ລາວຟອດຊີຕີແບ່ງປັນນໍ້າໃຈໃຫ້ຕຳຫຼວດ ແລະ ທະຫານ

ເນື່ອງຈາກການກັບມາຂອງພະຍາດໂຄວິດ Covid19 ໃນຮອບນີ້ແມ່ນມາແຮງກວ່າຮອບທໍາອິດ, ຈາກຕົວເລກການເພີ່ມຂຶ້ນຂອງຜູ້ຕິດເຊື້ອໃນແຕ່ລະມື້.

ເຊິ່ງທາງລາວຟອດຊີຕີ ກໍ່ບໍ່ໃດ້ນິງນອນໃຈ ພວກເຮົໃດ້ຈັດກິດຈະກຳຄືນປະໂຫຍດສູ່ສັງຄົມ ໂດຍການສະໜັບສະໜູນເຄື່ອງບໍລິໂພກ ອາຫານ ແລະ ເຄື່ອງດື່ມ ລວມທັງພາຫະນະໃນການຂົນສົ່ງໃຫ້ກັບໜ່ວຍງານສະເພາະກິດ ອ້າຍເອື້ອຍນ້ອງທະຫານ ແລະ ຕຳຫຼວດ ທີ່ເປັນດ່ານໜ້າໃນການເບິ່ງແຍ່ງປະຊາຊົນ ທຸກຈຸດໃນຕົວເມືອງນະຄອນຫຼວງວຽງຈັນ.

ບໍລິສັດລາວຟອດຊີຕີຂອງພວກເຮົາ ຊາບຊຶ້ງໃຈເປັນຢ່າງຍິ່ງທີ່ມີເຈົ້າໜ້າທີ່ປະຕິບັດວຽກງານ ເປັນດ່ານໜ້າ ທີ່ຊ່ວຍເຫຼືອປະຊາຊົນລາວຢ່າງທີ່ບໍ່ອິດເມື່ອຍ.

ລົງທະບຽນເພື່ອຮັບສ່ວນຫຼຸດ