ສິ້ນສຸດການລໍຖ້າ ສຳລັບຟອດເຣນເຈີ ເຈເນເຣຊັ່ນໃໝ່

ຟອດເຣນເຈີ ເຈເນເຣຊັ່ນໃໝ່ ມາພ້ອມຄຸນສົມບັດຂັ້ນສູງ, ການເຊື່ອມຕໍ່ແບບອັດສະລິຍະ, ຄວາມສາມາດທີ່ເພີ່ມຂຶ້ນແລະຄວາມອະເນກປະສົງສຳລັບການເຮັດວຽກ, ການເປັນລົດຄອບຄົວຫຼືການເດີນທາງເພື່ອພັກຜ່ອນ.

ສິ້ນສຸດການລໍຄອຍ ໃນທີ່ສຸດກໍ່ໄດ້ເປີດຕົວໄປແລ້ວ ຟອດເຣນເຈີ ເຈນເນີເຣຊັ່ນໃໝ່ ໃນວັນທີ່ 24 ພະຈິກ 2021 ທີ່ເມືອງ ເມລເບີນ, ອອສຕາລີ, – ຟອດ ໄດ້ປະກາດໃຫ້ໂລກຮັບຮູ້ເຖິງລົດກະບະລະດັບໂລກໂດຍການເປີດເຜີຍ ເຣນເຈີ ເຈນເນີເຣຊັ່ນໃໝ່ ທີ່ອັດສະລິຍະທີ່ສຸດ, ອະເນກປະສົງທີ່ສຸດ ແລະມີຄວາມສາມາດທີ່ສຸດເທົ່າທີ່ເຄີຍມີມາ – ເຊິ່ງການມາຂອງ ເຣນເຈີ ເຈນເນີເຣຊັ່ນໃໝ່ນີ້ ເພື່ອສ້າງລົດກະບະທີ່ເປັນທີ່ຕ້ອງການຫຼາຍຂຶ້ນໃຫ້ແກ່ລູກຄ້າ ແລະ ຕອບໂຈດກັບທຸກການໃຊ້ງານ. ເຊິ່ງຟອດເຣນເຈີ ເຈເນເຣຊັ່ນໃໝ່ ນີ້ພັດທະນາໂດຍທີມນັກພັດທະນາຜະລິດຕະພັນຂອງຟອດໃນອອສຕາລີ ທີມນັກອອກແບບແລະວິສະວະກອນນານາຊາດໄດ້ເຮັດວຽກຮ່ວມກັບທີມຕ່າງໆທົ່ວໂລກ ບໍ່ພຽງແຕ່ຮວມເອົາເຕັກໂນໂລຊີ ຄວາມສາມາດ ແລະ ຄວາມປອດໄພຂອງຟອດລຸ້ນໃໝ່ສຸດເທົ່ານັ້ນ ແຕ່ຍັງລວມເຖິງວິສະວະກຳ ແລະ ການທົດສອບເຣນເຈີຕາມມາດຕະຖານທີ່ເຂັ້ມງວດທີ່ສຸດຂອງຟອດ.

ພາຍນອກ

ເຣນເຈີ ເຈເນເຣຊັ່ນໃໝ່ ມີຮູບແບບທີ່ແຂງແຮງແລະ ດ້ວຍລັກສະນະພາຍນອກທີ່ໄດ້ຮັບການອອກແບບຈາກການອອກແບບລົດກະບະລະດັບໂລກຂອງຟອດ. ມີຮູບແບບທີ່ໂດດເດັ່ນດ້ວຍກະຈັງໜ້າແບບໃໝ່ ແລະ ໄຟໜ້າມາໃນແບບ c-clamp ອັນເປັນເອກະລັກທີ່ໂດດເດັ່ນ ຟອດ ເຣນເຈີ ຍັງໄດ້ນຳສະເໜີໄຟໜ້າ LED ແບບເມຕຣິກເປັນເທື່ອທຳອິດ. ໂດຍຮອບຕົວລົດມາພ້ອມກັບກ້ອງ 360ອົງສາ ແລະ ດ້ານຫຼັງໄຟທ້າຍໄດ້ຮັບການອອກແບບໃຫ້ແທດເໝາະກັບໄຟໜ້າ. ດ້ານຂ້າງບາງຂຶ້ນແລະມາພ້ອມກັບຊຸ້ມລໍ້ທີ່ໂດດເດັ່ນຫຼາຍຂຶ້ນ ເຊິ່ງຊ່ວຍໃຫ້ເຣນເຈີມີຄວາມສະຖຽນ ແລະ ວິສະວະກອນຂອງຟອດຍັງໄດ້ຍ້າຍຖານລໍ້ຂື້ນໄປດ້ານໜ້າອີກ 50ມມ ເພື່ອໃຫ້ເຂົ້າມຸມແລະດ້ານນອກສຳລັບການຂັບຂີ່ທາງວິບາກໄດ້ດີຍິ່ງຂຶ້ນ ເຊິ່ງທັງສອງຢ່າງນີ້ໄດ້ປັບປຸງປະສົບການການຂັບຂີ່ແບບອອຟໂຣດ.

