ລາວຟອດຊີຕີສະໜັບສະໜູນງານວັນຊາດສະຫະລັດອາເມຣິກາ

ໃນວັນທີ 17 ມິຖຸນາ 2022 ທີ່ຜ່ານມານີ້ທາງບໍລິສັດລາວ ຟອດຊີຕີ ທີ່ນອນຢູ່ໃນກຸມບໍລິສັດ RMAລາວ ເຊິ່ງເປັນບໍລິສັດ ໜຶ່ງທີ່ນຳເຂົ້າຜະລິດຕະພັນລົດຟອດ ,ລົດຟອດແມ່ນໄດ້ກຳເນີດມາຈາກມິຊີແກຣນ ສະຫະລັດອາເມຣິກາ ກໍ່ຕັ້ງໂດຍ ເຮນຣີ ຟອດ, ນັບຕັ້ງແຕ່ປີ1903 , ລົດໂມເດວ A ລຸ້ນແລກ ແລະ ອາເອັມເອລາວໃດ້ນຳເຂົ້າລົດຟອດນຳຕັ້ງແຕ່ປີ 2004, ຈົນຮອດປະຈຸບັນນີ້ ແລະ ໃນມື້ນີ້ວັນທີ17 ມິຖຸນາ ທີ່ຜ່ານມາທາງ ບໍລິສັດລາວຟອດໃດ້ເປັນສ່ວນໜຶ່ງໃນການຈັດງານສະເລີມສະຫລອງ ວັນຊາດຂອງເມລິກາໃນທຸກໆປີ ແລະ ໃນປີນີ້ແມ່ນໃດ້ຈັດທີ່ຮ້ານອາຫານຄາເເລັກເຕີ, ໃນງານດັ່ງກ່າວແມ່ນໃດ້ມີຜະລິດຕະພັນຫລາຍຜະລິດຕະພັນຈາກ ອາເມລິກາເຂົ້າຮ່ວມ ວາງສະແດງ, ຫນື່ງໃນນັ້ນກໍ່ແມ່ນລົດຟອດ.ບໍລິສັດລາວຟອດຊີຕີໃດ້ວາງສະແດງລົດ ຟອດ ແຣັບເຕີ ເອັກສ,ເອເວີເຣັດທ, ເອັສໂປເຣີ ແລະ ວາຍແທັກ ເອັກສ ແລະ ເພື່ອໃຫ້ງານດັ່ງກ່າວລະລຶກເຖິງຄວາມເປັນຟອດໃນແບບຄາດສິກ ທາງລາວຟອດຊີຕີໃດ້ເຊີນລູກຄ້າທີ່ມີລົດຄາດຊິກຂອງຟອດເຂົ້າຮ່ວມການວາງສະແດງ ແລະ ຂໍຂອບໃຈລູກຄ້າ ທ່ານ ວິລູນ ແສງດາລາ, ທ່ານ ສັນຕິສຸກ ລິດດາວົງ ແລະ ທ່ານ ອາດິສັກ ໄຊສຸລິໂຍ ທີ່ນຳລົດ Ford Mustang ແລະ F1 ຮ່ວມໃນງານຄັ້ງນີ້. ພາຍໃນງານກໍ່ໄດ້ມີທ່ານ ເວນເເມັກອິນທອດ ຜູ້ບໍລິຫານຈັດການທົ່ວໄປລາວຟອດຊີຕີ ພ້ອມທັງຫົວຫນ້າພະແນກລາວຟອດຊີຕີເຂົ້າຮ່ວມ, ພວກເຮົາຮູ້ສຶກເປັນກຽດແລະ ຍິນດີເປັນຢ່າງຍິ່ງໃນການເຂົ້າຮ່ວມງານອັນຊົງກຽດໃນຄັ້ງນີ້, ພົບກັນໃໝ່ໃນປີຕໍ່ໄປ. 

ລົງທະບຽນເພື່ອຮັບສ່ວນຫຼຸດ