ລາວຟອດຊີຕີແຈກໂຊກໃຫ່ຍໃຫ້ລູກຄ້າ

ລາວຟອດຊີຕີຈັດແຄມເປນຄືນກຳໄລໃຫ້ລູກຄ້າ ທີ່ອອກລົດຕັ້ງແຕ່ງຕົ້ນປີ 2022 ຫາຕົ້ນປີ 2023ນີ້ ດ້ວຍຄູປອງຈັບສະຫຼາກລຸ້ນໂຊກລລາງວັນລົດໃຫ່ຍ ແລະ ເຄື່ອງໃຊ້ໄຟຟ້າອີກຫຼາຍລາຍການ ແລະ ໃນທີ່ກໍ່ສິ້ນສຸດການລໍຖ້າ ພວກເຮົາລາວຟອດຊີຕີ ຂໍສະແດງຄວາຍິນດີມານຳລູກຄ້ານາມວ່າ ທ່ານ ກໍລະກັນ ວົງສີດອນ ທີ່ໂຊກດີທີ່ໃດ້ຮັບລາງວັນໃຫ່ຍ ລົດຟອດ ເທຣິທໍຣີຈາກທາງລາວຟອດຊີຕີ ໃນແຄມເປນເເຈກໂຊກໃຫຍ່ຫຼາຍກວ່າ 700 ລ້ານກີບ,

ລາວຟອດຊີຕີແຈກແທ້ແຈກຈິງ ແຈກໃຫ້ກັບລູກຄ້າທີ່ອອກລົດຟອດທຸກລຸ່ນຕັ້ງແຕ່ຕົ້ນປີ 2022 ເຖິງເດືອນມີນາ 2023 ເຖິງວ່າລູກຄ້າທີ່ອອກລົດກັບພວກເຮົາຈະໃດ້ລົດງາມໆ ແລະ ຂອງແຈກຂອງແຖມຫຼາຍຢ່າງໄປແລ້ວ ຍັງຈະໃດ້ຄູປອງລຸ້ນໂຊກໃຫຍ່ຄື: ບັດພິດຊ່າ 500,000 ກີບຈຳນວນ 10 ລາງວັນ, ບັດນ້ຳມັນ 1,000,000ກີບ ຈຳນວນ 5 ລາງວັນ, ໂທລະສັບ ຈຳນວນ 3 ລາງວັນ, ລຳໂພງ JBLຈຳນວນ 3 ລາງວັນ, ສາຍຄໍຄຳ ຈຳນວນ 2 ລາງວັນ, ລົດຈັກ Honda wave 100 ຈຳນວນ2 ລາງວັນ ແລະ ລາງວັນໃຫຍ່ກໍ່ຄື ລົດຟອດ ເທຣີທໍຣີ ລວມມູນຄ່າຫຼາຍກວ່າ 700ລ້ານກີບ. ທັງນີ້ທັງນັ້ນ, ເພື່ອເປັນສັກຂີພະຍານໃນການຈັບສະຫຼາກໃນຄັ້ງນີ້ ທາງລາວຟອດຊີຕີ ກໍ່ໄດ້ເຊີນບັນດາລູກຄ້າທີ່ສະດວກເຂົ້າມາຮ່ວມງານກັບພວກເຮົາທີ່ Indee Record Studio ແລະ ໃດ້ຖ່າຍທອດສົດ ໃນຊ່ອງທາງ ເຟສບຸກແຟນເພສ ຂອງ ລາວຟອດຊິຕີ ທັງ 4 ສາຂາທົ່ວປະເທດ ເພື່ອຮັບຊົມ ແລະ ລຸ້ນໄປຕາມໆກັນ. ທັ້ງນີ້ທາງ ລາວຟອດຊີຕີ ຍັງຈະສຶບຕໍ່ມອບສິ່ງດີໆໃຫ້ກັບລູກຄ້າບັນດາທ່ານ ແລະ ຈັດແຄມເປນດີໆແບບນີ້ຕໍ່ໄປເພື່ອເປັນການຂອບໃຈ ແລະ ເປັນການຄືນກຳໄລມາຍັງລູກຄ້າທີ່ຊົມໃຊ້ ແລະ ໃຫ້ຄວາມເຊື່ອໝັ້ນ ໃນຜະລິດຕະພັນລົດຟອດຂອງພວກເຮົາ.

ລົງທະບຽນເພື່ອຮັບສ່ວນຫຼຸດ