ພາຍໃນຫ້ອງໂດຍສານ

ທາງໃນອອກແບບໃໝ່ໝົດທຸກຈຸດເຊິ່ງຈະໃຊ້ວັດສະດຸສຳພັດນຸ້ມລະດັບພຣີມຽມ ແລະ ໜ້າຈໍສຳພັດຂະໜາດໃຫຍ່ 10.1 ນິ້ວ ຫຼື 12 ນິ້ວ ໃນແນວຕັ້ງຢູ່ທາງກາງ. ມາພ້ອມກັບແຜງໜ້າປັດແບບດິຈິທັລເຕັມຮູບແບບ ແລະ ລະບົບຟອດ SYNC4 ລຸ້ນລ້າສຸດ, ເຊິ່ງພ້ອມໃຫ້ລູກຄ້າໃຊ້ງານດ້ວຍລະບົບສື່ສານ ຄວາມບັນເທີງ ແລະ ຫາຂໍ້ມູນດ້ວຍການສັ່ງສຽງ. ນອກຈາກນັ້ນ ຍັງມີໂມເດັມທີ່ຕິດຕັ້ງມາຈາກໂຮງງານເຊິ່ງຊ່ວຍໃຫ້ສາມາດເຊື່ອມຕໍ່ໄດ້ທຸກເວລາເມື່ອເຊື່ອມຕໍ່ກັບແອພພລີເຄຊັ່ນ FordPass™ ເພື່ອໃຫ້ລູກຄ້າສາມາດເຊື່ອມຕໍ່ກັບໂລກໄດ້. FordPass ປັບປຸງປະສົບການການເປັນເຈົ້າຂອງລົດດ້ວຍຄຸນສົມບັດຕ່າງໆເຊັ່ນ ການຕິດຈັກລົດຈາກໄລຍະໄກ ການກວດສອບສະຖານະລົດ ແລະການໃຊ້ງານການລັອກ ຫຼື ປົກລັອກຈາກໄລຍະໄກຜ່ານອຸປະກອນມືຖືຂອງທ່ານ.

ຕົວເລືອກລະບົບສົ່ງກຳລັງໃໝ່

ເຣນເຈີ ເຈນເນີເຣຊັ່ນໃຫ່ມໄດ້ເປີດຕົວໄປພ້ອມກັບຊຸ່ມພະລັງໃຫ້ເລືອກເຖິງສາມແບບດ້ວຍກັນ ເຊິ່ງວ່າລຸ່ນທຳອິດແມ່ນເຄື່ອງຈັກ 2.0L Bi-turbo ທີ່ພັດທະນາຕໍ່ຍອດມາຈາກເຄື່ອງຈັກໂຕປັດຈຸບັນ. ລຸ່ນທີ່ສອງຈະແມ່ນເຄື່ອງຈັກ 2.3L Ecoboost ແລະ ລຸ່ນສຸດທ້າຍແມ່ນຈະມາໃນຂຸມພະລັງທີ່ເໜືອສຸດຂອງເຣນເຈີ ເຊິ່ງວ່າຈະເປັນເຄື່ອງຈັກ V6 3.0L

ເຮົາມາຖ້າລຸ້ນກັນວ່າສະເປັກບ້ານເຮົາຈະມາໃນແບບໃດຕິດຕາມໄວ້ໄດ້ເລີຍ ແລ້ວເຮົາຈະມາອັບເດດອີກຄັ້ງ

ລົງທະບຽນເພື່ອຮັບສ່ວນຫຼຸດ