ລະບົບຊ່ວຍຈອດອັດຕະໂນມັດ

ລະບົບຊ່ວຍຈອດອັດຕະໂນມັດ

ບໍ່ແມ່ນທຸກຄົນມີມັກກັບການຈອດລອດເຂົ້າຂ້າງທາງ ແຕ່ຖ້າເຮົາອອກແບບໃຫ້ລົດຊ່ວຍທັງຫາຊ່ອງຫວ່າງທີ່ພໍດີກັບລົດ ແລະ ຍັງຊ່ວຍຈອດໃຫ້ທ່ານໂດຍອັດຕະໂນມັດ.

ການເຮັດວຽກ

  • ເຊັ່ນເຊີ້ອັລຕ້າໂຊນິກບໍລິເວນກັນຊົນດ້ານໜ້າ ແລະ ດ້ານຫຼັງຂອງລົດຈະເຮັດໜ້າທີ່ຄົ້ນຫາພື້ນທີ່ສຳລັບຈອດລົດສອງຝັ່ງຂອງຖະໜົນເພື່ອໃຫ້ສາມາມາດນຳລົດເຂົ້າຈອດທຽບໄດ້ຢ່າງພໍດີ
  • ເຊັ່ນເຊີ້ຈະຄົ້ນຫາພາຍໃນໄລຍະ 1.5 ແມັດ ເມື່ອທ່ານຂັບລົດດ້ວຍຄວາມໄວບໍ່ເກີນ 30 ກມ/ຊມ.
  • ເຊັ່ນເຊີ້ຈະສະແກນຫາພື້ອນທີ່ຈອດລົດໃຫ້ທ່ານຕະຫລອດເວລາ. ເມື່ອທ່ານເປີດໃຊ້ງານຫລັງຈາກທີ່ທ່ານຈອດລົດໄປແລ້ວລະບົບກໍ່ຍັງຈະແຈ້ງເຕືອນໃຫ້ທ່ານ.
  • ເມື່ອເຊັ່ນເຊີ້ສະແກນພົບພື້ນທີ່ຈອດທີ່ເໝາະສົມ ທ່ານຈະໄດ້ຍິນສຽງເຕືອນ ຄຳແນະນຳການຈອດລົດຈະປະກົດຂື້ນເທີງໜ້າຈໍເພື່ອບອກເຖິງການຕັ້ງລຳລົດເພື່ອຖອຍເຂົ້າຈອດ.

 

 

ເຂົ້າຈອດທຽບໄດ້ຢ່າງພໍດີ ໂດຍບໍ່ໃຊ້ມື

  • ໃນພື້ນທີ່ຖະໜົນແຄບ ລະບົບຈະຄົ້ນຫາ ແລະ ປະຕິເສດເມື່ອຈັບໄດ້ວ່າໄລຍະຖອຍຈອດອາດຈະບໍ່ປອດໄພ.
  • ການເຮັດວຽກຮ່ວມກັນຂອງລະບົບພວງມະໄລໄຟຟ້າ ແລະ ເຊັ່ນເຊີ້ ເພື່ອຄວບຄຸມການໝູນຂອງພວງມະໄລໃຫ້ເກີດຄວາມປອດໄພສູງສຸດ ໃນການຖອຍຈອດລົດດ້ວຍຄວາມໄວບໍ່ເກີນ 10 ກມ/ຊມ.
  • ປ່ອຍມືອອກຈາກພວງມະໄລ ສົນໃຈສະເພາະການໃສ່ເກຍໄປໜ້າ ຫຼື ຖອຍຫຼັງ ການຢຽບຄັນເລ່ັງ ແລະ ການຢຽບເບຣກເທົ່ານັ້ນ.
  • ທ່ານສາມາດເລືອກທີ່ຈະຄວບຄຸມຖອຍຈອດດ້ວຍໂຕເອງໄດ້ທຸກເມື່ອພຽງແຕ່ຄວບຄຸມພວງມະໄລໃນເວລາທີ່ຕ້ອງການ.

 

ຮູ້ຫລືບໍ່?

  • ລະບົບຊ່ວຍຈອດລົດອັດຕະໂນມັດບາງປະເພດຈະຫັກພວງມະໄລພຽງໜຶ່ງເທື່ອເທົ່ານັ້ນເພື່ອຊ່ວຍຈອດ ແຕ່ສຳລັບລະບົບຊ່ວຍຈອດອັດສະລິຍະຂອງຟອດ ຈະຊ່ວຍໃຫ້ທ່ານບໍ່ຈຳກັດຈຳນວນຄັ້ງຈົນກວ່າທ່ານຈະເຂົ້າຈອດເປັນທີ່ຮຽບຮ້ອຍ.

ລຸ້ນມີທີ່ຮອງຮັບ

ຟອດ ເຣນເຈີວາຍແທຣກ ລຸ້ນປີ 2019 ຈັກ 3.2ລິດ ເກຍອັດຕະໂນມັດ ຂັບເຄື່ອນ 4ລໍ້

ຟອດເອເວີເຣດທ໌ ໄທເທນຽມ ຈັກ 2.2ລິດ ເກຍອັດຕະໂນມັດ ຂັບເຄື່ອນ 2ລໍ້

ຟອດ ເອັກສ໌ໂປຼເຣີ ຈັກ 2.3ລິດ ອີໂຄບູດ ເກຍອັດຕະໂນມັດ ຂັບເຄື່ອນ 4ລໍ້ ລຸ້ນລີມີເຕັດ

ລົງທະບຽນເພື່ອຮັບສ່ວນຫຼຸດ