ເນັກ-ເຈັນ ຟອດເທຣິທໍຣີ ເກມທ້າ…ລ່າລາງວັນ 2023

ນະຄອນຫຼວງວຽງຈັນ, ລາວ ວັນທີ່ 19-21 ພຶດສະພາ ທີ່ຜ່ານມາ ລາວຟອດ ຊີຕີ ໄດ້ຈັດກິດຈະກຳທົດລອງຂັບລົດ ຟອດ ເທຣິທໍຣີໃໝ່ ທີ່ຫາກໍ່ເປີດຕົວໄປໃນເດືອນ ເມສາ ທີ່ຜ່ານມານີ້ ເພື່ອເປັນການເປີດໂອກາດໃຫ້ລູກຄ້າ ສຳຜັດກັບການອອກແບບ ໄດນາມິກ ການຂັບຂີ່ລົດ SUV 5 ບ່ອນນັ່ງ ພ້ອມເກຍອໍໂຕ້ 7 ສະປີດ ທີ່ໃຫ້ການຂັບຂີ່ແບບນຸ້ມ ສະບາຍ ພ້ອມກັບສຳພັດດີຊາຍພາຍໃນແບບຫລູຫລາ ມາພ້ອມຫລັງຄາມາດຕະຖານແບບ Panoramic ລະບົບສະແດງຜົນ In-Vehicle Infotainment ມີຈໍສະແດງຜົນເທິງໜ້າປັດດິຈິຕໍ 12ນິ້ວ ທີ່ສາມາດເຊື່ອຕໍ່ Apple Carplay ແລະ Android Auto ພ້ອມການເຊື່ອມ Bluetooth. ເບາະນັ່ງຜູ້ຂັບປັບໄຟຟ້າ 10 ທິດທາງ, ລະບົບປັບອຸນຫະພູມເບາະນັ່ງຄູ່ໜ້າ ແລະ ລະບົບຟອກອາກາດປ້ອງກັນຝຸ່ນ PM 2,5 ແທ່ນສາກໄຮ້າສາຍ ພ້ອມທີ່ຈະສາກໂທລະສັບຂອງທ່ານໄດ້ຕະຫລອດເວລາ ໂດຍບໍ່ຈຳເປັນຕ້ອງໃຊ້ສາຍສາກ ແລະ ລະບົບເຕັກໂນໂລຊີ ຊ່ວຍການຂັບຂີ່ຂອງຟອດເທຣິທໍຣີ ເທລິທໍລີ ທີ່ເຮົາໃດ້ເອົາເຂົ້າມາກອບເຂົ້າໃນເກມລ່າລາງວັນໃນຄັ້ງນີ້ ເຊິ່ງລະບົບທີ່ເຮົາໃດ້ໃຊ້ຈະມີ ກ້ອງ 360 ອົງສາ ລະບົບຄວບຄຸມຄວາມໄວແບບແປຜັນແບບ Stop-And-Go ລະບົບຈອດອັດຕະໂນມັດ ລະບົບເຕືອນການຕໍາ ເຊັນເຊີ້ຊ່ວຍດ້ານຫຼັງ ແລະ ລະບົບຖອຍຈອດ ຜູ້ເຂົ້າຮ່ວມກິດຈະກຳຈະສາມາດຮູ້ນຳໃຊ້ໂໝດຕ່າງໆຜ່ານເກມຊາເລັ້ນໃນຄັ້ງນີ້ ເກມທ້າ ລ່າລາງວັນ ລວມມູນຄ່າຫລາຍກ່ວາ 50 ລ້ານກີບ.  ເຊິ່ງລາງວັນທີ່ 1 ຟອດໃຫ້ທ່ຽວຟຣີທີ່ ວັງວຽງພ້ອມທີ່ພັກໂຮງແຮມຊັນທາລ້າ 2 ຄືນ ກັບລົດຟອດ ເທຣິທໍຣີ ເຈເນີເຣຊັນໃໝ່ ພ້ອມຟຣີນ້ຳມັນເຕັມຖັງ ແລະ ຄ່າທາງດ່ວນໄປກັບ, ລາງວັນທີ2 ບັດນ້ຳມັນ 800,000ກີບ ແລະ ລາງວັນທີ 3 ຊຸດຟອດປິກນິກ.

ເພື່ອຊີງລາງວັນເຫຼົ່ານີ້ຜູ້ເຂົ້າຮ່ວມທຸກທ່ານຈະຕ້ອງໄດ້ລົງແຂ່ງຂັນກັບເກມທ້າ ທີ່ພວກເຮົາໄດ້ຈັດກຽມໄວ້ໃຫ້ ເຊິ່ງລວມທັງໝົດຈະມີຢູ່ 5 ດ່ານດ້ວຍກັນ ແຕ່ລະດ່ານຈະເປັນການແຂ່ງຂັນທີ່ໃຊ້ຄວາມສາມາດຂອງນັກຂັບຂີ່ແຕ່ລະທ່ານ ວ່າຈະຜ່ານທຸກດ່ານໄປໄດ້ແນວໃດ ດ້ວຍການນຳໃຊ້ລົດຟອດ ເທຣິທໍຣີ ເຈເນີເຣຊັນໃໝ່ຂອງພວກເຮົາຂັບໃຫ້ຜ່ານແຕ່ລະດ່ານ ຫາກທ່ານໃດສາມາດເຮັດຄະແນນໄດ້ຫຼາຍທີ່ສຸດກໍ່ຈະເປັນຜູ້ໂຊກດີທີ່ຈະໄດ້ຮັບລາງວັນຈາກທາງລາວຟອດຊີຕີຂອງພວກເຮົາ. ກິດຈະກຳດີໆເຫຼົ່ານີ້ບໍ່ພຽງແຕ່ໃຫ້ຄວາມມ່ວນຊືນແກ່ລູກຄ້າ ແຕ່ຍັງເພີ່ມທັກສະການຂັບລົດ ແລະ ຮຽນຮູ້ວິທີການນຳໃຊ້ລະບົບ ແລະ ອ໋ອບຊັນໃຫ້ຖືກຕ້ອງ ແລະ ຖືກວິທີໃຫ້ແກ່ທຸກທ່ານທີ່ເຂົ້າຮ່ວມນຳອີກ.

ລົງທະບຽນເພື່ອຮັບສ່ວນຫຼຸດ