ຍົກເວັ້ນພາສີ

  • ຍົກເວັ້ນພາສີ

ໝາຍເຖິງຂໍ້ຍົກເວັ້ນບໍ່ໄດ້ເສຍພາສີ, ບໍ່ໄດ້ເສຍອາກອນຊົມໃຊ້ ແລະ ບໍ່ໄດ້ເສຍອາກອນມູນຄ່າເພີ່ມ

  • ສິດທິນີ້ສຳລັບພາກສ່ວນໃດ?

ສຳລັບບັນດາໂຄງການຊ່ວຍເຫຼືອລ້າ ຫຼື ບຸກຄົນ, ນິຕິບຸກຄົນທີ່ເຮັດວຽກກ່ຽວກັບການຊ່ວຍເຫຼືອລ້າແມ່ນຈະໄດ້ຮັບສິດທິພິເສດຈາກລັດຖະບານລາວໃນການຊື້ພາຫະນະເຂົ້າມາຮັບໃຊ້ວຽກງານໂດຍບໍ່ໄດ້ເສຍພາສີເຊັ່ນ:​ ຫ້ອງການ NGO, ຊ່ຽວຊານທີ່ເຄື່ອນໄຫວວຽກຊ່ວຍເຫຼືອລ້າ ແລະ ຊ່ຽວຊານຈາກສະຖານທູດຕ່າງໆ

  • ເຮັດດ້ວຍວິທີໃດ?

ພຽງແຕ່ນຳເອກະສານຢັ້ງຢືນວ່າທ່ານສາມາດຊື້ລົດຍົກເວັ້ນພາສີມາໃຫ້ເຮົາ (ສະໂນດນຳສົ່ງ) ພວກເຮົາຈະເປັນຜູ້ຮັບຜິດຊອບແລ່ນເອກະສານເພື່ອນຳເຂົ້າລົດດັ່ງກ່າວໃຫ້ທັງໝົດ ແລະ ລູກຄ້າສາມາດລໍຖ້າຮັບລົດພ້ອມຖະບຽນໄດ້ເລີຍໂດຍບໍ່ມີຄ່າໃຊ້ຈ່າຍເພີ່ມເຕີມໃດໆ.

ລົງທະບຽນເພື່ອຮັບສ່ວນຫຼຸດ