອງ

ກົດປຸ່ມໄລ່ຝ້າທີ່ກະຈົກໜ້າ. ອາກາດພາຍນອກຈະໄຫລເຂົ້າສູ່ລົດ ແລະ ລະບົບປັບອາກາດຈະຖືກເລືອກໂດຍອັດຕະໂນມັດ. ຕາບໃດທີ່ຍັງຕັ້ງຄ່າໄວ້ໃນຕຳແໜ່ງນີ້ທ່ານຈະຍັງເລືອກອາກາດໝູນວຽນໄດ້. ຄວາມແຮງຂອງລົມ ແລະ ການຄວບຄຸມອຸນນະພູມຈະເຮັດວຽກອັດຕະໂນມັດ ແລະ ຈະບໍ່ສາມາດປັບໄດ້ດ້ວຍຕົນເອງ. ຄວາມແຮງຂອງລົມ ແລະ ອຸນະພູມຈະຖືກຕັ້ງຄ່າໄວ້ສູງສຸດ.
ເມື່ອທ່ານເລືອກການລະລາຍຝ້າ, ລະບົບເຮັດຄວາມຮ້ອນຈະເຮັດວຽກໂດຍອັດຕະໂນມັດ ແລະ ປິດໃນເວລາອັນສັ້ນ.
ເພື່ອປັບມາທີ່ໂໝດອັດຕະໂນມັດ, ກົດທີ່ປຸ່ມ Auto

ຄວາມຖາມທີ່ພົບປະຈຳ

ຍ້ອນຫຍັງຈຶ່ງມີກິນເວລາເປີດໃຊ້ລະບົບຄວບຄຸມອາກາດ?

ລົດໃໝ່ທັງໝົດຈະມີກິ່ນທີ່ແຕກຕ່າງກັນ. ເປີດອອກເພື່ອໃຫ້ອາກາດລ່ວງໃນສອງເດືອນທຳອິດ ແລະ ກິນກໍ່ຈະຄ່ອຍໆລົດລົງໄປເອງ.
ເປີດໃຊ້ງານໂໝດການໝູນວຽນຂອງອາກາດ circulation mode ເປັນປົກກະຕິ. ລ້າງກອງແອຖ້າຈຳເປັນໃນລະຫວ່າງ

ແມ່ນຫຍັງທີ່ກໍ່ໃຫ້ເກີດກິ່ນພາຍໃນລົດ?

  • ພາຍໃນລົດຊຸ່ມ ຫລື ປຽກ.
  • ປິດຜະນຶກອາຫານພາຍໃນລົດບໍ່ດີ.
  • ການໃຊ້ນ້ຳຫອມຫລາຍເກີນໄປ.
  • ການໃຊ້ໂໝດອາກາດໝູນວຽນ A/C re-circulation mode
  • ມີຄວນພາຍໃນລົດໂດຍທີ່ອາກາດບໍ່ໄຫລວຽນ.
  • ການບຳລູງຮັກສາລະບົບຄວບຄຸມອາກາດບໍ່ດີ.

ເຮົາຄວນເຮັດແນວໃດເພື່ອລະບາຍກິ່ນພາຍໃນລົດ?

  • ຈອດລົດໃນທິດທາງທີ່ແດດສ່ອງຫາໂດຍຕົງເບີດມື້ເຮັດໃຫ້ພາຍໃນລົດແຫ້ງ.
  • ເປີດປະຕູທຸກບານ ແລະ ເປີດພັດລົມສູງສຸດ.
  • ເປີດໃຊ້ໂໝດອາກາດໝູນວຽນ air circulation mode ເພື່ອໃຫ້ອາກາດສົດຈາກພາຍນອກເຂົາລົດ. ໝາຍເຫດ: ຖ້າກິນອັບຍັງຢູ່, ອາດຈະຕ້ອງໄດ້ອານາໄມລະບົບຄວບຄຸມອາກາດ.
  • ລະບົບໄດ້ຮັບການກວດເຊັກຢ່າງເໝາະສົມຈາກນ່າຍຊ່າງບໍ່.

ຍ້ອນຫຍັງຈຶ່ງມີອາກາດອຸ່ນເຂົາມາໃນລົດຫລັງຈາກຕິດຈັກລົດ.

ອາກາດຍັງຄ້າງຢູ່ທີ່ແຜງຄວາມຮ້ອນຜ່ານຈາກລະບົບລະບາຍຄວາມຮ້ອນ. ການຖ່າຍເທຄວາມຮ້ອນຈະມີປະສິດທິພາບກໍ່ຕໍ່ເມື່ອລະບົບຫລໍ່ເຢັນຂອງເຄື່ອງຈັກເຖິງອຸນນະພຸມທີ່ເໝາະສົມ.

ໝາຍເຫດ: ຖ້າກິ່ນອັບຍັງຢູ່, ອາດຈະຕ້ອງໄດ້ອານາໄມລະບົບຄວບຄຸມອາກາດ. ລະບົບໄດ້ຮັບການກວດເຊັກຢ່າງເໝາະສົມຈາກນ່າຍຊ່າງບໍ່.

ເປັນຫຍັງບາງຄັ້ງໄຟໜ້າຈຶ່ງມີໝອກ?

ການເກີດໝອກເປັນເລື່ອງທຳມະດາ ແລະ ຫລີກລ້ຽງບໍໄດ້. ໂດຍຈະເກີດຂື້ນເວລາທີ່ອຸນຫະພຸມພາຍໃນແລະພາຍນອກມີຄວາມແຕກຕ່າງກັນ.

ໝອກໃນຕາໄຟມີຜົນຕໍ່ຄວາມສະຫວ່າງຂອງໄຟບໍ່?

ຈະບໍ່ມີຜົນຕໍ່ຄວາມສະຫວ່າງ, ການທົດລອງສະແດງໃຫ້ເຫັນວ່າເຄືອມທີ່ກະຈົກກະບໍ່ຫລຸດອອກ ຫຼື ແຕກເຊິ່ງເຮັດໃຫ້ໝັ້ນໃຈໄດ້ໃນປະສິດທິພາບ.

ເປັນຫຍັງຕາໄຟໃນລົດລຸ້ນໃໝ່ຫລາຍລຸ້ນຈຶ່ງເກີດໝອກງ່າຍ.

ຕາໄພທຸກອັນຈະຟຸ້ງ, ແຕ່ໝອກພາຍໃນຈະມີລວດລາຍຍາກທີ່ຈະເຫັນ. ເພື່ອທີ່ຈະປັບປຸງຮູບລັກສະນະ, ລົດລຸ້ນໃໝ່ຈະບໍ່ມີລວດລາຍນີ້ເຊິ່ງເຮັດໃຫ້ສາມາດເບີ່ງເຫັນໝອກໄດ້ງ່າຍ.

ໝອກຈະຫາຍໄປບໍ່?

ເວລາປິດຕາໄຟ. ອຸນຫະພູມພາຍໃນລົດຈະຫລຸດລົງ. ນ້ຳຈະລະເຫີຍອອກຜ່ານທໍ່ລະບາຍເຮັດໃຫ້ໝອກຫາຍໄປ.

ລົງທະບຽນເພື່ອຮັບສ່ວນຫຼຸດ