ງານເປີດຕົວ Next-Gen Ford Ranger ແລະ Everest

ນະຄອນຫຼວງວຽງຈັນ, ລາວ. ວັນທີ່ 30 ກັນຍາ 2022 ທີ່ຜ່ານມານີ້, ລາວຟອດຊີຕີຕົວແທນຜູ້ຈັດຈຳໜ່າຍຜະລິດຕະພັນລົດຟອດໜຶ່ງດຽວໃນລາວ ໄດ້ຈັດງານເປີດຕົວລົດໃໝ່ທີ່ໃຫ່ຍທີ່ສຸດໃນປະເທດລາວ ຫຼັງຈາກສິ້ນສຸດການລໍຄອຍຂອງການເປີດຂອງຟອດ ເຣນເຈີ ແລະ ເອເວີເຣດທ໌ ເຈນເນີເຣຊັນ ທີ່ປະເທດອ໋ອສເຕເລຍ ໃນຊ່ວງທີ່ຜ່ານມາ. ເຊິ່ງໃນງານດັ້ງກ່າວໄດ້ໃຫ້ກຽດເຂົ້າຮ່ວມງານຈາກທ່ານ ປີເຕີ ເຮມອນ ເອກອັກະລະສະທູດຂອງສະຫະຣັດອາເມຣິກາປະຈຳລາວ, ທ່ານ ດາວວອນ ພະຈັນທະວົງ ຮອງປະທ່ານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ.

ໃນການມາຄັ້ງຍິ່ງໃຫ່ຍຂອງລົດຟອດໃນຄັ້ງນີ້ລວມມີລຸ່ນທັງໝົດ 4 ລຸ້ນ ຄື:

  1. Ford Everest Sport 4×2 6AT: ມາພ້ອມກັບເຄື່ອງຈັກ 2.0 ລິດ ເທີໂບດ່ຽວ ພ້ອມກັບລະບົບເກຍອັດຕະໂນມັດ 6 ສະປີດ, ທີ່ໃຫ້ກຳລັງແຮງມ້າສູງເຖິງ 170 ແຮງມ້າ ທີ່ 3,500 ຮອບຕໍ່ນາທີ ແລະ ແຮງບິດສູງສຸດ 405 ນິວຕັນແມັດ ທີ່ 1,750-2,500 ຮອບຕໍ່ນາທີ.
  2. Ford Ranger Wildtrak 10AT: ສຸດຍອດລົດກະບະເທັກໂນໂລຊີທີ່ມາພ້ອມເຄື່ອງຈັກ 0 ລິດ Bi-Turbo (ເທີໂບຄູ່) ພ້ອມກັບເກຍອັດຕະໂນມັດ 10 ຄວາມໄວ, ມອບກຳລັງ 210 PS ຢູ່ທີ່ 3,750 ຮອບຕໍ່ນາທີ ແລະ ແຮງບິດສູງສຸດ 500 ນິວຕັນແມັດ ທີ່ 1,750-2,000 ຮອບຕໍ່ນາທີ.
  3. Ford Ranger XLT 6AT ແລະ 10AT: ມາພ້ອມກັບກັບເຄື່ອງຈັກ 2 ແບບຄື: 0 ລິດ ໂທໂບດ່ຽວ ແລະ 2.0 ລິດ       Bi-Turbo (ເທີໂບຄູ່) ເຊິ່ງລຸ່ນ 2.0 ລິດ ໂທໂບດ່ຽວ ຈັບຄູ່ກັບເກຍັອດຕະໂນມັດ 6 ສະປີດ ສາມາດຜະລິດກຳລັງແຮງມ້າໄດ້ສູງເຖິງ 170 ແຮງມ້າ ທີ່ 3,500 ຮອບຕໍ່ນາທີ ແລະແຮງບິດສູງສຸດ 405 ນິວຕັນແມັດ ທີ່ 1,750-2,500 ຮອບຕໍ່ນາທີ ແລະ ລຸ່ນ 2.0 ລິດ Bi-Turbo (ເທີໂບຄູ່) ທີ່ມາພ້ອມເກຍອັດຕະໂນມັດ 10 ສະປີດ ທີ່ໃຫ້ກຳລັງແຮງ 210 ແຮງມ້າ ທີ່ 3,750 ຮອບຕໍ່ນາທີ ແລະ ແຮງບິດສູງສຸດ 500 ນິວຕັນແມັດ ທີ່ 1,750-2,000 ຮອບຕໍ່ນາທີ.
  4. Ford Ranger XL 6MT: ມາພ້ອມເຄື່ອງຈັກ 2.0 ລິດ ເທີໂບດ່ຽວ ຈັບຄູ່ກັບເກຍກະປຸກ 6ສະປີດ ທີ່ໃຫ້ກຳລັງແຮງມ້າສູງເຖິງ 170 ແຮງມ້າ ແລະ ແຮງບິດ 405 ນິວຕັນແມັດ ທີ່ 1,750-2,500 ຮອບຕໍ່ນາທີ.

ຜູ້ຂັບຂີ່ທັງຫຼາຍຈະໄດ້ສຳພັດກັບຄວາມຫຼາກຫຼາຍຄວາມສາມາດຂອງ Next-Gen Ford Everest ແລະ Ranger ບໍ່ວ່າຈະຢູ່ໃນເສັ້ນທາງໃດກໍ່ລຸຍໄດ້ທຸກສະຖານະການ ທັງເສັ້ນທາງແບບທາງລຽບ (On-Road) ຫຼື ເສັ້ນທາງແບບທາງວິບາກ (Off-Road) ດ້ວຍການພັດທະນາຊ່ວງລ່າງ ເພີ່ມຄວາມກວ້າງຂອງຖານລໍ້ຫຼາຍຂຶ້ນ 50ມມ ເພື່ອປະສິດທິພາບ ແລະ ຄວາມໝັ້ນຄົງຂອງການຂັບຂີ່ ແລະ ຫ້ອງໂດຍສານກວ້າງຂວາງຫຼູຫຼາ ພ້ອມເທັກໂນໂລຊີໃໝ່ໆຊ່ວຍໃຫ້ໄດ້ງ່າຍຍິ່ງຂຶ້ນເຊັ່ນ: ລະບົບຊ່ວຍຈອດອັດສະລິຍະ ທີ່ຈະເຮັດໃຫ້ການຈອດລົດສະດວກ ແລະ ງ່າຍຂຶ້ນ, ລະບົບເບກອັດຕະໂນມັດຂະນະຖອຍຫຼັງເມື່ອມີສິ່ງກີດຂວາງ, ແລະ ລະບົບຄວບຄຸມລົດໃຫ້ຢູ່ລະຫວ່າງກາງເລນ ເພື່ອຊ່ວຍໃຫ້ລົດບໍ່ອອກຈາກນອກເລນໃນຂະນະຂັບຂີ່ເທິງຖະໜົນ. ທັງໝົດນີ້, ກໍເພື່ອຕອບໂຈດການໃຊ້ງານຂອງຜູ້ຂັບຂີ່ທີ່ຕ້ອງໄດ້ພົບກັບສະຖານະການຕ່າງໆໃນແຕ່ລະວັນ.

ລົງທະບຽນເພື່ອຮັບສ່ວນຫຼຸດ