ງານເປີດຕົວລົດຟອດເຈເນີເຣຊັນເຣນເຈີ ແຣັບເຕີ V6 ແລະ ເອເວີເຮສທ໌ ໄທເທນຽມ

ເປີດຕົວໄປແລ້ວກັບ Next-Gen Ranger Raptor ແລະ Everest Titanium ໃນຄ່ຳຄືນທີ່ 18 ພະຈິກ 2022 ລາວຟອດຊີຕີໄດ້ຈັດງານເປີດຕົວລົດໃໝ່ທີ່ໃຫ່ຍທີ່ສຸດໃນລາວ ເຊິ່ງໄດ້ໃຫ້ຄວາມສົນໃຈຈາກຜູ້ຄົນຫຼາຍກວ່າ 1,000 ຄົນ ເຂົ້າຮ່ວມງານໃນຄັ້ງນີ້ ພາຍໃນງານຄັ້ງນີ້ໄດ້ຮັບການເປັນກຽດຂຶ້ນກ່າວຈາກທ່ານ Wayne McIntosh the Managing Director-Automotive, ທ່ານ Simpson the Managing Director-Asia Pacific Distributor Markets ແລະ ທ່ານ Daniel O’Hara the Chief of Political and Economic Affairs. ສຳລັບລົດທີ່ໄດ້ເປີດຕົວໄປໃນງານນີ້ແມ່ນຈະມີ 2 ລຸ່ນຄື: ລຸ່ນທີ່ 1 ຈະເປັນ Next-Gen Ranger Raptor ທີ່ໃຊ້ເຄື່ອງຈັກແບບ 3.0 ລິດ Ecoboost V6 Twin Turbo ທີ່ສາມາດຜະລິດແຮງມ້າໄດ້ສູງເຖິງ 397PS ແລະ ແຮງບິດທີ່ 583 Nm ເຊິ່ງເປັນລົດກະບະສະມັດທະນະສູງທີ່ສຸດໃນຕອນນີ້ ມາພ້ອມກັບໂໝດການຂັບຂີ່ເຖິງ 7 ໂໝດ, ສາມາດປັບໂໝດພວງມະໄລໄດ້ 3 ໂໝດ, ປັບໂໝດຊ່ວງລ່າງໄດ້ 3 ໂໝດ, ປັບສຽງທໍ່ອາຍເສຍຟດ້ 4 ໂໝດ ແລະ ຍັງມາພ້ອມລະບົບຄວາມປອດໄພຂັ້ນສູງທີ່ອີກດ້ວຍ. ສ່ວນລຸ່ນທີ່ 2 ຈະເປັນ Next-Gen Everest Titanium ລົດ PPV ທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດໃນຕອນນີ້ ທີ່ມາພ້ອມເຄື່ອງຈັກ 2.0ລິດ Bi-Turbo ທີ່ໃຫ້ແຮງມ້າມາທີ່ 210 PS ແຮງບິດທີ່ 500 Nm ຈັບຄູ່ກັບເກຍໄຟຟ້າອັດຕະໂນມັດ 10 ສະປີດ ທີ່ມາພ້ອມລະບົບຊ່ວຍເຫຼືອຜູ້ຂັບຂີ່ຊັ້ນສູງ ເພີ່ມລະບົບຄວາມປອດໄພໃໝ່ໃຫ້ຜູ້ຂັບຂີ່ ແລະ ຜູ້ໂດຍສານ.

ລົງທະບຽນເພື່ອຮັບສ່ວນຫຼຸດ