ລາວຟອດຊີຕີສະໜັບສະໜູນ ອຸປະກອນສຳລັບເດັກນ້ອຍແລກເກີດໃຫ້ກັບອົງກອນ TAF The Asha

ໃນຊ່ວງວັນທີ 11 ເມສາ 2022, ທິ່ຜ່ານມານີ້ທາງທີມງານບໍລິສັດລາວຟອດຊີຕີ ຮ່ວມກັບ ສາມາຄົມ ເດິອາຊ່າ ຟາວເດເຊິນ (The Asha Foundation) ໄດ້ມີການມອບເຄື່ອງຊ່ວຍເຫຼື່ອ ແລະ ແບ່ງປັນນໍ້າໃຈໃຫ້ແກ່ເດັກແລກເກີດທີ່ມີຄວາມຂາດແຄນທາງດ້ານເຄື່ອງນຸ່ງຫົ່ມ, ນົມ, ຖົງຜ້າ ແລະ ອຸປະກອນສຳລັບເດັກນ້ອຍຕ່າງໆ.

  ດັ່ງທີ່ເຮົາໄດ້ຮັບຂໍ້ມູນຈາກທາງສະມາຄົມ ເດິອາຊ່າ ຟາວເດເຊິນ (The Asha Foundation) ວ່າຍັງມີຫຼາຍຄອບຄົວທີ່ຕ້ອງການຄວາມຊ່ວຍເຫຼືອສຳລັບເດັກນ້ອຍເກີດໃໝ່, ເຊິ່ງການຊ່ວຍເຫຼືອຈາກທາງລາວຟອດຊີຕີໃນຄັ້ງນີ້ທາງເພວກຮົາກໍໄດ້ມອບໃຫ້ແກ່ຜູ້ປ່ວຍໂຮງໝໍ ມະໂຫສົດ, ໂຮງໝໍ ເດັກ, ເສດຖາທິລາດ ເປັນຈຳນນວນເງິນ 20,000,000 ກີບ. ຢ່າງໃດກໍຕາມທາງບໍລິສັດລາວຟອດຊີຕີຈະບໍ່ຢຸດໃຫ້ການຊ່ວຍເຫຼືອດີໆແບບນີ້ໃຫ້ແກ່ສັງຄົມ ແລະ ຍັງຈະສຶບຕໍ່ໃຫ້ການຊ່ວຍເຫຼືອແກ່ຜູ້ທີ່ຂາດເຂີນປັດໄຈຕ່າງໆ.

  ດັ່ງທີ່ຜ່ານມາທາງບໍລິສັດລາວຟອດຊີຕີພວກເຮົາກໍ່ໄດ້ມີການຊ່ວຍເຫຼືອແກ່ສັງຄົມມາຕະຫຼອດທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາກໍ່ໄດ້ໃຫ້ການຊ່ວຍເຫຼືອສັງຄົມມາໂດຍຕະຫຼອດ, ໃນຫຼາຍປີທີ່ຜ່ານມາບໍລິສັດຟອດມໍເຕີຄອມປານີ ແລະ ບໍລິສັດລາວຟອດຊີຕີໄດ້ເລີ່ີມການມອບທຶນຊ່ວຍເຫຼືອນັບຕັ້ງແຕ່ປີ 2012 – 2022 ນີ້:

