ບໍລິສັດລາວຟອດຊີຕີ ເປັນບໍລິສັດຕົວແທນຈໍາໜ່າຍລົດຟອດທີ່ມີໃບອານຸຍາດຈາກ ຟອດມໍເຕີ ຄອມປານີ ພຽງຜູ້ດຽວໃນປະເທດລາວ ນັບຕັ້ງແຕ່ປີ 2004ເປັນຕົ້ນມາ.
ລົດຂອງທ່ານປຽບເໝືອນ 1 ໃນສະມະຊິກຄອບຄົວຂອງທ່ານ ແລະ ຕ້ອງຖືກເອົາໃຈໃສ່ ແລະ ເບິ່ງແຍງ. ຢາກໃຫ້ທ່ານວາງໃຈລາວຟອດຊີຕີ ເພື່ອທີ່ຈະເບິ່ງແຍງລົດຟອດຂອງທ່ານ ເພື່ອໃຫ້ມີອາຍຸການນໍາໃຊ້ທີ່ຍາວນານ. ເພື່ອຫຼີກລ້ຽງການສ້ອມແປງທີ່ມີລາຄາສູງ ແລະ ຄວາມປອດໄພໃນການຂັບຂີ່. ສູນຂອງພວກເຮົາມີອຸປະກອນທີ່ທັນສະໃໝ ແລະ ນາຍຊ່າງທີ່ມີປະສົບການສູງ ຂໍໃຫ້ທ່ານໝັ້ນໃຈໃນການບໍລິການຫຼັງການຂາຍ.
ພວກເຮົາໄດ້ນໍາໃຊ້ເຄື່ອງອາໄຫຼ່ຂອງແທ້ເທົ່ານັ້ນໃນການບໍລິການຫຼັງການຂາຍ ເພື່ອໃຫ້ໄດ້ມາດຕະຖານ, ຄຸນນະພາບ ແລະ ຄວາມປອດໄພ.