ລວມມີ: ຄວາມເສຍຫາຍຈາກການເກີດອຸປະຕິເຫດ, ໄຟໃໝ້, ນ້ຳຖ້ວມ ຫຼື ອື່ນໆ. ຂໍ້ຜິດຜາດຈາກການໃຊ້ງານແບບຜິດປົກກະຕິ, ການແຂ່ງ, ການດັດແປ່ງສະພາບລົດເຊັ່ນອາໄຫລ່ບໍ່ແມ່ນອາໄຫລ່ທີ່ມາຈາກໂຮງງານ. ແລະ/ຫລື ການລາກແກ່ ບັນທຸກເກີນນ້ຳໜັກມາດຕະຖານຂອງລົດ, ການແຕ່ງສີ, ຂັດເຫຼື້ອມ ຫລືການແຕ່ງທີ່ບໍ່ແມ່ນຈາກສູນ.
ລົດຄັນໃດໆທີ່ມີການດັດແກ້ເຂັມໄມ ເຮັດໃຫ້ບໍ່ຢູ່ໃນສະພາບປົກກະຕິໄດ້ ໂດຍບໍ່ສາມາດວັດໄລຍະທາງຈີງໄດ້ ແລະ ຂໍ້ຜິດຜາດຈາກການບໍ່ບຳລຸງຮັກສາຢ່າງເໝາະສົມ.
ຕົວແທ່ນຈຳໜ່າຍໃນພື້ນທີ່ຈະບໍຮັບຜິດຊອບຕໍ່ການສູນເສຍຈາກການໃຊ້ງານຂອງລົດ, ການເສຍເວລາ, ຄວາມບໍ່ສະດວກສະບາຍ, ຄວາມສູນເສຍທາງການຄ້າ ຫລື ຄວາມເສຍຫາຍທີ່ຕາມມາ.