  • ປີ 2012 ໄດ້ເຮັດໂຄງການປູກຜັກຂອງໂຮງຮຽນທົ່ວນະຄອນຫຼວງເຊິ່ງໄດ້ມອບທຶນ 20,000ໂດລາ
  • ປີ 2013 ໄດ້ມອບທຶນສ້າງໂຮງຮຽນບ້ານຊໍ້ ຈໍານວນ 20,000 ໂດລາ
  • ປີ 2014 ໄດ້ມອບທຶນໃຫ້ແກ່ອົງການ LIRE ເພື່ອຝຶກອົບຮົບໜ່ວຍກູ້ໄພ້ 1623 ມູນຄ່າ 20,000 ໂດລາ
  • ປີ 2015 ໄດ້ມອບທຶນການສຶກສາ ໃຫ້ແກ່ໂຮງຮຽນ LANITH ມູນຄ່າ 20,00 ໂດລາ
  • ປີ 2016 ໄດ້ມອບທຶນສະໜູນໃຫ້ແກ່ອົງການ ສຸພານິມິດ ສາກົນປະຈໍາລາວ ມູນຄ່າ 25,000 ໂດລາ
  • ປີ 2017 ໄດ້ມອບທຶນໃຫ້ແກ່ອົງການ ກົງຟຣູອ່ອງເພື່ອ ອານຸລັກປົກປັກຮັກສາສິ່ງແວດລ້ອມໃນລາວ ມູນຄ່າ 25,000 ໂດລາ
  • ປີ 2018 ໄດ້ມອບທຶນໃຫ້ແກ່ອົງການເພື່ອສຸຂະພາບ ແລະ ຫຼຸດຜ່ອນຄວາມທຸກຍາກມູນຄ່າ 25,000ໂດລາ
  • ປີ 2019 ໄດ້ມອບທຶນໃຫ້ແກ່ອົງການເພື່ອມະນຸດສະທໍາ ແລະ ການມີສ່ວນຮ່ວມ ຈໍານວນ 20,000ໂດລາ ແລະ ອົງການ ວຽງຈັນສີຂຽວ ຈໍານວນ 5,000 ໂດລາ, ລວມມູນຄ່າ 25,000 ໂດລາ
  • ປີ 2020 ໄດ້ມອບມອບເຄື່ອງບໍລິໂພກແລະອຸປະໂພກໃຫ້ແກ່ໜ່ວຍງານທະຫານ,ຕໍາຫຼວດແລະແພດໝໍທີ່ຮັບຜິດຊອບກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ19
  • ປີ 2021 ໄດ້ມອບທຶນໃຫ້ແກ່ອົງການ ວຽງຈັນສີຂຽວ ຈຳນວນ 5,000 ໂດລາ ເພື່ອຮັກສາສິ່ງແວກລ້ອມ

ຟອດມໍເຕີ ຄອມປານີ ແລະ ບໍລິສັດ ລາວຟອດຊີຕີ ກໍ່ໄດ້ສືບຕໍ່ມອບທຶນການຊ່ວຍເຫຼືອໃນຊ່ວງຕົ້ນປີ 2022 ນີ້ ບໍລິສັດກໍ່ໄດ້ໃຫ້ທຶນການຊ່ວຍເຫຼືອຫຼາຍອົງກອນ ເຊັ່ນ: ອົງກອນອານຸລັກສັດປ່າໂຄກໂອ່ງ-ມັ່ງ ແຂວງສະຫວັນນະເຂດດ້ວຍຈຳນວນເງິນ 30,000,000ກີບ, ເຊິ່ງຈະໝຸນໃຊ້ເງິນທຶນໃນການສະໜອງໃນການບູລະນະຮັກສາເຂດອະນຸລັກສັດປ່າ, ໂຮງຮຽນ ບ້ານສະໜາມໄຊ ຈຳນວນ 30,000,000 ກີບ ແລະ ໂຮງຮຽນ ບ້ານຄອນ ເມືອງລອງຊານ ແຂວງ ໄຊສົມບູນ ຈໍານວນ 5,000,000 ກີບ

ແຕ່ເຖິງຢ່າງໃດກໍ່ດີ ໃນຊ່ວງປີໃໝ່ລາວທີ່ຜ່ານມາທາງບໍລິສັດ ລາວຟອດຊີຕີ ຂອງພວກເຮົາຍັງໄດ້ແບ່ງງົບປະມານຈຳນວກໜື່ງເພື່ອຊ່ວຍເຫຼື່ອຊຸກຍູ້ໃຫ້ແກ່ຄອບຄົວທີ່ໃຫ້ກຳເນີດເດັກນ້ອຍໃໝ່ ແຕ່ຍັງຂາດເຂີນເລື່ອງອຸປະກອນແລະເຄື່ອງບໍລິໂພກສຳລັບແມ່ແລະເດັກ ດັ່ງລາຍລະອຽງທາງຂ້າງເທິງນີ້.

ລົງທະບຽນເພື່ອຮັບສ່ວນຫຼຸດ