ຄາຣາວານເພື່ອການກຸສົນຮ່ວມໃຈຕ້ານໄພໜາວ

ຄາຣາວານທ່ອງທ່ຽວ ເພື່ອການກຸສົນຮ່ວມໃຈຕ້ານໄພໜາວ
ລາວຟອດຊີຕີ ສາຂາສະຫວັນນະເຂດ ແລະ ສາຂາປາກເຊ ຍິນດີທີ່ໃດ້ເຂົ້າຮ່ວມຊ່ວຍເຫຼືອສັງຄົມໃນງານ ຄາຣາວານທ່ອງທ່ຽວ ເພື່ອການກຸສົນຮ່ວມໃນຕ້ານໄພໜາວທີ່ ຈຸດສຸມ ລາດຫໍ້-ຜາບັງ ເມືອງເຊໂປນ ແຂວງ ສະຫວັນນະເຂດ ໂດຍມີລົດຟອດທັງໝົດເຂົ້າຮ່ວມ 16 ຄັນ ແລະ ຮ່ວມບໍລິຈາກເງິນຊ່ວຍເຫຼືອອຸປະກອນການຮຽນ ແລະ ອຸປະກອນກິລາ
ໂດຍຄາຣາວານທ່ອງທ່ຽວເພື່ອການກຸສົນຕ້ານໄພໜາວໃນຄັ້ງນີ້, ເປັນອີກໂຄງການໜຶ່ງທີ່ຊ່ວຍ ຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ການດຳລົງຊີວິດຂອງປະຊາຊົນ, ເຄື່ອງທີ່ນຳໄປມອບໃນຄັ້ງນີ້ ແມ່ນໄດ້ມາຈາກການປະກອບສ່ວນຂອງ ສັງຄົມທັ້ງສອງປະເທດ ເປັນຕົ້ນແມ່ນ: ເຄືອງນຸ່ງຫົ່ມ, ເຂົ້າສານອາຫານແຫ້ງ, ອຸປະກອນການຮຽນ-ການສຶກສາ, ເຄື່ອງອຸປະກອນກິລາ ແລະ ເຄື່ອງໃຊ້ທີ່ຈຳເປັນພາຍໃນຄົວເຮືອນ ພ້ອມເງິນສົດຈຳນວນໜຶ່ງ, ລວມມູນຄ່າທັງໝົດແມ່ນ 200ລ້ານກີບ. 
ໃນນີ້ລວມມີ 5 ບ້ານດ້ວຍກັນຄື: ບ້ານ ຜາບັງ, ທ່າຜິງ, ລະເວີນ, ໃໝ່ທ່າແດງ ແລະ ບ່ານສະປອງ, ມີ 2 ໂຮງຮຽນຄື: ມສ ຜາບັງ, ໂຮງຮຽນບ້ານໃໝ່ ທ່າແດງ ແລະ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນເຂດຈຸດສຸມດັງກ່າວອີກດ້ວຍ.

ລົງທະບຽນເພື່ອຮັບສ່ວນຫຼຸດ