ເພາະເຮົາຢາກໃຫ້ທ່ານມີສະມາທິໃນການຂັບລົດ ໂດຍສະເພາະໃນຊ່ວງເວລາທີ່ອາກາດບໍ່ເປັນໃຈ ເຮົາຈຶ່ງອອກແບບລະບົບທີ່ປັດນ້ຳຝົນໃຫ້ມາຮັບໜ້າທີ່ຄິດແທນທ່ານ ໃນມື້ທີ່ຝົນຕົກ ຫຼື ຂະໜະທີ່ລົດຄັນອື່ນສາດນ້ຳມາໃສ່ແວນໜ້າລົດຂອງທ່ານ ລະບົບປັດນ້ຳຝົນອັດຕະໂນມັດຈະເຮັດວຽກທັນທີໂດຍທີ່ທ່ານບໍ່ຕ້ອງຄິດ ຫລື ເຮັດຫຍັງເລີຍ.