ວຽງຈັນອິນເຕີເນເຊີນນໍມໍເຕີໂຊ 2020

ນີ້ແມ່ນໄຮໄລ້ບາງສ່ວນຈາກງານ ວຽງຈັນ ມໍເຕີໂຊ ເຊິ່ງຈັດຂື້ນທີ່ສູນການຄ້າ ໄອເຕັກ,​ ໂດຍໃນງານນີ້ໄດ້ມີ ລົດຈາກຫຼາຍແບຣນດັງເຂົ້າຮ່ວມ ແລະ ລາວຟອດຊີຕີ້ ກໍ່ໄດ້ເຂົ້າຮ່ວມເຊັ່ນກັນ. ພວກເຮົາໄດ້ນຳລົດ ກະບະຈຳນວນ 5 ຄັນ ແລະ ລົດຈິບ 3ຄັນ ມາຈັດສະແດງ. ໂດຍງານນີ້ແມ່ນໄດ້ຂື້ນເປັນເວລາ 9 ມື້ ມີຄົນຈຳນວນຫລວງຫລາຍໃຫ້ຄວາມສົນໃຈ ແລະ ເຂົ້າມາເບີ່ງລົດຂອງພວກເຮົາ. ເນື່ອງຈາກວ່າລົດຂອງພວກເຮົາມີຮູບຮາງທີ່ແຂງແຮງ ທົນທານ ແລະ ຟອດກໍ່ເປັນໜຶ່ງໃນບັນດາລົດທັງໝົດທີ່ໄດ້ຮັບຄວາມສົນໃຈ. ຊ່ວງໄລຍະຂອງງານຕະຫລອດ 9ມື້ ພວກເຮົາສາມາດປິດການຂາຍໄດ້ 38 ຄັນ ແລະ ພວກເຮົາກໍ່ມີຄວາມຍິນດີທີ່ລູກຄ້າເລືອກລົດຟອດຂອງພວກເຮົາ.

ລົງທະບຽນເພື່ອຮັບສ່ວນຫຼຸດ