ງານເປີດຕົວລົດຟອດເອເວີເຣດທ໌ XLS

ວັນທີ 12 ສິງຫາ 2021 ຜ່ານມາ ທີ່ນະຄອນຫຼວງວຽງຈັນ-ທ່ານ Wayne McIntosh ຜູ້ຈັດການທົ່ວໄປຂອງ ລາວຟອດຊິຕີ ໄດ້ຂຶ້ນກ່າວເປີດງານເປີດຕົວລົດ ຟອດ ເອເວີເຣດທ໌ໃໝ່ XLS Series 3 ລຸ່ນຢ່າງເປັນທາງການ ເຊິ່ງຈະມີ: ເອເວີເຣດທ໌ໃໝ່ XLS, ເອເວີເຣດທ໌ XLS Sport ແລະ ເອເວີເຣດທ໌ XLS Expedition (ລາຍລະອຽດລົດ ແລະ ລາຄາຢູ່ກ້ອງຮູບຂອງແຕ່ລະລຸ້ນ )

ຟອດ ເອເວີເຣດທ໌ XLS Series ເປັນລຸ່ນທີ່ສືບຕໍ່ສ້າງຄວາມປະທັບໃຈໃຫ້ກັບຜູ້ທີ່ສົນໃຈ SUV ດ້ວຍເຄື່ອງຈັກ TCDi 2.2 ລິດ ສາມາດໃຫ້ແຮງມ້າສູງເຖິງ 160 PS ແລະ ແຮງບິດ 385 Nm. ບໍ່ວ່າຈະເປັນທາງໃນເມືອງ ຫຼື ທາງອ໋ອບໂຣດ ເອເວີເຣດທ໌ໃໝ່ ກໍ່ສາມາດຮັບມືໄດ້ກັບທຸກການເດີນທາງ ດ້ວຍຄວາມສູງຈາກພື້ນດິນ 225 ມມ ລະຫວ່າງຜູ້ຂັບຂີ່ແລະຖະໜົນ ແລະ ຄວາມສາມາດໃນການລຸຍນໍ້າໄດ້ສູງເຖິງ 800 ມມ ມີລະບົບຊ່ວຍອອກໂຕທາງຊັນ ແລະ ລະບົບກັນປີ້ນ.

ເອເວເຣດທ໌ໃໝ່ໄດ້ມີການປັບປຸງ ຄວາມສາມາດ, ປະສິດທິພາບ ແລະ ເຕັກໂນໂລຍີເພີ່ມຂຶ້ນ ດ້ວຍການອອກແບບພິເສດ ແລະ ອຸປະກອນເສີມ ທີ່ຍົກລະດັບຄວາມເປັນເຈົ້າຂອງ Everest ສູ່ລະດັບການພະຈົນໄພໃນຮູບແບບໃໝ່.

ພາຍໃນງານ ລາວຟອດ ຊີຕີ ຍັງໄດ້ສົ່ງມອບລົດ Everest XLS ໃນຈຳນວນ 2 ຄັນໃຫ້ກັບທາງ ບໍລິສັດ AVIS ທີ່ໄວ້ວາງໃຈໃນ ແລະ ເຊື່ອໝັ້ນ ຍົກໃຫ້ຟອດຂອງເຮົາເປັນອັນດັບໜຶ່ງ ເຊິ່ງຫາກເວົ້າເຖິງລົດ SUV ລົດຟອດ ແມ່ນຈັດຢູ່ໃນປະເພດ ປອດໄພທີ່ສຸດ ເຊິ່ງມີຄວາມສາມາດ ແລະ ຄວາມນ່າເຊື່ອຖືກັບທຸກການຂັບຂີ່ບໍ່ວ່າຈະເດີນທາງໄປວຽກ ຫຼື ທ່ອງທ່ຽວ

ລົງທະບຽນເພື່ອຮັບສ່ວນຫຼຸດ