ງານລາວອ໊ອບໂຣດເພື່ອການກຸສົນ

ສິ້ນສຸດລົງແລ້ວກັບງານແຂ່ງຂັນອ໋ອບໂຣດ ເພື່ອນ້ອງນັກຮຽນຄັ້ງທີ່ 5 ທີ່ສະໜາມກິລາ ຫຼັກ16 ໃນລະຫວ່າງວັນທີ່ 9-10 ກໍລະກົດທີ່ຜ່ານມາ ບໍລິສັດລາວຟອດຊີຕີເປັນໜື່ງໃນຜູ້ນຳເຂົ້າຜະລິດຕະພັນລົດຟອດໃນປະເທດລາວໄດ້ເຫັນວ່າການແຂ່ງຂັນລົດອ໋ອບໂຣດໃນຄັ້ງນີ້ແມ່ນການສະແດງໃຫ້ເຫັນເຖິງສັກກະຍະພາບແລະປະສິທິພາບຂອງຜະລິດຕະພັນລົດໃນແຕ່ລະຄ້າຍ ແລະ ລົດຟອດເຮົາກໍ່ໄດ້ຮ່ວມລົງແຂ່ງໃນຄັ້ງນີ້ດ້ວຍ. ບໍລິສັດລາວຟອດຊີຕີຂອງພວກເຮົາກໍ່ໄດ້ເປັນສ່ວນໜຶ່ງໃນການສະໜັບສະໜູນໃນການແຂ່ງຂັນຄັ້ງນີ້ໃນຈຳນວນເງິນ 20.000.000ກີບ ເພື່ອເປັນການລະດົມທືນໄປຊ່ວຍເຫຼືອນ້ອງນັກຮຽນທີ່ຂາດເຂີນອຸປະກອນການຮຽນ ທີ່ຢູ່ຫ່າງໄກສອກຫຼີກ ແລະ ພ້ອມກັນນັ້ນໃນງານພວກເຮົາຍັງມີບູສໃຫ້ຢ້ຽມຊົມລົດຟອດ ແລະ ທີ່ພິເສດໄປກວ່ານັ້ນຕ້ອງຂໍຂອບໃຈມາຍັງ ທ່ານ ພົມມະທັດ ແກ້ວມະນີວົງ ທີມງານລົດແຂ່ງທີ່ນຳໃຊ້ລົດຟອດ ເຣນເຈີ ມາໂຊທີ່ບູສຂອງລາວຟອດຊີຕີຂອງພວກເຮົາ ຍັງມີລົດທົດລອງຂັບໃຫ້ລູກຄ້າທົດລອງຂັບອີກດ້ວຍ.

ລົງທະບຽນເພື່ອຮັບສ່ວນຫຼຸດ