ລົດມືສອງ ບໍ່ແມ່ນມື້ສອງ. ແຕ່ໄດ້ຮັບການຢັ້ງຢືນຈາກຟອດ ທ່ານສາມາດຊື້ລົດມືສອງຈາກໃຜກະໄດ້. ຫລື ທ່ານສາມາດຊື້ລົດມືສອງທີ່ໄດ້ຮັບການກວດສອບ 172 ຈຸດ ແລະ ຮັບຮອງຈາກຟອດ. ພ້ອມທັງໄດ້ຮັບການຮັບປະກັນແບບຈຳກັດ, ບໍລິການສຸກເສີນ 24/7 ແລະ ອີກຫລາຍຢ່າງ. ທາງເລືອກບໍ່ແມ່ນເລື່ອງງ່າຍ, ມັນບໍ່ງ່າຍ. ການກວດເຊັກ 172 ຈຸດ. ລົດເກັງ, ລົດບັນທຸກ, ລົດຈິບ ຫຼື ລົດປະສົມ ຕ້ອງຜ່ານການກວດສອບ 172 ຈຸດ. ຈຶ່ງມີຄຸນສົມບັດພໍໃນການຮັບຮອງຈາກຟອດ (CPO). ເມື່ອທ່ານຊື້ລົດ(CPO) ທ່ານຈະໄດ້ຮັບຄວາມໝັ້ນໃຈຈາກການກວດສອບທີ່ຄວບຄຸມ, ພ້ອມການຮັບປະກັນຈາກຜູ້ຜະລິດ. ສຳລັບຂໍ້ມູນເພີ່ມເຕີມ ກົດທີ່ນີ້ ຄຸນຄ່າການເປັນເຈົ້າຂອງ ລົດມືສອງທຸກຄັນທີ່ໄດ້ຮັບການຮັບຮອງຈາກຟອດພ້ອມທັງມູນຄ່າຂອງການຮັບປະກັນແບບຈຳກັດ. ເຊິ່ງໄດ້ຮັບການຮັບປະກັນຈາກ ຟອດມໍເຕີຄອມພານີ້ ແລະ ຕ້ອງໄດ້ຜ່ານການກວດສອບ 172 ຈຸດ ໂດຍຊ່າງທີ່ໄດ້ຮັບການຝຶກອົບຮົມຈາກໂຮງງານ. ທຸກອາໄຫລ່ທີ່ບໍ່ໄດ້ມາດຕະຖານຈະຖືກປ່ຽນແທນໂດຍອາໄຫລ່ຈາກໂຮງງານ. ລົດມືສອງທີ່ມີຢູ່ ຟອດ ເອັກສ໋ໂປລເຣີ