ງານລ້ຽງພົບປະລູກຄ້າໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ລົດ

ການນຳສະເໜີກ່ຽວກັບການໃຫ້ຄວາມຮູ້ໃນການນຳໃຊ້ລົດຢ່າງຖືກວິທີ,ນຳສະເໜີກ່ຽວກັບ ລະບົບຮັກສາຄວາມປອດໄພໃນການຂັບຂີ່ລົດ,ຄວາມສຳຄັນໃນການນຳໃຊ້ເຂັມຂັດນິລະໄພ,ນຳສະເໜີກ່ຽວກັບການບຳລຸງຮັກສາລົດດ້ວຍຕົວຂອງທ່ານເອງ ແລະ ນຳສະເໜີກ່ຽວ ກັບກຸ່ມບໍລິສັດອາເອັມເອ ເພື່ອໃຫ້ລູກຄ້າໄດ້ຮູ້ວ່າທຸລະກິດຂອງພວກແມ່ນຫຍັງ ນອກຈາກນີ້ເຮົາຍັງນຳສະເໜີກ່ຽວກັບການບໍລິການຂອງພວກເຮົາໃຫ້ລູກຄ້າໄດ້ຮັບຮູ້ ວ່າເຮົາມີທີມງານດ້ານບໍລິການທີ່ມີຄຸນນະພາບ ທີ່ຜ່ານການຝືກອົບຮົມມາເປັນຢ່າງດີເພື່ອບໍລິການລູກຄ້າທຸກທ່ານ ເພາະສະນັ້ນ ລູກຄ້າຂອງພວກເຮົາຈື່ງສາມາດໄວ້ວາງໃຈຫາກທຸກທ່ານສົ່ງລົດມາຮອດມືເຮົາ

ພວກເຮົາໄດ້ຈັດງານນີ້ຂື້ນໃນວັນສຸກທີ່ຜ່ານມາ ທີ່ສູນ ບໍລິການຫຼັງການຂາຍ ລາວຟອດ ຊີຕີ ເຮົາມີອາຫານ ແລະ ເຄື່ອງດື່ມໄວ້ບໍລິການລູກຄ້າຕະຫຼອດງານ ແລະ ຍັງມີກິດຈະກຳອື່ນໆອີກຫຼາກຫຼາຍເຊັ່ນ: ເກມ ຖາມຕອບ ສຳລັບລູກຄ້າທ່ານໃດທີ່ຕ້ອງການຮູ້ຂໍ້ມູນເພີ່ມເຕີມ ຫຼື ມີຄຳຖາມ ສາມາດສອບຖາມ ເພື່ອຮັບຂອງລາງວັນຈາກພວກເຮົາ ຍັງບໍ່ໝົດພຽງເທົ່ານີ້ ເຮົາຍັງມີກິດຈະກຳສຳລັບເດັກນ້ອຍ ທີ່ເຂົ້າມາຮ່ວມພາຍໃນງານໃຫ້ໄດ້ຮ່ວມມ່ວນຊື່ນນຳກັນ ເປັນການແຕ້ມຮູບລະບາຍສີ ເພື່ອຮັບຂອງຂວັນເປັນກະເປົ໋າເປ້ ບໍ່ພຽງເທົ່ານັ້ນເຮົາຍັງມີການຈັບສະຫຼາກຮັບລາງວັນໃຫຍ່ສຳລັບລູກຄ້າທີ່ເຂົ້າມາຮ່ວມງານ ແລະ ໄດ້ຂຽນຄູປອງ.

ລົງທະບຽນເພື່ອຮັບສ່ວນຫຼຸດ