ລາວຟອດຊີຕີສະໜັບສະໜູນງານເທດສະການອາຫານລາວ 2023

ໃນວັນທີ່ 24 ມັງກອນ 2023 ທີ່ຜ່ານມາ ສະຫະພັນແມ່ຍິງລາວ ຮ່ວມກັບ ສະມາຄົມແມ່ຍິງທຸລະກິດໃດ້ມີພິທີ່ເປີດງານ ເທດສະການອາຫານລາວ ທີ່”ແຄມຂອງ ເຈົ້າອານຸວົງ “  ເຊິ່ງພາຍໃນງານໃດ້ມີ ຜູ້ປະກອບການຫ້າງຮ້ານແລະຫົວໜ່ວຍທຸລະກິດຕ່າງໆໃດ້ເຂົ້າຮ່ວມ ເພື່ອສົ່ງເສີມ ການທ່ອງທ່ຽວ ລວມທັງການອະນຸລັກ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີຂອງອາຫານລາວ ທີ່ໄດ້ຕິດພັນກັບການທ່ອງທ່ຽວ ພາຍໄຕ້ຄຳຂວັນທີ່ວ່າ “ສົ່ງເສີມອາຫານລາວ ໃຫ້ໄດ້ການຍອມຮັບຈາກສາກົນ”.

ງານໃນປີນີ້ ແມ່ນໃດ້ຈັດຂຶ້ນ 5 ມື້ຄື: ວັນທີ່ 24-28 ມັງກອນ 2023, ເລີ້ມແຕ່ເວລາ 9:00 ໂມງເຊົ້າ ຫາ 10:00 ຂອງທຸກໆມື້, ພາຍໃນງານ ມີທັງໝົດ 180 ບູດ, ເຊິ່ງລວມມີຮ້ານອາຫານລາວ,ອາຫານພື້ນເມືອງ,ອາຫານສາກົນ ແລະຜະລິດຕະພັນກະເສດ ຈຳນວນ 163 ບູດ ແລະ ຫັດຖະກຳ 18 ບູດ ,ໃນງານດັ່ງກ່າວ ຄາດວ່າຈະໄດ້ຮັບລາຍໄດ້ປະມານ 3-4 ຕື້ກີບ,

ຈຸດປະສົ່ງຂອງງານ ແມ່ນ ສົ່ງເສີມວັດທະນະທຳ ແລະຮີດຄອງປະເພນີ ທາງດ້ານອາຫານ,ການດຳລົງຊີວິດຂອງ ປະຊາຊົນລາວ ໃຫ້ທັນຍຸກທັນສະໃໝທຽບເທົ່າສາກົນ ສືບຕໍ່ ແລະສົ່ງເສີມຜົນຜະລິດຂອງແມ່ຍິງ,ຊາວກະສິກອນ,ຜູ້ລ້ຽງສັດ,ແມ່ຄົວ ແລະຮ້ານຄ້າປີກຈາກຕ່າງແຂວງ, ປຸກລະດົມຜູ້ປະກອບການແມ່ຍິງໃນການຜະລິດສິນຄ້າໃຫ້ສາມາດສົ່ງສິນຄ້າພາຍໃນປະເທດໃຫ້ໄດຢ່າງກ້ວາງຂວາງ ແລະຂະຫຍາຍ ອອກໄປທົ່ວໂລກ, ໃນປີນີ້ ພາຍໃນງານໃດ້ມີການຈັດຕັ້ງການແຂ່ງຂັນ ຜະລິດຕະພັນ” ເຂົ້າໜຽວ(ເຂົ້າສັງຂະຫຍາ) ແລະ ເຂົ້າກ່ຳ “ເພື່ອສົ່ງອອກໄປຕ່າງປະເທດອີກດ້ວຍ,

ໃນງານເທດສະການອາຫານລາວໃນຄັ້ງນີ້ ທາງ ບໍລິສັດ ລາວຟອດຊິຕີ ກໍໃດ້ເຂົ້າຮ່ວມສະໜັບສະໜູນ ເພື່ອສົ່ງເສີມແລະຕໍ່ຍອດ ຜະລິດຕະພັນທີ່ເປັນຝີມືຂອງຄົນລາວໃຫ້ທຽບເທົ່າແລະສົ່ງອອກສູ່ສາກົນ.

ລົງທະບຽນເພື່ອຮັບສ່ວນຫຼຸດ