ງານເປີດໂຕລົດຕູ້ Ford Transit 4×4

ວຽງຈັນ ລາວ, ວັນທີ່ 7 ມີນາ, 2022 ລາວຟອດ ຊີຕີ ທີ່ງານ Vientiane Motor Show ໄດ້ມີການເປິດຕົວລົດ Ford Transit 4×4 Conversion ເຊິີ່ງການເປີດຕົວຄັ້ງດັ່ງກ່າວແມ່ນເປັນກຽດນຳສະເໜີໂດຍທ່ານ ເວນ ແມັກອີນທ໋ອດ ຜູ້ອຳນວຍການທົ່ວໄປຂອງ ບໍລິສັດ ລາວຟອດຊີຕີ ແລະ ທ່ານ ວິໄລສັກ ບໍລິບູນ ຫົວໜ້າຝ່າຍຂາຍຍົກ ຂອງ ບໍລິສັດ ລາວຟອດຊີຕີ. ພວກເຮົາຢາກນຳສະເໜີໃຫ້ຮູ້ວ່າ ລົດ Ford Transit 4×4 conversion ແມ່ນລົດດັດແປງລຸ່ນພິເສດທີ່ພັດທະນາຈາກທາງທີມ RMA SV ໄທແລນ ທີ່ໃຫ້ມາພ້ອມກັບອ໋ອບຊັນເສີມ ດັ່ງລາຍລະອຽດດ້ານລຸ່ມນີ້:
ພາດທາມ 4X4 ພ້ອມ ດິບລ໋ອກ.
ລະບົບຊ່ວງລ່າງສຳລັບອ໋ອບໂຣດ ພ້ອມການພັດທະນາ ໂຊກອັບໃໝ່ absorbers, ສະປີງ, ເພົາຂັບ, ເພົາ ແລະ ລະບົບຊ່ວງລ່າງ.
ຄວາມສູງຈາກພື້ນ 24cm ເໝາະສຳລັບສາຍອ໋ອບໂຣດ.
ສາມາດລຸຍນ້ຳໄດ້ 80cm.
ມາພ້ອມຢາງ All Terrain ທີ່ສາມາດຂັບໄດ້ທັງໃນເມືອງ ແລະ ອ໋ອບໂຣດ
ຢາງສຳຮອງທີ່ປະຕູຫຼັງ ງ່າຍຕໍ່ການໃນງານເມື່ອຈຕ້ອງການໃຊ້ງານ
ຕິດຕັ້ງບັນໄດໄວ້ທີ່ປະຕູຫຼັງ ງ່າຍຕໍ່ການໃຊ້ງານ ໃນກໍລະນີທີ່ຕິດຕັ້ງແລັກຫຼັງຄາ ຫຼື ໃສ່ເຄື່ອງໄວ້ເທິງຫຼັງຄາ.

ລົງທະບຽນເພື່ອຮັບສ່ວນຫຼຸດ