ລາວຟອດຊີຕີຄາລະວານເພື່ອອະນຸລັກສັດປ່າທີ່ໃກ້ສູນຈະສູນພັນ

ໃນວັນທີ່ 18 ຫາ 20 ກຸມພາ ທິ່ຜ່ານມາ ບໍລິສັດລາວຟອດຊີຕີ ໄດ້ຈັດງານຄາລາວານລົດຟອດ ເຊິ່ງມີຈຳນວນລົດເຂົ້າຮ່ວມທັງໝົດ 37 ຄັນ ເປັນລົດວາຍແທັກ ແລະ ລົດແຣັບເຕີ. ເພື່ອການອຸລັກສັດປ່າໂອງ-ມັ່ງ ທີ່ໃກ້ຈະສູນພັນໄປແລ້ວນັ້ນທິ່ແຂວງ ສະຫວັນນະເຂດ ໃນຈຸດປະສົງການເດິ່ນທາງເທື່ອນີ້ກໍ່ເພື່ອທີ່ຈະໄປຢ້ຽມຊົມ ແລະ ມອບທືນສະໜັບສະໜູນ ໃຫ້ແກ່ໂຄງການຊ່ວຍເຫຼືອສັດປ່າທີ່ໄກ້ຈະສູນພັນແລ້ວ ນັ້ນກໍ່ຄືໂອງມັ່ງເຊິ່ງເປັນໜຶ່ງໃນສັດປ່າທີ່ໄກ້ຈະສູນພັນແລ້ວໃນຕອນນີ້ ຈາກໜ່ວຍງານທີ່ດູແລປ່າສະຫງວນໄດ້ໃຫ້ຂໍ້ມູນກັບພວກເຮົາວ່າ ໃນຕອນນີ້ຍັງເຫຼືອໂອງມັັ່ງພຽງແຕ່ 178 ໂຕ ເທົ່ານັ້ນ ໃນພື່ນທີ່4 ຕົວເມືອງ ສະນັ້ນທາງລາວຟອດຊີຕີຂອງພວກເຮົາຈຶ່ງມີຄວາມກະຕືລືລົ້ນຢາກຮັກສາສັດປ່າທີ່ຫາຍາກນີ້ໄວ້ໃຫ້ລູກຫຼານໄດ້ເບິ່ງໃນອະນາຄົດພາກໜ້າ ພວກເຮົາລາວຟອດຊີຕີ ພ້ອມດ້ວຍລູກຄ້າທີ່ໜ້າຮັກຂອງພວກເຮົາຈື່່ງໄດ້ຮ່ວມທຶນສົມທົບທຶນເພື່ອມອບໃຫ້ທາງອຸທະຍານອະນຸລັກສັດປ່າໂອງ-ມັ່ງ ເຊິ່ງມີລາຍລະອຽດດັ່ງນີ້: ປ້າຍບອກຈຸດ, ຕັ່ງນັ່ງ, ຕົ້ນໄມ້ ແລະ ເງິນທຶນຈໍານວນໜຶ່ງ ລວມມູນຄ່າ 35 ລ້ານກີບ

ແລະນອກຈາກນີ້ ພວກເຮົາຍັງໄດ້ເດີນທາງໄປມອບອຸປະກອນການຮຽນໃຫ້ແກ່ນ້ອງໆນັກຮຽນທີ່ໂຮງຮຽນ ບ້ານ ສະໜາມໄຊ ເພື່ອເປັນການຊ່ວຍເຫຼື່ອນ້ອງໆນັກຮຽນທີ່ຂາດອຸປະກອນການຮຽນ ເຊິ່ງມີລາຍລະອຽດດັ່ງນີ້: ປຶ້ມແບບຮຽນ ປໍ1-5ຈຳນວນ 200ຫົວ , ອຸປະກອນສຳລັບຄູຈຳນວນໜຶ່ງ, ຕະໜ່າງກະຕໍ້ 3 ດາງ, ຊຸດເຄື່ອງຂຽນ 200 ຊຸດ, ກະເປົາສຳລັບນັກຮຽນ ປໍ1-5 ຈຳນວນ 140 ໜ່ວຍ, ກະເປົ້າອະນຸບານ 40 ໜ່ວຍເກີບ ປໍ1-5 ຈຳນວນ 140 ຄູ່, ເກີບອະນຸບານ ຈຳນວນ 50 ຄູ່ ລວມມູນຄ່າ 30 ລ້ານກີບ.

ໃນການເດີນທາງຈາກນະຄອນຫລວງວຽງຈັນສູ່ສະຫວັນນະເຂດ ບໍລິສັດລາວຟອດໄດ້ມີການໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ຟີເຈີລົດເຊັ່ນ: ການນຳໃຊ້ລະບົບແລນໃນເລນ, ລະບົບການຄວາມຄຸມຄວາມໄວ ແລະ ຮັກສາໄລຍະຫ່າງແບບອັດຕະໂນມັດ, ລະບົບເບກອໍໂຕ , ລະບົບການຊ່ວຍການຊົງຕົວ,ພ້ອມລະບົບເຕືອນກ່ອນການຕຳ ແລະ ລະບົບຊ່ວຍຈອດແບບອັດຕະໂນມັດ.

ພາຍໃນງານດັ່ງກ່າວໄດ້ມີກິດຈະກຳຫຼິ້ນເກມຕອບຄຳຖາມ ແລະ ກິດຈະກຳອື່ນໆເພື່ອສ້າງຄວາມມ່ວນຊື່ນໃຫ້ກັບລູກຄ້າທີ່ມາຮ່ວມງານໃນຄັ້ງນີ້. ສຳລັບລູກຄ້າທ່ານໃດທີ່ບໍ່ໄດ້ໄປຮ່ວມງານນຳພວກເຮົາໃນເທື່ຶອນີ້ກໍ່ບໍ່ຕ້ອງເສຍໃຈ ລາວຟອດເຮົາຍັງບໍ່ຢຸດທິີ່ຈະຊ່ວຍເຫຼື່ອສັງຄົມ ແລະ ຍັງຈະມີກິດຈະກຳດີໆແບບນີ້ອີກ. ກະລຸນາຕິດຕາມເພສຂອງພວກເຮົາໄວ້ເພື່ອງານເທື່ຶອຕໍ່ໄປ.

ພວກເຮົາພູມໃຈທີ່ໃດ້ເປັນສ່ວນໜຶ່ງໃນການຊ່ວຍເຫລືອສັງຄົມ.

ລົງທະບຽນເພື່ອຮັບສ່ວນຫຼຸດ