- ການໃຫ້ຄຳປຶກສາຈາກນ່າຍຊ່າງສຳລັບການເກີດອຸປະຕິເຫດ ຫຼື ລົດເພ.
- ການຮ້ອງຂໍບໍລິການຊ່ວຍເຫຼືອສຸກເສີນແບບບໍ່ຈຳກັດຄັ້ງ ຕໍ່ປີ.
- ການຮ້ອງຂໍບໍລິການລາກລົດແບບບໍ່ຈຳກັດຄັ້ງຕໍ່ປີ.
- ການລາກຈູງໄປສູນບໍລິການທີ່ໃກ້ທີ່ສຸດໂດຍບໍ່ຄິດໄລ່ໄລຍະທາງ ຫລື ລາກໄປສະຖານທີ່ອື່ນ ໂດຍ 15 ກມ ທຳອິດຈະບໍ່ມີຄ່າໃຊ້ຈ່າຍ. ແຕ່ຫລັງຈາກນັ້ນ ຈະມີຄ່າທຳນຽມ 10,000 ກີບ/ກມ ລູກຄ້າຕ້ອງໄດ້ຮັບຜິດຊອບ.
- ສຳລັບການລາກແກ່ໄລຍະໄກ. (50 ກມ ຂື້ນໄປ) ໃນກໍລະນີນີ້ ຝ່າຍ ຄອລເຊັນເຕີຈະຄິດໄລອັດທີ່ຄົ່ງທີ່ທີ່ລາຄາຖືກທີ່ສຸດໃຫ້ທ່ານ. ໂດຍໄດ້ຮັບຄວາມຍິນຍອມຈາກທ່ານ.
- ”ລົດທີ່ລະບົບລ໋ອກຜິດພາດ”: ຫາກກຸນແຈສຳຮອງລັດສະໝີ 20ກມ. ການຊ່ວຍເຫຼືອສຸກເສີນ ຈະຈັດການໄປເອົາກຸນແຈສຳຮອງ ແລະ ໄປຫາຕຳແໜ່ງລົດທີ່ທ່ານຢູ່. ຫາກໄລຍະເກີນ 20ກມ. ແມ່ນຈະມີຄ່າໃຊ້ຈ່າຍ 10,000ກີບ/ກມ. ໃນກໍລະນີຈຳເປັນ ອາດຈະໄດ້ມີການບໍລິການຊ່ຽນກຸນແຈໃຫ້ທ່ານ. ແຕ່ຄ່າບໍລິການດັ່ງກ່າວຈະເປັນຄວາມຮັບຜິດຊອບຂອງລູກຄ້າ.
- ໃນກໍລະນີນ້ຳມັນເບີດ, ແມ່ນພວກເຮົາຈະບໍຄິດໄລ່ຄ່າບໍລິການນຳ້ມັນ 5ລິດທີ່ອິດ ເພື່ອໃຫ້ທ່ານໄປເຖິງປ້ຳນ້ຳມັນທີ່ໃກ້ທີ່ສຸດ. ໂດຍບໍລິການນີ້ຟຣີນີ້ຈະສາມາດໃຊ້ໄດ້ປີລະຄັ້ງເທົ່ານັ້ນ ໃນຄັ້ງຕໍ່ໆໄປແມ່ນຈະໄດ້ຄິດໄລ່ຄ່າບໍລິການຕາມໂຕຈິງ.
ການປ່ຽນລົດສຳຮອງໃຫ້ໃຊ້, ຖ້າຈຳເປັນ, ໃນກໍລະນີທີ່ລົດລູກຄ້າຈຳເປັນຕ້ອງໄດ້ລາກ. ທີມຄອລເຊັນເຕີ້ຈະຕິດຕໍ່ບໍລິສັດເຊົ່າລົດທີ່ໄວ້ໃຈໄດ້ ທັງໃນເລື່ອງລາຄາ ແລະ ຄ່າໃຊ້ຈ່າຍອື່ນໆ ໂດຍຄວາມຮັບຜິດຊອບຈະເປັນຂອງລູກຄ້າ.